ຣາຍງານສິດທິມະນຸສໃນລາວ 2013

ສົມເນ
2014.03.04
f-john ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ John F. Kerry
US States department

 

ທ່ານ John Kerry ຮັຖມົນຕຣີ ຕ່າງ ປະເທດ ສະຫະຣັຖ ຖແລງ ໃນຣາຍງານ ການ ປະຕິບັດ ສິດທິ ມະນຸດ ປີ 2013 ໃນທົ່ວໂລກ ໃນ ວັນທີ 27 ກຸມພາ ຜ່ານມາ ວ່າ: ປີນີ້ ຄົບຮອບ ຂີດໝາຍ 65 ປີ ຂອງການ ປະກາດ ສິດທິມະນຸດ ສາກົນ.

ທ່ານວ່າ ຣາຍງານ ຂອງ ກະຊວງ ການຕ່າງ ປະເທດ ສະຫະຣັຖ ອະເມຣິກາ ກ່ຽວກັບ ການ ປະຕິບັດ ສິດທິມະນຸດ ໃນແຕ່ລະ ປະເທດ ນັ້ນ ໄດ້ເນັ້ນ ໜັກໃສ່ ການ ສືບຕໍ່ ສແວງຫາ ສິດທິ ເສຣີພາບ ແລະ ຄວາມສເມີພາບ ແບບມີ ສັກສີ ຂອງ ສິດທິມະນຸດ.

ສໍາລັບ ຣາຍງານ ກ່ຽວກັບ ການ ປະຕິບັດ ສິດທິມະນຸດ ໃນລາວ ນີ້ ມີທັງໝົດ 26 ໜ້າເຈັ້ຽ ຣະບຸ ໂດຍຫຍໍ້ວ່າ: ສປປ ລາວ ຍັງເປັນ ປະເທດ ຜະເດັດການ ປົກຄອງ ໂດຍ ພັກດຽວ ພັກ ປະຊາຊົນ ປະຕິວັດ ລາວ ທີ່ ຣັຖທັມມະນູນ ຮັບຮູ້. ການເລືອກຕັ້ງ ເມື່ອປີ 2011 ຖືວ່າ ບໍ່ເສຣີ ແລະ ບໍ່ເປັນທັມ. ອໍານາດ ການປົກຄອງ ຄວບຄຸມ ກໍາລັງ ຮັກສາ ຄວມປອດພັຍ ຢ່າງມີ ປະສິດທິພາບ, ເຈົ້າໜ້າທີ່ ຮັກສາ ຄວາມປອດພັຍ ບາງຄົນ ໃຊ້ອໍານາດ ເກີນຂອບ ທາງ ສິດທິມະນຸດ.

ບັນຫາ ສິດທິມະນຸດ ໂຕທີ່ ສໍາຄັນ ທີ່ສຸດ ຍັງມີ ບັນຫາ ຢູ່ຕໍ່ໄປ. ຣັຖບານ ປະຕິເສດ ບໍ່ໃຫ້ ປະຊາຊົນ ມີສິດ ໃນການປ່ຽນ ຣັຖບານ, ສະພາບ ຄຸກຄຸມຂັງ ໃນບາງ ແຫ່ງ ຍັງໂຫດຫ້ຽມ ຢູ່, ແລະ ການສໍ້ຣາສ ບັງຫລວງ ໃນວົງການ ຕໍາຣວດ ແລະສານ ເຮັດໃຫ້ ຂາດຂັ້ນຕອນ ການ ດໍາເນີນ ການ ກະທໍາຜິດ ແລະ ການຈັບກຸມ ຫລືກັກໂຕ ບຸກຄົນ ແບບຕາມ ອໍາເພີໃຈ. ບັນຫາ ສິດທິມະນຸດ ອື່ນໆ ກໍມີການ ໃຊ້ຄວາມ ຮຸນແຮງ ຕໍ່ນັກໂທດ ໂດຍ ເຈົ້າໜ້າທີ່ ຕໍາຣວດ ແລະ ເຈົ້າໜ້າທີ່ ຮັກສາ ຄວາມປອດພັຍ ບາງຈໍາພວກ.

