ສອບເສັງເອົາບັດຂຽວພໍເປັນ ພິທີ
2015.06.18
ນັກ ສຶກສາ ລາວ ຫຼາຍຄົນ ເວົ້າວ່າ, ການ ສອບເສັງ ເອົາ ບັດຂຽວ ກ່ອນຈະ ສະໝັກ ເຂົ້າ ເປັນ ພະນັກງານ ຣັຖກອນ ໃນ ຂະແໜງ ການ ຕ່າງໆ ນັ້ນ, ບໍ່ມີ ປະໂຍດ ຫຍັງ ບໍ່ມີ ຄວາມໝາຍ ຫຍັງ; ທຸກຄົນ ທີ່ ຢາກ ເຮັດວຽກ ນຳຣັດ ກໍຍັງ ຈຳເປັນ ຕ້ອງ ຊື້ຈ້າງ ເຂົ້າ ຢູ່ ຄືເກົ່າ; ບໍ່ ເທົ່ານັ້ນ ໃນ ເວລາ ສອບເສັງ, ກໍມີການ ກ່າຍກັນ ແລະ ປະກົດ ວ່າ ຜູ້ໃດ ກໍໄດ້ ຄະແນນ ສູງ ທັງນັ້ນ. ດັ່ງ ນັກ ສຶກສາ ຜູ້ນຶ່ງ ທີ່ ເຄີຍ ເສັງເຂົ້າ ກະຊວງ ການເງິນ, ໄດ້ ກ່າວ ຕໍ່ ຜູ້ສື່ຂ່າວ ພວກເຮົາ ວ່າ:
"ການ ເສັງ ເອົາ ບັດຂຽວ ນີ້ແມ່ນ ໃຜ ກະ ສາມາດ ໄປ ເສັງ ເຂົ້າໄດ້, ອາການ ເສັງນີ້ ກະ ແບບວ່າ ບໍ່ ເຄັ່ງຄັດ ໃຜ ກ່າຍ ກະໄດ້ ສລຸບ ລວມ ອອກມາ, ຜູ້ໃດ ກະໄດ້ ຄະແນນ ສູງ ໝົດ, ອັນທີ່ຈິງ ແລ້ວ ກະບໍ່ມີ ຜົນຫຍັງ ດອກ ເພາະວ່າ ຂະເຈົ້າ ກະ ເບິ່ງວ່າ ຜູ້ທີ່ຈະ ເສັງ ເຂົ້າ ມີ ຄຸນນະວຸດທິ ອັນ ອື່ນ ຫລືວ່າ ຈະເບິ່ງ ອັນ ໜ້າວ່າ ເປັນ ລູກຫລານ ໃຜບໍ່, ຂະເຈົ້າ ມີ ໂຄຕາ ສະເພາະ ລູກຫລານ ຂະເຈົ້າ ຫັ້ນນ່າ ສຸດທ້າຍ ລະກະ ບໍ່ມີ ຜົນ ຫຍັງດອກ".
ນັກ ສຶກສາ ຜູ້ນີ້ ເວົ້າ ຕື່ມວ່າ, ນອກຈາກ ນັ້ນ ນັກ ສຶກສາ ລາວ ຫລາຍຄົນ ຍັງ ວິພາກ ວິຈານ ຢ່າງ ກວ້າງຂວາງ ໃນ ສື່ສັງຄົມ ອອນລາຍ ວ່າ, ການ ສອບເສັງ ເອົາ ບັດຂຽວ ທີ່ ຈັດຂຶ້ນ ໂດຍ ກະຊວງ ພາຍໃນ ນັ້ນ ເປັນການ ຫາ ຣາຍໄດ້ ຈາກ ນັກ ສຶກສາ ຊື່ໆ ເພາະ ສຸດທ້າຍ ການ ຕັດສິນ ໃນ ການ ຮັບເອົາ ພະນັກງານ ໃໝ່ ແທ້ໆ, ກໍຂຶ້ນ ກັບ ກະຊວງ ຫຼື ອົງການ ຈັດຕັ້ງ ນັ້ນໆ ບໍ່ແມ່ນ ຍ້ອນ ບັດຂຽວ.
ເຖິງ ຢ່າງໃດ ກໍດີ ເມື່ອ ອາທິດ ທີ່ ແລ້ວ ທ່ານ ຄຳມູນ ວິພົງໄຊ ຣັຖມົນຕຣີ ຊ່ວຍ ວ່າການ ກະຊວງ ພາຍໃນ ປະກາດ ວ່າ, ທາງການ ລາວ ໄດ້ ໂຈະ ການ ສອບເສັງ ເອົາ ພະນັກງານ ໃໝ່ ແລ້ວ, ເພາະ ຂາດ ງົບປະມານ.