ຊາວລາວອົພຍົບຢູ່ໄທ ໄດ້ຮັບ ສັນຊາຕໄທ

ພູວົງສ໌
2018.12.28
ສ່ວນນຶ່ງຂອງ ຊາວລາວອົພຍົບ ແລະລູກຫລານ ທີ່ເກີດໃນໄທ ແລະ ຈະໄດ້ຮັບສັນຊາດໄທ
RFA/SN

ລູກຫຼານຂອງຊາວລາວ ທີ່ຄອບຄົວອົພຍົບມາຢູ່ແຂວງອຸບົນຣາຊທານີ ຂອງໄທ ທີ່ເກີດຫຼັງຈາກປ່ຽນແປງ ຣະບອບການປົກຄອງຄັ້ງໃຫຍ່ ໃນ ລາວ ເມື່ອປີ 1975 ເຣີ້ມໄດ້ສັນຊາຕໄທຕື່ມອີກ ໂດຍສະເພາະປີ 2018 ນີ້ ຣັຖບານໄທໄດ້ໃຫ້ສັນຊາຕໄທ ແກ່ຄົນລາວກຸ່ມດັ່ງກ່າວນີ້ 31 ຄົນແລ້ວ. ໃນນັ້ນແມ່ນລູກຫຼານຊາວລາວອົພຍົບ ບ້ານບະໄຫ, ບ້ານປາກຂ່າຊຸມຊົນ, ບ້ານຄັນທ່າກວຽນ, ບ້ານສະຄາມ ແລະ ບ້ານປາກລາ, ເຊິ່ງໄດ້ສ້າງຄວາມດີໃຈຫຼາຍຕໍ່ພວກເຂົາເຈົ້າ ຍ້ອນວ່າຈະໄດ້ຮັບສິທທິຄືກັບຄົນໄທ ແລະ ໄປໃສມາໃສໃນໄທໄດ້ສະດວກ. ດັ່ງນາງ ພວງພອນ ລູກຫຼານຊາວລາວອົພຍົກບ້ານບະໄຫ, ເມືອງໂຂງຈຽມ ແຂວງອຸບົນຣາຊທານີ ໄດ້ກ່າວໃນມື້ນີ້ວ່າ:

“ຊີວິຕເປັນຢູ່ກໍດີຂຶ້ນ ຈາກຕອນທີ່ຍັງບໍ່ທັນໄດ້ບັດ ເວລາໄປເຮັດວຽກຢູ່ບາງກອກຈັ່ງຊີ້ ເດີນທາງເປັນເຮັດວຽກຂຶ້ນຣົດທົວໄປ ພໍເຫັນຕຳຣວຈ ຂຶ້ນມາກວດໃນຣົດນີ້ ກະສັ່ນແລ້ວ, ຢ້ານຖືກຈັບ. ສາຍຕາເຂົາກະຈ້ອງແບບວ່າເຮົານີ້ຄືຄົນປະຫຼາດຈັ່ງຊີ້ນ່າ."

ຊາວລາວອົພຍົບຢູ່ບ້ານບະໄຫ ນັ້ນ, ມີທັງໝົດ 86 ຄົນ ແບ່ງອອກເປັນ 3 ກຸ່ມ ຄືກຸ່ມທີ່ຍ້າຍມາແຕ່ປີ 1975 ແມ່ນກຸ່ມລູກຂອງກຸ່ມທຳອິດ ແລະ ກຸ່ມຫຼານຂອງກຸ່ມທຳອິດ. ຜ່ານມາເຂົາເຈົ້າໄດ້ສັນຊາຕໄປແລ້ວ 44 ຄົນ ແລະ ໃນປີ 2018 ນີ້, ຣັຖບານໄທ ກໍໄດ້ໃຫ້ສັນຊາຕຕື່ມອີກ 11 ຄົນ.

ການໄດ້ຮັບສັນຊາຕໄທຫຼາຍຂຶ້ນ ໃນປີນີ້ ສົ່ງຜົລໃຫ້ຊາວລາວ ທີ່ຍັງບໍ່ໄດ້ສັນຊາຕຄົນອື່ນໆ ມີຄວາມຫວັງວ່າຈະໄດ້ຄືກັນ. ດັ່ງນາງ ນ້ອຍ, ຊາວລາວອົພຍົບບ້ານຄັນທ່າກວຽນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

“ນ້ອຍໃຈຢູ່, ແຕ່ກະບໍ່ທໍ້ບໍ່ຖອຍ ສູ້ຕໍ່ໄປນຳເພິ່ນ. ກະມີຄວາມຫວັງຢູ່ ຢ່າງໜ້ອຍກະມີຄວາມຫວັງຢູ່, ຄວາມຫວັງກະຄືມີແກນນຳນີ້ິ້ແຫຼະ ມີກຸ່ມ ເຂັ້ມແຂງນີ້ແຫຼະ ພາດຳເນີນເຣື້ອງຕໍ່ໄປ. ຖ້າບໍ່ມີເພິ່ນ ກະຄືຊິບໍ່ມີຄວາມຫວັງ ກະຢູ່ໄປມື້ໆຊື່ໆ. ອັນນີ້ຍັງມີຄວາມຫວັງ."

ອີງຕາມຂໍ້ມູນເຣື້ອງສະຖານະບຸກຄົນ ຂອງຊາວລາວໄຮ້ສັນຊາຕ ຂອງ ເຄືອຂ່າຍຄົນຮັກນ້ຳຂອງ, ປະຈຸບັນ ມີຊາວລາວອົພຍົບ ສະເພາະ ໃນພື້ນທີ່ 18 ບ້ານ ຢູ່ເມືອງໂຂງຈຽມ, ເມືອງບຸນທຣິກ, ເມືອງພິບູນມັງສາຫານ ແລະ ເມືອງໂພໄຊ ໄດ້ສັນຊາຕ ໄປແລ້ວທັງໝົດ 157 ຄົນ ຈາກທັງໝົດ 959 ຄົນ. ສ່ວນຜູ້ທີ່ບໍ່ທັນໄດ້, ກໍຢູ່ໃນໄລຍະລໍຖ້າການອະນຸມັດ ແລະ ກວດສອບເອກກະສານ ຈາກຣັຖບານໄທ. ໃນນີ້, ຍັງບໍ່ ນັບຈຳນວນ ທີ່ຍັງບໍ່ທັນເຂົ້າກຸ່ມ ເຄືອຂ່າຍຄົນຮັກນ້ຳຂອງ, ເຊິ່ງຄາດວ່າຍັງມີຢ່າງໜ້ອຍ ອີກ 8,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.