ລໍາດັບເຫດການກ່ອນ ເຂື່ອນ ຈະແຕກ
2018.10.29
ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ໃນວັນທີ 23 ກໍຣະກະດາ 2018 ເຮັດໃຫ້ມີຜູ້ເສັຍຊີວິດ ຫລາຍກວ່າ 40 ຄົນ ແລະ ຫາຍສາບສູນ ອີກຫລາຍ 10 ຄົນ ຕາມຣາຍງານຂອງທາງການ, ແຕ່ກ່ອນທີ່ ເຂື່ອນຈະແຕກ ເຈົ້າໜ້າທີ່ກ່ຽວຂ້ອງພາກັນເຮັດຫຍັງຢູ່ ໃນເວລານັ້ນ.
ວິທຍຸເອເຊັຍເສຣີ ໄດ້ບົດຣາຍງານກ່ຽວກັບ ການປະສານງານ-ພົວພັນກັນ ລະຫວ່າງ ບໍຣິສັດເຂື່ອນເຊປຽນ-ເຊນ້ຳນ້ອຍ ກັບເຈົ້າໜ້າທີ່ ທາງການ ແຂວງ ອັດຕະປື ໃນວັນທີ 23 ກໍຣະກະດາ ຊຶ່ງເປັນມື້ ທີ່ເຂື່ອນແຕກ.
ບົດຣາຍງານດັ່ງກ່າວ ບໍ່ເຄີຍມີການເປີດເຜີຍຢູ່ໃສມາກ່ອນ ໂດຍ ແມ່ນເຈົ້າໜ້າທີ່ໜ່ວຍງານ ຄຸ້ມຄອງ-ຈັດສັນ ຂອງແຂວງອັດຕະປື ເປັນຜູ້ຂຽນອອກມາ ໃນວັນທີ 25 ກໍຣະກະດາ ຫລັງຈາກ ເຂື່ອນແຕກ ແລ້ວສົ່ງໄປໃຫ້ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື.
ບົດລາຍງານໄດ້ລະບຸວ່າ:
-ເວລາ 10 ໂມງ 26 ນາທີ ຂອງວັນທີ 23 ກໍຣະກະດາ, ທ່ານ ວຸດທິສວັນ ເຈົ້າໜ້າທີ່ ບໍຣິສັດ ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ໄດ້ ແຈ້ງການ ຫາ ທ່ານ ນະວະລັດ ຫົວໜ້າໜ່ວຍງານ ຄຸ້ມຄອງ ຍົກຍ້າຍ-ຈັດສັນ ແຂວງອັດຕະປື ເພື່ອໃຫ້ໄປຣາຍງານ ທາງການ ແຂວງອັດຕະປື ໃຫ້ໄດ້ຮັບຮູ້ກ່ຽວກັບ ຜົນກະທົບ ທີ່ຈະເກີດຂຶ້ນ ຕໍ່ປະຊາຊົນ ທີ່ຢູ່ຕອນລຸ່ມ ຂອງນ້ຳເຊປຽນ ຢູ່ເມືອງສະໜາມໄຊ.
ຫລັງຈາກນັ້ນ ທ່ານ ນະວະລັດ ກໍໄດ້ໄດ້ໂທແຈ້ງດ່ວນ ໃຫ້ໜ່ວຍງານ ຈັດສັນ-ຍົກຍ້າຍ ຂອງແຂວງອັດຕະປື ເພື່ອປະສານຄືນ ຣາຍລະອຽດເພີ້ມຕື່ມ ຈາກ ທ່ານ ວຸດທິສວັນ ກ່ອນທີ່ຈະຣາຍງານໃຫ້ ທ່ານເຈົ້າແຂວງອັດຕະປື ທ່ານ ເລັດ ໄຊຍະພອນ ໄດ້ຮັບຮູ້.
ທ່ານ ວຸດທິສວັນ ເຈົ້າໜ້າທີ່ບໍຣິສັດ ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ໄດ້ໂທຣະສັບ ຫາຫົວໜ້າຫ້ອງການ ພລັງງານແລະບໍ່ແຮ່ ເມືອງສະໜາມໄຊ, ຄນະປະສານງານ ໂຄງການຂັ້ນເມືອງ ເພື່ອ ແຈ້ງເຕືອນ ຕໍ່ອຳນາດການປົກຄອງເມືອງ ແລະ ໝູ່ບ້ານທີ່ຢູ່ ໃນເຂດສ່ຽງພັຍ.
