ກອງປະຊຸມແມ່ນໍ້າຂອງ ແມ່ນໍ້າ ລ້ານຊ້າງ

ຈໍາປາທອງ
2020.08.25
F-Mekong-8-2020 ຣະດັບນໍ້າ ໃນແມ່ນໍ້າຂອງ ສູງຂຶ້ຶ້ນຢ່າງວ່ອງໄວ ໃນເຂດເມືອງຊະນະຄາມ ແຂວງວຽງຈັນ. ຫຼາຍພາກສ່ວນ ຍັງຫາຣືກັນຢູ່ວ່າ ອາຈເປັນຍ້ອນ ຝົນຕົກໜັກ ແລ້ວຈີນປ່ອຍນໍ້າຈາກເຂື່ອນ.
RFA

ກອງປະຊຸມສຸດຍອດ ຜ່ານທາງອິນເຕີແນັດ ຫລື ກອງປະຊຸມທາງໄກ ເພື່ອການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຫລື LMC ຄັ້ງທີ 3 ໄດ້ເປີດຂຶ້ນທີ່ ນະຄອນຫຼວງວຽງຈັນ ໃນມື້ວັນທີ 24 ສິງຫາ 2020 ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ສປປລາວ ແລະ ທ່ານ ຫລີ ເກິສຽງ Li Keqiang ນາຍົກຣັຖມົນຕຣີ ຈີນ ໂດຍມີຜູ້ນໍາ ຈາກ ປະເທດ ເຂດແມ່ນໍ້າຂອງ ຄື ກໍາພູຊາ, ພະມ້າ, ໄທ ແລະວຽດນາມ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ດໍາເນີນໄປພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” ຊຶ່ງບັນດາຜູ້ນໍາປະເທດດັ່ງກ່າວໄດ້ ທົບທວນເຖິງຄວາມກ້າວໜ້າຂອງການຮ່ວມມື ໃນຂອບແມ່່ນໍ້າຂອງ ແມ່ນໍ້າລ້ານຊ້າງ ໃນໄລຍະ 5 ປີ ທີ່ຜ່ານມາ. ພ້ອມກັນນັ້ນບັນດາຜູ້ນໍາ ຈາກທັງ 6 ປະເທດ ກໍໄດ້ປຶກສາຫາຣື ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບທິດທາງ ການຮ່ວມມື ຮວມທັງການເພີ່ມ ການຮ່ວມມືກັນ ໃນຂັ້ນຕໍ່ໄປ ເພື່ອຕ້ານເຊື້ອພຍາດ ໂຄວິດ-19 ແລະ ວາງທິດທາງພັທນາ ເສຖກິດ-ສັງຄົມ ຮ່ວມກັນນໍາດ້ວຍ.

ຕໍ່ທີ່ປະຊຸມ ທ່ານ ທອງລຸນ ສີສຸລິດ ກ່າວມອບສົ່ງໄມ້ພາຍ ທີ່ເປັນສັນຍາລັກຂອງການຮ່ວມມື LMC ໃຫ້ຜູ້ນໍາສາທາຣະນະຣັຖ ສະຫະພາບ ພະມ້າ ທີ່ຈະເປັນປະທານ ຮ່ວມກັບຈີນ ໃນ 2 ປີຂ້າງໜ້າຕອນນຶ່ງວ່າ:

”ພ້ອມທັງສົ່ງຕໍ່ ໄມ້ພາຍເຮືອ ອັນເປັນສັນຍາລັກ ຂອງ ການເປັນປະທານຮ່ວມ ໃຫ້ແກ່ ສາທາຣະນະຣັຖ ສະຫະພາບມຽນມາ ຢ່າງເປັນ ທາງການ.”

ບັນດາຜູ້ນໍາ 6 ປະເທດ ທີ່ເຂົ້າຮ່ວມ ກອງປະຊຸມ ການຮ່ວມມື ແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ນີ້ ໄດ້ຮັບຮອງເອົາຖແລງການຮ່ວມ ວຽງຈັນ 12 ຂໍ້ ທີ່ຈະເພິ້ມການຮ່ວມມື ກັນຮອບດ້ານຫຼາຍຂຶ້ນ.

ໃນຖແລງການສະບັບນີ້ ມີເນື້ອໃນຫລາຍຢ່າງ ຊຶ່ງໃນນັ້ນມີບາງເນື້ອຫາສໍາຄັນ ທີ່ຄະນະຜູ້ນຳປະເທດ ແມ່ນ້ຳຂອງ ແມ່ນໍ້າລ້ານຊ້າງ ໄດ້ຕົກລົງກັນວ່າ: ເສຖກິດໂລກ ກຳລັງມີຄວາມທ້າທາຍຫຼາຍຢ່າງ ແລະມີແຕ່ການຮ່ວມມືກັນເທົ່ານັ້ນ ຈຶ່ງຈະເອົາຊນະບັນຫາທ້າທາຍ ເຫລົ່ານີ້ໄດ້;

