ລາວ-ຈີນສໍາມະນາຕ້ານການ ສໍ້ຣາສ


2013.11.07
F-default ລາວ-ຈີນສໍາມະນາຕ້ານການ ສໍ້ຣາສ
RFA

 

ສອງພັກຄອມມຸຍນິສ ສປຈີນແລະສປປລາວ ຮ່ວມກັນ ຈັດ ສໍາມະນາ ຄັ້ງທີ 2 ໃນ ວັນອັງຄານ ຜ່ານມາ ເພື່ອແລກປ່ຽນຫລັກການກໍາຈັດ ລຶບລ້າງ ການສໍ້ຣາສ ບັງຫລວງ ປັບປຸງ ວິນັຍພັກ ແລະ ສ້າງຕັ້ງ ຣັຖບານ ທີ່ ຂາວ ສະອາດ.

ການສໍາມະນາ ເທຶ່ອນີ້ເປັນປະທານຮ່ວມໂດຍ ທ່ານ ລຸຍ ກິບາວ ສະມາຊິກ ຄະນະກັມມະການຫ້ອງການການເມືອງສູນກາງພັກຄອມມຸນິສ ຈີນ ແລະ ທ່ານ  ບຸນທອງ ຈິດມະນີ ປະທານຄະນະກັມມະການກວດກາ ສູນກາງພັກ ສປປລາວ.

ທ່ານ ລຸຍ ຜູ້ທັງເປັນຫົວຫນ້າຫ້ອງການປະຊາສໍາພັນ ຂອງຄະນະກັມມະການສູນ ກາງພັກປະຊາຊົນຈີນ ກ່າວວ່າ 2 ປະເທດສປຈີນ ແລະ ສປປລາວ ເປັນປະເທດສັງຄົມນິຍົມດ້ວຍການແລະກໍປະເຊີນ ກັບບັນຫາ ແບບດຽວກັນ ໃນການປັບປຸງ ວິນັຍຂອງພັກ ແລະການສ້າງຕັ້ງ ຣັຖບານ ທີ່ຂາວສະອາດ.

ທ່ານໄດ້ໃຫ້ຄໍາແນະນໍາ ແກ່ທ່ານ ບຸນທອງ ກ່ຽວກັບປະສົພການ ຂອງຈີນ ໃນການປາບປາມ ການສໍ້ຣາສບັງຫລວງ ດັ່ງການ ປັບປຸງວິນັຍ, ການລົງໂທດ ຜູ້ກະທຳຜິດ ການປ້ອງກັນ ການສືບສວນ ແລະການຊີ້ແນະ ຫລື ໃຫ້ຄຳແນະນໍາ ຢ່າງເຂັ້ມງວດ.

ທ່ານຫວັງວ່າ ທັງສອງຝ່າຍຈະໃຊ້ບົດຮຽນທິສດີຂອງການສໍາມະນາເທຶ່ອນີ້ໃຫ້ ເປັນປະໂຫຍດ ແລະຍົກຣະດັບການພົວພັນ ແລະການຮ່ວມ ມືຣະຫວ່າງກັນໃຫ້ ຫລາຍຂຶ້ນເພຶ່ອເສີມສ້າງຄວາມສຳພັນໃຫ້ແໜ້ນແຟ້ນ ຂຶ້ນກວ່າເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.