ສິດທິການເຊື່ອຖືຖືກ ຈໍາກັດ
2016.08.15
ບົດຣາຍງານ ປະຈຳປີ ດ້ານສິດທິ ທາງສາສນາ ຂອງ ກະຊວງ ຕ່າງປະເທດ ສະຫະຣັດ ໃນປີ 2016 ໄດ້ຣະບຸ ສປປລາວ ວ່າ ຍັງເປັນປະເທດ ທີ່ຈຳກັດ ສິດທິ ທາງສາສນາ ຫຼາຍຢູ່ ເປັນຕົ້ນ ສາສນາ ຄຣິສຕຽນ.
ຍັງມີຣາຍງານ ການຈັບກຸມຄຸມຂັງ ແລະ ເຂັ່ນຂ້າ ຫົວຫນ້າ ສາສນາ ຄຣິສຕຽນ ໃນບາງເຂດ ຈາກບຸກຄົນ ທີ່ອ້າງວ່າ ເຮັດວຽກ ໃນຫນ່ວຍ ງານ ເຈົ້າຫນ້າທີ່ ຮັກສາ ຄວາມປອດພັຍ ແລະ ມີຣາຍງານ ກ່ຽວກັບ ຊົນກຸ່ມນ້ອຍ ຜູ້ທີ່ຖືກ ບີບບັງຄັບ ໃຫ້ອອກຈາກ ການນັບຖື ສາສນາ ຄຣິສຕຽນ ບໍ່ດັ່ງນັ້ນ ຈະຖືກຂັບໄລ່ ອອກຈາກ ໝູ່ບ້ານ. ບາງ ກໍຣະນີ ກໍມີການ ນາບຂູ່ ການຈັບກຸມ ທຳຮ້າຍ ຮ່າງກາຍ ຖ້າບໍ່ ປະຕິບັດ ຕາມຄຳສັ່ງ ຂອງທາງການ ຫລື ພໍ່ບ້ານ ໃນການນັບຖື ສາສນາ ອື່ນ ນອກຈາກ ສາສນາ ພຸທ.
ອົງການທີ່ບໍ່ຂຶ້ນ ກັບ ຣັຖບານ ຣາຍງານວ່າ ການຂາດ ການບັງຄັບໃຊ້ ກົດຫມາຍ ກ່ຽວກັບ ການນັບຖື ສີດທິ ທາງສາສນາ ໃນ ສປປລາວ ເຮັດໃຫ້ ເຈົ້າຫນ້າທີ່ ທ້ອງຖິ່ນ ຜູ້ທີ່ບໍ່ຮູ້ ກົດຫມາຍ ແລະ ປົກປ້ອງ ສິດທິ ທາງສາສນາ ໃນລາວ ນາບຂູ່ ປະຊາຊົນ ຜູ້ທີ່ເຊື່ອຖື ສາສນາ ອື່ນ.
ທີ່ແຂວງຫຼວງພຣະບາງ ວ່າງເດືອນກັນຍາ ປີ ຜ່ານມາ ມີຄົນຮ້າຍ ໄດ້ເອົາມີດແທງ ຄຸນພໍ່ ໂປຣແຕັສຕັງ ຈົນເສັຽຊີວິດ ໃນເຮືອນ ຂອງທ່ານ ໃນເຫດການ ສັບສົນອົຣເວງ. ຕາມຣາຍງານ ຜູ້ທີ່ ກະທຳຜິດ ອ້າງຕົວເອງວ່າ ມາຈາກ ຫນ່ວຍງານ ຕຳຣວດລັບ ຊື່ງຄຸນພໍ່ ຄົນດັ່ງກ່າວ ຖືກຂູ່ ເອົາຊີວີດ ເປັນປະຈຳ ຖ້າບໍ່ເຊົາ ສອນສາສນາ ຄຣິສຕຽນ ທີ່ ເມືອງຈອມເພັດ ແຂວງ ຫຼວງພຣະບາງ.
ທາງການແຂວງ ກໍບໍ່ໄດ້ເປີດເຜີຍ ຂໍ້ມູນ ການສືບສວນ ແຕ່ຢ່າງໃດ ແລະ ຍັງມີຫຼາຍ ກໍຣະນີ ການນາບຂູ່ ຊາວຄຣິສຕຽນ ດ້ວຍການ ຈັບກຸມ ຄຸມຂັງ ແລະ ທຳຮ້າຍ ຮ່າງກາຍ ໃນແຂວງອື່ນໆ ໃນລາວ ໃນບົດຣາຍງານ ປະຈຳປີ ຂອງ ກະຊວງ ຕ່າງປະເທດ ສະຫະຣັດ ກ່ຽວກັບ ສປປລາວ ໃນປີນີ້.