ການສອບເສັງຈົບຊັ້ນ ມັທຍົມ
2017.06.12
ເຈົ້າຫນ້າທີ່ ຫ້ອງການສຶກສາ ແຂວງຫລວງພຣະບາງ ທ່ານນຶ່ງກ່າວວ່າ ການສອບເສັງ ຈົບຊັ້ນ ມັທຍົມຕົ້ນ ຈະເລີ້ມໃນວັນທີ 13 ມິຖຸນາ ແລະ ມັທຍົມປາຍ ຈະແມ່ນໃນວັນທີ 20 ມິຖຸນາ 2017 ນີ້, ຈະມີນັກຮຽນ ເຂົ້າເສັງ 8 ພັນຄົນ ສຳລັບມໍຕົ້ນແລະນັກຮຽນ ມໍປາຍ 4 ພັນ ກວ່າຄົນ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ມໍ 4 ນັ້ນຈະແມ່ນວັນທີ 13 ຫາ 15 ຈະມີປະມານ 8 ພັນຄົນພຸ້ນນະ ປິນີ້ ນັກຮຽນ ມໍ 7 ມີ 4372 ຊາວ-ຊາວເອັດ ສອງມື້".
ທ່ານກ່າວຕື່ມວ່າ ໃນປີທີ່ຜ່ານມາການສອບເສັງ ຈົບຊັ້ນມັທຍົມ ທີ່ແຂວງຫລວງພຣະບາງ ບໍ່ມີບັນຫາ ກ່ຽວກັບ ການສໍ້ໂກງຂໍ້ສອບ ຍ້ອນວ່າ ຂໍ້ສອບນັ້ນ ສົ່ງມາຈາກ ສ່ວນກາງ ແລະຈະແຈກໃຫ້ ສູນສອບເສັງ ໃນເມື່ອເຖິງເວລາ ສອບເທົ່ານັ້ນ.
ເຈົ້າຫນ້າທີ່ໂຮງຮຽນ ມັທຍົມສົມບູນ ສັນຕິພາບ ທີ່ແຂວງຫຼວງພຣະບາງ ກ່າວວ່າ ໃນປີນີ້ ທາງໂຮງຮຽນ ມີການຕຽມພ້ອມ ທຸກຢ່າງໃນການ ສອບເສັງ ເປັນຕົ້ນຫ້ອງສອບ ອຸປກອນການສອບ ແລະ ເຈົ້າຫນ້າທີ່ ຄວບຄຸມ ການສອບເສັງ. ດັ່ງ ຜູ້ອຳນວຍການ ໂຮງຮຽນ ກ່າວໃນຕອນນຶ່ງວ່າ:
"ພວກເຮົາໄດ້ຕິວ ໃຫ້ກ່ອນຫນ້າເນີ ຕິວໃຫ້ມາຣະຍະ ສາມສີ່ອາທີດ ຂ້າງຫນ້າ ຕິວໃຫ້ຫມົດແລ້ວ ດຽວນີ້ນັກຮຽນ ກໍກະກຽມຫມົດແລ້ວ ຄູ ອາຈານ ສະຖານທີ່".
ທ່ານວ່າ ປີນີ້ໄດ້ຕິວໃຫ້ເດັກນັກຮຽນ ທີ່ຈະສອບເສັງ ຊັ້ນມັທຍົມຕົ້ນ ເປັນພິເສດ ເພາະຈະມີການສອບເສັງ ພາສາອັງກິດ ເປັນເທືີ່ອທຳອິດ ຊຶ່ງທາງໂຮງຮຽນ ກໍຄາດຫວັງ ຢາກໃຫ້ນັກຮຽນ ເສັງຜ່ານ 95 ສ່ວນຮ້ອຍ ຂອງຜູ້ເຂົ້າສອບເສັງ ທັງຫມົດ. ໃນທົ່ວປະເທດ ມີນັກຮຽນເຂົ້າ ສອບເສັງ ມັທຍົມຕົ້ນ ແລະປາຍ ໃນປີນີ້ປະມານ 1 ແສນ 6 ຫມື່ນຄົນ.