ລາວໄທຮ່ວມກິຈກັມໝູ່ບ້ານ ເຂັ້ມແຂງ

0:00 / 0:00

ໃນວັນທີ 27 ກຸມພາ 2014 ເຈົ້າໜ້າທີ່ທະຫານຈາກກອງທັບປະຊາຊົນລາວໄດ້ໄປຮ່ວມກິຈກັມທັສນະສຶກສາໂຄງການໝູ່ບ້ານເຂັ້ມແຂງຕາມ ແນວຊາຍແດນລາວ-ໄທຢູ່ທີ່ສູນຮຽນຮູ້ຕາມແນວທາງຣາຊະດໍາຣິເສຖກິດພໍພຽງຂອງກະສັດພູມີພົນອາດຸນຍະເດດແຫ່ງຣາຊະອານາຈັກໄທ ບ້ານໝໍ່ເມືອງສີຊຽງໃໝ່ແຂວງໜອງຄາຍ ພ້ອມທັງສ້າງຄວາມສໍາພັນຣະຫ່ວາງປະຊາຊົນແລະອໍານາດການປົກຄອງຣະຫວ່າງສອງຝັ່ງຂອງ, ຕາມລາຍງານຂ່າວທ້ອງຖິ່ນແຂວງໜອງຄາຍ.

ຣາຍງານວ່າໂຄງການໃນລັກສນະດຽວກັນນີ້ມີຢູ່ຕລອດແນວຊາຍແດນລາວ-ໄທ.ກິຈກັມເພື່ອເຮັດໃຫ້ເກີດຄວາມໝັ້ນຄົງຕາມແນວຊາຍແດນ ແມ່ນເປັນການເຂົ້າຮ່ວມຂອງຣາສດອນກັບເຈົ້າໜ້າທີ່ອໍານາດການປົກຄອງໃນແຕ່ລະທ້ອງຖິ່ນຂອງສອງຝັ່ງຂອງ.ການມາທັສນະສຶກສາກິຈກັມ ເທື່ອນີ້ນອກຈາກຄະນະຝ່າຍທະຫານລາວແລ້ວຍັງມີຣາສດອນລາວເດີນທາງໄປຮ່ວມນໍາດ້ວຍ.