ພັກ-ຣັຖສໍ້ຣາສ ໃຜຈະກ້າທ້ວງ
2014.03.27
ການສໍ້ຣາດ ບັງຫລວງ ຢູ່ ສປປລາວ ແມ່ນ ບັນຫາ ໃຫຍ່ ທີ່ເປັນພັຍ ອັນຕະລາຍ ຕໍ່ ການພັທນາ ເສຖກິດ ສັງຄົມ ຂອງ ປະເທສ, ເປັນ ບັນຫາ ທີ່ ຍັງແພ່ ຫຼາຽ ແລະ ບໍ່ ສາມາດ ທີ່ຈະ ແກ້ໄຂ ໃຫ້ຕົກ ໄປໄດ້ ຍ້ອນມີ ພັກ ການເມືຶອງ ດຽວ ຄື ພັກ ປະຊາຊົນ ປະຕິວັດ ລາວ ຜູກຂາດ ອໍານາດ ປົກຄອງ ປະເທສ ດ້ວຍການ ກົດດັນ ບີບບັງຄັບ ປະຊາຊົນ ບໍ່ໃຫ້ ມີປາກສຽງ ຄັດຄ້ານ ໄດ້. ດັ່ງ ທີ່ທ່ານ ສົມຈິດ ສຸວັນນະຄີລີ ທີ່ເມືອງ ອາມາຣີໂລ ຣັຖ ເທັກຊັສ ສະຫະຣັຖ ອະເມຣິກາ ເວົ້າ ໃນວັນທີ 26 ມິນາ 2014 ນີ້ ເຖິງ ສະພາບ ການສໍ້ຣາດ ບັງຫຼວງ ຢູ່ລາວ ຮວມທັງ ໄດ້ ແນະນໍາ ກ່ຽວກັບ ວິທີການ ແກ້ໄຂ ບັນຫາ ດັ່ງກ່າວ
ວ່າ: ...ສຽງ....
ນອກຈາກ ຄໍາເຫັນ ຕ່າງໆ ທີ່ກ່າວມາ ແລ້ວນັ້ນ ທ່ານ ສົມຈິດ ສຸວັນນະຄີລີ ຍັງເວົ້າເຖິງ ອີກຫລາຍ ບັນຫາ ທີ່ພົວພັນ ກັບ ການສໍ້ຣາດ ບັງຫລວງ ຢູ່ ສປປລາວ ຊຶ່ງຍາກ ທີ່ ຈະແກ້ໄຂ ໃຫ້ຕົກ ໄປໄດ້ ຖ້າບໍ່ມີ ການປ່ຽນແປງ ຣະບອບ ການ ປົກຄອງ ຈາກ ຣະບົບ ພັກດຽວ ເປັນຣະບົບ ຫລາຍພັກ ແລະ ມີຫລາຍ ອົງການ ຈັດຕັ້ງ ເພື່ອ ກວດສອບ.