ມີຂ່າວສັ່ງຍ້າຍຣັຖມົນຕຣີ ການເງິນ

ອຸ່ນແກ້ວ ສຸກສວັນ
2014.03.12
f-kip ທະນາບັດ ເງິນກີບ ສປປລາວ
LPDR

 

ໃນອາທິດ ຜ່ານມາ ມີຂ່າວວ່າ ຈະມີ ຄໍາສັ່ງ ຍ້າຍ ຣັຖມົນຕຣີ ວ່າ ການ ກະຊວງ ການເງິນ ທ່ານ ພູເພັດ ຄໍາພູນວົງ  ຂ່າວການ ສັ່ງ ຍ້າຍ ດັ່ງກ່າວ ພາໃຫ້ມີ ຄໍາຖາມ ແກ່ ບັນດາ ຣັຖກອນ ທັງຫລາຍ ເພາະວ່າ ເປັນທີ່ ຮູ້ຈັກ ກັນດີ ວ່າ ທ່ານ ພູເພັດ ເປັນຜູ້ທີ່ ເຮັດວຽກ ໄດ້ດີ.  ຫລາຍຄົນ ສົງໄສ ວ່າ ເປັນຫຍັງ ທ່ານຈື່ງ ຈະຖຶກ ຍ້າຍ.

ປະຫວັດ ຄວາມເປັນມາ ຂອງ ທ່ານ ພູເພັດ ຄຳພູນວົງ ກ່ອນຈະມາ ດໍາຣົງ ຕຳແໜ່ງ ຣັຖມົນຕຼີ ວ່າການ ກະຊວງ ການເງີນ, ທ່ານ ເຄີຍຮັບ ຕຳແໜ່ງ ເປັນຜູ້ ວ່າການ ທະນະຄານ ແຫ່ງສປປລາວ ມາກ່ອນ. ແຫລ່ງຂ່າວ ທີ່ໃກ້ຊິດ ເພີ່ນເຄີຍ ເວົ້າວ່າ: ທ່ານ ພູເພັດ ເປັນຄົນທີ່ ເຮັດວຽກດີ ແລະ ມີການ ບໍຣິຫານ ງານຂັ້ນມື ອາຊີບ. ມີຄົນເວົ້າວ່າ ການສັ່ງຍ້າຍ ດັ່ງກ່າວ ມີສາເຫດ ແລະ ມີເບື້ອງຫລັງ. ອີງຕາມ ແຫລ່ງຂ່າວ ຈາກ ກະຊວງ ການເງິນ ໄດ້ຮູ້ວ່າ ສາເຫດທີ່ ເພິ່ນຈະຖືກ ຍົກຍ້າຍ ກໍຍ້ອນວ່າ ການເຮັດວຽກ ຂອງເພິ່ນ ຢ່າງກົງໄປ ກົງມາ ຊຶ່ງສິ່ງ ດັ່ງກ່າວ ຈະໄປຂັດ ຜົນປະໂຫຍດ ພະນັກງານ ຂັ້ນສູງ ຈຳນວນນຶ່ງ. ດັ່ງ ພະນັກງານ ກະຊວງການ ເງິນ ທ່ານນຶ່ງ ກ່າວວ່າ:

"ເອີ ເຂົາກະປ່ຽນ ຫັ້ນລະ ເຈົ້າມາຂັດ ເຂົາເນາະ ສ່ວນຫລາຍ ແມ່ນເຂົາ ບໍ່ໃຫ້ຢູ່ ດົນນະ ບ່ອນທີ່ວ່າ ໄດ້ເງິນໄດ້ຄຳ ເຂົາກໍເອົາ ຜູ້ອື່ນ ເຂົ້າ ມາແດ່  ຈັ່ງຊີ້ນ່າ ຂັ້ນເຈົ້າ ຢູ່ດົນຫລາຍ ເຈົ້າມາຂັດໆ ຂວາງໆເຂົາ ມັນກະບໍ່ ງາມປານໄດ ເຂົ້າໄປໃໝ່ໆ ລາວ ກໍຍັງໄປ ຂັດເຂົາ ລາວ ຊິໄປປ່ຽນ ຣະບົບເຂົາ. ເຖົ້ານີ້ລາວ ຊື່ໃດ໊ ລາວ ຄົນຈິງໃດ໊ ເຖົ້ານີ້ ລາວ ຊິໄປປ່ຽນ ຣະບົບເຂົາ ລາວ ຄົນຈິງໃດ໊ ລາວແບບວ່າ ລາວ ຊິໄປ ປ່ຽນ ຣະບົບ ແບບບໍ່ໃຫ້ ມີການ ຄໍຣັບສອກ ຄໍຣັບຊັ້ນ ຫັ້ນນ່າ ບາດນີ້ ມັນບໍ່ໄດ້".

