ຣັຖບານລາວ ວ່າ ເສັຽໃຈ ສະຫະຣັດ ງົດວີຊາ

ໄຊຍາ
2018.07.17
F-PM-office ສໍານັກງານ ນາຍົກຣັຖມົນຕຣີ ສປປ ລາວ
Screen captured from : http://www.laocement.com/lao/useplan.asp

ຣັຖບານລາວໄດ້ອອກແຈ້ງການສະແດງຄວາມເສັຍໃຈ ກ່ຽວກັບການງົດອອກວີຊາ ໃຫ້ແກ່ເຈົ້າໜ້າທີ່ລາວບາງກຸ່ມ ທີ່ສ້າງຄວາມສັບສົນ ໃຫ້ແກ່ສັງຄົມ ຫລັງຈາກທີ່ຣັຖບານ ສະຫະຣັຖ ກໍຄືກະຊວງຄວາມໝັ້ນຄົງພາຍໃນ ຂອງສະຫະຣັຖ ໄດ້ສັ່ງໃຫ້ກະຊວງ ການຕ່າງປະເທດ ຂອງຕົນ ງົດອອກວີຊາ ໃຫ້ແກ່ພະນັກງານຣັຖ ຂອງສປປລາວ ຈຳນວນນຶ່ງ ໂດຍອ້າງວ່າຝ່າຍລາວ ປະຕິເສດທີ່ຈະຮັບເອົາບຸກຄົນ ທີ່ໜີ ເຂົ້າເມືອງຢ່າງຜິດກົດໝາຍ ຈາກ ສະຫະຣັຖກັບຄືນປະເທດ.

ຕາມການແຈ້ງການດັ່ງກ່າວ ຈາກຣັຖບານລາວ ໄດ້ປະກາດໃນວັນທີ 10 ກໍຣະກະດາ ຜ່ານມາ ໃນເວັບໄຊ ຂອງ ກະຊວງການຕ່າງປະເທດ ສປປ ລາວ ໂດຍມີເນື້ອໃນສະແດງ ຄວາມຜິດຫວັງຕໍ່ມາດຕະການ ຂອງທາງການສະຫະຣັຖ ວ່າເພື່ອເປັນການ ຕອບສນອງຕາມໜັງສື ແຈ້ງການຈາກທາງ ສະຫະຣັຖ ອາເມຣິກາ ເລກທີ 18-721/ CONS ລົງວັນທີ 9 ກໍຣະກະດາ 2018  ກ່ຽວກັບກໍຣະນີການ ງົດອອກວີຊາ ແກ່ເຈົ້າໜ້າທີ່ລາວ ຈຳນວນນຶ່ງ,

ທາງຣັຖບານລາວຂໍສະແດງຄວາມຜິດຫວັງ ຕໍ່ມາຕການຂວໍ້າບາດວິຊາດັ່ງກ່າວ ຂອງ ຣັຖບານສະຫະຣັຖ ຕໍ່ກັບປະເທດລາວ ໂດຍອ້າງວ່າ ບໍ່ໄດ້ຮັບການຮ່ວມມື ຢ່າງເໝາະສົມ ຈາກທາງຣັຖບານລາວ ໃນການອອກເອກກະສານ ແລະອຳນວຍ ຄວາມສະດວກ ໃຫ້ແກ່ບຸກຄົນທີ່ ທາງສະຫະຣັຖ ອ້າງວ່າເປັນພົລເມືອງ ຂອງລາວ ຜູ້ທີ່ຣະເມີດເພື່ອໃຫ້ເດີນທາງ ກັບປະເທດ. ເຊິ່ງຣະເມີດຕໍ່ກົດໝາຍ ສະຫະຣັຖ ແລະ ບໍ່ມີສິດຢູ່ໃນສະຫະຣັຖ ອີກຕໍ່ໄປ.

ການດຳເນີນການ ທີ່ບໍ່ຕັ້ງໃນຫລັກຂອງເຫດຜົນ ແລະບໍ່ຍຸຕິທັມ ນີ້ນອກຈາກຈະເປັນສີ່ງທີ່ຮັບບໍ່ໄດ້ ແລະບໍ່ສ້າງສັນແລ້ວ, ຍັງອາດຈະພາໃຫ້ ເກີດຜົລກະທົບທາງລົບ ຕໍ່ກັບການເຕີບໃຫຍ່ຂຍາຍຕົວ ຂອງການພົວພັນຮ່ວມມື ຣະວ່າງ ສະຫະຣັຖ ແລະ ສປປລາວ ອີກດ້ວຍ.

ຣັຖບານລາວ ຢືດໝັ້ນຕໍ່ນະໂຍບາຍ ສ້າງຄວາມສາມັກຄີ ແລະສົ່ງເສີມສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມື ທີ່ໄດ້ຮັບໝາກຜົນ ກັບສະຫະຣັຖ ມາໂດຍຕລອດ ພ້ອມທີ່ຈະສືບຕໍ່ດຳເນີນງານ ກັບຣັຖບານສະຫະຣັຖ ເພື່ອເປົ້າໝາຍ ທີ່ມີຮ່ວມກັນ ຮວມທັງບັນຫາດັ່ງກ່າວ. ໃນຂນະດຽວກັນ ຣັຖບານລາວ ກໍຫວັງວ່າຈະມີການເຄື່ອນໄຫວ ໃນທາງບວກແລະສ້າງສັນ ຈາກທາງຣັຖບານສະຫະຣັຖ ຕໍ່ກັບມາຕການ ພຽງຝ່າຍດຽວ ຕໍ່ກັບບັນຫານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.