ນັກຮຽນບໍ່ໄດ້ສອບເສັງ ຍ້ອນຊົງຜົມ
2020.07.07
ຄຣູໄລ່ນັກຮຽນຫ້ອງ ມ.1 ທີ່ມີຊົງຜົມບໍ່ຖືກຣະບຽບ ອອກຈາກຫ້ອງເສັງ ຢູ່ນະຄອນຫຼວງວຽງຈັນ ແຕ່ບໍ່ຮູ້ຊື່ໂຮງຮຽນ ແລະຢູ່ບ້ານໃດເມືອງໃດ ຊຶ່ງຜູ້ເປັນພໍ່ແມ່ ຖືວ່າເປັນການກະທໍາທີ່ບໍ່ ເໝາະສົມ ຍ້ອນວ່າລູກຂອງຕົນ ກຽມພ້ອມສອບເສັງ ແລ້ວມາຖືກໄລ່ອອກຈາກຫ້ອງເສັງ ອັນເປັນ ການກະທໍາທີ່ ບໍ່ສົມຄວນ. ຖ້າຕັດຜົມບໍ່ຖືກຣະບຽບ ກໍຄວນກ່າວວ່າຕັກເຕືອນ, ເມື່ອເສັງ ແລ້ວກໍໃຫ້ໄປຕັດຜົມຖືກຣະບຽບ.
ອີກຢ່າງນຶ່ງນັກຮຽນຄົນນັ້ນ ກໍບໍ່ຜິດວິນັຍຮ້າຍແຮງຄື, ກ່າຍໝູ່ ຫລືຂາດຮຽນເກີນກໍານົດ ຈຶ່ງສົມຄວນໄລ່ອອກຫ້ອງເສັງ, ອີງຕາມຄໍາເວົ້າຂອງ ນັກຮຽນຍິງຊັ້ນມັທຍົມປີທີ 7 ຢູ່ແຂວງ ພາກເໜືອນາງນຶ່ງຕໍ່ RFA ໃນມື້ວັນທີ 7 ກໍຣະກະດາ ນີ້. ນາງກ່າວຕອນນຶ່ງວ່າ:
“ກຽມມາເສັງ ແລ້ວເສັຽຄວາມຮູ້ສຶກເຂົາເຈົ້າ ແມ່ນບໍ່ ແລ້ວເຂົາເຈົ້າສິເຂົ້າເສັງຢູ່ແທ້ໆ ແລ້ວໄປໄລ່ເຂົາເຈົ້າອອກ ແບບຄັນສິໄລ່ອອກນະ ເສັງ ແລ້ວຈຶ່ງ ໄລ່ອອກ ກໍໄດ້ສໍ່າຕັດຜົມນັ້ນຊື່ໆ. ຄັນສົມມຸດເຂົາ ບໍ່ຜິດ ຄັນແມ່ນຜິດແຕ່ເຣື່ອງຊົງຜົມ ມັນກໍບໍ່ສົມຄວນທີ່ຈະໄລ່ເຂົາເຈົ້າອອກຈາກ ຫ້ອງເສັງ. ສົມມຸດ ເຮົາລັກກ່າຍ ກ່າຍແລ້ວ ອາຈານເຕືອນກໍບໍ່ຟັງ ຈັ່ງຊີ້ນະ ເອີ໊ ອັນນີ້ ແມ່ນແທ້. ນອກຈາກນີ້ ເຮົາໄປຮຽນ ແລ້ວຂາດເກີນ ຊົ່ວໂມງ ຂາດເກີນກໍານົດ ບໍ່ໃຫ້ເສັງ ກໍແມ່ນແທ້ ອັນນັ້ນນະ.”