-ເວລາ 11 ໂມງ 03 ນາທີ, ທ່ານ ນະວະລັດ ຫົວໜ້າໜ່ວຍງານຄຸ້ມຄອງ ການຍົກຍ້າຍ-ຈັດສັນ ຂອງແຂວງອັດຕະປື ໄດ້ຮັບແຈ້ງການ ຈາກ ທ່ານ ລີ ກັງ ຢູ ເຈົ້າໜ້າທີຂັ້ນສູງ ຂອງບໍຣິສັດ ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ກ່ຽວກັບການຫ້າມ ຊາວບ້ານ ບໍ່ໃຫ້ລົງຫາປາ ແລະ ການໃຊ້ນ້ຳ ຢູ່ລຳນ້ຳເຊປຽນ.
-ເວລາ 13 ໂມງ 56 ນາທີ, ທ່ານ ນະວະລັດ ໄດ້ຮັບແຈ້ງການ ພ້ອມທັງແຜນທີ່ ເຂດທີ່ມີຄວາມສ່ຽງພັຍ ຈາກບໍຣິສັດ ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ທາງ Email.
-ເວລາ 14 ໂມງ 09 ນາທີ, ທ່ານ ນະວະລັດ ໄດ້ສົ່ງຕໍ່ Email ດັ່ງກ່າວ ໃຫ້ໜ່ວຍງານ ຍົກຍ້າຍ-ຈັດສັນ ຂອງໂຄງການ ເຂື່ອນເຊປຽນ-ເຊນ້ຳນ້ອຍ.
-ເວລາ 14 ໂມງ 28, ໜ່ວຍງານຈັດສັນ-ຍົກຍ້າຍ ຂອງບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ໄດ້ສົ່ງ Email ຕໍ່ໃຫ້ ທ່ານ ສຸລະໄຊ ເລຂາເຈົ້າແຂວງ ອັດຕະປື ເພື່ອໃຫ້ຮັບຊາບ.
-ເວລາ 14 ໂມງ 29 ທ່ານ ນະວະລັດ ໄດ້ໂທ ປະສານຫາ ທ່ານ ທະນູໄຊ ຫົວໜ້າຫ້ອງວ່າການ ແຂວງອັດຕະປື, ແຕ່ ທ່ານ ທະນູໄຊ ບໍ່ຮັບໂທຣະສັບ.
-ເວລາ 14 ໂມງ 34 ນາທີ, ທ່ານ ນະວະລັດ ໄດ້ໂທຫາ ທ່ານເຈົ້າແຂວງ ເພື່ອຢ້ຳຄືນກ່ຽວກັບ ສະພາບໂດຍລວມ ຕາມການແຈ້ງການນັ້ນ.
-ເວລາ 15 ໂມງ 00 ນາທີ, ທ່ານ ກາວຊົງ ເຈົ້າໜ້າທີ່ໜ່ວຍງານ ສິ່ງແວດລ້ອມ ແລະສັງຄົມ ຂອງໂຄງການເຂື່ອນ ເຊປຽນ-ເຊນ້ຳນ້ອຍ ໄດ້ໂທແຈ້ງຫາ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງ ສະໜາມໄຊ ເພື່ອຣາຍງານ ສະພາບທີ່ເກີດຂຶ້ນ ແລະການຍົກຍ້າຍ ປະຊາຊົນ ຈາກພື້ນທີ່ສ່ຽງ ຕາມລຳແມ່ນ້ຳເຊປຽນ.
-ເວລາ 15 ໂມງ 24 ນາທີ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ໂທຫາ ທ່ານ ນະວະລັດ ຫົວໜ້າໜ່ວຍງານຄຸ້ມຄອງ ການຍົກຍ້າຍ-ຈັດສັນ ແຂວງອັດຕະປື ເພື່ອໃຫ້ໂຄງການ ພຍາຍາມ ຫລຸດຜ່ອນຜົນກະທົບ ທີ່ຈະເກີດຂຶ້ນໃຫ້ໜ້ອຍທີ່ສຸດ ແລະ ທາງໂຄງການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ຕ້ອງຮັບຜິດຊອບ ຕໍ່ຜົນກະທົບທັງໝົດດັ່ງກ່າວ.
-ເວລາ 15 ໂມງ 48 ນາທີ, ເຈົ້າໜ້າທີ່ໂຄງການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ມີການຣາຍງານ ຫາ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໂດຍກົງ ກ່ຽວກັບສະພາບ ທີ່ເກີດຂຶ້ນ.
-ເວລາ 16 ໂມງ 08 ນາທີ, ທ່ານ ກາວຊົງ ເຈົ້າໜ້າທີ່ໂຄງການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ໂທແຈ້ງການ ຫາ ທ່ານ ສຸລະໄຊ ເລຂາເຈົ້າແຂວງ ອັດຕະປື ເພື່ອໃຫ້ ຣາຍງານໃຫ້ ທ່ານເຈົ້າແຂວງ ອັດຕະປື ຮັບຮູ້ກ່ຽວກັບ ສະພາບການເສັຍຫາຍຂອງເຂື່ອນ ແລະ ການຍົກຍ້າຍປະຊາຊົນ ອອກຈາກເຂດທີ່ມີຄວາມສ່ຽງ.
