ກອງປະຊຸມສົ່ງເສີມສິດເສຣີພາບ ໃນພະມ້າ
2014.03.19

ກອງ ປະຊຸມ ພາກ ປະຊາຊົນ ທີ່ ຈະຈັດ ຂຶ້ນ ໃນ ປະເທດ ພະມ້າ ວັນທີ່ 20-21 ນີ້ ຈະເປັນ ກອງປະຊຸມ ເພື່ອ ສົ່ງເສີມ ສິດ ເສຣີພາບ ໃນການ ປາກເວົ້າ ແບບກົງໄປ ກົງມາ ຮ່ວມທັງ ການ ຕໍານິ ຕິຕຽນ ການ ປະຕິບັດ ງານ ຂອງ ຣັຖບານ ນໍາດ້ວຍ, ໃນ ນັ້ນ ມີຫລາຍ ອົງການ ຈັດຕັ້ງ ທາງສັງຄົມ ຈາກ ຕ່າງ ປະເທດ ຈະເຂົ້າຮ່ວມ. ສໍາລັບ ຜູ້ຕາງໜ້າ ຈາກ ສປປ ລາວ ນັ້ນ ບໍ່ເປັນທີ່ ແນ່ນອນ ເທື່ອວ່າ ຈະໄດ້ຮັບ ອະນຸຍາດ ໃຫ້ອອກ ຄໍາເຫັນ ແບບ ເສຣີ ຄື ປະເທດ ອື່ນ ຫຼືບໍ່?
ອົງການ ຈັດຕັ້ງ ທາງ ສັງຄົມ ຂອງລາວ ຍັງ ຖືກຈຳກັດ ໃນການ ສະແດງ ຄຳຄິດ ຄຳເຫັນ ຢູ່ ໃນກອງ ປະຊຸມ ພາກ ປະຊາຊົນ ໃນຣະດັບ ຂົງເຂດ ແລະ ຣະດັບ ພາກພື້ນ. ໃນ ຂະນະທີ່ ບັນດາ ອົງການ ຈັດຕັ້ງ ທາງ ສັງຄົມ ຈາກ ປະເທດ ຕ່າງໆ ກຳລັງ ກະຕຣຽມ ເຂົ້າຮ່ວມ ກອງປະຊຸມ ພາກ ປະຊາຊົນ ຢູ່ ປະເທດ ພະມ້າ ໃນ ວັນທີ 20-21 ມິນາ ທີ່ ຈະມາເຖິງ ນີ້ ຊຶ່ງ ກອງປະຊຸມ ດັ່ງກ່າວ ຖືວ່າ ເປັນເວລາ ທີສະແດງ ຄຳເຫັນ ແລະ ເປັນການ ສົ່ງເສີມ ສິດ ເສຣີພາບ ໃນການ ປາກເວົ້າ ກໍຄື ສິດທິ ມະນຸດ ນັ້ນເອງ.
ແຕ່ສຳລັບ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງລາວ ທີ່ ຈະເຂົ້າໄປ ຮ່ວມ ກອງປະຊຸມ ພາກ ປະຊາຊົນ ໃນຄັ້ງນີ້ ກໍຍັງ ເປັນພຽງ ການ ໄປຮ່ວມ ແບບຮູບ ການເທົ່ານັ້ນ ເພາະວ່າ ໃນ ຕົວຈິງ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງລາວ ຖືກ ເຈົ້າໜ້າທີ່ ທາງການ ຫ້າມ ບໍ່ໃຫ້ ສະແດງ ຄຳຄິດ ຄຳເຫັນ ຢ່າງກົງໄປ ກົງມາ ໂດຍສະເພາະ ເລື້ອງ ສິດທິມະນຸດ. ດັ່ງ ເຈົ້າໜ້າທີ່ ຂອງ ອົງການ ຈັດຕັ້ງ ທາງສັງຄົມ ທ່ານນຶ່ງ ກ່າວວ່າ:
"ເປັນການ ບົງການ ເຮົາ ໄປໃນໂຕ ອາດຈະບໍ່ມີ ອາດຈະ ບໍ່ໄດ້ ເປັນການຈັບ ເອົາວຸດມາ ເຈົ້າຕ້ອງເວົ້າ ແນວນັ້ນ ແນວນີ້ ຖ້າເຈົ້າ ບໍ່ເວົ້າແລ້ວ ຊິມີບັນຫາ ແຕ່ວ່າ ຖ້າວ່າ ເຮົາເບິ່ງ ເລິກໆ ແລ້ວ ກໍຄືເຂົາເຈົ້າ ມີຈຸດ ປະສົງ ແບບນັ້ນ".
