ນາຍຄຣູຊື້ອຸປກອນ ການຮຽນ ການສອນ
2017.10.22
ບັນດານາຍຄຣູ ເຂດເມືອງບຸນເຫນືອ ແຂວງຜົ້ງສາລີ ຕ້ອງໄດ້ສລະເງິນ ໂຕເອງ ຊື້ອຸປກອນ ການຮຽນການສອນ ຕ່າງໆ ເພື່ອໃຊ້ສອນ ນັກຮຽນ ຍ້ອນງົບປະມານ ຈາກຣັຖບານ ບໍ່ພຽງພໍ ແລະຄອບຄົວ ເດັກນ້ອຍນັກຮຽນ ກໍທຸກຍາກ ບໍ່ໄດ້ຊ່ອຍໂຮງຮຽນ. ດັ່ງ ເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງ ກ່າວໃນວັນທີ 19 ຕຸລາ ນີ້ວ່າ:
"ສ່ວນຫລາຍນີ້ກໍ່ຢູ່ໃນຊັ້ນປະຖົມນີ້ ນາຍຄຣູຂະເຈົ້າ ກຽມເອົາຫມົດຫັ້ນນ່າ ທຸກສີ່ງທຸກຢ່າງຫັ້ນນ່າ ໂຮງຮຽນບໍ່ມີການຕອບສນອງໃຫ້ ຄຣູ ຂະເຈົ້າ ກໍສເນີມາຫລາຍເທື່ອ ແລ້ວວ່າ ເປັນຮູບພາບນ້ອຍ ສື່ການສອນຢູ່ ໃນຫ້ອງທ້ອງຖິ່ນ ເຮົານີ້ ຄຣູ ເປັນຜູ້ຮັບ ຜິດຊອບເອົາເອງ".
ທ່ານວ່າ ສຳລັບອຸປກອນ ການຮຽນການສອນ ທີ່ຕ້ອງນັ້ນກໍມີປື້ມຮຽນ ປື້ມສອນຄູ່ມືການສອນ ແລະຕຳຣາຮຽນທີ່ເປັນຮູບພາບ ຫຼືເນື້ອຫາ ສາລະ ສຳລັບວິຊາການຮຽນ ນອຈາກນີ້ນາຍຄຣູບາງຄົນ ຍັງໄດ້ຊື້ ອຸປກອນການກິລາ ນຳອີກເປັນຕົ້ນບານເຕະ ເພື່ອໃຫ້ນັກຮຽນໄດ້ເຕະ ຫລີ້ນ ໃນຍາມພັກຜອ່ນ.
ທ່ານກ່າວຕື່ມວ່າ ການຂາດແຄນ ອຸປກອນການຮຽນການສອນ ມີມາແຕ່ດົນແລ້ວ ເປັນຕົ້ນໃນເຂດ ຫ່າງໄກສອກຫລີກ ສ່ວນໂຮງຮຽນ ຢູ່ໃນເມືອງນັ້ນ ບໍ່ຄ່ອຍມີປານໃດ ຍ້ອນວ່າ ເດັກນ້ອຍນັກຮຽນ ແລະຜູ້ປົກຄອງ ຈະຊ່ອຍທາງ ໂຮງຮຽນ ໃນຍາມທາງການ ຂາດເຂີນ.
ນອກຈາກໂຮງຮຽນຂາດອຸປກອນ ການຮຽນການສອນແລ້ວ ນັກຮຽນເອງກໍຂາດປື້ມສໍ ແລະເຄຶ່ອງນຸ່ງຫົ່ມ ຮ່ວມທັງເກີບໃສ່ໄປຮຽນກໍບໍ່ມີ ດັ່ງນາຍຄຣູນາງ ນື່ງຈາກບ້ານບຸນເຫນືອ ກ່າວວ່າ:
"ອຸປກອນການຮຽນນີ້ຍັງຂາດເຂີນ ຄູ່ມືການຮຽນ ອີ່ຫຍັງກໍຍັງບໍ່ຄົບເທື່ອ ຂາດເຂີນຍັງຫລາຍຢູ່ ດຽວນີ້ ໂດຍສະເພາະຊັ້ນ ປ1 ປ2 ນີ້ນະ ອຸປກອນການຮຽນການສອນ ຊັ້ນປະຖົມ ຍັງຂາດຫລາຍ ປື້ມເດັກຮຽນ ຍັງຂາດປະມານ 300 ນີ້ແຫຼະ ແລ້ວກໍອຸປກອນ ກໍບໍ່ມີຫຍັງເລີຍ".
ປັດຈຸບັນ ຫລາຍໂຮງຮຽນໃນລາວ ຍັງປະສົບກັບບັນຫາດັ່ງກ່າວ ຍັງຕ້ອງການ ການຊ່ອຍເຫລືອ ຈາກຣັຖບານ ແລະອົງການ ຕ່າງຊາດ ຫລາຍຢູ່.