ຣັຖບານ ຣະເມີດ ສິດເສຣີພາບ ການປາກເວົ້າ ການຂ່າວ ການໂຮມ ຊຸມນຸມ ການ ສະມາຄົມ ຕລອດຮອດ ສິດທິ ສ່ວນບຸກຄົນ. ຣັຖບານ ຈໍາກັດ ສິດທິເສຣີພາບ ດ້ານ ວິຊາການ ຈໍາກັດ ເສຣີພາບ ດ້ານສາສນາ ໃນທ້ອງຖິ່ນ ບັນຫາ ການ ຄ້າມະນຸດ ການຈໍາແນກ ໃນສັງຄົມ ດ້ານເພດວັຍ ແລະ ຕໍ່ຜູ້ຕິດ ເຊື້ອໂຣຄ HIV ແລະ ເປັນ AIDS.

ຣັຖບານ ບໍ່ເອົາ ມາຕການ ດໍາເນີນຄະດີ ແລະ ລົງໂທດ ພະນັກງານ ຣັຖ ເຈົ້າໜ້າທີ່ ຕໍາຣວດ ແລະ ເຈົ້າໜ້າທີ່ ຮັກສາ ຄວາມປອດພັຍ ທີ່ ກະທໍາ ຄວາມຜິດ ໃນການ ໃຊ້ອໍານາດ ເກີນ ຂອບເຂດ.

ກ່ຽວກັບ ການເຄົາຣົບ ຄວາມ ບູຣະນະພາບ ຂອງບຸກຄົນ ແລະ ການຂັດຂວາງ ຕໍ່ຊີວິດ ມີ ຣາຍງານວ່າ ຣັຖບານ ຫລື ເຈົ້າໜ້າທີ່ ຂອງຣັຖ ທໍາການ ເຂັ່ນຂ້າ ບຸກຄົນ ແບບຕາມ ອໍາເພີໃຈ ຮ່ວມທັງ ຜູ້ຕໍ່ຕ້ານ.

ກ່ຽວກັບ ການບັງຄັບ ໃຫ້ຫາຍສາບສູນ ນັ້ນ ຣາຍງານວ່າ: ຕົກມາຮອດ ທ້າຍປີ 2013 ນີ້ ບໍ່ມີການ ແຈ້ງ ຄວາມຄືບໜ້າ ກໍຣະນີ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ທີ່ເປັນທີ່ ເຄົາຣົບ ນັບຖື ທີ່ຖືກ ລັກພາ ໂຕໄປ ເມື່ອກາງເດືອນ ທັນວາ ປີ 2012 ໂດຍກຸ່ມຄົນ ໃນເຄື່ອງແບບ ຫລັງຈາກ ເປັນທີ່ ປາກົດວ່າ ວາງແຜນ ລ່ວງໜ້າ ຢຸດຣົດ ຂອງທ່ານ ໂດຍຕໍາຣວດ ຈະຣາຈອນ ນະຄອນຫລວງ ວຽງຈັນ.

ຣັຖບານລາວ ປະຕິເສດ ບໍ່ຮູ້ ບໍ່ເຫັນ ກ່ຽວກັບ ໂຊກຊາຕາກັມ ຂອງ ທ່ານ ສົມບັດ ສົມພອນ ແລະ ບໍ່ຮູ້ວ່າ ທ່ານ ຢູ່ບ່ອນໃດ ແລະ ການສືບສວນ ກ່ຽວກັບ ການ ຫາຍ ສາບສູນ ຂອງທ່ານ ສົມບັດ ບໍ່ມີການ ສລຸບວ່າ ຈົບລົງ ຫລືແນວໃດ ແລະ ທັງບໍ່ໂປ່ງໄສ.

