ຄົນງານລາວຖືກສົ່ງກັບ ອີກ 60 ຄົນ

ພູວົງສ໌
2020.08.22
F-Lao-Workers-Nongkhai ໂຕຢ່າງເຫດການ ເມື່ອຕົ້ນເດືອນ ສິງຫາ 2020 ຄົນງານລາວ ທີ່ ເດີນທາງມາຈາກ ແຂວງຕ່າງໆຂອງໄທຍ ເພື່ອລໍຖ້າຂ້າມ ດ່ານສາກົລ ວຽງຈັນ-ໜອງຄາຍ ແລະ ປັດຈຸບັນ ຖືກ​ສົ່ງ​ໄປສູນ​​ກັກ​ໂຕຫຼັກ 27 ນະຄອນ​ຫຼວງວຽງຈັນ ເພື່ອ​ເຝົ້າ​ຕິດ​ຕາມ ເຊື້ອ​ໂຄວິດ-19 ເປັນ​ເວ​ລາ 14 ມື້.
ນັກຂ່າວພົລເມືອງໄທຍ

ໃນວັນທີ 19 ສິງຫາ ນີ້, ເຈົ້າໜ້າທີ່ດ່ານກວດຄົນເຂົ້າເມືອງ ຂອງໄທຍ ປະຈຳຂົວມິຕພາບ ວຽງຈັນ-ໜອງຄາຍ ໄດ້ສົ່ງຄົນລາວ ກັບຄືນ ປະເທດ 60 ຄົນ ທີ່ໝົດສັນຍາຈ້າງ ແລ້ວບໍ່ຢາກຢູ່ຕໍ່. ດ້ານເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແຂວງໜອງຄາຍ ທ່ານນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 20 ສິງຫາ ວ່າ:

“ພໍໝົດສັນຍາຈ້າງ ເຂົາຈະເດີນທາງອອກ ວ່າອອກທາງໃດ ທີ່ເຂົາສະດວກ ແລ້ວກໍໃກ້ບ້ານ ຫຼືວ່າທາງໜອງຄາຍ ຫຼືທາງມຸກດາຫານ ຫຼື ທາງເລີຍ ອີ່ຫຍັງຈັ່ງຊີ້ ໂດຍປົກກະຕິນີ້, ຖ້າມີຈຳນວນປະມານນຶ່ງ ທາງ ຕມ ກໍຈະປະສານຮັບເຂົາກໍຈະຮັບ. ບໍ່ແນ່ນອນ, ທາງ ຕມ ລາວ ເຂົາຈ້ອງຕຣຽມການ ຕ້ອງມີທີມສາທາຣະນະສຸຂ ຄັດກອງ ຂອງເຂົາ”

ທ່ານກ່າວຕື່ມວ່າ ດ່ານແຂວງໜອງຄາຍ ເປີດໃຫ້ຄົນລາວ ກັບຄືນປະເທດຕລອດ ໃຫ້ລົງທະບຽນໄວ້, ຈາກນັ້ນ ເຈົ້າໜ້າທີ່ຈະແຈ້ງໄປຫາ ທາງການລາວ. ສ່ວນວ່າດ່ານແຂວງເລີຍ ເປີດ 2 ຄັ້ງ ຄືຕົ້ນເດືອນ ແລະ ທ້າຍເດືອນ ຫາກຜູ້ໃດມາກາງເດືອນ ກໍຕ້ອງລໍຖ້າ. ດ່ານມຸກ ດາຫານ ແລະ ດ່ານອຸບົນຣາຊທານີ ຕ້ອງໂທຫາເຈົ້າໜ້າທີ່ ເປັນໄລຍະ ອາຈບໍ່ໄດ້ເປີດຄືດ່ານແຂວງ ໜອງຄາຍ. ຫຼັງຈາກຄົນງານລາວ ກັບຄືນໄປລາວ ເຂົາເຈົ້າ ຈະຖືກກັກໂຕຢູ່ກອງພັນຍິງປືນ ອ່າຊ້ຽນ ຫຼັກ 27 ນະຄອນຫຼວງວຽງຈັນ 14 ມື້.

