ໂຈະວັນສອບເສັງຍ້ອນຂໍ້ສອບ ຮົ່ວ

ຈເຣີນສຸຂ
2015.06.26
F-test ໂຈະ ວັນສອບເສັງ ຍ້ອນ ຫົວຂໍ້ສອບ ຮົ່ວ (ຕົວຢ່າງ ຂໍ້ສອບເສງ ທີ່ ທາງເອເຊັຽເສຣີ ໄດ້ຮັບ)
Citizen Journalist

ກະຊວງ ສຶກສາ ທິການ ແລະ ກິລາ ສັ່ງ ໂຈະ ການ ສອບເສັງ ຈົບຊັ້ນ ມັທຍົມ ຕອນປາຍ ຫລື ມ. 7 ໃນ ທົ່ວ ປະເທດ ໃນ ມື້ ວັນສຸກ, ວັນທີ 26 ມິຖຸນາ 2015, ຊຶ່ງ ເປັນມື້ ສຸດທ້າຍ ຂອງການ ສອບເສັງ ຖ້າມກາງ ກະແສຂ່າວ ນອງນັນ ກ່ຽວກັບ ການຮົ່ວ ຂອງ ຫົວບົດ ສອບເສັງ, ອີງຕາມ ຣາຍງານ ຈາກ ທ້ອງຖິ່ນ ໃນ ມື້ ວັນທີ 26 ມິຖຸນາ ນີ້.

ນັກຮຽນ ມັທຍົນ ຕອນປາຍ ທີ່ ຜິດຫວັງ ກັບການ ສັ່ງ ໂຈະ ການ ສອບເສັງ ຄັ້ງນີ້ ກ່າວວ່າ ຫົວບົດ ສອບເສັງ ວິຊາ ຄະນິດສາດ ແລະ ປວັດສາດ ທີ່ ຮົ່ວ ເຣີ່ມສົ່ງ ຕໍ່ກັນໄປ ໃນກຸ່ມ ນັກຮຽນ ຢ່າງ ຫລວງຫລາຍ ໃນ ຕອນແລງ ວັນ ພະຫັດ ແລະ ບາງຄົນ ກໍໄດ້ ເອົາໄປ ເຜີຍແຜ່ ທາ ງສື່ ສັງຄົມ ອອນລາຍ.

ສ່ວນ ນັກຮຽນ ອີກ ຜູ້ນຶ່ງ ທີ່ ເມືອງ ໄຊເສດຖາ, ນະຄອນ ຫລວງ ວຽງຈັນ ກ່າວ ຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

“ທຳອິດ ມັນກະ ເປັນ ຂໍ້ສອບເສັງ ຮົ່ວ, ລະວ່າ ບໍ່ຮອດມື້ ເສັງຊ້ຳ ຂໍ້ສອບ ຄຳຕອບ ຫັ້ນນ່າ ອອກມາ ແລ້ວ, ລະຄື ຊິໄປຮອດ ຫູ ຂັ້ນເທິງ ເບາະ ຫລືວ່າ ຈັ່ງໃດ? ເພິ່ນ ກະເລີຍ ສັ່ງໂຈະ ການ ເສັງ ມື້ນີ້ ໃນທົ່ວ ປະເທດ ເລີຍ.”

ລາວ ກ່າວ ຕື່ມວ່າ ຫົວບົດ ສອບເສັງ ບໍ່ແມ່ນ ຮົ່ວ ແຕ່ ສຳລັບ ມື້ ສອບເສັງ ວັນສຸກ ວັນທີ 26 ນີ້ ເທົ່ານັ້ນ, ແຕ່ ມັນເກີດ ຂຶ້ນ ໃນ ມື້ ສອບເສັງ ມື້ ທຳອິດ, ຄື ວັນອັງຄານ ວັນທີ 23 ມິຖຸນາ ພຸ້ນ, ອັນເຮັດໃຫ້ ນັກຮຽນ ຈຳ ນວນຫລາຍ ສາມາດ ຕອບ ຂໍ້ ສອບເສັງ ໄດ້ ຢ່າງ ງ່າຍດາຍ. ດັ່ງນັ້ນ ບັນດາ ນັກຮຽນ ຈຶ່ງ ເຊື່ອວ່າ ທາງ ກະຊວງ ສຶກສາ ທິການ ແລະ ກິລາ ຮູ້ ເຖິງ ບັນຫາ ດັ່ງກ່າວ ເລີຍ ມີ ຄຳສັ່ງ ດ່ວນ ເພື່ອ ໃຫ້ໂຈະ ການ ສອບເສັງ ຈົບ ຊັ້ນ ມັທຍົມ ຕອນປາຍ ຢ່າງ ກະທັນຫັນ.