ແລະນັກຮຽນຍິງ ຊັ້ນມັທຍົມສຶກສາ ປີທີ 6 ຢູ່ແຂວງພາກເໜືອອີກນາງນຶ່ງ ກໍເຫັນຄືກັນນັ້ນວ່າ ຄຣູໄລ່ນັກຮຽນຫ້ອງ ມ.1 ຍ້ອນຊົງຜົມບໍ່ຖືກ ຣະບຽບ ອອກຈາກຫ້ອງເສັງ ເປັນການກະທໍາທີ່ ເກີນກວ່າເຫດ, ຄວນລໍຖ້າໃຫ້ນັກຮຽນເສັງແລ້ວກ່ອນ ຈຶ່ງກ່າວວ່າຕັກເຕືອນ ແລະໃຫ້ໄປຕັດ ຜົມຖືກຣະບຽບ ແລ້ວມາເສັງວິຊາອື່ນຕື່ມ ດັ່ງທີ່ນາງເວົ້າວ່າ:
“ມັນກໍບໍ່ສົມຄວນຫັ້ນແຫຼະ ມີແຕ່ຕັກເຕືອນ ຄວນໃຫ້ເຂົາສອບເສັງແລ້ວກ່ອນ ເພາະວ່າມັນກໍເກີນໄປ ໄລ່ເຂົາເຈົ້າອອກຈາກຫ້ອງເສັງ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ຜູ້ປົກຄອງນັກຮຽນທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກໍບໍ່ເຫັນດີນໍາ ກໍຣະນີ ຄຣູໄລ່ນັກຮຽນຫ້ອງ ມ.1 ອອກຈາກຫ້ອງ ເສັງ ຍ້ອນຊົງຜົມບໍ່ຖືກຣະບຽບ ເນື່ອງຈາກວ່າ ຈະເຮັດໃຫ້ເດັກນ້ອຍນັກຮຽນ ເສັຽຄວາມຕັ້ງໃຈ ແລະວ່າ ຄຣູຄວນຕັກເຕືອນ, ເສັງແລ້ວໆ ໃນມື້ນັ້ນ ກໍໃຫ້ໄປຕັດຜົມຖືກຣະບຽບ ແລ້ວມາເສັງຕໍ່, ບໍ່ແມ່ນໄລ່ອອກ ໃນຂນະທີ່ເດັກນ້ອຍ ເຮັດ ຂໍ້ສອບເສັງ ເກືອບຈະແລ້ວໆ:
“ບໍ່ຢາກເຫັນດີຫັ້ນແຫຼ້ວ ທັມມະດາກໍບໍ່ຄວນໄລ່ ກໍຄວນຕັກເຕືອນ ເສັງແລ້ວກໍຕ້ອງໄປແກ້ໄຂຊົງຜົມ ເພື່ອສິໄດ້ເສັງວິຊາໃໝ່. ອັນນີ້ສິມາໄລ່ ອອກມັນກໍບໍ່ຄື ມັນກໍເຮັດໃຫ້ເດັກນ້ອຍ ເສັຽ ຄວາມຕັ້ງໃຈແຫຼະເນາະ ຮຽນແລ້ວສິເສັງ ມັນຈະຈົບຢູ່ແລ້ວເນາະ.”
ແຕ່ຜູ້ປົກຄອງນັກຮຽນ ອີກນາງນຶ່ງ ຢູ່ແຂວງພາກໃຕ້ ແມ່ນທັງເຫັນດີ ແລະບໍ່ເຫັນດີ ໃນກໍຣະນີ ຄຣູໄລ່ນັກຮຽນ ຫ້ອງ ມ.1 ອອກຈາກຫ້ອງ ເສັງຍ້ອນຕັດຊົງຜົມ ບໍ່ຖືກຣະບຽບນັ້ນ. ເຫັນດີນໍາ ຍ້ອນເປັນກົດຣະບຽບ ຂອງໂຮງຮຽນ. ແລະພ້ອມດຽວກັນນັ້ນ ກໍບໍ່ເຫັນດີນໍາ ຍ້ອນວ່າ ເດັກນັກຮຽນອາດບໍ່ຮູ້ວ່າ ຊົງຜົມຂອງໂຕ ຜິດກົດຣະບຽບ. ແຕ່ເຖິງຢ່າງໃດ ນາຍຄຣູກໍ ຄວນລໍຖ້າ ໃຫ້ນັກຮຽນເສັງແລ້ວກ່ອນ ຈຶ່ງຕັກເຕືອນ ແລະ ຕິດຕໍ່ຫາຜູ້ປົກຄອງ ແລ້ວໃຫ້ໄປຕັດຜົມຖືກຕາມກົດຣະບຽບ, ບໍ່ແມ່ນໄລ່ອອກຈາກຫ້ອງເສັງ ຂນະທີ່ເດັກນັກຮຽນ ເຮັດຂໍ້ສອບເກືອບ ຈະແລ້ວໆ:
“ເສັງບໍ່ທັນຈົບ ກໍຖ້າເສັງ ເສັງແລ້ວ ເຮົາຈັ່ງຄ່ອຍເຕືອນກໍໄດ້. ໃນອີກມູມນຶ່ງ ກໍຜິດກົດຣະບຽບຂອງໂຮງຮຽນເນາະ. ຄຣູກໍເຮັດຖືກຢູ່ ເອີ໊ກໍ ເສັຽໃຈຫກັ້ນແຫຼະ ແຕ່ວ່າຄຣູກໍຄວນເຮັດການ ເສັງ ໃຫ້ມັນແລ້ວກ່ອນ ບາງທີເຂົາອາດໄປຕັດຜົມ ຢູ່ຮ້ານຈັ່ງຊີ້ເຂົາຕັດ ບາງທີເຂົາຕັດບໍ່ຖືກ.”
