ການບິນລາວໄດ້ບົດຮຽນຣາຄາ ແພງ

ອຸ່ນແກ້ວ ສຸກສວັນ
2014.04.15
F-Plane-crash ຢູ່ແມ່ນໍ້າຂອງ ໃກ້ເມືອງປາກເຊ ຂ.ຈໍາປາສັກ ສປປລາວ: ທະຫານເຮືອຂອງໄທ ໃຊ້ເຄື່ອງໂຊນາຣ໌(sonar) ຊອກຫາຊາກຍົນ ສາຍການບິນລາວ ທີ່ຕົກໃນວັນທີ 16 ຕຸລາ 2013
Bangkok Post photo/Tawatchai Khemgumnerd

 

ບົດຮຽນ ຣາຄາ ແພງ ສຳລັບ ຣັຖວິສາຫະກິຈ ສາຍການບິນ ລາວ ນັ້ນ ກໍຄື ເຫດການ ພັຍພິບັດ ຍົນຕົກ ຢູ່ ເມືອງ ໂພນທອງ ແຂວງ ຈຳປາສັກ ໃນວັນທີ 16 ຕຸລາ 2013 ຖ້ຽວບິນ QV301 ວຽງຈັນ - ປາກເຊ ເຮືອບິນລຸ້ນ ATR 72, ເຮັດໃຫ້ມີ ຜູ້ເສັຍ ຊີວິດ ທັງໝົດ 49 ຄົນ - ລວມທັງ ຄົນລາວ ແລະ ຄົນຕ່າງ ປະເທດ.

ອຸບັດຕິເຫດ ທີ່ ເກີດຂຶ້ນ ກໍຍັງຄົງ ຢູ່ໃນ ຄວາມສົງໄສ ຂອງ ທຸກຄົນ ແລະ ຫລາຍຄົນ ກໍຕັ້ງ ຄຳຖາມ ວ່າ: ມັນເປັນຍ້ອນ ສະພາບ ດິນຟ້າ ອາກາດ ຫລື ເປັນຍ້ອນ ຄວາມ ຜິດພາດ ຂອງ ນັກບິນ ຫລື ການສື່ສານ ຣະຫວ່າງ ນັກບິນ ກັບ ເຈົ້າໜ້າທີ່ ຢູ່ສູນ ບັງຄັບ ການບິນ, ຊຶ່ງ ທັງໝົດນັ້ນ ກໍຍັງ ບໍ່ມີການ ຢັ້ງຢືນ ຢ່າງ ຊັດເຈນ.

ຈົນ ມາຮອດ ປັດຈຸບັນ ຣັຖວິສາຫະກິຈ ການບິນ ລາວ ກໍຍັງ ບໍ່ໄດ້ ອອກມາ ຊີ້ແຈງ ເຖິງສາເຫດ ອັນແທ້ຈິງ ຂອງ ອຸບັດຕິເຫດ ໃນຄັ້ງນັ້ນ ເຖິງແມ່ນວ່າ ເຈົ້າໜ້າທີ່ ຈະໄດ້ ເກັບກູ້ ເອົາກັບດຳ ທີ່ບັນທຶກ ຂໍ້ມູນ ຂອງ ເຮືອບິນ ລຳ ດັ່ງກ່າວ ມາແລ້ວ ກໍຕາມ.

ສະມາຊິກ ຄອບຄົວ ຍາດພີ່ນ້ອງ ແລະ ໝູ່ຄູ່ ຂອງຜູ້ ເສັຍຊີວິດ ກໍຍັງ ຕ້ອງການ ໃຫ້ ເຈົ້າໜ້າທີ່ ການບິນ ລາວ ອອກມາ ຊີ້ແຈງ ເຖີງສາເຫດ ອັນແທ້ຈິງ ຂອງ ການເກີດ ອຸບັດຕິເຫດ ໃນຄັ້ງນັ້ນ. ດັ່ງ ຜູ້ເປັນໝູ່ ຂອງ ຜູ້ ເຄາະຮ້າຍ ທີ່ ບໍ່ປະສົງ ອອກຊື່ ໄດ້ເວົ້າ ໃນວັນທີ 18 ມີນາ 2014 ວ່າ:

”ຢາກຮູ້ ເພາະວ່າ ໃຫ້ມັນ ກະຈ່າງແຈ້ງ ຄືກັບ ຄົນອື່ນ ເຂົາ. ຄັນສົມມຸດ ເປັນຄົນໃດ ຄົນໜຶ່ງ ໃນ ຄອບຄົວເຮົາ ເຣື້ອງ ນີ້ເນາະ ມັນເປັນ ເຣື້ອງ ເປີດເຜີຽ ຢູ່ແລ້ວ ເປັນຫຍັງ ຊິບໍ່ໃຫ້ ເຮົາຮູ້. ຄັນເຮົາຮູ້ ມາເອີ້ ລັຖເຮົາ ມີການ ຊົດໃຊ້ ອັນນັ້ນນີ້ ປະກັນໄພ ເຮົາໃຊ້ ອັນນັ້ນ ອັນນີ້ ຍັງໃຄ ກ່ອນ ວ່າ ຈະປິດບັງ ມາວ່າ ບໍ່ມີຫຍັງ ເກີດຂຶ້ນມາ. ຈັກມີຫຍັງ ຊິເກີດຂຶ້ນ ບາງເທື່ອ ມື້ໜ້າມາ ເປັນນຳເຮົາ ເດຊັ້ນ ໃຜຊິຮູ້?”.

