ຣັຖບານວາງມາຕການ ຕ້ານໂຄວິດ-19 ເຄັ່ງຂຶ້ນ
2020.03.31

ນາຍົກຣັຖມົນຕຼີອອກຄຳສັ່ງ ວ່າດ້ວຍການເພີ້ມທະວີ ມາຕການສະກັດກັ້ນ, ກັນການຣະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພຍາດໂຄວິດ-19 ມີຜົນບັງຄັບໃຊ້ ນັບແຕ່ວັນທີ 30 ມີນາ ຫາ ວັນທີ 19 ເມສາ.
ບາງຂໍ້ຢູ່ໃນຄຳສັ່ງນີ້ ໄດ້ຫ້າມປະຊາຊົນອອກຈາກທີ່ຢູ່ອາສັຍ ຂອງຕົນເອງ ແລະ ຫ້າມເຮັດກິຈກັມ ທີ່ມີການໂຮມຊຸມນຸມ ກັນແຕ່ 10 ຄົນ ຂຶ້ນໄປ. ທ່ານ ຈະເລີນ ເຢັຽປາວເຮີ ຣັຖມົນຕຼີ ປະຈຳສຳນັກງານນາຍົກ ຣັຖມົນຕຼີ ແລະ ທັງເປັນໂຄສົກຣັຖບານ ໄດ້ກ່າວຕໍ່ເອເຊັຽເສຣີ ກ່ຽວກັບເຫດຜົນ ທີ່ຣັຖບານຕັດສິນໃຈ ອອກຄຳສັ່ງດັ່ງກ່າວ ຕອນນຶ່ງ ວ່າ:
"ຍ້ອນວ່າ ດ້ານນຶ່ງທາງພາຍໃນພວກເຮົາມັນກໍເກີດມີຜູ້ຕິດເຊື້ອແລ້ວ ກະຄືທ່ານຮູ້ຫັ້ນແລ້ວ ລະພາບຢູ່ໃນໂລກນີ້ [ໂຄວິດ19] ມັນກະບໍ່ຢຸດ ນັບມື້ນັບຂຍາຍຕົວແຮງຂຶ້ນ ແລະ ກໍຈຳເປັນຕ້ອງໄດ້ເພີ້ມມາຕການ ຫລື ຍົກຣະດັບມາຕການ ບໍ່ໄດ້ເວົ້າວ່າ ພາວະສຸກເສີນ ບໍ່ໄດ້ເວົ້າ ປິດປະເທດ."
ຢູ່ປະເທດລາວ ເຈົ້າໜ້າທີ່ພົບວ່າ ມີຜູ້ຕິດເຊື້ອແລ້ວທັງໝົດ 9 ຄົນ ສະນັ້ນຣັຖບານຈຶ່ງ ອອກຄຳສັ່ງເພື່ອຍົກຣະດັບ ມາຕການໃຫ້ສູງຂຶ້ນ. ທ່ານ ຈະເລີນ ເຢັຽປາວເຮີ ໄດ້ກ່າວຕໍ່ເອເຊັຽເສຣີ ອີກວ່າ:
"ກະຢາກຄືຫຼາຍປະເທດ ເຂົາປະກາດໃຊ້ມາຕການຄວບຄຸມ ມີລັກສນະເຄັ່ງຄັດ ກະຄືວ່າ ພວກເຮົາກະບໍ່ໄດ້ໃຊ້ຄຳວ່າ ປິດປະເທດ ຫລື ວ່າພາວະສຸກເສີນ ໄດ້ໃຊ້ຄຳວ່າ ປິດປະເທດ ຫລື ວ່າພາວະສຸກເສີນ ຖືວ່າ ຄຳສັ່ງນີ້ ແມ່ນເຄັ່ງຄັດກວ່າມາຕການ ທີ່ວາງຜ່ານມາ."
ກ່ຽວກັບຄຳສັ່ງດັ່ງກ່າວນີ້, ນັກກົດໝາຍ ທ່ານນຶ່ງໄດ້ກ່າວ ຕໍ່ເອເຊັຽເສຣີວ່າ:
"ເນື້ອໃນຂອງຄຳສັ່ງດັ່ງກ່າວ ໃນພາກປະຕິບັດແລ້ວ ມັນຄ້າຍຄືກັບການປະກາດ ພາວະສຸກເສີນນັ້ນເອງ, ພຽງແຕ່ຣັຖບານບໍ່ໃຊ້ຄຳວ່າ ພາວະສຸກເສີນຊື່ໆ."
ມາເຖິງປັດຈຸບັນ ການແຜ່ຣະບາດຂອງພຍາດໂຄວິດ19 ຢູ່ປະເທດລາວ ຕົກມາຢູ່ໃນຂັ້ນທີ່ສາມແລ້ວ ຫລັງສະພາບການແຜ່ຣະບາດ ໄດ້ຜ່ານ ຂັ້ນທີ 1 ແລະ ຂັ້ນທີສອງໄປແລ້ວ. ດຣ ພູທອນ ເມືອງປາກ ຮອງຣັຖມົນຕຼີ ກະຊວງສາທາຣະນະສຸກ ໄດ້ກ່າວຕໍ່ສື່ມວນຊົນ ໃນວັນທີ 31 ມີນາ ຕອນນຶ່ງ ວ່າ:
"ມາຮອດນີ້ ເມື່ອມີການຕິດເຊື້ອຢູ່ພາຍໃນເຮົາເອງ ລະຫວ່າງຜູ້ຕິດເຊື້ອແລ້ວ ໄປຕິດໃສ່ຄົນໃກ້ຊິດສຳຜັດ ຖືວ່າ ຢູ່ໃນຂັ້ນສາມ."
