ອະດີດຣັຖກອນຂໍໃຫ້ ການສອບເສັງ ໂປ່ງໃສ

ໄຊຍາ
2018.10.25
F-police ພະນັກງານ ເຈົ້າໜ້າທີ່ຕໍາຣວດ ແຂວງຫຼວງນໍ້າທາ
RFA/VD

ອະດີດຣັຖກອນ ກະຊວງປ້ອງກັນຄວາມສງົບ ຢາກໃຫ້ການສອບເສັງຄັດເລືອກຮັບ ເອົາຣັຖກອນໃໝ່ ຂອງກະຊວງປ້ອງກັນຄວາມສງົບ ປະຈຳສົກປິ 2018–19 ທີ່ຈະຈັດຂຶ້ນ ໃນທ້າຍເດືອນຕຸລາ ປີນີ້ ຂໍໃຫ້ມີຄວາມຍຸຕິທັມ ແລະໂປ່ງໃສ. ດັ່ງ ທ່ານອະດີດ ຣັຖກອນ ປກສ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ຕຸລາ ນີ້ວ່າ:

"ເຣື່ອງຄວາມໂປ່ງໃສ ນີ້ມັນກໍ່ບໍ່ຢາກມີຫັ້ນແຫຼະ ດຽວນີ້ບັນດາເຂົາບໍ່ຄິດເພື່ອສ່ວນລວມ ເພື່ອຊາດ ຕ່າງປະເທດນີ້ ເຂົາກໍ່ສອບເບິ່ງປວັດ ຢ່າງຄັກແນ່ ອັນນີ້ບໍ່ເວົ້າຮອດນ່າ ອັນນີ້ມັນ ກໍເຫັນແກ່ພັກແກ່ພວກ ແກ່ກິນອັນດຽວຫັ້ນ."

ນອກນັ້ນ ທ່ານຍັງໄດ້ຝາກເຕືອນໄປຍັງ ຣັຖກອນໃໝ່ ຖ້າໄດ້ຜ່ານການຄັດເລືອກເປັນຣັຖກອນ ກໍຂໍໃຫ້ປະຕິບັດໜ້າທີ່ ດ້ວຍຄວາມສຸຈຣິດ ບໍ່ໃຫ້ມີການ ສໍ້ຣາດບັງຫຼວງ:

"ກໍຢາກເວົ້າຫັ້ນແລ້ວເຣື່ອງຄຸນສົມບັດ ຈິດໃຈ ນໍ້າໃຈ ຮັກຊາດນີ້ນ່າ ເຮັດໃຫ້ກໍຢາກໃຫ້ມີຄວາມໂປ່ງໃສ ມີຄວາມຍຸຕິທັມ ເຫັນແກ່ຄວາມ ເປັນທັມ ຄັນໄດ້ເຮັດຫຍັງ ແດ່ແລ້ວມີໜ້າມີຕາແລ້ວ ກໍໄປແນວໃໝ່ໃດ໋ດຽວນີ້ນະ ຍ້ອນບໍ່ເຄັ່ງຄັດ ເຣື່ອງກົດຣະບຽບນີ້ນ່າ."

ໃນຂນະດຽວກັນ ເຈົ້າໜ້າທີ່ຕຳຣວດ ປກສ ນະຄອນຫຼວງວຽງຈັນ ຢືນຢັນວ່າທຸກຂັ້ນຕອນ ມີຄວາມໂປ່ງໃສ ແລະຍຸຕິທັມ.

"ເຈົ້າແມ່ນແຫຼະ ກໍຕາມຣະບຽບຫຼັກການຫັ້ນນ່າ ແມ່ນໆຕົວນີ້ບໍ່ມີດອກ ເຈົ້າ ມີແຕ່ເສັງເຂົ້າ ກໍຄັດເລືອກແບບສອບ ຜູ້ໃດເສັງໄດ້ກໍໄດ້."

ທ່ານກ່າວຕື່ມວ່າ ການເປີດຮັບສມັກຄັດເລືອກ ເຂົ້າກອງກຳລັງ ປກສ ກໍເປັນໄປຕາມຣະບຽບຫຼັກການ ປັດຈຸບັນມີຜູ້ສມັກ ເຂົ້າສອບເສັງ ປະມານ 1 ພັນ ກວ່າຄົນ ຈາກ ທົ່ວປະເທດ ແລະ ການສອບເສັງ ຈະໄດ້ຈັດຂຶ້ນ ໃນຣະຫວ່າງ ວັນທີ 27 – 29 ເດືອນຕຸລາ ປີ 2018 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.