ຂ.ອຸດົມໄຊຕ້ອງການຄຣູ ເພີ່ມອີກ

ສຸພັດຕາ
2019.02.20
F-teacher ນັກສຶກສາວິຊາຄຣູ ໃນ ສປປ ລາວ
RFA/VD

ແຂວງອຸດົມໄຊ ຕ້ອງການຄຣູຕື່ມອີກຢ່າງໜ້ອຍ 500 ຄົນ, ເພື່ອສອນຢູ່ໂຮງຮຽນປະຖົມ ແລະມັທຍົມຕົ້ນໃນເຂດຫ່າງໄກສອກຫຼີກ, ຂນະທີ່ ຫຼາຍໂຮງຮຽນຍັງໃຊ້ຄຣູອາສາສມັກ ທີ່ສອນມາ 2-3 ປີ ແລ້ວແຕ່ກໍຍັງບໍ່ໄດ້ບັນຈຸເປັນຄຣູຖາວອນເທື່ອ, ດັ່ງເຈົ້າໜ້າທີ່ຜແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ກຸມພາ ນີ້ວ່າ:

“ເພາະວ່າຄຣູພວກເຮົາຈົບມານີ້, ດຽວນີ້ບໍ່ໄດ້ສອນ, ສ່ວນຫຼາຍທາງຂັ້ນເທິງເພິ່ນບໍ່ໃຫ້ໂຄຕ້າເນາະ, ຄັນວ່າເພິ່ນບໍ່ອະນຸມັດໃຫ້, ທາງເຮົາກໍ່ບໍ່ ສາມາດຈັດໄປສອນໄດ້, ເປັນຄຣູສະໝັກໃຈສອນ, ແຕ່ຍັງ ບໍ່ທັນມີເງິນເດືອນຣັຖກອນ, ຍັງບໍ່ທັນໄດ້ເທື່ອ.”

ທ່ານກ່າວຕື່ມວ່າ, ຄຣູທີ່ຍັງຂາດເຂີນຫຼາຍທີ່ສຸດແມ່ນຄຣູວິຊາ ຄະນິດສາດ, ຟີສິກ, ເຄມີ, ພາສາລາວ ແລະພາສາອັງກິດ, ເພື່ອໃຫ້ນັກຮຽນ ໄດ້ຮຽນຄົບທຸກວິຊານັ້ນ ຄຣູຜູ້ດຽວຈຶ່ງໄດ້ຕ້ອງສອນວິຊາ ທີ່ບໍ່ມີຄຣູສອນນັ້ນນໍາດ້ວຍ, ຕົວຢ່າງຄຣູສອນພາສາລາວຕ້ອງສອນພາສາອັງກິດ ນໍາ, ຄຣູສອນຄະນິດສາດ ຕ້ອງສອນວິຊາຟີສິກ-ເຄມີນຳ, ເພື່ອໃຫ້ນັກຮຽນໄດ້ຮຽນຄົບ 7 ວິຊາພື້ນຖານ.

ເມື່ອປີກາຍ ແຂວງອຸດົມໄຊ ຂໍໂຄຕ້າຄຣູປະມານ 130 ຄົນ, ຈາກທີ່ຕ້ອງການຢ່າງໜ້ອຍ 500 ຄົນ, ແຕ່ຣັຖບານ ສາມາດສນອງໃຫ້ໄດ້ພຽງ 50 ຄົນ:

“ຂະເຈົ້າໃຫ້ ອຸດົມໄຊນິ 50 ໄດ໋ ປີນີໄດ້, ແມ່ນແຫຼະທົ່ວແຂວງ, ຢູ່ພາຍໃນແຂວງເຮົາມີທັງໝົດ 7 ເມືອງ, ຄັນຖ້າເຈົ້າສອນໄດ້ທົນໄດ້, ເຈົ້າກໍ່ຢູ່ ຖ້າເຈົ້າທົນບໍ່ໄດ້ກໍ່ໜີ, ຄັນຖ້າເຈົ້າຜິດລະບຽບ, ພວກເຮົາກໍ ປະຕິບັດວິນັຍ ຕາມລະບຽບ.”

ທ່ານວ່າ ຄຣູຣຸ້ນໃໝ່, ບໍ່ສົນໃຈທີ່ຈະໄປສອນຢູ່ໃນເຂດໂຮງຮຽນຫ່າງໄກ, ຢາກສອນຢູ່ໂຮງຮຽນໃນເຂດເມືອງ, ຍ້ອນມີຄວາມສະດວກ ໃນການເດີນທາງ, ບໍ່ຕ້ອງຫຍຸ້ງຍາກ ຄືກັບໂຮງຮຽນຫ່າງໄກ ຊຶ່ງເປັນອີກປັດຈັຍນຶ່ງ, ທີ່ເຮັດໃຫ້ໂຮງຮຽນໃນເຂດຫ່າງໄກ ຄຣູບໍໍ່ພຽງພໍ.

ອີງຕາມຂ່າວຂອງທາງການລາວ ໃນປີ 2019 ນີ້ ຣັຖບານ ໄດ້ໃຫ້ໂຄຕ້າຣັຖກອນທັງໝົດ 1.500 ຄົນ ໃນນັ້ນ ເປັນໂຄຕ້າກະຊວງສຶກສາ ທິການ ແລະກິລາ 936 ຄົນ, ກະຊວງສາທາລະນະສຸຂ 230 ຄົນ, ກະຊວງກະສິກັມ ແລະປ່າໄມ້ 33 ຄົນ, ກະຊວງການເງິນ 25 ຄົນ ແລະກະຊວງຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ 17 ຄົນ ເຫຼືອນັ້ນແມ່ນກະຊວງອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.