ຕໍ່ບັນຫາ ດັ່ງກ່າວ, ນັກຂ່າວ ວິທຍຸ ເອເຊັຽ ເສຣີ ໄດ້ ໂທຣະສັບ ໄປຍັງ ກົມ ມັທຍົມ, ກະຊວງ ສຶກສາ ທິການ ແລະ ກິລາ ເພື່ອ ສອບຖາມ ເຫດຜົນ ຂອງ ການໂຈະ ການ ສອບເສັງ ຄັ້ງນີ້, ຊຶ່ງ ເຈົ້າໜ້າທີ່ ສຶກສາ ທີ່ ຂໍສງວນຊື່ ກ່າວ ຢືນຢັນ ວ່າ ການ ຮົ່ວ ຂອງ ຫົວບົດ ສອບເສັງ ນັ້ນ, ບໍ່ແມ່ນ ຄວາມຈິງ ແລະ ວ່າ ເປັນການ ໃສ່ ຮ້າຍ ປ້າຍສີ ຂອງ ກຸ່ມ ຄົນບໍ່ດີ ທີ່ ຫວັງ ທຳລາຍ ມ້າງເພ ຊື່ ສຽງ ຂອງ ການຈັດຕັ້ງ, ແລະ ທ່ານ ກໍ ໃຫ້ ເຫດຜົນ ວ່າ ການ ໂຈະ ການ ສອບເສັງ ຢ່າງ ກະທັນຫັນ ແມ່ນຍ້ອນ ການ ແຈກຍາຍ ຫົວບົດ ສອບເສັງ ບໍ່ທົ່ວ ເຖິງກັນ ໃຫ້ ຕຣົງ ເວລາ ໃນທຸກໆ ສູນ ສອບເສັງ, ຊຶ່ງ ກໍເປັນຈຸດ ບົກຜ່ອງ ຂອງການ ຈັດຕັ້ງ ເອງ ທີ່ ຈະຕ້ອງ ໄດ້ ເບິ່ງຄືນ.

“ສອບເສັງ ມື້ເຊົ້າ ນີ້ ມັນໂຈະ ຍ້ອນວ່າ ມີບາງ ເມືອງ ບາງສູນ ຫັ້ນ ມັນໄກ ເນາະ ຫົວບົດ ສອບເສັງ ຂະເຈົ້າ ເອົາໄປ ມັນ ບໍ່ຮອດ ມັນ ບໍ່ພໍກັນ ລະມັນ ຍັງສູນ ນຶ່ງ ເບາະ ສອງສູນ, ເພິ່ນລະ ໃຫ້ໂຈະ. ອັນນີ້ ມັນ ແມ່ນ ເຂົາ ໂສກັນ ຊື່ໆດອກ ວ່າ ຂໍ້ສອບ ນັ້ນຮົ່ວ ຂໍ້ສອບນີ້ ຮົ່ວ, ທີ່ ຈິງລະ ມັນ ພະນັກງານ ເຮົາ ບາງຄົນ ມັນ ເອົາໄປສົ່ງ ມັນໄກ ເດເນາະ ເວລາ ນັບໄປ ລະມັນ ກະບໍ່ຄົບ ຫັ້ນນ່າ.”

ພ້ອມດຽວ ກັນ ນັ້ນ ທາງ ກະຊວງ ສຶກສາ ທິການ ແລະ ກິລາ ກໍໄດ້ ອອກ ແຈ້ງການ ເລກທີ 2623 ລົງ ວັນທີ 26 ມິຖຸນາ 2015, ໂດຍ ການ ລົງນາມ ຂອງ ດຣ. ສີສະໝອນ ສິດທິຣາດ, ຫົວໜ້າ ຫ້ອງການ ກະຊວງ ສຶກສາ ທິການ ແລະ ກິລາ, ຊຶ່ງ ມີໃຈຄວາມ ສັ້ນໆວ່າ: ເນື່ອງຈາກ ວ່າ ມີບາງ ເມືອງ ມີຄວາມ ຫຍຸ້ງຍາກ ແລະ ບໍ່ທັນມີ ຄວາມພ້ອມ ໃນການ ຈັດຕັ້ງ ສອບເສັງ ບາງ ວິຊາ ຕາມ ຕາຕະລາງ ທີ່ ກຳນົດ. ສະນັ້ນ, ຈິ່ງ ເລື່ອນ ການ ສອບເສັງ ວິຊາ ຄະນິດສາດ ແລະ ປວັດສາດ ໄປໃສ່ ວັນຈັນ, ວັນທີ 29 ມິຖຸນາ ປີ 2015.

ເຖິງຢ່າງໃດ ກໍຕາມ, ກ່ຽວກັບ ການຮົ່ວ ຂອງ ຫົວບົດ ສອບເສັງ ວິຊາ ຄະນິດສາດ ແລະ ປວັດສາດ ທີ່ ກຳນົດ ໃສ່ ມື້ວັນທີ 26 ມິຖຸນາ 2015 ນີ້, ທາ ງວິທຍຸ ເອເຊັຽ ເສຣີ ກໍໄດ້ຮັບ ສຳເນົາ ຫົວບົດ ສອບເສັງ ຂອງ 2 ວິຊາ ດັ່ງກ່າວ ທີ່ ຮົ່ວ ອອກມາ ນັ້ນ ຈາກ ນັກຮຽນ ມັທຍົມ ທີ່ ບໍ່ປະສົງ ອອກຊື່ ໄດ້ ສົ່ງໃຫ້ ໃນ ມື້ ວັນທີ 26 ມິຖຸນາ, ເຖິງ ແມ່ນວ່າ ການ ສອບເສັງ ວິຊາ ດັ່ງກ່າວ ໄດ້ເລື່ອນ ໄປໃສ່ ວັນຈັນ ວັນທີ 29 ມິຖຸນາ ປີ 2015 ນີ້ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.