ຫລັງຈາກ ທີ່ ທ່ານ ພູເພັດ ໄດ້ເຂົາມາ ດຳຣົງ ຕຳແໜ່ງ ຣັຖມົນຕຣີ ກະຊວງ ການເງິນ ໄດ້ມີການ ປັບປ່ຽ ນຣະບົບ ການຈັດເກັບ ອາກອນ ແລະ ການຈັດ ເກັບພາສີ ເພື່ອໃຫ້ ການເກັບ ຣາຍຮັບ ເປັນໄປຕາມ ຣະບຽບ ການເງີນ ແລະ ການຄັງ, ແລະ ມີຄຳ ການສັ່ງການ ຄຸ້ມຄອງ ການສົ່ງອອກ ໄມ້ ໃນປີ ທີ່ຜ່ານມາ.

ໄດ້ມີການ ອອກຄຳສັ່ງ ແນະນຳ ເລກທີ 765 ລົງ ວັນທີ 4 ກໍຣະກະດາ ປີ 2013 ວ່າດ້ວຍ ການ ເອົາໃຈໃສ່ ຄຸ້ມຄອງ ການ ສົ່ງອອກໄມ້ ເພື່ອເກັບ ຣາຍຮັບ ເຂົ້າ ງົບປະມານ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.

ເນື້ອໃນ ຂອງຄຳສັ່ງ ດັ່ງກ່າວ ໄດ້ຣະບຸ ເອົາໄວ້ວ່າ: ການ ສົ່ງອອກໄມ້ ທຸກຊນິດ ຕ້ອງໄດ້ ມອບພັນທະ ເສັຍອາກອນ ໃຫ້ຕາມ ຣະບຽບການ ຢ່າງຖືກຕ້ອງ ແລະ ຄົບຖ້ວນ, ການສົ່ງອອກ ໄມ້ແມ່ນ ອະນຸຍາດ ໃຫ້ ສົ່ງອອກ ຢູ່ສະເພາະ ແຕ່ ດ່ານສາກົນ ເທົ່ານັ້ນ, ຜູ້ສົ່ງອອກ ໄມ້ໄປຕ່າງ ປະເທດ ຕ້ອງຈ່າຍງານ ຜ່ານຣະບົບ ທະນະຄານ, ຫ້າມ ເຈົ້າໜ້າທີ່ ຂະແໜງ ການເງິນ ສົມຮູ້ ຮ່ວມຄິດ ກັບ ຜູ້ປະກອບ ການ ລັກລອບ ສົ່ງໄມ້ອອກ.

ແລ້ວ ມາວິເຄາະ ແລະ ຕີຄວາມໝາຍ ເນື້ອໃນ ຂອງ ຄຳສັ່ງ ດັ່ງກ່າວ ນຳກັນ ເປັນຕົ້ນວ່າ: ເປັນຫຍັງຈຶ່ງ ມີຄຳສັ່ງ ອອກມາວ່າ ການ ສົ່ງອອກໄມ້ ທຸກຊນິດ ຕ້ອງໄດ້ ມອບພັນທະ ເສັຍອາກອນ ໃຫ້ ເປັນໄປຕາມ ຣະບຽບການ ຢ່າງຖືກຕ້ອງ ແລະ ຄົບຖ້ວນ?