ທີ່ຜ່ານມາ ຣັຖບານ ຈະໃຫ້ ຄວາມໃສ່ໃຈ ໃນເຣື້ອງ ການຈຳກັດ ຂອບເຂດ ການເຮັດວຽກ ຂອງ ອົງການ ຈັດຕັ້ງ ທາງສັງຄົມ ເພື່ອບໍ່ໃຫ້ ເຮັດວຽກ ສົ່ງເສີມ ສິດທິ ຂອງຊຸມຊົນ ແລະ ບໍ່ໃຫ້ ຊຸມຊົນ ສາມາດ ໃຊ້ສິດ ຂັ້ນ ພື້ນຖານ ຂອງຕົນ ໃນ ເວລາທີ່ ເຂົາເຈົ້າ ໄດ້ຮັບ ຜົນກະທົບ ຈາກການ ສຳປະທານ ທີ່ດິນ, ການ ສຳປະທານ ບໍ່ແຮ່, ການສ້າງເຂື່ອນ, ແລະ ໂຄງການ ພັທນາ ອື່ນໆ ຂອງ ຣັຖບານ.
ໃນຄວາມ ເປັນຈິງ ບັນຫາ ທີ່ ກໍ່ໃຫ້ເກີດ ຜົນກະທົບ ຕໍ່ ປະຊາຊົນ ຕ້ອງມີ ການເຜີຍແຜ່ ເພື່ອ ຣັຖບານ ໄດ້ຮັບຮູ້ ແລະ ແກ້ໄຂ ແລະ ທີ່ສຳຄັນ ກໍຄື ບັນຫາ ດັ່ງກ່າວ ຈະຕ້ອງ ຖືກ ຍົກຂຶ້ນ ມາເວົ້າ ຢູ່ໃນ ກອງປະຊຸມ ສຳມະນາ ພາກ ປະຊາຊົນ ໃນຣະດັບ ຂົງເຂດ ແລະ ພາກພື້ນ ເພາະວ່າ ມັນກາຍເປັນ ບັນຫາ ຂ້າມຊາດ ໄປແລ້ວ. ຕົວຢ່າງ ຜົນກະທົບ ຈາກ ການລົງທຶນ ຂອງ ບໍຣິສັດ ຂ້າມຊາດ ທີ່ ສົ່ງຜົນ ກະທົບ ຕໍ່ຊຸມຊົນ ຢູ່ ແຂວງ ອັດຕະປື. ການ ສຳປະທານ ທີ່ດິນ ຂອງ ບໍຣິສັດ ວຽດນາມ ເພື່ອປູກ ຢາງພາຣາ ໄປ ກວມເອົາດິນ ຂອງ ປະຊາຊົນ ເຮັດໃຫ້ ປະຊາຊົນ ບໍ່ມີ ທີ່ດິນ ທຳກິນ.
ອີກຕົວຢ່າງນຶ່ງ ກໍຄື ການ ສຳປະທານ ສ້າງເຂດ ເສຖກິດ ພິເສດ ຢູ່ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ໄປກວມເອົາ ດິນນາ ຂອງ ປະຊາຊົນ ຢູ່ 6 ບ້ານ ເຮັດໃຫ້ ຊາວນາ ຈະຕ້ອງເສັຍ ທີ່ດິນ ທຳກິນ ໄປຕລອດ ຊີວິດ ຊຶ່ທັງສອງ ຕົວຢ່າງນີ້ ແມ່ນບັນຫາ ຂ້າມຊາດ ອັນເກີດຈາກ ການຫັນ ທີ່ດິນ ເປັນທຶນ ຫລື ຫັນເປັນ ກົນໄກ ການຕະຫລາດ.
ທີ່ຜ່ານມາ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ໄດ້ຖືກສັ່ງ ບໍ່ໃຫ້ ເຂົ້າຮ່ວມ ປຶກສາຫາລື ຢູ່ໃນກອງ ປະຊຸມ ພາກ ປະຊາຊົນ ຫລາຍຄັ້ງ ເຊັ່ນວ່າ:
ໃນຕົ້ນປີ 2012 ບັນດາ ອົງການ ຈັດຕັ້ງ ທາງສັງຄົມ ລາວ ໄດ້ເດີນທາງ ໄປຮ່ວມ ກອງປະຊຸມ ພາກ ປະຊາຊົນ ຢູ່ປະເທດ ກຳພູຊາ, ແຕ່ໃນ ເວລາທີ່ ເຂົາເຈົ້າ ໄປຮອດແລ້ວ ພັດຖືກ ເຈົ້າໜ້າທີ່ ຂັ້ນສູງ ຂອງ ຣັຖບານ ລາວ ສັ່ງຫ້າມ ບໍ່ໃຫ້ ເຂົ້າຮ່ວມ ສຸດທ້າຍ ກໍບໍ່ມີ ຜູ້ຕາງໜ້າ ຈາກ ພາກປະຊາ ສັງຄົມ ຂອງລາວ ເຂົ້າຮ່ວມ ກອງ ປະຊຸມ ດັ່ງກ່າວ.