ອັນນັ້ນເປັນ ຣາຍງານ ຂອງ ທ່ານ ນະວະລັດ ນວນທອງ ຫົວໜ້າໜ່ວຍງານຄຸ້ມຄອງ ການຍົກຍ້າຍ-ຈັດສັນ ແຂວງອັດຕະປື.
ເຖີງຢ່າງໃດກໍຕາມ, ທາງການແຂວງອັດຕະປື ກໍເຫັນວ່າ ການແຈ້ງເຕືອນ ຂອງບໍຣິສັດ ມີເວລາຈຳກັດ.
ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ກ່າວຕໍ່ຜູ້ສື່ຂ່າວໂທຣະພາບລາວ ສະຕາຣ ໃນວັນທີ 27 ກະຣະກະດາ ຕອນນຶ່ງວ່າ:
"ແຕ່ວ່າ ມັນຍ້ອນວ່າ ເວລາທີ່ ແຈ້ງຫັ້ນມັນໃຊ້ເວລາສັ້ນ ເພາະວ່າ ເວລາ 2 ໂມງ [ແລງ] ໝູ່ເຮົາແຈ້ງ ລະຮອດເວລາ 5 ໂມງແລງ ລະແມ່ນຄັນຄູເຂື່ອນ ກະໄດ້ທະລຸ ຈັ່ງຊັ້ນໝູ່ເຮົາ ກະໃຊ້ເວລາ ແຕ່ 2, 3 ຊົ່ວໂມງ ຈຶ່ງເຮັດໃຫ້ການຍົກຍ້າຍ ພໍ່ແມ່ປະຊາຊົນ ຈາກຈຸດ ອັນຕະລາຍ ໄປຫາຈຸດປອດພັຍ ບໍ່ທ່ວງທັນ.”
ທ່ານກ່າວຕື່ມອີກວ່າ ເວລາ 10 ໂມງເຊົ້າ ຜູ້ຮັບຜິດຊອບກໍ່ສ້າງ ເຂື່ອນເຊປຽນ-ເຊນ້ຳນ້ອຍ ກໍໄດ້ແຈ້ງ ໃຫ້ແຂວງຮູ້ວ່າ ຄູກັນນ້ຳຂອງເຂື່ອນ ມີການແຕກແຫງ ລະໃຫ້ທາງແຂວງ ແຈ້ງເຕືອນປະຊາຊົນ ເພື່ອກະກຽມ ຢ້ານມີຄວາມເປັນອັນຕະລາຍ.
ຮອດເວລາ 20 ໂມງກາງຄືນ ປະຣິມານນ້ຳອັນມະຫາສານ ກໍໄຫລເຂົ້າຖ້ວມບ້ານເຮືອນ ຂອງປະຊາຊົນ.
ກ່ຽວກັບຄວາມຄືບໜ້າ ການກວດສອບສວນຫາ ສາເຫດ ເຂື່ອກແຕກ, ເຈົ້າໜ້າທີ່ບໍຣິສັດ ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ຜູ້ທີ່ບໍ່ປະສົງ ອອກຊື່ ແລະສຽງ ໄດ້ກ່າວຕໍ່ ເອເຊັຍເສຣີວ່າ:
"ຊ່ຽວຊານຈາກປະເທດສະວິດເຊີແລນ ທີ່ຣັຖບານລາວ ວ່າຈ້າງມານັ້ນ ໄດ້ຂຸດເຈາະເອົາດິນຈາກ ສັນເຂື່ອນ 5 ແຫ່ງ ໄປວິຈັຍຢູ່ປະເທດໄທ ແລະວຽດນາມ ຍ້ອນວ່າ ຫ້ອງວິຈັຍມີຄວາມພ້ອມ ແລະ ໄດ້ມາຕຖານ ແລະ ຄາດການວ່າ ຈະມີການສລຸບຜົນ ຂອງການກວດສອບ ໃນເດືອນມົກກະຣາ ປີ 2019.
ນອກຈາກນີ້, ເຈົ້າໜ້າທີ່ຂອງບໍຣິສັດ ກ່າວຕື່ມອີກວ່າ:
ບໍຣິສັດ ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍຮັບ ຮູ້ວ່າ ສັນເຂື່ອນ D ມີບັນຫາທາງດ້ານໂຄງສ້າງ ຕັ້ງແຕ່ຕອນແລງ ຂອງວັນອາທິດ ທີ 22 ກໍຣະກະດາ ກ່ອນທີ່ຈະແຈ້ງ ໃຫ້ທາງການລາວ ໄດ້ຮັບຮູ້ ໃນວັນທີ່ 23 ກໍຣະກະດາ.