ກ່ຽວກັບ ການທາຣຸນ ແລະ ການກະທໍາ ທີ່ໂຫດຮ້າຍ ອື່ນໆ ແບບບໍ່ແມ່ນ ມະນຸດ ຫລືການ ປະຕິບັດ ແບບຕໍ່າຊ້າ ເຖິງແມ່ນວ່າ ກົດໝາຍ ຫ້າມ ແຕ່ຕໍາຣວດ ແລະ ເຈົ້າໜ້າທີ່ ຮັກສາ ຄວາມສງົບ ບາງຄັ້ງ ຣະເມີດ ຕໍ່ນັກໂທດ. ເຈົ້າໜ້າທີ່ ຈັບຄົນ ກັກໂຕໄວ້ ແລ້ວທຸບຕີ ຫລືກັກຂັງ ຄຸກມືດໄວ້ ແລະບາງຄັ້ງ ໃສ່ກັບຂາ ໄວ້ ເປັນເວລາ ຍາວນານ. ການ ປະຕິບັດ ແບບຕໍ່າຊ້າ ນັ້ນ ມີການໂສ້ ໃສ່ຄົນໂທດ ໃສ່ ກະແຈມື ເອົາຂັງໄວ້ ຢູ່ໃນ ຫ້ອງນ້ອຍໆ ຊຶ່ງເປັນ ມາຕຖານ ຂອງຄຸກໃຫ່ຽ, ສ່ວນຄຸກ ຢູ່ໃນຕ່າງ ແຂວງ ຫລືເມືອງ ນັກໂທດ ຖືກໃສ່ ກັບມືໄວ້ ຫລື ໃສ່ໂສ້ ຂາລ່າມໄວ້.

ກ່ຽວກັບ ສະພາບ ໃນສູນກັກຂັງ ແລະຄຸກນັ້ນ ຣາຍງານວ່າ ມີສະພາບ ແຕກຕ່າງ ກັນໄປ ຢ່າງກ້ວາງຂວາງ ຄຸກບາງແຫ່ງ ຍັງມີການ ປະຕບັດ ຕໍນັກໂທດ ແບບຮຸນແຮງ ຢູ່. ຄຸກຂັງ ນັກໂທດ ຕ່າງປະເທດ ນັ້ນ ແຍກກັນ ຕ່າງຫາກ. ຄຸກຊໍາເຄ້ ຢູ່ ນະຄອນຫລວງ ວຽງຈັນ ຊຶ່ງເປັນ ຄຸກໃຫ່ຍ ໃນປະເທດ ຢູ່ໃນພື້ນທີ່ ປະມານ 5 ເຮັກຕາ ບັນຈຸ ນັກໂທດ ຊາຍ ໄດ້ປະມານ 550 ຄົນ ແລະ ນັກໂທດຍິງ 150 ຄົນ ແຍກກັນ ຕ່າງຫາກ. ຄຸກນີ້ ເກົ່າແກ່ ຫລາຍເພາະວ່າ ສ້າງຂຶ້ນ ຕັ້ງແຕ່ປີ 1966 ສໍາລັບ ຮອງຮັບ ນັກໂທດ ໄດ້ 700 ຄົນ ເທົ່ານັ້ນ.

ຫ້ອງນອນ ນັກໂທດ ຄັບແຄບ ແລະ ແອອັດ ຫລາຍ. ມີນໍ້າສະອາດ ໃຫ້ນັກໂທດ ອາບແລະກິນ,  ອັດຕຣາ ອາຫານ ແມ່ນມີນ້ອຍ, ນັກໂທດ ຖືກ ອະນຸຍາດ ໃຫ້ປູກຜັກ ກິນເອງ. ຄຸກບາງແຫ່ງ ມີຮ້ານນ້ອຍໆ ຂາຍເຄື່ອງໃຊ້ ຈໍາເປັນ ສໍາລັບ ນັກໂທດ. ຄຸກບາງແຫ່ງ ນອກຈາກ ຄຸກຊໍາເຄ້ ແລ້ວ ນັກໂທດ ຕ້ອງຈ່າຍເງິນ ສໍາລັບ ຄ່າອາຫານ ຄືນໃຫ້ ການ ປົກຄອງຄຸກ ໃນເວລາ ຖືກປ່ອຍ. ຄຸກ ໂດຍທົ່ວໄປ ແລ້ວ ມີ ຫ້ອງການແພດ ແລະ ພຍາບານ ໃຫ້ ແຕ່ວ່າ ທຸກຍາກ ຂາດເຂີນແດ່, ຄົນໂທດ ໄດ້ຮັບການ ປິ່ນປົວ ແລະ ຢຸກຢາ ພຽງແຕ່ ຣະດັບ ປະຖົມະຖານ ເທົ່ານັ້ນ. ໂຕຢ່າງ ຄຸກຊໍາເຄ້ ມີຫ້ອງກວດ ປະກອບດ້ວຍ 7 ຕຽງນອນ ສໍາລັບ ນັກໂທດ 700 ຄົນ. ນັກໂທດ ທຸກຄົນ ໃນເວລາ ເຂົ້າຄຸກ ທໍາອິດ ໄດ້ຮັບການ ສີດຢາ ປ້ອງກັນ ພຍາດ, ຖ້າວ່າ ເຈັບໂຊ ຕ້ອງໄດ້ຈ່າຍ ຄ່າຢາເອງ.

