ການຊ່ອຍເຫຼືອລາວຂອງ ສະຫະຣັດ (ຈົບ)


2014.02.06
F-default ການຊ່ອຍເຫຼືອລາວຂອງ ສະຫະຣັດ (ຈົບ)
RFA

 

ໃນມື້ທີ່ຜ່ານມາ ໄດ້ເວົ້າເຖິງ ການຊ່ວຍເຫລືອ ຂອງສະຫະຣັຖ ອະເມຣິກາ ທີ່ມີໃຫ້ ສປປລາວ ດ້ານການສຶກສາ ຊຶ່ງມີມາ ຕັ້ງແຕ່ ປີ 1992 ແລະຍັງຈະ ຊ່ວຽຕື່ມອີກ ເພື່ອເຮັດໃຫ້ ສປປລາວ ບັນລຸ ເປົ້າໝາຍ ການພັທນາ ສະຫັດ ສະວັດ ດ້ານ ການສຶກສາໃນ ປີ 2015 ໂດຍທີ່ໄດ້ ຍົກເອົາ ຫລາຍເຣື່ອງ ພໍສົມຄວນ ມາເປັນ ຕົວຢ່າງ ຮວມທັງ ໂຮງຮຽນ ມັທຍົມໃຫມ່ 2 ຫລັງ ທີ່ທາງ ສະຖານທູດ ສະຫະຣັຖ ມອບໃຫ້ ແຂວງ ສາລະວັນ ແລະ ແຂວງເຊກອງ ອັນເຮັດໃຫ້ ນາຍຄຣູ ແລະ ນັກຮຽນ ພາກັນ ດີອົກ ດີໃຈ ເປັນຢ່າງຍິ່ງ.

ເວົ້າເຖິງການ ພັທນາ ການສຶກສາ ຢູ່ ສປປລາວ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຄະນະ ບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດ ລາວ ເວົ້າຢູ່ ໃນ ກອງປະຊຸມ ໃຫຍ່ ຄັ້ງທີ 9 ຂອງພັກ ທີ່ຜ່ານມາວ່າ ເມື່ອຮອດປີ 2015 ໃຫ້ສໍາເຣັດ ການສຶກສາ ຊັ້ນປະຖົມ ພາກ ບັງຄັບ: "ສໍາເຣັດ ການສຶກສາ ຊັ້ນປະຖົມ ພາກບັງຄັບ ແລະ ພົລເມືອງ ສ່ວນໃຫຍ່ ມີຣະດັບ ການສຶກສາ ຈົບມັທຍົມ ຕອນຕົ້ນ".

ໃນມື້ນີ້ ຈະເວົ້າເຖິງ ການຊ່ວຍເຫລືອ ທາງດ້ານ ການສຶກສາຕໍ່ ແລະ ດ້ານອື່ນໆ ຮວມທັງດ້ານ ສິ່ງແວດລ້ອມ ທີ່ສະຫະຣັຖ ອະເມຣິກາ ມີຕໍ່ ສປປລາວ. ສະຫະຣັຖ ຊ່ວຍເຫລືອ ດ້ານ ການສຶກສາ ຮວມທັງ ຊ່ວຍສ້າງ ໂຮງຮຽນ ຫັລງ ໃໝ່ ທີ່ສ້າງ ຄວາມສະດວກ ໃນການຮຽນ ການສອນ ຊຶ່ງ ເປັນໜ້າ ຊື່ນຊົມ. ດັ່ງ ເຈົ້າໜ້າທີ່ ສຶກສາ ລາວ ທ່ານນຶ່ງ ເວົ້າເຖິງ ຄວາມຮູ້ສຶກ ຂອງ ນາຍຄຣູ ແລະ ນັກຮຽນ ແບບ ສັງລວມ ວ່າ: "ເຂົາກະດີໃຈ ຫັ້ນແຫລະ ເພາະໄດ້ໂຮງຮຽນ ໃໝ່ ໂຮງຮຽນ ງາມ".

