ຂ.ຈໍາປາສັກຂາດຄຣູສອນ

ຈໍາປາທອງ
2016.11.04
F-education ກະຊວງ ສຶກສາທິການ ແລະກິລາ ໃນ ນະຄອນຫຼວງ ວຽງຈັນ
RFA

ປັດຈຸບັນ ເມືອງສຸຂຸມາ ແຂວງ ຈໍາປາສັກ ຍັງຂາດ ຄຣູສອນຫຼາຍ ຍ້ອນວ່າ ໃນສົກ ການສຶກສາ ຜ່ານມາ ຄຣູ ຫຼາຍຄົນ ໄດ້ຍ້າຍໄປຢູ່ ເມືອງອື່ນ ທີ່ວ່າມີ ຄວາມສະດວກ ຫຼາຍກວ່າ, ຈໍານວນນຶ່ງ ກໍໄດ້ ບໍານານໄປ ແລະ ອີກສ່ວນນຶ່ງ ອອກໄປ ກໍຍ້ອນໄດ້ ເງິນເດືອນຊ້າ. ດັ່ງນັ້ນ ຈຶ່ງເຮັດໃຫ້ ຫຼາຍໂຮງຮຽນ ບໍ່ມີຄຣູສອນ ພຽງພໍ, ບາງໂຮງຮຽນ ຄຣູ ສອງຄົນ ສອນນັກຮຽນ ເຖິງ 5 ຫ້ອງ- ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ສຶກສາ ເມືອງສຸຂຸມາ ໃນວັນທີ 3 ພຶສຈິກາ:

"ເຣຶ່ອງນາຍຄຣູ ນີ້ຍັງຂາດຫຼາຍ ເພາະວ່າ ເມືອງເຮົາ ພື້ນຖານເຮົາ ບໍ່ຄ່ອຍສິມີ ເມືອງອື່ນ ເຂົາເຈົ້າມາໃຊ້ 4-5 ປີ ຂະເຈົ້າ ກັບຄືນບ້ານ ນີ້ ບໍານານກະຫຼາຍ ຄຣູ ເຮົາກະໜ້ອຍ ຢູ່ໃນເມືອງນີ້ ຖ້າວ່າທຽບໃສ່ ບັນດາ ເມືອງອື່ນ ຢູ່ໃນແຂວງ ຈໍາປາສັກ ໂດຍສະເພາະ ຢູ່ເຂດຫ່າງໄກ ຄຣູສອງຄົນ ສອນຫ້າຫ້ອງ ກໍມີ".

ທ່ານກ່າວວ່າ ທຸກມື້ນີ້ ພະນັກງານ ຄຣູ ທົ່ວເມືອງ ສຸຂຸມາ ມີປະມານ 500 ປາຍຄົນ ແລະ ຕ້ອງການ ຕື່ມອີກ 200 ປາຍຄົນ ຍ້ອນວ່າ ຈໍານວນ ນັກຮຽນ ເພີ້ມຂຶ້ນຫຼາຍ.   ທ່ານເວົ້າຕື່ມ ອີກວ່າ ໃນສົກ ການສຶກສາ ປີນີ້ ທາງກະຊວງ ສຶກສາ ທິການ ແລະ ກິລາ ບໍ່ ອະນຸຍາດ ໃຫ້ຄຣູ ອາສາສມັກ ໄປປະຈໍາການ ຢູ່ຫຼາຍ ທ້ອງຖິ່ ໃນປະເທສ ຮວມທັງ ໄປປະຈໍາ ຢູ່ເມືອງ ສຸຂຸມາ ນີ້ນໍາດ້ວຍ ເຖິງແມ່ນວ່າ ທາງເມືອງ ຈະໄດ້ ສເນີຂໍ ໄປແລ້ວ ກໍຕາມ. ແລະວ່າ ບັນຫານີ້ ຈະຍັງແກ່ຍາວ ໄປເຣື້ອຍໆ ຈົນກວ່າວ່າ ທາງກະຊວງ ຈະແກ້ໄຂ ເຣຶ່ອງນາຍຄູ ໃຫ້

ທາງຝ່າຍ ສື່ມວນຊົນ ຂອງ ທາງການລາວ ກໍຣາຍງານວ່າ ໃນສົກ ການສຶກສາ 2016-17, ກະຊວງ ສຶກສາ ທິການ ແລະກິລາ ມີແຜນທີ່ ຈະຮັບເອົາ ພະນັກງານ ຄຣູ ແລະ ຣັຖກອນ ຂແນງສຶກສາ ເພີ້ມ ຈໍານວນ 1,778 ຄົນ ແລະ ຈະແບ່ງໃຫ້ ແຂວງຕ່າງໆ. ສໍາລັບແຂວງ ສະຫວັນນະເຂດ ຈະໄດ້ 163 ຄົນ ຮອງລົງມາ ກໍແມ່ນ ແຂວງ ຈໍາປາສັກ 111 ຄົນ ແລະ ທີ່ເຫຼືອ ກໍແບ່ງໄປ ປະຈໍາການ ຢູ່ຕາມ ເມືອງຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.