ກ່ຽວກັບ ການປົກຄອງ ຄຸກນັ້ນ ບໍ່ມີ ຣາຍຣະອຽດ ວ່າ ການຮັກສາ ບັນຊີ ນັກໂທດ ເຂົາອອກ ໄດ້ດີ ຂນາດໃດ. ບາງ ກໍຣະນີ ທາງການ ອະນຸມັດ ໃຫ້ປ່ອຍ ນັກໂທດ ທີ່ ບໍ່ມີ ຄວາມຜິດ ຮ້າຍແຮງ ອອກໂດຍ ບໍ່ຜ່ານທາງ ເຈັ້ຽສໍ ທາງການ. ຢູ່ໃນຄຸກ ບໍ່ມີຄົນ ແລ່ນວຽກ ຕາງໜ້າ ໃຫ້ນັກໂທດ, ຍາຕພີ່ນ້ອງ ຂອງ ນັກໂທດ ໂດຍທົ່ວໄປ ແລ້ວ ສາມາດ ຢ້ຽມຢາມ ນັກໂທດໄດ້ ເດືອນນຶ່ງ ເທື່ອນຶ່ງ, ນັກໂທດ ສາມາດ ປະກອບ ພິທີ ທາງ ສາສນາ, ແຕ່ການ ປົກຄອງຄຸກ ບໍ່ມີຫ້ອງ ພິເສດ ໄວ້ໃຫ້.

ກະຊວງ ຮັກສາ ຄວາມປອດພັຍ ຕິດຕາມເບິ່ງ ສະພາບ ນັກໂທດ ແລະ ຜູ້ຖືກ ກັກຂັງ. ທາງກະຊວງ ອະນຸຍາດ ໃຫ້ນັກໂທດ ປະກອບ ຄໍາຮ້ອງທຸກ ໄປຍັງ ອໍານາດ ການ ປົກຄອງສານ ໂດຍ ບໍ່ມີການ ກວດກາ ແລະ ຂໍໃຫ້ ສືບສວນ ສະພາບ ຄວາມບໍ່ເປັນ ມະນຸດ ຂອງຄຸກ.

ຣັຖບານ ບໍ່ອະນຸຍາດ ໃຫ້ມີການ ຕິດຕາມ ສະພາບ ຄວາມເປັນຢູ່ ໃນຄຸກ ແບບອິດສຣະ, ບາງຄັ້ງ ທາງການ ອະນຸຍາດ ໃຫ້ ນັກການທູດ ເຂົ້າໄປ ຢາມນັກໂທດ ແຕ່ວ່າ ກໍຣະນີ ຈັ່ງຊີ້ ມີຄວາມ ຈໍາກັດ ຫລາຍ.

ກ່ຽວກັບ ການຈັບກຸມ ຫລືກັກຂັງ ແບບຕາມ ລໍາພັງໃຈ ນັ້ນ, ກົດໝາຍ ຫ້າມຈັບ ຫລືກັກຂັງ, ແຕ່ວ່າ ເຈົ້າໜ້າທີ່ ບາງຄົນ ບໍ່ເຄົາຣົບ ກົດໝາຍນີ້ ແລະ ຍັງສືບ ຕໍ່ຈັບ ຫລື ກັກຂັງຄົນ ແບບ ຕາມໃຈມັກ. ເມື່ອປີ 2012 ຣັຖບານ ກວາດເອົາ ເດັກນ້ອຍ ແລະ ຄົນຂໍທານ ກາງຖນົນ ໃນ ນະຄອນຫລວງ ວຽງຈັນ ໄປໄວ້ ນອກເມືອງ ໃນເວລາ ນະຄອນຫລວງ ຕຣຽມເປັນ ເຈົ້າພາບ ຈັດ ກອງປະຊຸມ ນານາຊາຕ.