ນອກຈາກນັ້ນ ກໍຍັງມີໂຄງການຕ່າງໆ ດັ່ງທີ່ໄດ້ເວົ້າເມື່ອ ວັນທີ 5 ກຸມພາ, ມີໂຄງການ ແລກປ່ຽນ ນັກສຶກສາ ຊຶ່ງໄດ້ ຕັ້ງຂຶ້ນມາ ແຕ່ປີ 1992 ແລະ ໃນປັດຈຸບັນ ສະຖານທູດ ສະຫະຣັຖ ກໍສເນີ ໃຫ້ທຶນ ການສຶກສາ ນັກຮຽນ ຊັ້ນມັທຍົມ, ຂັ້ນ ວິທຍາລັຍ, ມະຫາວິທຍາລັຍ ແລະ ຣະດັບ ບັນດິດສຶກສາ ນໍາດ້ວຍ. ໃນແຕ່ລະປີ ນັກສຶກສາ ລາວ ທັງໝົດ ປະມານ 30 ຄົນ ໄດ້ຮັບທຶນ ການສຶກສາ ນັ້ນ. ພ້ອມກັນນັ້ນ ຣັຖບານ ສະຫະຣັຖ ກໍຊ່ວຍ ຂແນງ ສຶກສາ ຂອງລາວ ໃນ ຮູບແບບ ຂອງໂຄງການ ອາຫານ ໂຮງຮຽນ ໂດຍທີ່ ໂຄງການ ອາຫານໂລກ ເປັນຜູ້ ດໍາເນີນການ.

ໂຄງການດັ່ງກ່າວ ຊ່ວຍເຮັດໃຫ້ ເດັກນ້ອຍນັກຮຽນ ຢູ່ໃນໂຮງຮຽນ ໂດຍການ ໃຫ້ອາຫານເບົາ ທີ່ມີຄຸນຄ່າ ທາງໂພຊນາການ ໃນແຕ່ລະວັນ ເພື່ອເຮັດໃຫ້ ພວກເຂົາເຈົ້າ ມີຄວາມ ກ້າວໜ້າ ໃນການ ຮໍ່າຮຽນຕໍ່ໄປ. ໃນປີ 2012 ເດັກນ້ອຍ ນັກຮຽນໃນ 6 ແຂວງຂອງລາວ ຫລາຍກວ່າ 150,000 ຄົນ ໄດ້ຮັບ ຜົລປະໂຫຍດ ຈາກ ໂຄງການນີ້.

ບໍ່ພຽງເທົ່ານັ້ນ ຣັຖບານ ສະຫະຣັຖ ຍັງຊ່ວຍ ຂແນງສຶກສາ ໂດຍສ້າງໂຮງ ຮຽນ ແລະ ໂຄງພື້ນຖານ ການສຶກສາ ອື່ນໆ ຢູ່ບັນດາ ແຂວງດັ່ງກ່າວ ທີ່ມີການ ຊອກຄົ້ນຫາ ສິ່ງເສດເຫລືອ ຂອງ ທະຫານ ອະເມຣິກາ ທີ່ຫາຍສາບສູນ ໃນ ປາງສົງ ຄາມ (MIA) ຢ່າງຕໍ່ເນື່ອງ ແລະ ໂຄງການ ການສຶກສາ ສໍາລັບພວກ ເດັກນ້ອຍ ໃນເຂດ ທີ່ໄດ້ຮັບ ຜົລກະທົບ ຈາກ ຣະເບີດ ຝັງດິນ ທີ່ບໍ່ທັນ ແຕກ (UXO) ນໍາດ້ວຽ.