ຄົນງານລາວຈາກໄທຍ ທີ່ບໍ່ມີວຽກງານທຳ ຫຼືໝົດສັນຍາຈ້າງ ຍັງຢາກກັບຄືນລາວຈຳນວນຫຼາຍ, ແຕ່ຍັງບໍ່ຮູ້ຂໍ້ມູນ ຈາກທາງການລາວ ແບບຈະແຈ້ງ ເຮັດໃຫ້ຄົນງານລາວຕ້ອງມາລໍຖ້າ ຂ້າມເມືອເຮືອນທີ່ປະເທດລາວ ຢູ່ຕາມດ່ານຂອງໄທຍ ເສັຽຄ່າໃຊ້ຈ່າຍເອງໄປຫຼາຍມື້. ເຈົ້າໜ້າທີ່ ເຮັດວຽກດ້ານແຮງງານ ທ່ານນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ສິງຫາ ນີ້ວ່າ:

“ບັນຫາກະຄື ເວລາກັບແລ້ວມັນບໍ່ມີຂໍ້ມູນ, ຢູ່ດ່ານໃດ, ຢູ່ສູນໃດ, ຕ້ອງໃຊ້ຈ່າຍທໍ່ໃດ, ມາໄລຍະໃດ ທີ່ວ່າຈະບໍ່ເສັຽເງິນຫຼາຍ, ຫັ້ນນ່າ. ຕ້ອງໄດ້ມາກັກໂຕຢູ່ເບື້ອງໄທຍ, ຫັ້ນລະ. ຖືວ່າເງິນທີ່ເຂົາຕິດໂຕມາຫັ້ນ ມັນໝົດລະ. ຄືເຮົາຮູ້ ແຮງງານລາວເຮົາໄປຫາເງິນນີ້ ມັນບໍ່ ໄດ້ເອົາມາ ເພື່ອລົງທຶນເນາະ. ເອົາມາເພື່ອເອົາມາຈຸນເຈືອ ເປັນເດືອນ ເປັນເດືອນໄປຊື່ໆ, ສ່ວນໃຫຍ່ເນາະ.”

ທ່ານກ່າວຕື່ມວ່າ ສ່ວນໃຫຍ່ຄົນງານລາວ ກັບເຂົ້າມາແລ້ວ ບໍ່ຄຶດວ່າຈະໄດ້ຢູ່ລາວດົນ ເຮັດໃຫ້ມີບັນຫາດ້ານຣາຍຮັບ ເພາະບໍ່ມີວຽກງານທຳ ເຮັດໃຫ້ບໍ່ມີເງິນຈຸນເຈືອຄອບຄົວ. ຫຼາຍຄົນກໍເປັນໜີ້ສິນຈຳນວນຫຼາຍ ບາງຄົນກໍລັກເຄື່ອງຂອງ ຂອງຊາວບ້ານໄປຂາຍກໍມີ.

ຄົນງານລາວຈາກໄທຍ ທີ່ກັບເຂົ້າມາລາວ ທ່ານນຶ່ງ ເວົ້າວ່າ ການເດີນທາງກັບຄືນລາວ ບໍ່ຮູ້ຂໍ້ມູນ, ເຊິ່ງເດີນທາງມາໜ້າດ່ານ, ໂດຍບໍ່ຮູ້ວ່າ ຈະຕ້ອງລໍຖ້າຈັກມື້ ທີ່ທາງການລາວ ຈະມາຮັບໂຕເຂົ້າລາວໄດ້ ເຊິ່ງຕອນມາເຖິງດ່ານແຂວງໜອງຄາຍ ເຈົ້າໜ້າທີ່ໄທຍບອກໃຫ້ລົງທະບຽນ ໄວ້ ແລະ ຈະແຈ້ງໄປຫາທາງການລາວ. ຈາກນັ້ນ, ຈະໂທຫາວ່າ ທາງການລາວ ຈະມາຮັບໂຕມື້ໃດ ແລະ ຕົນເອງກໍໄປຫາເຊົ່າຫ້ອງພັກ ທີ່ລາຄາຖືກ. ຫາກມາກັບໝູ່ ກໍຫານກັນ ເພາະຄ່າໃຊ້ຈ່າຍຈະເບົາບາງລົງ ແລະ ຄ່າກິນ ກໍຕ້ອງຊື້ເອງ, ເຊິ່ງຕົນເອງ ລໍຖ້າປະມານ 5 ມື້ ທາງການລາວເຖິງຈະມາຮັບໂຕ. ພໍຮັບໄປແລ້ວ, ກໍໄປກັກໂຕ 14 ມື້.

