ຈີນ ຕົກລົງແບ່ງປັນຂໍ້ມູນ ແມ່ນໍ້າຂອງ

ໄຊຍາ
2020.10.24
F-MK-Life ຊີວິດຂອງປະຊາຊົນ ທີ່ ອາສັຍຢູ່ຕອນລຸ່ມ ແມ່ນໍ້າຂອງ, ສາຍນໍ້າຄືສາຍລໍ່ລ້ຽງຊີວິດ ນັບຫຼາຍສິບລ້ານຄົນ
RFA

ຈີນ ໄດ້ລົງນາມຮັບຮອງຂໍ້ຕົກລົງ ທີ່ຈະແບ່ງປັນຂໍ້ມູນ ໃຫ້ກັບຄະນະກັມມາທິການ ແມ່ນໍ້າສາກົລ ຫຼື MRC ວ່າດ້ວຍການຮ່ວມ ແລກປ່ຽນຂໍ້ ມູນນໍ້າໃນແມ່ນໍ້າຂອງຕລອດປີ ເພື່ອບໍຣິຫານຈັດການແມ່ນໍ້າຂອງ ໃຫ້ດີຂຶ້ນ ດັ່ງການຄາດຄະເນນໍ້າຖ້ວມ ແລະ ພັຍແລ້ງໃນເຂດແມ່ນໍ້າຂອງ ຕອນລຸ່ມ.

ໃນຂນະທີ່ພາກປະຊາສັງຄົມໃນລາວ ຕ່າງກໍພາກັນເຫັນດີ ກັບຂໍ້ຕົກລົງດັ່ງກ່າວ ແລະ ຫວັງວ່າ ຈະເກີດປໂຢດສູງສຸດ ໃນການບໍຣິຫານຈັດ ການນໍ້າໃນແມ່ນໍ້າຂອງ. ດັ່ງຊາວບ້ານທີ່ປະກອບ ອາຊີບເຮືອ ໂດຍສານ ໃນແຂວງຫຼວງພຣະບາງ ກ່າວຕໍ່ເອເຊັຽເສຣີໃນວັນທີ 23 ຕຸລາ 20 ວ່າ:

"ກາເຫັນດີນໍາຫັ້ນແລ້ວ ຖ້າວ່າປະຣິມານນໍ້າຂຶ້ນຊໍ່ານີ້ ເພີ່ນຊິແຈ້ງຂໍ້ມູນ ຄວາມໝາຍວ່າຮູ້ໄວ້ກ່ອນ ເພື່ອການກະຕຽມບໍ່ໃຫ້ມັນ ເກີດສະພາບ ເພື່ອການວາງແຜນກະຕຽມ ເຮົາຊິຕອບໂຕ້ ແລະ ແກ້ໄຂ."

ຊາວເມືອງປາກລາຍແຂວງໄຊຍະບູລີ ຢາກໃຫ້ທາງການລາວ ຊ່ອຍແຈ້ງເຕືອນພັຍໃຫ້ ຊາວບ້ານໄດ້ຮັບຮູ້ກ່ຽວກັບ ການຂຶ້ນ-ລົງ ຂອງແມ່ນໍ້າ ຂອງເພື່ອຕຽມຮັບມືເພາະໄລຍະຜ່ານມາ ຊາວບ້ານຕ້ອງໄດ້ສັງເກດ ຣະດັບກັນເອງ. ດັ່ງ ຊາວບ້ານໄດ້ກ່າວຕໍ່ເອເຊັຽເສຣີວ່າ.

"ປົກກະຕິ ຂອງຂະເຈົ້ານໍ້າຂຶ້ນ ນໍ້າລົງ ກາຮູ້ກັນຢູ່ແລ້ວ ແລ້ວກາບໍ່ມີໃຫ້ ບອກວ່າເວລານໍ້າຂຶ້ນ ມັນຊິກະທົບກັບຫຍັງແດ່ ກາບໍ່ເຫັນໃຜມາເວົ້າ ຫຍັງຊິນ່າ ວ່າເອີນໍ້າຂຶ້ນ ເຕືອນພັຍອັນນັ້ນອັນນີ້ ກັນຄືບໍ່ເຫັນ."

ສ່ວນຜູ້ປະກອບການ ທາງເຮືອນແພ ແລະເຮືອທ່ອງທ່ຽວ ແຂວງບໍ່ແກ້ວ ກໍ່ເຫັນດີກັບ ຂໍ້ຕົກລົງ ດັ່ງກ່າວ ເພື່ອເປັນການຕຽມຄວາມພ້ອມ ໃນການຮັບມື ເພາະໄລຍະຜ່ານມາ ບໍ່ໄດ້ຮັບການເຕືອນໃດໆ ກ່ຽວກັບ ນໍ້າຂອງຂຶ້ນ-ລົງ. ດັ່ງທ່ານໄດ້ກ່າວວ່າ:

"ບໍ່ມີໃດເຈົ້າເພາະວ່າມັນ ກາບໍ່ເຄີຍຖ້ວມຮອດຮ້ານເຮົາຈັກເທື່ອ ສ່ວນຫຼາຍ ບໍຣິສັດເຮົາຈະມີເຮືອແດ່ເນາະ ຢູ່ຕາມແຄມໂຕນີ້ ຄັນຖ້າວ່ານໍ້າຂຶ້ນ ນໍ້າຫຍັງເຮົາກາຕ້ອງໄດ້ ຍ້າຍເຮືອນຂຶ້ນ ຍ້າຍເຮືອນລົງ ຈະມີຕລອດ ຢູ່ແລ້ວ."