ຫລັງຈາກນັ້ນ ບໍ່ມີຂ່າວ ຄວາມຄືບໜ້າ ຂອງການ ຄົ້ນຫາ ສາເຫດ ຂອງ ອຸບັດຕິເຫດ ດັ່ງກ່າວ ຊຶ່ງ ນັກຂ່າວ ວິທຍຸ ເອເຊັຍ ເສຣີ  ກໍໄດ້ ພຍາຍາມ ຕິດຕໍ່ ສອບຖາມ ໄປຍັງ ເຈົ້າໜ້າທີ່ ຣັຖວິສາຫະກິດ ການບິນລາວ ຫລາຍຄັ້ງ ແຕ່ ກໍບໍ່ໄດ້ ຣາຍຣະອຽດ ຢ່າງໃດ ເລີຍ ແລະ ເຫດການ ອຸບັດຕິເຫດ ເຮືອບິນຕົກ ໃນເດືອນ ຕຸລາ ປີ 2013 ທີ່ຜ່ານມາ ກໍເລີ່ມ ມິດມຽບໄປ.

ແຕ່ວ່າ ເມື່ອວັນທີ 12 ເມສາ 2014 ໜັງສືພິມ ວຽງຈັນທາມສ໌ ຂອງລາວ ກໍໄດ້ ນຳສະເໜີ ຂ່າວ ກ່ຽວກັບ ຣັຖວິສາຫະກິຈ ການບິນ ລາວ ຈະຕິດຕັ້ງ ຮະບົດ ການສື່ສານ ຄວບຄຸມ ການ ຈະຣາຈອນ ທາງ ອາກາດ ທີ່ ທັນສະໄໝ.

ໃນການ ປັບປຸງ ຣະບົບ ການສື່ສານ ດັ່ງກ່າວ ຈະມີການ ຕິດຕັ້ງ ເຄື່ອງ ອຸປກອນ ທີ່ ໃຊ້ເຂົ້າໃນ ການຄວບຄຸມ ການບັງຄັບ ການບິນ ມູນຄ່າ 30 ລ້ານ ໂດລາ ສະຫະຣັຖ ຊຶ່ງ ອຸປກອນ ດັ່ງກ່າວ ຈະຖືກ ຕິດຕັ້ງ ໄວ້ໃນ ຫ້ອງການ ພຍາກອນ ອາກາດ ແລະ ຫ້ອງການ ສາຍການບິນ ໃນທົ່ວ ປະເທດ ເພື່ອສົ່ງ ຂໍ້ມູນ ການ ພຍາກອນ ອາກາດ ມາຫາ ຫ້ອງການ ໃຫຍ່ ຢູ່ ນະຄອນຫລວງ ວຽງຈັນ ເພື່ອເປັນການ ສະໜອງ ຂໍ້ມູນ ໃໝ່ໆ ໃຫ້ແກ່ ນັກບິນ ກ່ອນທີ່ ຈະບິນ ອອກຈາກ ເດີ່ນ.

ສະໜາມບິນ ທີ່ຈະມີ ການຕິດຕັ້ງ ເຄື່ອງ ອຸປກອນ ດັ່ງກ່າວ ແມ່ນ ສະໜາມບິນ ຫລວງນ້ຳທາ ຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ, ໄຊຍະບູຣີ ແລະ ສະໜາມບິນ ຊຽງຂວາງ ເພື່ອໃຫ້ ການສື່ສານ ຂອງ ສາຍການບິນ ມີຄວາມ ວ່ອງໄວ ແລະ ຄ່ອງຕົວ.

ຣັຖວິສາຫະກິດ ການບິນລາວ ຕົກເປັນ ຂ່າວ ໃນຕອນນີ້ ກໍຄື ປະເດັນ ທີ່ນຶ່ງ ການຕິດຕັ້ງ ເຄື່ອງ ອຸປກອນ ທີ່ ທັນສະໄໝ ນັ້ນ ໄດ້ເກີດມີ ຄຳຖາມ ຕາມມາ ວ່າ ທີີ່ຜ່ານມາ ຣະບົບ ການຄວບຄຸມ ການສື່ສານ ຣະຫວ່າງ ນັກບິນ ກັບ ຫໍບັງຄັບ ການບິນ ມີບັນຫາ ຫລືບໍ່.