“ມີຢູ່ວິທີດຽວເທົ່ານັ້ນ, ກະຄືນັ່ງຣົດກັບໄປໜ້າດ່ານເລີຍ ຖາມເຈົ້າໜ້າທີ່ເຂົາໂດຍຕຣົງ ແລ້ວຄັນເຂົາໃຫ້ລົງທະບຽນ ກະຄືລົງທະບຽນໄວ້. ປະມານວ່າ ມື້ອື່ນເຊົ້າ ຊິໃຫ້ກັບ, ຈັ່ງຊີ້. ຕອນແລງຂະເຈົ້າຊິໂທນຳວ່າ ເຮົາໄດ້ກັບລະເດີ້ ເຮົາໄດ້ເບີທີທໍ່ໃດ, ປະມານນີ້. ລະເຮົາກະຫາ ໝ້ອງພັກໝ້ອງເຊົາ ຢູ່ແຖວນັ້ນ ທີ່ມັນລາຄາຖືກໆຫັ້ນ. ຄັນພັກນຳໝູ່ 2 ຄົນ ມັນກະຖືກໄປ ຢູ່ໄດ້ 2 ຄົນ 3 ຄົນ ກະແບ່ງກັນ.”

ຂະນະທີ່ ເຈົ້າໜ້າທີ່ແຮງງານ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ຄົນງານລາວຈາກໄທຍ ທີ່ຕ້ອງການຈະກັບຄືນລາວ ເມື່ອມາເຖິງ ດ່ານແລ້ວ, ບໍ່ແມ່ນວ່າຈະໄດ້ກັບເຂົ້າລາວເລີຍ ຕ້ອງລໍຖ້າໃຫ້ເຈົ້າໜ້າທີ່ ໄດ້ເບິ່ງຂໍ້ມູນເຣື່ອງສະຖານທີ່ກັກໂຕກ່ອນວ່າ ພຽງພໍບໍ່ ແລະຫາກບໍ່ ພຽງພໍ ກໍຕ້ອງລໍຖ້າກ່ອນ, ເຊິ່ງບໍ່ແນ່ນອນ. ເບື້ອງຕົ້ນ, ກໍຕ້ອງລໍຖ້າປະມານ 1 ສັປດາ ເພາະຄົນທີ່ຖືກກັກໂຕຢູ່ສູນ ກໍຕ້ອງເບິ່ງອາການ ໂຄວິດ-19. ດັ່ງທ່ານກ່າວວ່າ:

“ເພາະວ່າການກັບ ພວກເຮົາບໍ່ໄດ້ໃຫ້ກັບ ແບບຄືກັບທົ່ວໄປເນາະ ພວກເຮົາຕ້ອງເບິ່ງໄລຍະການກັບ. ອັນທີ 1 ແມ່ນສະຖານທີ່ ທີ່ຮອງຮັບ ຢູ່ໃນການກວດເຊື້ອ ຢູ່ໃນການລໍຖ້າເບິ່ງ ອາການ ຂອງພຍາດໂຄວິດນີ້, ມັນຮັບຄົນໄດ້ທໍ່ໃດ. ຄັນຮອງຮັບບໍ່ໄດ້ ກະໃຫ້ລໍຖ້າຢູ່ພຸ້ນ. ກຳນົດຫັ້ນ ບໍ່ແນ່ນອນວ່າຊິ 3 ມື້ 4 ມື້ 5 ມື້, ບາງເທື່ອກະທິດ 1 ກະມີ.”

ທ່ານກ່າວຕື່ມວ່າ ຢູ່ສູນກັກໂຕ ຫຼັກ 27 ນະຄອນຫຼວງວຽງຈັນ ສາມາດຮອງຮັບຄົນງານລາວ ໄດ້ປະມານ 1,000 ຄົນ ຫາກຫຼາຍກວ່ານັ້ນ ກໍຕ້ອງລໍຖ້າ ເພື່ອຣະບາຍຄົນອອກ. ເຈົ້າໜ້າທີ່ ແຮງງານ ແຂວງສວັນນະເຂດ ທ່ານນຶ່ງ ກ່າວວ່າ ປັດຈຸບັນ, ກໍມີຄົນລາວທະຍອຍກັນກັບ ຢູ່ເລື້ອຍໆ ຍ້ອນວ່າ ໝົດສັນຍາຈ້າງ ແລະ ບໍ່ມີວຽກງານເຮັດ ກໍຈຳເປັນຕ້ອງກັບບ້ານ ຫາກຈະຢູ່ໄທຍຕໍ່ ຄ່າໃຊ້ຈ່າຍກໍຫຼາຍ.