ດຣ ພູທອນ ເມືອງປາກ ກ່າວວ່າ ຂັ້ນທີນຶ່ງ ແມ່ນຢູ່ໃນຂັ້ນເຝົ້າລະວັງ ບໍ່ມີຜູ້ຕິດເຊື້ອ, ແລະຂັ້ນທີສອງ ແມ່ນມີການພົບຜູ້ຕິດເຊື້ອແລ້ວ ໃນວັນທີ 24 [ມີນາ]. ສະຖານທີ່ບໍຣິການ ແລະ ຕລາດສົດຢູ່ນະຄອນຫຼວງ ວຽງຈັນ ເລີ້ມປະຕິບັດມາຕການໃຫ້ຄົນທີ່ເຂົ້າມາໃຊ້ບໍຣິການ ຕ້ອງໃສ່ຜ້າອັດປາກ-ອັດດັງ.
ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ປະຊາຊົນ ເລີ້ມຊື້ອາຫານກັກໄວ້ ແລະ ຢູ່ຕລາດສົດບາງແຫ່ງ ຈະບໍ່ອະນຸຍາດໃຫ້ປະຊາຊົນ ຜູ້ທີ່ບໍ່ໃສ່ຜ້າອັດປາກ-ອັດດັງ ເຂົ້າໄປໃນຕລາດ ແລະ ມີການໃຊ້ມາຕການປັບໃໝ."
ປະຊາຊົນພາກັນຢູ່ແຕ່ໃນບ້ານ ແລະຈະບໍ່ອອກໄປໃສ ຖ້າບໍ່ຈຳເປັນຍົກເວັ້ນອອກໄປຊື້ອາຫານການກິນຢູ່ຕລາດ. ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ວ່າ:
"ຄືຢູ່ໃນຄອບຄົວຂ້າພະເຈົ້ານີ້ ກະແຕ່ງຕັ້ງຜູ້ນຶ່ງ ສະເພາະອອກຕລາດຫັ້ນນ່າ ກະເຮັດຕາມນັ້ນ ກະປະຕິບັດຕາມວາລະ ຫຼືລະບຽບທີ່ເພິ່ນ ບອກຫັ້ນແຫຼະ ຄອບຄົວເຮົາ 10 ຄົນ ມີຜູ້ນຶ່ງອອກໄປຕລາດ."
ປັດຈຸບັນ ຖນົນຫົນທາງ ຢູ່ນະຄອນຫລວງວຽງຈັນ ມິດ-ງຽບ ບໍ່ມີຣົດແລ່ນຜ່ານຫຼາຍ ຄືກັນກັບຖນົນສມັຍ 20 ປີກ່ອນ. ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:
"20 ປີກ່ອນ ກະຄືວ່າ ຣົດບໍ່ຫຼາຍຫັ້ນນ່າ ມັນງຽບ ດົນໆຈັ່ງຄ່ອຍມີຣົດໃຫຍ່ ຫລືວ່າ ຣົດປິກອັບ ກະບະນີ້ນ່າແລ່ນ ດົນໆສ່ວນຫຼາຍກະມີ ແຕ່ຣົດຈັກນີ້ແຫຼະ ໄປໆ ມາໆ ຊິແມ່ນເຂົາອອກຕລາດ ຄືຫຍັງນີ້ແຫລະເນາະ."
ຣັຖບານລາວຈະມີການປະເມີນ ການປະຕິບັດຄຳສັ່ງນີ້ວ່າຈະຍົກເລີກ ຫຼືເພີ້ມມາຕການຂຶ້ນຕື່ມຫຼັງຈາກວັນທີ 19 ເມສາ. ທ່ານ ຈະເລີນ ເຢັຽປາວເຮີ ຣັຖມົນຕຼີປະຈຳສຳນັກງານ ນາຍົກຣັຖມົນຕຼີ ກ່າວຕື່ມອີກ ວ່າ:
"ຖ້າວ່າ ພາຍໃນວັນທີ 1 ເມສາ ໄປຫາວັນທີ 19-20 ເມສາ ໃຫ້ປະຊາຊົນປະຕິບັດຕາມມາຕການນີ້ກ່ອນ. ຖ້າຫາກວ່າ ໃນທ້າຍເດືອນ ເມສານີ້ ສາມາກແກ້ໄຂ ກໍອາດຈະຍົກເລີກ ແຕ່ກົງກັນຂ້າມ ຖ້າວ່າມັນ ແຜ່ລາມຂຶ້ນກວ່າເກົ່າ ກໍຈຳເປັນຕ້ອງໄດ້ໃຊ້ມາຕການທີ່ເຂັ້ມຂຸ້ນ ຂຶ້ນກ່ວາເກົ່າ."
ນອກຈາກນີ້ ຄຳສັ່ງສະບັນນີ້ ຍັງຫ້າມບໍ່ໃຫ້ພະນັກງານຣັຖກອນ ມາເຮັດວຽກ ແຕ່ວັນທີ 1-11 ເມສາ ແລະ ອະນຸຍາດໃຫ້ພັກປີໃໝ່ລາວ ຈົນຮອດວັນທີ 19 ເມສາ, ຫ້າມບໍ່ໃຫ້ຄົນເດີນທາງ ໄປເຂດພື້ນທີ່ສ່ຽງພັຍ ທີ່ມີການຣະບາດ, ແລະ ຍັງມີຂໍ້ຫ້າມອື່ນໆ ທີ່ກຳນົດຢູ່ໃນຄຳສັ່ງ 18 ຂໍ້ ສະບັບນີ້.