ນອກຈາກນີ້ ໃນວັນທີ 9 ເມສາ 2014 ນີ້ ຣັດວິສາຫະກິດ ການບິນລາວ ໄດ້ຈັດ ພິທີ ສເລີມ ສລອງ ວັນສ້າງຕັ້ງ ຄົບຮອບ 25 ປີ ແລະ ຣັຖວິສາຫະກິດ ສາຍການບິນ ລາວ ຍັງສາມາດ ສ້າງຜົນງານ ຫຼາຍດ້ານ ແລະ ເຮັດໃຫ້ ທຸຣະກິດ ຂຍາຍຕົວ ຢ່າງ ຕໍ່ເນື່ອງ ຊຶ່ງໄດ້ ສະແດງ ໃຫ້ເຫັນ ໃນ ແຕ່ລະດ້ານ ໂດຍສະເພາະ ໃນ ຣາຍຮັບ ມີຈຳນວນ ມາເປັນ 900 ຕື້ກີບ ແຕ່ປີ 2006 ຫາ 2013.

ທີ່ໜ້າ ສົນໃຈ ກໍຄື ການທີ່ມີ ກະແສ ຂ່າວ ແບບນີ້ ອອກມາ ຫລັງຈາກ ທີ່ມີ ເຫດການ ເຮືອບິນຕົກ ມັນເຮັດໃຫ້ ທຸກຄົນ ສົງໄສ ວ່າ ຣັຖວິສາຫະກິດ ການບິນລາວ ຕ້ອງການ ເອົາຂ່າວ ດັ່ງກ່າວ ອອກມາ ເພື່ອໃຫ້ຄົນ ສ່ວນໃຫຍ່ ລືມ ເຫດການ ອຸບັດຕິເຫດ ຍົນຕົກ ທັ້ງໆ ທີ່ ຣັຖວິສາຫະກິດ ການບິນລາວ ຍັງບໍ່ ໄດ້ຕອບ ຂໍ້ຂ້ອງໃຈ ຂອງ ສັງຄົມ ວ່າ ສາເຫດ ຂອງ ອຸບັດຕິເຫດ ຍົນຕົກ ໃນເມືອງ ໂພນທອງ ແຂວງ ຈຳປາສັກ ໃນເດືອນ ຕຸລາ ປີ 2013 ນັ້ນ ມັນຍັງເປັນ ຄວາມ ຮັບຜິດຊອບ ຂອງຕົນ ແລະ ສັງຄົມ ລາວ ກໍຕ້ອງການ ຢາກຮູ້.

ການອອກມາ ຕອບ ຄຳຖາມ ຂອງ ສັງຄົມ ແລະ ຍາດພີ່ນ້ອງ ຜູ້ເສັຍ ຊີວິດ ແລະ ມີການຢຽວຢາ ອົບອຸ່ນ ຈິດໃຈ ຍາດພີ່ນ້ອງ ຂອງຜູ້ ເສັຍຊີວິດ ຢ່າງ ເໝາະສົມ ເປັນ ສິ່ງທີ່ ສັງຄົມລາວ ແລະ ຍາດພີ່ນ້ອງ ຂອງຜູ້ເສັຍ ຊີວິດ ຕ້ອງການ ແລະ ສິ່ງນີ້ເອງ ມັນຈະເປັນ ການສ້າງ ຄວາມເຊື່ອຖື ໃຫ້ກັບ ຣັຖວິສາຫະກິດ ການບິນລາວ.

ການບໍ່ ເປີດເຜີຍ ສາເຫດ ທີ່ແທ້ຈິງ ຂອງ ອຸບັດຕິເຫດ ແຕ່ພັດ ມີການ ປະຊາສຳພັນ ສລຸບ ຜົນງານ ຄົບຮອບ 25 ປີ ຂອງ ຣັຖວິສາຫະກິດ ການບິນລາວ, ຊຶ່ງສິ່ງນີ້ ອາຈເຮັດໃຫ້ ສັງຄົມ ລາວ ເຂົ້າໃຈ ໃນທຳນອງ ທີ່ວ່າ ສ້າງ ກະແສ ຂ່າວ ເພື່ອມາ ກົບເກື່ອນ ສາເຫດ ຂອງ ອຸບັດຕິເຫດ ໃນ ຄັ້ງນັ້ນ.

ແຕ່ເຖີງວ່າ ຜູ້ທີ່ ເສັຍຊີວິດ ຈະບໍ່ໄດ້ ມີໂອກາດ ຮັບຮູ້ ເຖີງສາເຫດ ດັ່ງກ່າວ ວ່າເປັນ ຄວາມຜິດ ຂອງໃຜ, ແຕ່ຍາດ ພີ່ນ້ອງ ຂອງ ຜູ້ເຄາະຮ້າຍ ກໍຄວນ ຈະມີສິດ ທີ່ຈະຮູ້ ຄວາມຈິງ ຂອງສາເຫດ ຍົນຕົກ ໃນຄັ້ງນັ້ນ ບໍ່ແມ່ນບໍ ທ່ານຜູ້ຟັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.