ບາງຈໍານວນ ຖືກສົ່ງ ກັບຄືນ ບ້ານເດີມ ແລະ ບາງຈໍານວນ ຖືກສົ່ງ ໄປໄວ້ຢູ່ ສະຖານທີ່ ພັກອາໄສ ຊົ່ວຄາວ ນອກ ນະຄອນຫລວງ. ພາຍໃນ ທ້າຍປີ 2012 ຍັງເຫລືອ ເດັກນ້ອຍ ແລະ ຜູ້ໃຫ່ຽ ຢູ່ໃນ ສະຖານທີ່ ຢູ່ອາໄສ ຊົ່ວຄາວ ຂອງຣັຖ ປະມານ 54 ຄົນ.

ກ່ຽວກັບ ບົດບາດ ພາລະ ໜ້າທີ່ ຂອງ ເຈົ້າໜ້າທີ່ ຕໍາຣວດ ແລະ ກົນໄກ ການຮັກສາ ຄວາມປອດໄພ ນັ້ນ ກະຊວງ ຮັກສາ ຄວາມສງົບ ພາຍໃນ ເປັນຜູ້ຮັບ ຜິດຊອບ
ຮ່ວມກັບ ກະຊວງ ປ້ອງກັນ ປະເທດ. ການບໍ່ ລົງໂທດ ເຈົ້າໜ້າທີ່ ຕໍາຣວດ ສໍ້ຣາສ ບັງຫລວງ ຜູ້ກະທໍາ ຄວາມຜິດ ຍັງເປັນ ບັນຫາ ຢູ່ຕໍ່ໄປ, ກົມກວດກາ ກະຊວງ ຮັກສາ ຄວາມປອດໄພ ມີກ່ອງໄວ້ ໃຫ້ ປະຊາຊົນ ແຈ້ງການ ຮ້ອງທຸກ ຂອງຕົນ ໃນທົ່ວປະເທດ, ແຕ່ບໍ່ມີ ສະຖິຕິ ວ່າການ ປະຕິບັດນີ້ ເປັນແນວໃດ.

ກ່ຽວກັບ ການດໍາເນີນ ຄະດີ, ຣາຍງານວ່າ ການດໍາເນີນ ຄະດີ ຜູ້ຕ້ອງ ສົງໄສ ບໍ່ມີ ຄວາມເປັນທັມ. ກົດໝາຍ ອະນຸມັດ ໃຫ້ມີການ ຕັດສີນ ທີ່ເປັນ ອິສຣະ, ແຕ່ໃນທາງ ປະຕບັດນັ້ນ ການບໍ່ ລົງໂທດ ແລະການ ສໍ້ຣາສ ບັງຫລວງ ຂອງ ເຈົ້າໜ້າທີ່ ຣັຖ ຍັງສືບຕໍ່ ເປັນບັນຫາ ໃຫ່ຽ. ຣາຍງານວ່າ ຈ່າສານ ບາງຄົນ ອາດຮັບ ເອົາເງິນ ສິນບົນ ເຖິງແມ່ນວ່າ ບໍ່ມີ ກໍຣະນີ ຣາຍງານວ່າ ພັກແລະຣັຖ ມີອໍານາດ ແຊກແຊງ ຕໍ່ການ ປະຕິບັດງານ ຂອງສານ ກໍດີ.

ນີ້ເປັນ ສ່ວນນ້ອຍໆ ຂອງຣາຍງານ 26 ໜ້າເຈັ້ຽ ຂອງ ກະຊວງ ການຕ່າງ ປະເທດ ສະຫະຣັຖ ອະເມຣິກາ ກ່ຽວກັບ ການ ປະຕບັດ ສິດທິມະນຸດ ໃນລາວ ປີ 2013.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.