ນັກໂທດໂຕນຄຸກ 12 ຄົນ ຈັບໄດ້ຄືນ 5 ຄົນ
2020.08.25

ໃນເວລາຕອນບ່າຍ ຂອງມື້ວັນທີ 24 ເດືອນສິງຫາ ປີ 2020 ເກີດເຫດນັກໂທດຈຳນວນ 12 ຄົນ ຊຶ່ງເປັນນັກໂທດຢາເສບຕິີດໄດ້ແລ່ນໜີ ອອກຈາກຄຸກໂພນຕ້ອງ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ແລ້ວໄດ້ພາກັນ ຂຶ້ນຣົດກະບະວີໂກ ທີ່ມີຄົນມາລໍຮັບ ຢູ່ຕໍ່ຫນ້າປະຕູຄຸກ, ໂດຍເຈົ້າຫນ້າທີ່ ຫຼາຍຄົນໄດ້ພຍາຍາມ ແລ່ນໄລ່ຈັບນັກໂທດກຸ່ມດ່ັັງກ່າວ ແຕ່ສາມາດ ຈັບໄດ້ຢູ່ບໍຣິເວນ ຫນ້າຄຸກ 1 ຄົນ, ຊຶ່ງໃນເວລານີ້ ສາມາດຈັບໄດ້ 5 ຄົນແລ້ວ. ເຈົ້າຫນ້າທີ່ຈາກຫຼາຍພາກສ່ວນ ກຳລັງຕາມລ່າກຸ່ມນັກໂທດ ທີ່ຍັງຫລົບຫນີຢູຸ່. ດັ່ງເຈົ້າຫນ້າທີ່ ປກສ ນະຄອນ ຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 25 ສິງຫາ ນີ້ວ່າ:
"ບໍ່ຮູ້ນະ ວ່າຍັງຈັກຄົນຫັ້ນນ່າ ມັນເປັນຄຸມຂັງຂອງ ຕ່າງປະເທດນໍ ໂຕນີ້້ນະ ມີແຕ່ວ່າພື້ນທີ່ ຂອງເຮົາ ເຮົາຕິດຕາມຢູ່ນີ້ ພື້ນທີ່ຂອງເຮົາຊ່ອຍ ເພິ່ນຊື່ໆເນາະ ຄຸມຂັງດັດສ້າງ ຂອງກະຊວງ ປ້ອງກັນຄວາມສງົບ ພຸ້ນຮັບຜິດຊອບ ແຕ່ມັນຕັ້ງຢູ່ຂອບເຂດເມືອງຈັນທະບູຣີ ຊື່ໆ."
ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ ໄປຫາຄຸກຢູ່ໂພນຕ້ອງ ແລະກົມຄຸມຂັງດັດສ້າງ ກະຊວງປ້ອງກັນຄວາມສງົບ ເພື່ອຖາມຣາຍລະອຽດ ເພີ້ມຕື່ມ, ແຕ່ເຈົ້າຫນ້າທີ່ກ່ຽວຂ້ອງ ຍັງບໍ່ຍອມໃຫ້ ສຳພາດແກ່ສື່ມວນຊົນ ກ່ຽວກັບຄວາມຄືບຫນ້າ ໃນການຕິດຕາມນັກໂທດເທື່ອ ແລະ ຍັງບໍ່ແນ່ໃຈວ່າ ຈະມີການຖແລງຂ່າວຫລືບໍ.
ເຖິງຢ່່າງໃດກໍຕາມ ໃນມື້ວັນທີ 24 ສິງຫາ ຜ່ານມາ ທ່ານ ພັນເອກ ສຸພະຈັນ ບຸດດາຄຳ ຫົວຫນ້າກອງບັນຊາການປ້ອງກັນຄວາມສງົບ ນະຄອນ ຫຼວງວຽງຈັນ ໄດ້ແຈ້ງໃຫ້ຜແນກຕຳຣວດ ຈະຣາຈອນ ແລະບັນດາຫ້ອງການ ປກສ ເມືອງຕ່າງໆ ຊ່ອຍກັນກວດຫາ ຣົດກະບະ ວິໂກ ຄັນເປົ້າຫມາຍຢ່າງເຂັ້ມງວດ ກ່ອນທີ່ຈະຫລົບຫນີ ອອກຈາກ ນະຄອນຫຼວງວຽງຈັນ. ດັ່ງທ່ານ ເວົ້າວ່າ:
"ແຈ້ງໃຫ້ຜແນກຈະຣາຈອນ ນະຄອນຫລວງ ຢູ່ໃນຕົວເມືອງໄປຫາ ເມືອງໄຊທານີ ປາກງື່ມເນາະ ແລະກະ 4 ເມືອງ ໃນນີ້້ແຫລະ ເອົາໃຈໃສ່ຕິດຕາມ ຖ້າເຫັນຣົດວິໂກ ສີບາຣອນ ກວດກາ ຊັກຖາມໃຫ້ຣະອຽດ ໃຫ້ກວດກາຄືນກ້ອງວົງຈອນປິດ ນັບແຕ່ຢູ່ບໍຣິເວນ ອ້ອມໂພນຕ້ອງ ອອກໄປຕາມໃຈທາງວ່າມີຣົດເບີໃດ."
