ລາວໄທແລກປ່ຽນປະສົພການ ດ້ານ ກົດໝາຍ
2014.03.06

ເຈົ້າໜ້າທີ່ ສານ ຍຸຕິທັມ ຂອງ ລາວແລະໄທ ໄດ້ ປະຊຸມ ປຶກສາ ຫາລືກັນ ເມື່ອວັນທີ່ 4 ເດືອນ ມິນາ ທີ່ ນະຄອນຫລວງ ວຽງຈັນ. ຫົວຂໍ້ ໃນການ ຫາລືກັນ ກໍແມ່ນ ການ ປະຕິບັດ ຕາມ ຄຳຕັດສິນ ຂອງສານ.
ສປປລາວ ມີຣະບົບ ສານ ຍຸຕິທັມ ມີກົດໝາຍ ມີຜູ້ ພິພາກສາ ອັຍການ ແລະ ເຈົ້າໜ້າທີ່ ຕຳຣວດ; ແຕ່ ການຕັດສິນ ຂອງສານ ບໍ່ສັກສິດ ບໍ່ໄດ້ຮັບ ການ ປະຕິບັດ; ຕົວຢ່າງ ຖ້າສານ ຕັດສິນວ່າ ນາຍ ກໍ ຕ້ອງຈ່າຍຄ່າ ເສັຍຫາຍ ເປັນເງິນ ນຶ່ງຮ້ອຍລ້ານ ກີບ ໃຫ້ແກ່ ນາຍ ຂໍ; ໃນພາກ ປະຕິບັດ ຕົວຈິງ ນາຍ ກໍ ບໍ່ຍອມ ຈ່າຍເງິນ ຈຳນວນນັ້ນ ໃຫ້ແກ່ ນາຍ ຂໍ ເລີຍ ແລະ ເຮັດແນວໃດ ກໍບໍ່ຍອມ ຈ່າຍ.
ແຕ່ກ່ອນ ຄຳຕັດສິນ ຂອງ ສານໃນລາວ ແຮ່ງ ບໍ່ສັກສິດ ເພາະສານ ປະຊາຊົນ ທ້ອງຖິ່ນ ເຊັ່ນສານ ແຂວງ ແລະ ສານເມືອງ ເປັນຜູ້ ປະຕິບັດ. ເຮົາກໍຮູ້ ດີວ່າ ເຈົ້າໜ້າທີ່ ສານ ຍຸຕິທັມ ຂອງລາວ ຫລາຍຄົນ ໂດຍສະເພາະ ຢູ່ທ້ອງຖິ່ນ ມັກສໍ້ຣາສ ບັງຫລວງ ແລະ ຫລິ້ນພັກ ຫລິ້ນພວກ; ເມື່ອໄດ້ ຮັບເງິນ ສິນບົນ ແລ້ວ ກໍບໍ່ປ່ອຍ ຜູ້ ເຮັດຜິດໄປ. ແຕ່ ປັດຈຸບັນ ກະຊວງ ຍຸຕິທັມ ເປັນຜູ້ ຄວບຄຸມໝົດ ມີສິດ ປະຕິບັດ ຕາມຄຳສັ່ງ ຂອງສານ ຢ່າງເຄັ່ງຄັດ; ແຕ່ ບັນຫາ ກໍຈະມີ ຄືເກົ່າ ເຈົ້າໜ້າທີ່ ກະຊວງ ຍຸຕິທັມ ກໍ ສໍ້ຣາສ ບັງຫລວງ ເຊັ່ນກັນ.
ໂດຍທົ່ວໄປ ຣະບົບ ສານ ຍຸຕິທັມ ຢູ່ລາວ ບໍ່ພຽງແຕ່ ມີການ ສໍ້ຣາສ ບັງຫລວງ ເທົ່ານັ້ນ ແຕ່ຍັງ ອ່ອນແອ່ ບໍ່ມີ ປະສິດທິພາບ. ເຈົ້າໜ້າທີ່ ຫລາຍຄົນ ບໍ່ມີ ຄຸນສົມບັດ ພຽງພໍ; ຕົວຢ່າງ ຜູ້ ພິພາກສາ ອັຍການ ແລະ ທະນາຍຄວາມ ບໍ່ໄດ້ຮັບ ການສຶກສາ ແລະ ຝຶກອົບຮົມ ໃນວິຊາ ສະເພາະ ໜ້າວຽກ ຂອງຕົນ ມາເປັນ ຢ່າງດີເລີຍ.