ກ່ຽວກັບເຣື່ອງນີ້ ນາຍຄຣູ ຢູ່ໂຮງຮຽນມັທຍົມສຶກສາ ແຂວງວຽງຈັນ ທ່ານນຶ່ງກ່າວວ່າ ຕາມປົກກະຕິ ກ່ອນຈະຈັດການສອບເສັງ ພາຍໃນ ໂຮງຮຽນ ແຕ່ລະແຫ່ງ, ສ່ວນຫຼາຍແລ້ວ ຄຣູ ຈະຕ້ອງປະກາດ ໃຫ້ນັກຮຽນໄປຕັດຜົມ ໃຫ້ຖືກຣະບຽບກ່ອນຈະເສັງ 1 ເດືອນ ຫຼື 1 ອາທິດ ເພື່ອໃຫ້ນັກຮຽນ ຮູ້ຣະບຽບ ແລະ ຮີດຄອງປະເພນີລາວ.
ທ່ານເວົ້າວ່າໃນມື້ເສັງ ນັກຮຽນມາ ເສັງ ແລ້ວຊົງຜົມບໍ່ຖືກຣະບຽບ ກໍຕ້ອງໄດ້ເບິ່ງເຫດຜົລ ແຕ່ລະກໍຣະນີ, ຫາກນັກຮຽນ ແລະຜູ້ປົກຄອງ ບໍ່ສົນໃຈຣະບຽບ ຕາມທີ່ຄຣູປະກາດກໍຈໍາເປັນ ຕ້ອງໄລ່ນັກຮຽນອອກຈາກຫ້ອງເສັງ ເພື່ອບໍ່ໃຫ້ເປັນແບບຢ່າງ ທີ່ບໍ່ດີແກ່ໝູເພື່ອນ, ແຕ່ກໍ ໃຫ້ເສັງຄືນຕາມຫລັງ ເພື່ອບໍ່ໃຫ້ນັກຮຽນ ເສັຽອະນາຄົດ.
ແຕ່ຖ້າຫາກນັກຮຽນ ແລະຜູ້ປົກຄອງ ບໍ່ຮູ້ຣະບຽບຊົງຜົມນັກຮຽນແທ້ໆ ການກະທໍາຂອງຄຣູ ທີ່ໄລ່ນັກຮຽນ ອອກຈາກຫ້ອງເສັງນັ້ນກໍຖືວ່າ ເປັນບໍ່ເໝາະສົມ:
“ຜູ້ປົກຄອງກໍຮູ້ແລ້ວ ນັກຮຽນກໍເຂົ້າໃຈແລ້ວ ແຕ່ນັກຮຽນນັ້ນອາດດື້ຣະບຽບ ກໍຣະນີສົມມຸດຊື່ໆເນາະ ຈັ່ງຊີ້ກໍອາດເຮັດໃຫ້ຄຣູເຮົາຫັ້ນຕ້ອງໄດ້ ປະຕິບັດຣະບຽບ. ຖ້າຫາກວ່າ ກໍຣະນີ ທີ 2 ຜູ້ປົກຄອງພໍ່ແມ່ນັກຮຽນ ບໍ່ຮູ້ແທ້ໆເນາະ ເຮົາຈະໄປໄລ່ນັກຮຽນອອກ ໂດຍໃສ່ຣະບຽບ ຄິດວ່າ ກໍຍັງອາດບໍ່ສົມຄວນ ຈະຕ້ອງໄລ່ຕ້ອງໄດ້ເບິ່ງເຫດເບິ່ງຜົລ ໃຫ້ມັນມີຄວາມເໝາະສົມ ຫັ້ນແຫຼະ.”
