MRC ຈະຫາລື ເຂື່ອນ ປາກລາຍ
2018.09.14
ຄນະກັມການແມ່ນໍ້າຂອງສາກົນ MRC ແລະຜູ້ຕາງໜ້າປະເທສສະມາຊິກ ອົງການແມ່ນໍ້າຂອງ ຈະປະຊຸມປຶກສາຫາລືກັນ ທີ່ນະຄອນຫຼວງ ວຽງຈັນ ໃນມື້ວັນທີ 20 ແລະ 21 ກັນຍາ 2018 ນີ້ ກ່ຽວກັບເຣຶ່ອງການກໍ່ສ້າງ ເຂື່ອນປາກລາຍ ທີ່ ຣັຖບາລ ສປປລາວ ມີແຜນຈະສ້າງ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ກອງເລຂາທິການ ຄນະກັມການແມ່ນໍ້າຂອງສາກົນ ຂອງໄທ ທີ່ຈະເຂົ້າຮ່ວມກອງປະຊຸມ ນັ້ນກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 14 ກັນຍາ ນີ້:
"ທ່ານເວົ້າວ່າ; ໂຄງການເຂື່ອນໄຟຟ້າປາກລາຍ ຂະເຈົ້າເປີດກວ້າງຫລາຍ MRC ຂອງໄທ ຈະເຂົ້າຮ່ວມກອງປະຊຸມ ທີ່ MRC ຢູ່ລາວ ຈະເປັນຜູ້ຈັດຂຶ້ນ. ຂະເຈົ້າເຊີນທັງຊຸມຊົນ ລຸ່ມແມ່ນໍ້າຂອງທັງໝົດເຂົ້າຮ່ວມ ມັນເປັນເຣຶ່ອງ ກ່ຽວກັບ ໂຄງການເຂື່ອນໄຟຟ້າ ປາກລາຍ ຊຶ່ງເປັນໂຄງການໃຫຍ່ຂອງລາວ ທີ່ຈະເກີດຂຶ້ນ."
ກອງປະຊຸມ ທີ່ຈະມີທັງຜູ້ແທນບໍຣິສັດສ້າງເຂື່ອນປາກລາຍ, ຊຸມຊົນທ້ອງຖິ່ນ, ສະຖາບັນການສຶກສາ ແລະບໍຣິສັດເອກກະຊົນ ທີ່ກ່ຽວຂ້ອງ ກັບການສ້າງເຂື່ອນ ຊຶ່ງຄາດວ່າຈະມີປະມານ 200 ຄົນ ເຂົ້າຮ່ວມນັ້ນ ມີຈຸດປະສົງໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ກັບໂຄງການເຂື່ອນ ປາກລາຍ ສເນີຄວາມເຫັນກ່ຽວກັບ ການສ້າງເຂື່ອນແຫ່ງນີ້ ຕໍ່ຄນະກັມການ ແມ່ນໍ້າຂອງສາກົນ.
ໃນກອງປະຊຸມ ຈະມີການປີດເຜີຍຜົລ ການສຶກສາຄວາມເປັນໄປໄດ້ ໃນການສ້າງເຂື່ອນ, ເປີດເຜີຍຜົລກະທົບ ທີ່ຈະເກີດຂຶ້ນຈາກເຂື່ອນ ແລະວິທີການແກ້ໄຂ. ໂຄງການເຂື່ອນປາກລາຍ ແມ່ນບໍຣິສັດພລັງງານຂອງຈີນ ທີ່ເປັນເຈົ້າຂອງໂຄງການ ເຂື່ອນນໍ້າອູ ທັງ 7 ແຫ່ງນັ້ນ ເປັນເຈົ້າຂອງ. ໂຄງການທີ່ສໍາເຣັດຂັ້ນຕອນ ການສຶກສາສໍາຣວດ ຄວາມເປັນໄປໄດ້ ແລ້ວນີ້ ຈະມີຜົລກະທົບ ຕໍ່ປະຊາຊົນ 7 ບ້ານ, 744 ຄອບຄົວ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ແລະເມືຶອງແມດ ແຂວງວຽງຈັນ.