ແມ່ນ້ຳຂອງ ແລະ ແມ່ນໍ້າລ້ານຊ້າງ ເປັນແມ່ນ້ຳສັນຕິພາບ, ການພັທນາຢ່າງຍືນຍົງ, ຄວາມໝັ້ນຄົງ ແລະຄວາມສາມາຄີ; ການປະຕິບັດ ວຽກງານທຸກຢ່າງ ຕ້ອງອີງຕາມຄວາມເຫັນດີ ເປັນເອກກະພາບ ສເມີພາບ ສມັກໃຈ ປະສານງານ ຕ່າງຝ່າຍຕ່າງໄດ້ຮັບ ຜົນປໂຍດ ແລະ ເຄົາຣົບນັບຖື ຊຶ່ງກັນແລະກັນ;

ກອງປະຊຸມຍັງໄດ້ປັບປຸງຣະບົບການແລກປ່ຽນຂໍ້ມູນ ຂ່າວສານ ກ່ຽວກັບນ້ຳໃຫ້ດີຂື້ນ ແລະຍິນດີກັບຈີນ ທີ່ມີຈຸດປະສົງຈະໃຫ້ຂໍ້ມູນ ກ່ຽວກັບ ນ້ຳ ຕລອດທັງປີ; ຕົກລົງຮ່ວມມືກັນຫຼາຍຂຶ້ນ ໃນດ້ານຊັພຍາກອນນ້ຳ ສິ່ງແວດລ້ອມ ກະສິກັມຊາວໜຸ່ມ ແລະການຝຶກອົບຮົມວິຊາຊີບ ແລະ ສນັບສນູນ ປະຊາຄົມອາຊຽນ ແລະ ການຮ່ວມມືອາຊຽນ ແລະຈີນ.

ການຮ່ວມມືກັນທັງໝົດທີ່ກ່າວມານັ້ນ ຈະອີງໃສ່ສາມເສົາຄ້ຳໃຫຍ່ ຄືການເປັນຄູ່ພັທນາ, ການເມືອງແລະຄວາມໝັ້ນຄົງ. ດ້ານການພັທນາ ສະມາຊິກອົງການແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ ຈະສົ່ງເສີມການຄ້າ ການລົງທຶນ ອຸດສາຫະກັມ ການຂົນສົ່ງ ວິທຍາສາດແລະເທັກໂນໂລຈີ; ນອກຈາກນີ້ ຍັງຈະເພິ້ມ ການຮ່ວມມື ທັງໃນດ້ານສັງຄົມ ວັທນະທັມ ແລະການແລກປ່ຽນ ກັນຣະຫວ່າງປະຊາຊົນ.

ບັນດາຜູ້ນໍາປະເທດດັ່ງກ່າວ ຕີຣາຄາສູງໃນການປະຕິບັດ ແຜນງານ ແລະໂຄງ ການ 5 ປີ ຄືແຕ່ປີ 2018 ຫາປີ 2022 ໃນຂອບ MLC ໃນໄລຍະ 2 ປີຜ່ານ ມາຮວມທັງໂຄງການ ທີ່ໄດ້ຮັບການສນັບສນູນຈາກຈີນ ດ້ວຍທຶນຈໍານວນ 300 ລ້ານໂດລາສະຫະຣັຖ ຊຶ່ງໄດ້ປະກອບ ສ່ວນ ເຂົ້າໃນການພັທນາເສຖກິດ-ສັງຄົມ ໃນເຂດແມ່ນໍ້າຂອງ.

ບັນດາຜູ້ນໍາປະເທດເລົ່ານີ້ ຍັງໄດ້ເຫັນພ້ອມນໍາກັນວ່າ ການປະຕິບັດໂຄງການ ພາຍໃຕ້ຖແລງການ ຊານຢ້າ ແລະຖແລງການ ພະນົມເປັນ ທີ່ໄດ້ຖືກຮັບຮອງເອົາ ໃນກອງປະຊຸມສຸດຍອດ ເພື່ອການຮ່ວມມືເຂດແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງຄັ້ງທີ 1 ແລະຄັ້ງທີ 2 ນັ້ນມີຄວາມຄືບໜ້າ ເປັນຢ່າງດີ ໃນຫລາຍຂົງເຂດວຽກງານ.

ເວົ້າເຖິງຜົລກະທົບ ຂອງໂຄວິດ-19 ແລະ ພັຍພິບັດທາງທັມຊາດ ທ່ານ ທອງລຸນ ສີສຸລິດ ກໍໄດ້ຮຽກຮ້ອງໃຫ້ມີການຮ່ວມມື ກັນໃກ້ຊິດຂຶ້ນ ເພື່ອເອົາຊນະບັນຫາ ທ້າທາຍຕ່າງໆນັ້ນ.

ໃນຕອນທ້າຍຂອງ ກອງປະຊຸມ ບັນດາຜູ້ນໍາປະເທດ ລຸ່ມແມ່ນໍ້າຂອງ ໄດ້ສັລເສີນໝາກຜົລ ຂອງການເປັນປະທານຮ່ວມ ແຕ່ປີ 2018 ຫາ 2020 ຂອງ ສປປ ລາວ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກໍໄດ້ສົ່ງມອບໜ້າທີ່ ໃຫ້ຜູ້ນໍາສາທະຣະນະຣັຖ ສະຫະພາບພະມ້າ ເພື່ອເປັນປະທານຮ່ວມກັບຈີນ ຕໍ່ໄປ ໃນໄລຍະ 2 ປີຂ້າງໜ້າ ໂດຍມອບໄມ້ພາຍ ເປັນສັນຍະລັກໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.