ນັກສຶກສາຈົບຂແນງຫາ ວຽກ ຍາກ

ຈໍາປາທອງ
2015.09.30
F-NUL ມະຫາວິທຍາໄລ ແຫ່ງຊາດ ສປປ ລາວ
RFA/LX

ປັຈຈຸບັນ ມະຫາ ວິທຍາໄລ ແລະ ວິທຍາໄລ ຕ່າງໆ ຢູ່ ສປປລາວ ກຳລັງ ຈັດພິທີ ມອບ-ຮັບ ໃບ ປະກາສນິຍະບັດ ສົກ ການສຶກສາ 2014-2015. ປີນີ້ ໃນ ຈຳນວນ ບັນດິດ ທີ່ ຈົບໃຫມ່ ຫຼາຍທີ່ສຸດ ແມ່ນຈົບ ຂະແຫນງ ເສຖສາດ, ຕໍ່ມາ ກໍແມ່ນ ສຶກສາສາດ ແລະ ວິສວະກັມສາດ. ຕາມຄຳເວົ້າ ຂອງ ນັກ ວິຊາການ ມະຫາ ວິທຍາໄລ ແຫ່ງຊາດ ລາວ ຕໍ່ ເອເຊັຽ ເສຣີ. ຖ້າເວົ້າ ໄປແລ້ວ ການສ້າງ ບັນດິດ ໃໝ່ ຢູ່ລາວ ບໍ່ຄ່ອຍ ຖືກກັບ ຄວາມ ຕ້ອງການ ຂອງ ຕລາດ ແຮງງານ ຍ້ອນ ນັກສຶກສາ ມັກເລືອກ ຮຽນ ວິຊາ ທີ່ ສັງຄົມ ສ່ວນຫຼາຍ ນິຍົມ. ດັງ ທ່ານ ເວົ້າວ່າ:

"ຄື ຕາມເຮົາ ອ່ານ ໃນປຶ້ມ ເສຖສາດ ບໍຣິຫານ ທຸຣະກິດ ຈະມາເປັນ ເບີ 1, ແຕ່ຄວາມ ຕ້ອງການ ຂອງ ຕລາດ ມັນກະ ບໍ່ແນ່ດອກ ວ່າຈະຕ້ອງ ການແຕ່ ເສຖສາດ ບໍ່. ວິສວະກັມ ເຣື້ອງ ກົນຈັກ ອິເລັຄຕຣິກ ເຂົາ ກໍຕ້ອງການ ຫຼາຍຢູ່. ມັນເປັນ ລົສນິຍົມ ຂອງ ສັງຄົມ ຊືໆ ເສຖສາດ ຫັ້ນນະ. ແຕ່ຄວາມ ຕ້ອງການນັ້ນ ຄື ໄຟຟ້າ ຄົມມະນາຄົມ. ຖ້າ ໄດ້ຮວມແລ້ວ ຂະແຫນງ ວິສວະກັມ ວິທຍາສາດ ນີ້ ຄົນບໍ່ຮຽນ ເພາະ ມັນຍາກ ແຕ່ຄວາມ ຕ້ອງການ ຂອງຕລາດ ມີຫຼາຍ".

ທ່ານກ່າວ ຕື່ມວ່າ ນອກຈາກ ນັ້ນ ຍັງມີອີກ ວິຊາ ນຶ່ງ ທີ່ ຕລາດ ແຮງງານ ຕ້ອງການ ຫຼາຍ ແຕ່ບໍ່ຄ່ອຍ ມີ ຜູ້ສົນໃຈ ຮຽນ ນັ້ນຄື ສະຖາປັຕຍະກັມສາດ ແລະ ກະສິກັມ:

"ການ ອອກແບບ ການ ດີຊາຍ ຣາຄາ ມັນສູງ ແຕ່ ຄົນຄຶດວ່າ ມັນຍາກ ເລີຍ ບໍ່ຢາກຮຽນ. ຈົບ ບໍ່ຫຼາຍ ປີນີ້ ມີແຕ່ຮ້ອຍ ປາຍ ປະມານ 140 ຄົນ ອອກແບບ, ເຄຫາ, ແລະ ຜັງເມືອງ. ສ່ວນ ກະເສດ ນີ້ ຄົນ ບໍ່ຄ່ອຍຮຽນ ແຕ່ຄວາມ ຕ້ອງການ ກໍມີສູງ ເນາະ ມັນແມ່ນ ເຣື້ອງ ການຜລິດ ກ່ຽວກັບ ກະສິກັມ ແຕ່ ເດັກນ້ອຍ ຄຶດວ່າ ຖ້າໄປ ເຮັດນາ ເຮັດສວນ ມັນ ບໍ່ມັກ".

ສຳລັບ ງານ ຕລາດ ນັດພົບ ແຮງງານ ທີ່ ຈັດຂຶ້ນ ທຸກໆປີ ນັ້ນ ນັກ ວິຊາການ ລາວ ທ່ານນີ້ ເຫັນວ່າ ຊ່ອຍໄດ້ຫຼາຍ ໃນການ ຈັດຫາ ວຽກເຮັດ ງານທຳ ໃຫ້, ຂນະທີ່ ປັດຈຸບັນ ນັກສຶກສາ ສ່ວນນຶ່ງ ມີ ເປົ້າໝາຍ ເຮັດ ທຸຣະກິດ ສ່ວນຕົວ ຊຶ່ງ ທາງ ມະຫາ ວິທຍາໄລ ແຫ່ງຊາດ ກໍ ເຫັນດີນຳ ເພາະມັນ ຈະຊ່ອຍ ຫລຸດຜ່ອນ ພາລະ ຂອງ ຣັຖບານ ໃນ ການຊອກ ວຽກເຮັດ ງານທຳ ໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.