ໜ່ວຍກູ້ພັຍລາວໄທຮ່ວມຝຶກ ອົບຮົມ
2014.03.07

ໜ່ວຍກູ້ພັຍ ລາວ-ໄທ ຮ່ວມຝຶກ ອົບຮົມ ແລກປ່ຽນ ປະສົພການ ໃນການ ຮັບມື ກັບ ສະຖານະການ ສຸກເສີນ ກ່ອນຮອດ ປະຊາຄົມ ອາຊຽນ.
ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງເວົ້າວ່າ ໃນວັນທີ 5 ມີນາ ປີ 2014 ຢູ່ ນະຄອນຫລວງ ວຽງຈັນ ຫນ່ວຍກູ້ພັຍ ລາວ ແລະ ຫນ່ວຍກູ້ພັຍ ຈາກ ນະຄອນ ຣາຊສີມາ ຂອງໄທ ໄດ້ ແລກປ່ຽນ ຄວາມຮູ້ ແລະ ປະສົບການ ເຣື້ອງການ ຊ່ອຍເຫລືອ ຜູ້ທີ່ຖືກ ເຄາະຮ້າຍ ໂດຍສະເພາະ ອຸບັດຕິເຫດ ຈາກນ້ຳ ເພື່ອ ເປັນການ ຕຣຽມພ້ອມ ໃນການ ຮັບມື ໃນ ສະຖານະການ ສຸກເສີນ ກ່ອນເຂົ້າສູ່ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015.
"ສອນປະຖົມ ພຍາບານ ຂັ້ນຕົ້ນ ໃຫ້ ອ້າຍນ້ອງ ແລະ ສອນດຳນ້ຳ ໃນ ກໍຣະນີ ຄົນ ທີ່ຈົມນ້ຳ ເສັຽຊີວີດບໍ່".
ທ່ານ ກ່າວຕື່ມວ່າ ສາເຫດ ຫລັກ ທີ່ມີການ ຮຽນຮູ້ ການ ຊ່ອຍເຫລືອ ຜູ້ປະສົບ ອຸບັດຕິເຫດ ທາງນ້ຳ ກໍຍ້ອນວ່າ ໃນເດືອນ ຕຸລາ ຜ່ານມາ ສປປລາວ ໄດ້ມີ ບົດຮຽນ ຈາກ ເຮືອບີນຕົກ ຢູ່ແມ່ນ້ຳຂອງ ເມືອງປາກເຊ ແຂວງ ຈຳປາສັກ ມີຜູ້ ເສັຽຊີວີດ 49 ຄົນ ຊື່ງ ໃນເຫດການ ດັ່ງກ່າວ ຫນ່ວຍກູ້ພັຍ ຂອງໄທ ກໍໄດ້ ນໍາເອົາ ເຄື່ອງມື ທີ່ທັນສມັຍ ມາຊ່ອຍ ຄົ້ນຫາສົບ ຜູ້ໂດຍສານ ທີ່ຈົມນໍ້າ ແລະ ພ້ອມດຽວກັນ ນັ້ນ ຫນ່ວຍກູ້ພັຍ ໄທ ກໍໄດ້ມອບ ເຄື່ອງມື ຕັດເຫລັກ 1 ຊຸດ ທີ່ຈໍາເປັນ ຕ້ອງໃຊ້ ໃນ ຫນ່ວຍກູ້ພັຍ ຂອງລາວ.
ປັດຈຸບັນ ຫນ່ວຍກູ້ພັຍ ລາວ ໃນ ນະຄອນຫລວງ ວຽງຈັນ ມີໜ່ວຍ ອາສາສມັກ ກູ້ພັຍ 35 ຄົນ ສ່ວນໃຫຍ່ ມີວຽກງານອື່ນ ປະຈໍາ ຢູ່ແລ້ວ ແຕ່ມາຂໍ ເປັນ ອາສາສມັກ ກູ້ພັຍ ເພື່ອ ຊ່ອຍເຫຼືອ ສັງຄົມ ໃນຊາດ.