ແລະເມື່ອມໍ່ໆ ຜ່ານມານີ້ ສະຖານທູດ ສະຫະຣັຖ ທີ່ ນະຄອນຫລວງ ວຽງຈັນ ກໍໄດ້ປຶກສາຫາລື ເຣື່ອງ ການຊ່ວຍເຫລືອ ດ້ານສິ່ງແວດລ້ອມ ກັບທາງການລາວ. ຕາມຂ່າວ ໃນເວັບໄຊຕ໌ ຂອງ ສະຖານທູດ ວັນທີ 28 ມົກກະຣາ 2014 ຊຶ່ງເປັນ ຄັ້ງທໍາອິດ ນັບແຕ່ ທ່ານ  Daniel A Clune ທູດ ສະຫະຣັຖ ຄົນໃໝ່ ໄດ້ໄປ ປະຈໍາການ ຢູ່ ສປປລາວ. ທ່ານໄດ້ ພົບປະ ກັບ ທ່ານ ໜູລິນ ສິນບັນດິດ ຣັຖມົນຕຣີ ກະຊວງ ຊັພຍາກອນ ທັມະຊາດ ແລະ ສິ່ງແວດລ້ອມ ຂອງ ລາວ. ໃນນັ້ນ ທ່ານ Daniel A Clune ໄດ້ເວົ້າເຖິງ ລາຍການ ການ ຊ່ວຍເຫລືອ ດ້ານ ສິ່ງແວດລ້ອມ ຫລາຍຢ່າງ ທີ່ສະຫະຣັຖ ຈະຊ່ວຍລາວ.

ປັດຈຸບັນ ສະຫະຣັຖ ມີ 13 ໂຄງການ ກ່ຽວກັບ ສິ່ງແວດລ້ອມ ທີ່ຈະຊ່ວຍ ລາວ ໃນມູນຄ່າ 5 ລ້ານ 3 ແສນໂດລາ. ພ້ອມກັນນັ້ນ ທ່ານຍັງ ບອກໃຫ້ຝ່າຍ ລາວ ຮູ້ວ່າ ສະຫະຣັຖ ມີຈຸດປະສົງ ສືບຕໍ່ ເຮັດວຽກ ຮ່ວມກັບ ທາງການລາວ ໃນບັນຫາສິ່ງ ແວດລ້ອມ ທີ່ສໍາຄັນໆ ເຊັ່ນ: ການປ່ຽນແປງ ຂອງ ດິນຟ້າ ອາກາດ ແລະ ທັງເວົ້າເຖິງ ການຮ່ວມມື ຫລາຍຝ່າຍ ກ່ຽວກັບ ຊັພຍາກອນ ແມ່ນໍ້າຂອງ ທີ່ຫຼາຍ ປະເທດ ມີຜົນປະໂຫຍດ ຮ່ວມກັນ ແລະ ທັງໄດ້ ແນະນໍາໃຫ້ ສປປລາວ ໃຊ້ ວິທຍາສາຕ ແລະ ເທັກໂນໂລຈີ ທີ່ ທັນສະໄໝ ທີ່ສຸດທີ່ມີຢູ່ ໃນການຮ່ວມມື ກັບປະເທດ ເພື່ອນບ້ານ.

ຂະນະນີ້ ສະຖານທູດ ສະຫະຣັຖ ອະເມຣິກາ ປະຈໍາລາວ ກັບ ກະຊວງ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ຂອງລາວ ເຮັດວຽກ ຮ່ວມກັນ ພາຍໃຕ້ ຂໍ້ຕົກລົງ ໃນບັນທຶກ ຄວາມເຂົ້າໃຈ ຫລື MOU ຊຶ່ງຈະກວມ ເອົາໂຄງການ ຊ່ວຍເຫຼືອ ທຸກໂຄງການ ຂອງ ອົງການ ຊ່ວຍເຫລືອ ລະຫ່ວາງ ປະເທດ ຂອງ ສະຫະຣັຖ ຫລື USAID.