ຄຳຕອບ ກໍຄືວ່າ ຜູ້ທີ່ສົ່ງ ໄມ້ອອກ ມີການ ຫລີກລ້ຽງ ບໍ່ຈ່າຍເງິນ ເຂົ້າ ງົບປະມານ ລວມ ຂອງຣັຖ, ຕົວຢ່າງ, ທີ່ຜ່ານມາ ການຂາຍໄມ້ ໄປປະເທດໄທ ປະເທດ ວຽດນາມ ມູນຄ່າ ຫລາຍຮ້ອຍລ້ານ ໂດລາ ສະຫະຣັຖ ແຕ່ຣາຍຮັບ ທີ່ໄດ້ຈາກ ການຂາຍໄມ້ ໃນປີ ທີ່ຜ່ານມາ ມີພຽງ 20 ໂດລາ ສະຫະຣັຖ ເທົ່ານັ້ນ. ອີງຕາມ ການຣາຍງານ ຂອງ ກະຊວງ ການເງິນ ຊຶ່ງມັນ ເປັນສິ່ງ ບົ່ງບອກວ່າ ຣາຍຮັບ ຈາກ ການຂາຍໄມ້ ບໍ່ໄດ້ຕາມ ທີ່ ກໍານົດໄວ້.

ຄຳຖາມ ຕໍ່ມາ ກໍຄືວ່າ ເປັນຫຍັງ ຈຶ່ງມີຄຳສັ່ງ ອອກມາວ່າ ການສົ່ງໄມ້ອອກ ແມ່ນ ອະນຸຍາດ ໃຫ້ສົ່ງອອກ ຜ່ານ ສະເພາະ ແຕ່ ດ່ານສາກົນ ເທົ່ານັ້ນ?

ຄຳຕອບ ກໍຄືວ່າ: ທີ່ຜ່ານມາ ການສົ່ງໄມ້ອອກ ບໍ່ໄດ້ຜ່ານ ດ່ານສາກົນ ສະແດງວ່າ ມີການ ລັກລອບ ສົ່ງອອກ ຕາມຊາຍແດນ ເພື່ອວ່າ ຜູ້ສົ່ງອອກ ບໍ່ຕ້ອງໄດ້ ເສັຍອາກອນ.

ຄໍາຖາມ ຕໍ່ມາອີກ ກໍຄືວ່າ ເປັນຫຍັງ ຈຶ່ງມີ ຄຳສັ່ງ ອອກມາວ່າ ຜູ້ສົ່ງໄມ້ອອກ ຕ້ອງມີ ສັນຍາ ຊື້ຂາຍ ກັບ ບໍຣິສັດ ຢູ່ ຕ່າງປະເທດ ແລະ ຕ້ອງຊຳຣະ ສະສາງ ຜ່ານຣະບົບ ທະນະຄານ ຂອງ ສປປລາວ ເທົ່ານັ້ນ?

ຄຳຕອບ ກໍຄືວ່າ: ທີ່ຜ່ານມາ ການຊື້ຂາຍໄມ້ ບໍ່ໄດ້ຜ່ານ ຣະບົບ ທະນະຄານ ແລະ ບໍ່ມີການ ເປີດເຜີຍ ສັນຍາ ການຊື້ຂາຍ ກັບ ບໍຣິສັດ ຕ່າງປະເທດ ແລະ ສ່ວນໃຫຍ່ ຈະ ໃຊ້ເງິນສົດ ໃນການ ຊຳຣະ ເພື່ອບໍ່ໃຫ້ ສາມາດ ກວດສອບໄດ້ ວ່າຊື້ກັບ ບໍຣິສັດ ໃດ ຂາຍກັບ ບໍຣິສັດ ໃດ ແລະ ມູນຄ່າ ເທົ່າໃດ.

ຄຳຖາມ ຕໍ່ມາອີກ ກໍຄື ເປັນຫຍັງ ຄຳສັ່ງ ຈຶ່ງຣະບຸ ວ່າຫ້າມ ເຈົ້າໜ້າທີ ຂະແໜງ ການເງິນ ສົມຮູ້ ຮ່ວມຄິດ ກັບ ຜູ້ປະກອບ ການລັກລອບ ສົ່ງໄມ້ອອກ?

