ຊາວປະມົງລາວ,ໄທ ຕໍ່ຕ້ານ ເຂື່ອນ ນໍ້າຂອງ

ຈໍາປາທອງ
2018.09.14
F-fishermen ຊາວປະໂມງຕາມລໍາແມ່ນໍ້າຂອງ
RFA/TP/Thai Mekong riparian

ຊາວປະມົງນໍ້າຂອງລາວ ຢູ່ເມືອງຕົ້ນເຜິ້ງ ແລະຫ້ວຍຊາຍ ແຂວງບໍ່ແກ້ວ ຂອງລາວ ແລະຢູ່ເມືອງວຽງແກ່ນ ແລະຊຽງຂອງ ແຂວງຊຽງຮາຍ ຂອງໄທ ບໍ່ເຫັນພ້ອມນໍາການສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ຕື່ມອີກ ຍ້ອນທຸກມື້ນີ້ ເຂື່ອນ ໃນປະເທດຈີນ ກໍເຮັດໃຫ້ ປາ ໃນເຂດດັ່ງກ່າວ ໜ້ອຍລົງຢູ່ແລ້ວ. ຫາກມີການສ້າງເຂື່ອນປາກແບງ ແລະເຂື່ອນປາກລາຍ ຕື່ມອີກ ປາ ກໍຄົງຈະບໍ່ເຫລືອເລີຍ ດັ່ງທ່ານ ສົມໝາຍ ບຸນເມືອງ ຊາວປະມົງ ບ້ານຫາດໃຄ້ ເມືອງວຽງແກ່ນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ກັນຍາ ນີ້ວ່າ:

"ທ່ານເວົ້າວ່າ ສະພາບນໍ້າ ຖືວ່າໜ້າເປັນຫ່ວງຫລາຍ ທັງຊາວໄທ ແລະຊາວລາວ, ແຕ່ກ່ອນປາໃນນໍ້າຂອງມີຫຼາຍ ເປັນຕົ້ນ ປາບຶກ ປາເລີມ ປາຂາວ ປາແຂ້, ແຕ່ປັດຈຸບັນນີ້ຫາຍາກ ຍ້ອນນໍ້າຂຶ້ນນໍ້າລົງ ບໍ່ປົກກະຕິ ພາຍຫລັງຈີນສ້າງເຂື່ອນ ເຮັດໃຫ້ປາສັບສົນ ເຣຶ່ອງການວາງໄຂ່."

ທ່ານເວົ້າວ່າ ໃນຣະຍະ 10 ປີ ທີ່ຜ່ານມາ ປານໍ້າຂອງ ໃນເຂດແຂວງບໍ່ແກ້ວ ແລະແຂວງຊຽງຮາຍ ຫລຸດຈໍານວນລົງເລື້ອຍໆ ຈາກທີ່ເຄີຍ ຫາໄດ້ ມື້ນຶ່ງບໍ່ຕໍ່າກວ່າ 5 ກິໂລ. ແຕ່ຕອນນີ້ ບາງເທື່ອຫາ 3 ມື້ ກໍຍັງບໍ່ໄດ້ ຍ້ອນທີ່ຜ່ານມາ ປາ ຢູ່ຈີນ ເຄີຍລົງມາວາງໄຂ່ຢູ່ ລາວແລະໄທ. ແຕ່ຫລັງຈາກຈີນ ສ້າງເຂື່ອນ ກັ້ນໄວ້ແລ້ວ ປານັ້ນກໍບໍ່ສາມາດ ລອຍລົງມາວາງໄຂ່ໄດ້ຄືເກົ່າ. ຫາກມີການສ້າງເຂື່ອນປາກແບງ ແລະເຂື່ອນ ປາກລາຍ ຕື່ມອີກ ກໍໝາຍຄວາມວ່າ ປາ ຫລາຍສາຍພັນ ທີ່ເຄີຍຂຶ້ນໄປວາງໄຂ່ ຢູ່ແຂວງບໍ່ແກ້ວ ແລະ ແຂວງຊຽງຮາຍ ກໍຈະຫາຍໄປ ຕື່ມອີກ.

ກ່ຽວກັບເຣຶ່ອງດັ່ງກ່າວ ທ່ານ ສົມກຽດ ເຂື່ອນຊຽງສາ ນັກວິຊາການເຄື່ອຂ່າຍ ອະນຸຮັກແມ່ນໍ້າຂອງ ແຂວງຊຽງຮາຍ ຂອງໄທ ກ່າວວ່າ ຈາກການສຶກສາຂໍ້ມູນ ຕລອດ 20 ປີ ທີ່ຜ່ານມາ ເຮືຶອປະມົງ ໃນເຂດແຂວງບໍ່ແກ້ວ ແລະແຂວງຊຽງຮາຍ ຫຼຸດລົງຫຼາຍ, ດັ່ງທີ່ ທ່ານກ່າວວ່າ:

"ທ່ານເວົ້າວ່າ ໃນອະດີດຢູ່ນໍ້າ ຂອງ ເຄີຍມີເຮືອຫາປາ ຫລາຍພັນລໍາ ແຕ່ປັດຈຸບັນ ຍັງເຫລືອຢູ່ພຽງ 300 ປາຍລໍາ ເທົ່ານັ້ນ,"

ການຫາປາເປັນ ອາຊີບຫລັກ ຂອງປະຊາຊົນໃນສອງຝັ່ງຂອງ ບໍ່ວ່າຈະຢູ່ລາວຫລືໄທ, ສືບທອດກັນມາ ແຕ່ດຶກດໍາບັນ. ການສ້າງເຂື່ອນ ຫລາຍແຫ່ງ ໃສ່ແມ່ນໍ້າຂອງ ເຮັດໃຫ້ພວກເຂົາເຈົ້າ ປະຖິ້ມອາຊີບນັ້ນ ໄປເປັນກັມກອນຮັບຈ້າງ ຢູ່ຕາມເມືອງຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.