“ຄືໄລຍະນີ້ເນາະ ແຈ້ງການຂອງໄທຍເນາະ ເປີດໃຫ້ຄົນລາວທີ່ວ່າກິຈການຢູ່ຝັ່ງພຸ້ນຫັ້ນນ່າ ປິດລົງຫັ້ນນ່າ ກັບມາ. 2 ມາກະຄືໝວດທີ່ວ່າ ເອກະສານບໍ່ຖືກຕ້ອງ ໃຫ້ກັບມາ. ຖ້າກາຍວັນທີ 31 ສິງຫາ, ແມ່ນຈະປະຕິບັດຕາມຣະບຽບເນາະ ປັບໄໝອີ່ຫຍັງແມ່ນບໍ່ ເຂົາກະເລີຍກັບ. ເຂົາຢູ່ກະບໍ່ມີວຽກເຮັດ ມັນຄ່າໃຊ້ຈ່າຍແຕ່ລະວັນເດ.”

ຫວ່າງວັນທີ 5 ສິງຫາ ທີ່ຜ່ານມາ ກໍມີຄົນງານລາວ ຈຳນວນ 40 ປາຍຄົນ ລໍຖ້າຢູ່ຂົວມິຕພາບລາວ-ໄທຍ ແຫ່ງທີ 1 ມາດົນເຖິງ 2 ສັປດາປາຍ ເພື່ອຈະໃຫ້ທາງການລາວ ຮັບກັບເຂົ້າລາວ ພາຍຫຼັງ ທີ່ຕົກງານ ບໍ່ມີທີ່ພັກ ບໍ່ມີເງິນ ແລ້ວໄປນອນຕາກແດດຕາກຝົນ ຢູ່ ບໍຣິເວນທາງຍ່າງ ມຸງຫຼັງຄາ ໃກ້ຂົວ, ໂດຍເຈົ້າໜ້າທີ່ ຊ່ອຍເບິ່ງແຍງ ໃຫ້ອາຫານການກິນ. ຈາກນັ້ນ, ທາງການລາວຮັບຮູ້ເຣື່ອງ ກໍຮີບ ຣະບາຍຄົນຈາກສູນຫຼັກ 27 ຢູ່ນະຄອນຫຼວງວຽງຈັນ ເພື່ອໃຫ້ຄົນງານຈຳນວນດັ່ງກ່າວ ເຂົ້າໄປກັກໂຕຕາມມາຕການ. ສາເຫດທີ່ຊັກຊ້າ ກໍຍ້ອນວ່າ ສະຖານທີ່ກັກໂຕບໍ່ພຽງພໍ ເພາະຕ້ອງລໍຖ້າການຣະບາຍຄົນງານ ທີ່ກັກໂຕກ່ອນໜ້ານັ້ນອອກ.

ອີງຕາມຂໍ້ມູນ ຈາກກົມພັທນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສວັດດີການສັງຄົມ ໃນວັນທີ 17 ສິງຫາ ຜ່ານມາ ນີ້ວ່າ ປັດຈຸບັນຍັງມີຄົນງານລາວ ຕົກຄ້າງຢູ່ ຕ່າງປະເທດປະມານ 45 ພັນປາຍຄົນ. ໃນນັ້ນ, ຢູ່ໄທຍ 22 ພັນຄົນ ນັບແຕ່ມີການຣະບາດ ຂອງເຊື້ອໄວຣັສໂຄວິດ-19 ແລະ ເປັນບັນຫາ ທີ່ທາງການລາວ ຈະຕ້ອງແກ້ໄຂ ເພື່ອຊ່ອຍເຫຼືອຄົນງານລາວດັ່ງກ່າວ ທີ່ຕົກຄ້າງຢູ່ນັ້ນໃຫ້ ມາປະກອບອາຊີພ ທຳມາຫາກິນ ຢູ່ໃນປະເທດ ແລະ ແກ້ໄຂຄົນງານລາວ ທີ່ຢູ່ໄທຍ ສືບຕໍ່ເຮັດວຽກຢູ່ໄທຍ ໃຫ້ຖືກຕ້ອງຕາມ ກົດໝາຍ, ໂດຍຄົນງານລາວເຫຼົ່ານີ້ ບໍ່ຈຳເປັນຈະຕ້ອງກັບຄືນປະເທດ ເພື່ອເສັຽຄ່າໃຊ້ຈ່າຍ ແລະ ທັງເປັນການຫຼຸດຜ່ອນ ການຕິດເຊື້ອໂຄວິດ-19. ເບື້ອງຕົ້ນ, ເດືອນກັນຍານີ້ ລາວ ແລະ ໄທຍ ຈະມີການຈັດກອງປະຊຸມ ການແກ້ໄຂຄົນງານລາວ ທີ່ຍັງຕົກຄ້າງຢູ່ໄທຍ ຈຳນວນຫຼາຍ ໃຫ້ປອດພັຍ ເພື່ອກຳນົດຈັດຕັ້ງປະຕິບັດ ໃຫ້ລະອຽດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.