ກອງປະຊຸມ ປຶກສາຫາລື ຮອບດ້ານ ຄັ້ງທີ 5 ຣະຫວ່າງ ອະເມຣິກາ-ລາວ ຊຶ່ງເປັນ ກອງປະຊຸມ ປະຈໍາປີ ທີ່ໄດ້ໄຂ ຂຶ້ນຢູ່ ກະຊວງການ ຕ່າງປະເທສ ທີ່ ນະຄອນຫລວງ ວຽງຈັນ ໃນວັນທີ 3 ກຸມພາ 2014 ທັງ 2 ຝ່າຍ ກໍໄດ້ ສລຸບ ຕີຣາຄາ ຄືນ ການພົວພັນ ຮ່ວມມື ສະຫະຣັຖ -ລາວ ໃນດ້ານຕ່າງໆ ແລະ ໄດ້ປຶກສາ ຫາລືກັນ ໃນວຽກງານ ການ ຊອກຄົ້ນຫາ ສິ່ງເສດເຫລືອ ຂອງ ທະຫານ ອະເມຣິກາ ທີ່ ຫາຍສາບສູນ ໃນ ປາງສົງຄາມ, ການຂຸດຄົ້ນ ຣະເບີດຝັງດິນ ທີ່ບໍ່ທັນ ແຕກ, ການ ຮ່ວມມື ດ້ານ ສາທາຣະນະສຸກ, ດ້ານ ສິ່ງແວດລ້ອມ, ການສົ່ງເສີມ ການພົວພັນ ທາງດ້ານ ການຄ້າ ແລະ ການລົງທຶນ ຣະຫວ່າງ 2 ປະເທສ ອາເມຣິກາ- ລາວ ພາຍຫລັງ ທີ່ ສປປລາວ ເຂົ້າເປັນ ສະມາຊິກ ອົງການ ການຄ້າ ໂລກ ໃນຕົ້ນປີ 2013 ຕລອດເຖິງ ທິດທາງ ການຮ່ວມມື ກັນ ໃນອະນາຄົດ ຊຶ່ງ ທີ່ຜ່ານມາ ເຫັນວ່າ ມີບັນຍາກາດ ອັນດີ ແລະ ມີບາດກ້າວ ໃໝ່.

ສະຫະຣັຖ ອະເມຣິກາ ຢືນຢັນວ່າ ຈະສນັບສນູນ ແລະ ໃຫ້ການຮ່ວມມື ອັນດີກັບ ສປປລາວ ຕໍ່ໄປ ແລະ ຈະປະກອບສ່ວນ ທີ່ເໝາະສົມ ເຂົ້າໃນ ໂຄງການຕ່າງໆ ທີ່ສະຫະຣັຖ ມີ ສ່ວນຮ່ວມ ກັບປະເທສ ໃນກຸ່ມ ອາຊຽນ ກໍຄືກັບ ປະເທສ ໃນພາກພື້ນ ເອເຊັຍ-ປາຊີຟິກ.

ຕາມຄໍາຖແລງຂອງ ສະຖານທູດ ສະຫະຣັຖ ທີ່ນະຄອນຫລວງວຽງຈັນ ໃນຣະຫວ່າງ ກອງປະຊຸມ ນັ້ນ ຄະນະ ຜູ້ແທນ ສະຫະຣັຖ ໄດ້ປະກາດ ແຜນການ ທີ່ຈະໃຫ້ເງິນ 1 ລ້ານ 5 ແສນໂດລາ ສນັບສນູນ ຫ້ອງການ ສະຫະປະຊາຊາດ ຕ້ານ ຢາເສບຕິດ ແລະ ອາສຍາກັມ ເພື່ອ ໂຄງການ ພັທນາ ຕ້ານການ ປູກຝິ່ນ ຢູ່ ແຂວງຫົວພັນ.

ສິ່ງທັງໝົດ ດັ່ງກ່າວ ເປັນພາກສ່ວນນຶ່ງ ຂອງການຊ່ວຍເຫຼືອ ຂອງສະຫະຣັຖອະເມຣິກາ ແກ່ ສປປລາວ ໃນການພັທນາ ໃຫ້ຫລຸດພົ້ນ ຈາກການເປັນ ປະເທສ ດ້ອຍພັທນາ ໃນປີ 2020 ຂະນະທີ່ ນັກວິຈັຍ ບັນຫາລາວ ຊີ້ບອກວ່າ ຈະບັນລຸ ໄດ້ຕາມເປົ້າໝາຍ ຫລືບໍ່ນັ້ນ ແມ່ນຂຶ້ນ ຢູ່ກັບ ການຕັດສິນໃຈ ເດັດຂາດ ຂອງ ຜູ້ນໍາລາວ ໃນການ ປະຕິບັດ ມະຕິ 9 ຂອງພັກ ແລະ ຈະປະຕິບັດ ມະຕິ 10 ຂອງ ພັກ ທີ່ ຈະມີຂຶ້ນ ໃນອີກ 2 ປີ ຂ້າງໜ້ານີ້ ຢ່າງແທ້ຈິງ ຊໍ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.