ອິງຕາມຂໍ້ມູນເບື້້ອງຕົ້ນ ຂອງຜແນກປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ໄດ້ເປີດເຜີຍຣາຍຊື່ ແລະ ຮູບພາບຂອງນັກໂທດ ຈຳນວນນຶ່ງທີ່ກຳລັງຫລົບຫນີ ໃນນັ້່ນ ປະກອບດ້ວຍ ນັກໂທດຊາວໄທ 3 ຄົນ ຊື່ ທ້າວເນັງຈາງ, ທ້າວ ເຟີລີ ແລະ ທ້າວ ມາຈາງ ທັງສາມຖືກກັກໂຕ ຕັ້ງແຕ່ວັນທີ 9 ທັນວາ ປີ 2019 ສ່ວນນັກໂທດ ຄົນອື່ນໆນັ້ນ ຍັງບໍ່ຮູ້ວ່າ ເປັນນັກໂທດຈາກ ປະເທດໃດແດ່ ແລະ ມີນັກໂທດລາວ ຮ່ວມຢູ່ນຳອີກບໍ.
ກ່ຽວກັບເຣື້ອງນີ້ຊາວລາວ ທ່ານນຶ່ງ ໃຫ້ຄວາມເຫັນວ່າ ການລັກອອກຈາກຄຸກ ຂອງນັກໂທດກຸ່ມດັ່ງກ່າວ ຕ້ອງມີການວາງແຜນລ່ວງຫນ້າ ຢ່າງແນ່ນອນ ຍ້ອນມີຣົດມາຈອດຖ້າຮັບ ອີກທັງ ປະຕູຄຸກ ກໍເປີດໄວ້ ໂດຍບໍ່ມີເຈົ້າຫນ້າທີ່ຍາມ ຊຶ່ງອາດເປັນໄປໄດ້ວ່າ ມີການຕິດຕໍ່ວາງ ແຜນລ່ວງຫນ້າ ຕ່າງຈາກ ການໂຕນອອກຈາກຄຸກ ແບບປົກກະຕິ ດັ່ງທ່ານເວົ້າວ່າ:
“ກະຊິຄືຫຼາຍຄົນຄິດຫັ້ນແຫຼະ ມັນຄ້າຍໆກັນວ່າ ມີແນວວາງແຜນອັນໃດອັນນື່ງ ມັນບໍ່ຫນ້າຈະເປີດປານນັ້ນເນາະ ປະຕູຂ້າງໃນຄຸກຫ້ັນເນາະ ເປີດປະຕູກໍຕ້ອງມີຄົນຍາມ ຄັນນັກໂທດ ຫນີຫັ້ນ ຜູ້ຍາມນີ້ ມັນຍິງປືນຂູ່ ຄັນບໍ່ຢຸດສາມາດຍິງໃຫ້ຕາຍໄດ້."
ຊາວລາວອີກທ່ານນຶ່ງເຊື່ອວ່າ ສາເຫດດັ່ງກ່າວອາດຈະມີເຈົ້າຫນ້າທີ່ບາງຄົນ ມີສ່ວນຮ່ວມນຳ ແລະເປີດໂອກາດ ໃຫ້ນັກໂທດລັກຫນີອອກໄປ ຢາກໃຫ້ມີການສືບສວນ ໃຫ້ລະອຽດ ເພື່ອ ຊອກຫາຜູ້ທີ່ມີສ່ວນຮ່ວມ ເອົາມາລົງໂທດ ຕາມກົດຫມາຍ. ດັ່ງທ່ານເວົ້າວ່າ:
“ຄັນວ່າຈັບຜູ້ລັກໂຕນຫັ້ນສາເນາະ ຊິໄດ້ສອບຫັ້ນແຫຼະວ່າ ມີຜູ້ຮ່ວມຂະບວນການ ຜູ້່ວາງແຜນເຣື້ອງການລັກຫນີ ການແຫກຄຸກຫ້ັນນ່າ ມີພາກສ່ວນກ່ຽວຂ້ອງ ມີເຈົ້າຫນ້າທີ່ນີ້ບໍ່ ແມ່ນຫຍັງນີ້ນະ ເພາະວ່າໂຕນີ້ມັນ ເປັນເຣື້ອງຣະອຽດອອ່ນ ທີ່ວ່າບໍ່ຄວນມອງຂ້າມ ເປັນຫຍັງຄື ໃຫ້ຈະເຈົ້າມີໂອກາດຫ້ັນນະ."
ໃນຂນະດຽວກັນ ໃນຕອນແລງ ຂອງມື້ວັນທີ 25 ສີງຫາ ນີ້ເຈົ້າຫນ້າທີປະຈຳຄຸກໂພນຕ້ອງ ກໍໄດ້ແຈ້ງຄວາມຄືບຫນ້າ ຕໍ່ສື່ມວນຊົນວ່າ ເຈົ້າຫນ້າທີ່ສາມາດຈັບນັກໂທດໄດ້ແລ້ວ 5 ຄົນ ຍັງ ຫລົບຫນີຢູ່ 7 ຄົນ ຊຶ່ງທັງຫມົດເປັນນັກໂທດ ຄ້າຢາເສບຕິດ ອິງຕາມການຣາຍງານ ຂອງຫນັງສືພີມວຽງຈັນທາມສ.
ກ່ອນຫນ້ານີ້ ເມື່ອວັນທີ 11 ພືສພາ ປີ 2018 ໄດ້ເກີດເຫດນັກໂທດ 11ຄົນ ໂຕນຫນີຈາກຄຸກດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໂດຍໃຊ້ເຫລັກສະແລງ ແລະ ເຄື່ອງຕັດເຫລັກ ເຈາະຝາຫ້ອງນ້ຳ ໃຫ້ເປັນຮູໃຫຍ່ ລອດອອກແລ້ວປີນຂ້າມ ກຳແພງຫລົບຫນີ ແຕ່ເຈົ້າຫນ້າທີ່ສາມາດ ຈັບໄດ້ຫມົດທຸກຄົນໃນເວລາຕໍ່ມາ.