ກ່ຽວກັບເຣື້ອງນີ້ພາກປະຊາສັງຄົມໄທຍ ເຫັນດີໃນຂໍ້ຕົກລົງດັ່ງກ່າວ ແຕ່ຍັງຕັ້ງຄຳຖາມ ຕໍ່ໄປວ່າເມື່ອ MRC ໄດ້ຂໍ້ມູນນໍ້າມາແລ້ວ ຕລອດປີ ຈະບໍຣິຫານ ຈັດການແນວໃດ ຕໍ່ໄປ ແລະຂໍ້ມູນຈະ ຖືກແບ່ງປັນໃຫ້ ຊາວບ້ານ ທີ່ຢູ່ອາສັຍຕາມແຄມນໍ້າຂອງ ໄດ້ຮັບຮູ້ຫຼາຍໜ້ອຍພຽງໃດ. ດັ່ງ ທ່ານ ສຸວິດ ກຸຫຼາບວົງ ຜູ້ປະສານງານ ເຄືອຂ່າຍປະຊາຊົນ ລຸ່ມແມ່ນໍ້າຂອງ ອີສານ ປະເທດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:

"(ໄທຍ) ພໍຮູ້ແລ້ວຈະປັບໂຕແນວໃດການຕຽມໂຕ ຂອງປະຊາຊົນຕໍ່ນໍ້າ ທີ່ມັນໄຫຼ ມາຄືມັນໄວຫຼາຍ ຢ່າງເຊັ່ນຕອນເຊົ້ານໍ້າລົງ ຕອນກາງຄືນ ນໍ້າຂື້ນ ມັນຊິເປັນແບບນີ້, ຄືຊິເຮັດໃຫ້ພາກ ປະຊາສັງຄົມ ຫຼືໜ່ວຍງານ ຣັັຖ ມັນມີສ່ວນຮ່ວມ ໃນການທີ່ຈະເອົາຂໍ້ມູນ ຜົລກະທົບເຜີຍແຜ່ ໃຫ້ເຫັນຫຼາຍ ທີ່ສຸດ."

ຍານາງ ໄພຣີນ ເສາະສາຍ ຕາງໜ້າອົງການແມ່ນໍ້າສາກົລ ຫຼື International Rivers ປະເທດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ບັນຫາມັນ ບໍ່ໄດ້ຢູ່ທີ່ຂໍ້ມູນ ຕລອດປີແຕ່ມັນຕ້ອງມີອຳ ນາດ ຕໍ່ລອງ ເຣື່ອງບໍຣິຫານ ຈັດການເຂື່ອນ ຕອນເທີງ ທີ່ຈະຫຼຸດຜ່ອນຜົລກະທົບ ຕໍ່ ຣະບົບນິເວດ ແລະ ຊີວິດຂອງຄົນ ໃນແມ່ນໍ້າຂອງຕອນລຸ່ມ. ໄດ້ຂໍ້ມູນລາຍປີກາໄດ້ແຕ່ແຈ້ງເຕື່ອນ ເຊີ່ງອາດ ຈະບໍ່ພຽງພໍ.

ເມື່ອວັນທີ 22 ຕຸລາ 20 ຜ່ານມາ ໄດ້ມີການລົງນາມ ຂໍ້ຕົກລົງການຮ່ວມມື ແລກປ່ຽນຂໍ້ມູນ ນໍ້າໃນແມ່ນໍ້າຂອງ ຕລອດປີ ຢູ່ທີ່ນະຄອນຫຼວງ ວຽງຈັນ ໃນການລົງນາມ ຄັ້ງນີ້ ທ່ານ ດຣ An Pich Hatda ຫົວໜ້າກອງເລຂາ ຄນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ກ່າວບາງ ຕອນວ່າ:

ການດຳເນີນການກໍ່ສ້າງ ໂຄງຮ່າງພື້ນຖານໃນແມ່ນໍ້າຂອງ ແລະແມ່ນໍ້າສາຂາແມ່ນສາເຫດນຶ່ງ ທີ່ມີສ່ວນໃນການປ່ຽນແປງ ຂອງກະແສນໍ້າ. ການເໜັງຕີງຂອງນໍ້າ ເຊີ່ງສາມາດສົ່ງຜົລກະທົບ ຕໍ່ຊຸມຊົນ ເຂດລຸ່ມແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.