ຕໍ່ມາ ໃນ ທ້າຍປີ 2012 ມີການຈັດ ປະຊຸມ ພາກ ປະຊາຊົນ ເອເຊັຍ ຢູໂຣບ ຄັ້ງທີ 9 ຢູ່ ນະຄອນຫລວງ ວຽງຈັນ ກໍເປັນອີກ ເຫດການ ນຶ່ງ ທີ່ເຮັດໃຫ້ ຣັຖບານລາວ ຖືກວິພາກ ວິຈານ ຢ່າງ ກວ້າງຂວາງ ເປັນຕົ້ນ ການ ສົ່ງ ເຈົ້າໜ້າທີ່ ທາງການ ເຂົ້າມາ ສອດແນມ ທຸກໆ ວາຣະ ຂອງ ກອງປະຊຸມ ແລະ ມີການ ນາບຂູ່ ຜູ້ທີ່ ສະແດງ ຄຳຄິດ ຄຳເຫັນ ຢ່າງ ກົງໄປ ກົງມາ, ຖ່າຍຮູບ ຖ່າຍ ວີດີໂອ ແລະ ອັດສຽງ ຜູ້ທີ່ຂຶ້ນ ນຳສະເໜີ ທີ່ ມີແນວຄິດ ແຕກຕ່າງ ຈາກ ຣັຖບານ ຊຶ່ງ ເປັນສັນຍານ ທີ່ສະແດງ ອອກຢ່າງ ຊັດເຈນວ່າ ພາກຣັຖ ບໍ່ພໍໃຈ ກັບ ກອງປະຊຸມ ພາກ ປະຊາຊົນ ແລະ ບໍ່ຕ້ອງການ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ເຂົ້າຮ່ວມ.
ຕໍ່ມາ ໃນກາງເດືອນ ທັນວາ 2012 ກໍມີການ ລັກພາ ຕົວ ທ່ານ ສົມບັດ ສົມພອນ ນັກພັັັທນາ ອາວຸໂສ ດີເດັ່ນ ຂອງ ລາວ ເຈົ້າຂອງ ລາງວັນ ແມັກໄຊໄຊ ໃນປີ 2005 ໃນສາຂາ ການພັທນາ ຊຸມຊົນ, ຊຶ່ງ ການ ລັກພາ ຕົວ ໄດ້ເກີດຢູ່ ປ້ອມ ຕຳຫລວດ ເຂດບ້ານ ວັດນາກ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ.
ບັນດາ ຄູ່ຮ່ວມພັທນາ ຈາກ ພາກພື້ນ ແລະ ສາກົນ ບໍ່ວ່າຈະ ເປັນ ອົງການ ຈັດຕັ້ງ ທາງສັງຄົມ, ຜູ້ໃຫ້ທຶນ, ອົງການ ຈັດຕັ້ງ ທາງດ້ານ ສິດທິມະນຸດ ແລະ ສະຫະພາບ ຢູໂຣບ ກໍໄດ້ ສະແດງ ຄວາມ ເປັນຫ່ວງ ເປັນ ໄຍ ແລະ ທວງຖາມ ຣັຖບານລາວ ກ່ຽວກັບ ຄວາມ ຄືບໜ້າ ຂອງການ ຊອກຫາ ຕົວ ທ່ານ ສົມບັດ ສົມພອນ.
ນອກຈາກນີ້ ໃນກອງ ປະຊຸມ ພາກ ປະຊາຊົນ ຢູ່ປະເທດ ບຣູນາຍ ໃນປີ 2013 ທີ່ຜ່ານມາ, ຜູ້ເຂົ້າຮ່ວມ ຈາກພາກ ປະຊາສັງຄົມ ຂອງລາວ ກໍເຂົ້າຮ່ວມ ແຕ່ກໍບໍ່ ສາມາດ ເວົ້າ ແລະ ສະແດງ ຄວາມຄິດເຫັນ ໄດ້ຢ່າງ ກົງໄປ ກົງມາ ເນື່ອງຈາກວ່າ ມີ ເຈົ້າໜ້າທີ່ ທາງການ ໄປສອດແນມ ແລະ ຄວບຄຸມ ໃນການເວົ້າ ຈົນເຖີງຂັ້ນ ກັບ ຂຽນຄຳຕອບ ໃຫ້ວ່າ ຕ້ອງຕອບແບບ ນັ້ນ ແບບນີ້ ຖ້າວ່າ ມີຄົນຖາມ ກ່ຽວກັບ ການຫາຍຕົວ ຂອງ ທ່ານ ສົມບັດ ສົມພອນ.