ໃນຂນະດຽວກັນ ນາງຄຣູ ຢູ່ໂຮງຮຽນມັທຍົມສຶກສາແຫ່ງນຶ່ງໃນ ນະຄອນຫຼວງວຽງຈັນນາງນຶ່ງ ໃຫ້ຄວາມເຫັນກ່ຽວກັບເຫດການ ຄຣູໄລ່ ນັກຮຽນ ອອກຫ້ອງເສັງຍ້ອນຊົງຜົມບໍ່ຖືກຣະບຽບ ນັ້ນວ່າ ອາຈແມ່ນຄວາມນາຍຄຣູ ທີ່ເຫັນສົມຄວນເຮັດແນວນັ້ນ. ຕາມປົກກະຕິ ຄຣູ ຈະອະນຸໂລມ ໃຫ້ນັກຮຽນທີ່ ທໍາຄວາມຜິດ 3 ຄັ້ງ ແລ້ວຄັ້ງທີ 4 ຖ້ານັກຮຽນ ຍັງມີຊົມຜົມ ຜິດກົດຣະບຽບ ຢູ່ ຄຣູກໍມີສິດໄລ່ນັກຮຽນ ອອກຫ້ອງໄດ້:
“ນ່າຈະແມ່ນຄວາມເຂົາ ເຂົາໄດ້ມີອິຫຍັງບອກເຮົາ ຕັກເຕືອນເຮົາແມ່ນບໍ່ ແຕ່ລະເທື່ອທີ່ຜ່ານມາ ຖ້າວ່າເຮົາເຮັດຜິດອິຫຍັງຫັ້ນນ່າ, ຖ້າວ່າ ເຮົາເຮັດຜິດໂຮງຮຽນຈະໃຫ້ເຮົາ 3 ຄັ້ງເນາະ ເທື່ອທີ 4 ເຂົາຈະບໍ່ອະນຸໂລມ ໃຫ້ເຮົາແລ້ວ ດັ່ງນັ້ນ ເຂົາມີສິດຈະໄລ່ເຮົາອອກ.”
ນາງກ່າວຕື່ມວ່າເຣື່ອງຊົງຜົມ ນັກຮຽນແມ່ນເປັນເຣື່ອງກ່ຽວກັບຣະບຽບໂຮງຮຽນ ແຕ່ລະໂຮງຮຽນ ຈະຕ້ອງນໍາຣະບຽບດັ່ງກ່າວມາປະຕິບັດ ເພື່ອໃຫ້ ພາກສ່ວນກ່ຽວຂ້ອງປະເມີນຜົລ ຄຣູອາຈານ ແຕ່ລະໂຮງຮຽນ ວ່າສາມາດສອນນັກຮຽນ ໃຫ້ຢູ່ໃນຣະບຽບ ໄດ້ຕາມແຜນການຫລືບໍ່.
ສໍາລັບຊົງຜົມນັກຮຽນ ຊາຍຣະດັບຊັ້ນມັທຍົມສຶກສາຕອນຕົ້ນ ທີ່ຖືກຣະບຽບ ແມ່ນຕ້ອງເປັນຊົງຜົມແມັກມົນ ຫລື ທີ່ຄົນລາວເອີ້ນວ່າຊົງເປີດ ຫລື ຕັດເປີດ, ຂ້າງຫູ 2 ເບື້ອງຈະສັ້ນ, ທາງງ່ອນກໍສັ້ນ ແລະກາງຫົວກໍສັ້ນ ແຕ່ບໍ່ສັ້ນເທົ່າກັບທາງງ່ອນ ແລະ ຂ້າງຫູຊ້າຍ-ຂວາ, ຢູ່ທາງເທິງ ກໍສັ້ນປະມານ 1 ຂໍ້ມື.