ທັສນະຂອງສັງຄົມລາວ ຊົງຜົມ ນັກຮຽນ

ຈໍາປາທອງ
2020.07.09
F-boy ຊົງຜົມທີ່ລຽບງ່າຍ ແຕ່ນາຍຄຣູ ເຫັນວ່າຜິດລະບຽບ ຈົນຕ້ອງໄດ້ສົ່ງນັກຮຽນ ກັບບ້ານ ໄປຕັດຜົມໃໝ່ ຈຶ່ງກັບມາເສັງໃໝ່
ນັກຂ່າວພົລເມືອງ

ຂ່າວຄຣູໄລ່ນັກຮຽນຫ້ອງ ມ.1 ອອກຈາກຫ້ອງເສັງ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນຈັນທີ 6 ກໍຣະກະດາ ນີ້ຍ້ອນຕັດຜົມບໍ່ຖືກຣະບຽບນັ້ນ ຜູ້ເປັນພໍ່ແມ່ນັກຮຽນ ຖືວ່າເປັນ ການກະທໍາທີ່ ບໍ່ເໝາະສົມ ບໍ່ສົມຄວນທີ່ຈະໄລ່ລູກຂອງຕົນ ອອກຈາກຫ້ອງເສັງ ຍ້ອນວ່າລູກຂອງຕົນກຽມ ພ້ອມສອບເສັງແລ້ວ ແຕ່ມາຖືກໄລ່ອອກ ຈາກຫ້ອງເສັງ ຕອນທີ່ເຮັດບົດເສັງ ຄະນິດສາດ ໄດ້ເຄິ່ງນຶ່ງແລ້ວ ຖ້າຈະບໍ່ໃຫ້ເສັງ ເປັນຫຍັງຈຶ່ງ ບໍ່ໃຫ້ເສັງ ແຕ່ຫົວທີໂລດ ດັ່ງທີ່ແມ່ຂອງນັກຮຽນ ທີ່ີຖືກຄຣູໄລ່ອອກຈາກຫ້ອງເສັງນັ້ນ ກ່າວຜ່ານທາງເຟສບຸກ ຕອນນຶ່ງວ່າ:

”ຄັນບໍ່ໃຫ້ເສັງນະ ບໍ່ໃຫ້ເສັງແຕ່ຫົວທີເລີຍເນາະ ອັນນີ້ລູກເສັງໄປແລ້ວ ເດັກນ້ອຍນະຂະເຈົ້າເສັງໄປແລ້ວ ຂະເຈົ້າເສັງຂະເຈົ້າ ເຮັດບົດເສັງ ໄປຮອດເຄິ່ງແລ້ວນະຍັງອີກ 10 ນາທີນຶ່ງ ກະສິຕີແກັ່ງອອກແລ້ວນະ ລະໄລ່ອອກຈາກຫ້ອງເສັງ ວ່າຊົງຜົມບໍ່ຖືກ.”

ແຕ່ເມື່ອຜູ້ເປັນແມ່ ຂໍອະນຸຍາດນໍາອາຈານ ໄປເບິ່ງຫ້ອງສອບເສັງ ຍານາງ ເຫັນນັກຮຽນຫຼາຍຄົນ ທີ່ມີຜົມຍາວກວ່າລູກຂອງນາງ:

”ໄປເບິ່ງກະມີຫຼາຍຄົນ ທີ່ຜົມຍາວກວ່າລາວຫັ້ນນະ ລະລູກຂ້ອຍພັດຖືກໄລ່ອອກມາ ວ່າບໍ່ໃຫ້ເສັງ ໃຫ້ໄປຕັດຜົມກ່ອນ ລະມາເສັງຄືນວ່າຊັ້ນ.”

ແຕ່ເຖິງຢ່າງໃດກໍຕາມ ຜູ້ເປັນແມ່ກໍເວົ້າວ່າ ເພິ່ນບໍ່ໃຫ້ເສັງ, ໄປຕັດຜົມກ່ອນ ແລ້ວຈຶ່ງມາເສັງຄືນມື້ອື່ນ:

“ອາຈານເພິ່ນລະວ່າ ມີແຕ່ວ່າບໍ່ໃຫ້ເສັງກ່ອນ ລະໄປຕັດຜົມລຽບລ້ອຍກ່ອນ ລະຈຶ່ງມາເສັງຄືນຫັ້ນນະ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊເສຣີ ກໍໄດ້ອອກຂ່າວໄປແລ້ວ ໃນມື້ວັນອັງຄານ ທີ 7 ກໍຣະກະດາ ນີ້ໂດຍໄດ້ສໍາພາດຂໍຄວາມເຫັນຫຼາຍໆ ທ່ານ, ທັງນັກຮຽນ, ຜູ້ປົກຄອງນັກຮຽນ ແລະ ຄຣູ ດັ່ງຜູ້ປົກຄອງນັກຮຽນ ແລະນາງຄຣູ ຢູ່ໂຮງຮຽນມັທຍົມ ທີ່ນະຄອນຫຼວງວຽງຈັນ, ນາຍ ຄຣູມັທຍົມ ຢູ່ແຂວງວຽງຈັນ, ຜູ້ປົກຄອງນັກຮຽນ ຢູ່ແຂວງພາກໃຕ້ ແລະ ພາກເໜືອຂອງລາວ ຊຶ່ງສັງລວມແລ້ວກໍແມ່ນ ບໍ່ເຫັນດີນໍາການ ກະທໍາ ຂອງນາຍຄຣູ ຜູ້ໄລ່ນັກຮຽນອອກຈາກຫ້ອງເສັງນັ້ນ.

ແຕ່ເພື່ອຂໍຮູ້ຄວາມກະຈ່າງແຈ້ງ ກ່ຽວກັບ ເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ພຍາຍາມຖາມໄປຍັງ ພາກສ່ວນທີ່ກ່ຽວຂ້ອງ ກະຊວງສຶກສາ ທິການແລະກິລາໃນມື້ວັນທີ 9 ກໍຣະກະດານີ້ ແຕ່ບໍ່ມີທ່ານໃດຮັບສາຍ.

"ແລະເມື່ອຖາມກ່ຽວກັບເຣຶ່ອງນີ້ ໄປຍັງອາດີດເຈົ້າໜ້າທີ່ ກະຊວງດັ່ງກ່າວ ທີ່ເຄີຍເຮັດວຽກຢູ່ ກົມສາມັນສຶກສາ ທ່ານຕອບວ່າ ບໍ່ຮູ້ກ່ຽວກັບ ເຣຶ່ອງນີ້."

ແຕ່ຕາມຄໍາເວົ້າຂອງນາຍຄຣູໂຮງຮຽນມັທຍົມ ແຂວງວຽງຈັນແລ້ວແມ່ນວ່າ ກະຊວງສຶກສາທິການ ແລະກິລາ ມີຣະບຽບວ່າດ້ວຍ ເຣຶ່ອງການ ຕັດຜົມຄືຊົງຜົມນັກຮຽນຊາຍ, ຜົມນັກຮຽນ ຊາຍ ຊັ້ນມັທຍົມສຶກສາຕອນຕົ້ນ ທີ່ຖືກຣະບຽບ ແມ່ນຕ້ອງເປັນຊົງແມັກມົນ ຫລືຄົນລາວ ເອີ້ນວ່າ ຊົງເປີດ ຫຼື ຕັດເປີດ ດັ່ງທີ່ທ່ານ ກ່າວວ່າ:

“ສໍາລັບແມັກມົນນີ້ ໝາຍວ່າຄືທາງດ້ານຫູ 2 ເບື້ອນີ໋ ກໍຈະເປັນລັກສນະສັ້ນໆ ນັ້ນແລໍລະ ແລ້ວທາງງ່ອນກໍສັ້ນ ຄືເວົ້າແລ້ວ ກໍເກືອບຈະວ່າ ແຖໂລ້ນພຸ້ນແຫລະ ແຕ່ວ່າ ຫາກບໍ່ເຖິງຂັ້ນນັ້ນ ແຕ່ວ່າຢູ່ທາງງ່ອນ ຈອມຫົວ ກໍແມ່ນ ມັນກໍສັ້ນ ແຕ່ວ່າບໍ່ສັນຫລາຍເທົ່າເບື້ອງງ່ອນ ກັບທາງ ເບື້ອງຫູ ທັງພາກຊ້າຍພາກຂວາ ມັກບາງນັ້ນແຫລະ ຕັດແບບລັກສນະໃຫ້ມັນສັ້ນ ປະມານຂໍ້ ມືນຶ່ງນັ້ນແຫລະ ຢູ່ທາງເທິງກໍດາຍ.”