ບັນດາ ຄູ່ ຮ່ວມພັທນາ ກໍສະແດງ ຄວາມເປັນຫວ່ງ ໃນການ ຈຳກັດ ສິດທິ ອົງການ ຈັດຕັ້ງ ທາງສັງຄົມ ລາວ ອີງຕາມ ຖະແຫລງການ ຂອງຄູ່ ຮ່ວມພັທນາ ແລະ ຜູ້ໃຫ້ທຶນ ຢູ່ໃນ ກອງປະຊຸມ ໂຕະມົນ ກັບ ຣັຖບານ ໃນທ້າຍປີ 2013.
ແລ້ວໃນກອງ ປະຊຸມ ພາກ ປະຊາຊົນ ຢູ່ປະເທດ ພະມ້າ ທີ່ຈະມາ ເຖີງນີ້ ມັນກໍບໍ່ ຕ່າງຫຍັງ ກັບ ກອງປະຊຸມ ພາກ ປະຊາຊົນ ໃນຄັ້ງທີ່ ຜ່ານມາ ຊຶ່ງ ຜູ້ເຂົ້າຮ່ວມ ຈາກພາກ ປະຊາສັງຄົມ ຂອງລາວ ກໍຖືກ ຈຳກັດ ເຊັ່ນເຄີຍ ຈົນຊິ ບໍ່ມີໃຜ ກ້າໄປຮ່ວມ ກອງປະຊຸມ ດັ່ງກ່າວ ແລ້ວມັນ ຈະມີຄວາມ ໝາຍຫຍັງ ເມື່ອໄປແລ້ວ ບໍ່ສາມາດ ເວົ້າຫຍັງໄດ້. ດັ່ງ ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມ ອີກວ່າ:
"ຂັ້ນວ່າ ໄປແລ້ວ ເຮົາບໍ່ໄດ້ ເວົ້າອີ່ຫຍັງ ກໍບໍ່ ຕ່າງຫຍັງ ກັບເຮົາໄປ ຕາມ ຂະບວນ ການຊື່ໆ ເພື່ອວ່າ ບໍ່ໃຫ້ມັນ ເປັນທີ່ ໜ້າກຽດ ສຳລັບ ສາຍຕາ ຂອງ ພາຍນອກ ເອີ ຢ່າງໜ້ອຍ ເຮົາກໍໄປ ຈັ່ງຊີ້ ຫັ້ນນ່າ ແຕ່ວ່າ ໃນ ສ່ວນຕົວ ແລ້ວ ເຮົາ ກໍບໍ່ໄດ້ ພູມໃຈຫຍັງ ທີ່ວ່າ ເມື່ອໄປແລ້ວ ເຮົາບໍ່ໄດ້ ເວົ້າຫຍັງ".
ຜົນທີ່ ຈະເກີດຂຶ້ນ ກໍຄື ພາບພົດ ຂອງ ປະເທດລາວ ກໍ ຈະກາຍເປັນ ປະເທດທີ່ ຈຳສິດທິ ໃນການ ປາກເວົ້າ ກໍຄື ເຣື້ອງ ສິດທິມະນຸດ, ຊຶ່ງ ຈະເຂົ້າມາ ແທນ ປະເທດ ພະມ້າ ຊຶ່ງເປັນ ປະເທດ ທີ່ປົກຄອງ ດ້ວຍການ ຈຳກັດ ສິດທິ ໃນ ການປາກເວົ້າ ແລະ ສິດທິມະນຸດ ເປັນເວລາ ເກືອບ 50 ປີ. ດັ່ງ ໜັງສືພິມ ບາງກອອກ ໂພສ ໄດ້ລາຍງານ ເອົາໄວ້ ໃນວັນທີ 30 ມົກກະຣາ ປີ 2014.
ຊຶ່ງເມື່ອເປັນ ເຊັ່ນນັ້ນແລ້ວ ການເຂົ້າຮ່ວມ ຂອງ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ໃນກອງ ປະຊຸມ ພາກ ປະຊາຊົນ ຢູ່ປະເທດ ພະມ້າ ກໍບໍ່ຕ່າງ ຫຍັງກັບ ຮ່ວມແບບ ຕາມຂະບວນ ການ ຫລື ເວົ້າອີກ ຢ່າງນຶ່ງ ກໍຄື ການເຂົ້າຮ່ວມ ແບບ ຕາມຮີດ ຕາມຄອງ ເທົ່ານັ້ນ ເອງ.