ຄຳຕອບ ກໍຄືວ່າ: ທີ່ຜ່ານມາ ມີ ເຈົ້າໜ້າທີ່ ຂະແໜງ ການເງິນ ຈຳນວນນຶ່ງ ສົມຮູ້ ຮ່ວມຄິດ ກັບ ການລັກລອບ ສົ່ງໄມ້ອອກ ໄປຕ່າງ ປະເທດ.

ຜົນຂອງການ ປະຕິບັດ ຄຳສັ່ງ ກໍຄື ມີການ ຈັບໄມ້ ແລະ ຍຶດໄມ້ໄດ້ ຢ່າງຕໍ່ເນື່ອງ ຫລັງຈາກ ທີ່ມີການ ອອກຄຳສັ່ງ ດັ່ງກ່າວ ເປັນຕົ້ນມາ ແລະ ເຮັດໃຫ້ ຂະບວນການ ຄ້າໄມ້ ຂະໜາດໃຫຍ່ ໄປ ຕ່າງປະເທດ ປະສົບ ກັບຄວາມ ຫຍຸ້ງຍາກ.

ຄຳສັ່ງ ດັ່ງກ່າວ ທີ່ ອອກໄປນັ້ນ ແມ່ນສ້າງ ຜົນປະໂຫຍດ ໃຫ້ ແກ່່ສ່ວນລວມ ໝາຍເຖິງ ການ ເກັບຣາຍຮັບ ມີຄວາມ ເຄັ່ງຄັດ ຂຶ້ນ ແລະ ມີຣາຍຮັບ ເພີ່ມຂຶ້ນ, ແຕ່ ແນ່ນອນວ່າ ຄຳສັ່ງ ດັ່ງກ່າວ ແມ່ນໄປຂັດ ຜົນ ປະໂຫຍດ ຂອງ ຫລາຍກຸ່ມຄົນ ຜູ້ທີ່ມີ ຜົນປະໂຫຍດ ກັບ ການຂາຍໄມ້ ອອກ ຕ່າງປະເທດ. ກ່ຽວກັບ ເຣື້ອງການ ຄ້າຂາຍໄມ້ ເຖື່ອນ ອອກໄປ ປະເທດ ເພື່ອນບ້ານ, ຜູ້ທີ່ໄປ ພົວພັນ ເຣື້ອງດັ່ງກ່າວ ສ່ວນຫລາຍ ແມ່ນ ພະນັກງານ ຣະດັບ ຂັ້ນສູງ. ອີງຕາມ ການຣາຍງານ ຂອງ ອົງການ ສືບສວນ ທາງ ດ້ານ ສິ່ງແວດລ້ອມ ສາກົນ ຫລື (EIA) ໃນປີ 2011.

ທັງໝົດນີ້ ບໍ່ວ່າຈະເປັນ ການອອກ ຄຳສັ່ງ ຄວບຄຸມ ການ ສົ່ງໄມ້ອອກ ແລະ ຄຳສັ່ງ ການປັບປ່ຽນ ຣະບົບ ການ ເກັບພາສີ ແລະ ອາກອນ ລ້ວນແຕ່ສົ່ງ ຜົນກະທົບ ຕໍ່ບຸກຄົນ ທີ່ຄຸ້ນເຄີຍ ກັບ ການເຮັດວຽກ ແບບເກົ່າ ທີ່ອີງໃສ່ ເຄື່ອຍາດ ແລະ ຣະບົບ ອຸປຖັມ ຄໍ້າຊູ ຫລື ອີກແບບນຶ່ງ ເອີ້ນວ່າ ຣະບົບ ອາດຍາສິດ, ຊຶ່ງ ຈະສົ່ງຜົນ ສະທ້ອນຄືນ ຫາຜູ້ທີ່ ອອກຄຳສັ່ງ ໂດຍກົງ ກໍຄື ທ່ານ ພູເພັດ ຄຳພູນວົງ ຣັຖມົນຕຣີ ວ່າການ ກະຊວງ ການເງິນ.

ຕ້ອງລໍຟັງ ເບິ່ງວ່າ ໃນ ອະນາຄົດ ຈະມີການ ຍົກຍ້າຍ ທ່ານ ພູເພັດ ຄຳພູນວົງ ຣັຖມົນຕຣີ ວ່າການ ກະຊວງ ການເງິນ ຫລືບໍ່?.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.