ກ່ຽວກັບເຣຶ່ອງນີ້ ອາດີດເຈົ້າໜ້າທີ່ກະຊວງສຶກສາທິການ ແລະກິລາ ກ່າວວ່າ ກົດຣະບຽບວ່າດ້ວຍຊົງຜົມ ຊຶ່ງທາງກະຊວງ ສຶກສາທິການ ແລະກິລາວາງອອກນັ້ນ ບໍ່ໄດ້ຣະບຸວ່າ ຫາກ ນັກຮຽນຄົນໃດ ຕັດຜົມບໍ່ຖືກຣະບຽບ ຈະຕ້ອງຖືກໄລ່ອອກ ຈາກຫ້ອງສອບເສັງ. ແຕ່ກໍຣະນີ ນັກຮຽນ ຕັດຜົມບໍ່ຖືກຣະບຽບ ແລ້ວຖືກໄລ່ອອກຈາກຫ້ອງສອບເສັງນັ້ນແຕ່ ລະໂຮງຮຽນ ທີ່ຈະນໍາໃຊ້ ກົດຣະບຽບຂອງ ກະຊວງນັ້ນມາ ຈັດຕັ້ງປະຕິບັດ ແບບເຄັ່ງຄັດ, ປານກາງ ຫລື ປ່ອຍປະລະເລີຍ ດັ່ງທີ່ທ່່ານກ່າວໃນມື້ວັນທີ 9 ກໍຣະກະດາ ນີ້ວ່າ:

“ທີ່ຈິງຫັ້ນ ຢູ່ໃນກົດຣະບຽບຂອງກະຊວງທີ່ວາງອອກນະ ເຂົາກໍບໍ່ໄດ້ເວົ້າວ່າເຈົ້າໄດ້ຈົ່ງຜົມຍາວ ແລ້ວຜິດໂຮງຮຽນຫັ້ນນ່າ. ເຂົາກໍບໍ່ໃຫ້ມາ ໂຮງຮຽນແຫຼະເຂົາກໍບໍ່ໃຫ້ສອບເສັງເລີຍ ເຂົາກໍບໍ່ໄດ້ເວົ້າ ກໍຂຶ້ນຢູ່ແຕ່ລະໂຮງຮຽນມານໍາໃຊ້ ແລະກໍກໍານົດອອກ ຄັນວ່າເຈົ້າບໍ່ປະຕິບັດ ເຈົ້າບໍ່ຟັງ ເຂົາກໍໄລ່ອອກ.”

ທ່ານກ່າວຕື່ມອີກວ່າ ທາງກະຊວງສຶກສາທິການ ແລະກິລາ ບໍ່ມີສິດທີ່ຈະໄປເວົ້າໃຫ້ຄຣູ ໃນກໍຣະນີທີ່ຄຣູໄລ່ນັກຮຽນ ທີ່ຕັດຜົມບໍ່ຖືກຣະບຽບ ອອກຈາກຫ້ອງເສັງ ເນື່ອງຈາກວ່າຄຣູ ປະຕິບັດ ຣະບຽບວິນັຍ, ເຣຶ່ອງຣະບຽບພາຍໃນກ່ຽວກັບຊົງຜົມນັກຮຽນ ທີ່ທາງໂຮງຮຽນວາງອອກ ທາງກະຊວງບໍ່ສາມາດກ້າວກ່າຍໄດ້. ຖ້າກົດຣະບຽບຂອງໂຮງຮຽນຣະບຸວ່າ ນັກຮຽນ ຄົນໃດຕັດຜົມບໍ່ຖືກຣະບຽບ ໃຫ້ເອົານັກຮຽນຄົນນັ້ນ ອອກຈາກຫ້ອງເສັງໄດ້, ຄຣູກໍສາມາດເຮັດໄດ້. ແຕ່ທ່ານເວົ້າວ່າສ່ວນໂຕແລ້ວ ເຫັນວ່າການໄລ່ນັກຮຽນ ທີ່ຊົງຜົມບໍ່ຖືກຣະບຽບອອກຈາກ ຫ້ອງເສັງນັ້ນ ເປັນການກະທໍາຮຸນແຮງເກີນໄປ ດັ່ງທີ່ທ່ານກ່າວວ່າ:

“ບາງເທື່ອເຮົາກໍເວົ້າບໍ່ໄດ້ ເພາະວ່າໂຮງຮຽນເຂົາຕົກລົງກັນເອງເນາະ. ອັນນັ້ນເປັນການຕົກລົງ ການປະຕິບັດ ການຈັດຕັ້ງປະຕິບັດຣະບຽບ ວິນັຍພາຍໃນໂຮງຮຽນ ເຮົາກໍໄປກ້າວກ່າຍ ເຂົາບໍ່ໄດ້ເນາະ ເຮົາກໍຮູ້ຢູ່ ບາງເທື່ອມັນກໍຮຸນແຮງ ເກີນໄປ.”

ທ່ານເວົ້າວ່າ ກົດຣະບຽບວ່າດ້ວຍຊົງຜົມນັກຮຽນ ທີ່ທາງກະຊວງສຶກສາທິການ ແລະກິລາວາງອອກນັ້ນ ເປັນກົດຣະບຽບທີ່ໂຮງຮຽນມັທຍົມ ສຶກສາທົ່ວປະເທດນໍາໃຊ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.