ສາກົນຈະມີຖແລງການ ຄົບຮອບ 1 ປີເຂື່ອນແຕກ
2019.07.19
ຫຼາຍອົງການຈັດຕັ້ງ ພາກປະຊາສັງຄົມ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ຈາກປະເທສຕ່າງໆ ຈະຈັດພິທີຖແລງຂ່າວ ທີ່ຫ້ອງການ ສະໂມສອນ ຂອງຜູ້ສື່ຂ່າວຕ່າງປະເທສ ໃນນະຄອນຫຼວງບາງກອກ, ປະເທສໄທ ໃນວັນທີ 23 ກໍຣະກະດາ ທີ່ຈະມາເຖິງນີ້ ພາຍໃຕ້ຫົວຂໍ້ ຄົບຮອບ 1 ປີ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ, ໂດຍມີເຄືອຂ່າຍ ພາກປະຊົນຈັບຕາການລົງທຶນ ໃນເຂື່ອນລາວ ແລະອົງການແມ່ນ້ຳ ສາກົນ ຫຼື International River ຈະເປັນໂຕຫຼັກພາຍໃນງານ.
ດັ່ງ ຍານາງ ເປຣມຣຶດີ ດາວເຣືອງ, ຜູ້ປະສານງານເຄືອຂ່າຍ ພາກປະຊາຊົນຈັບຕາ ການລົງທຶນໃນເຂື່ອນລາວ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 18 ກໍຣະກະດາ ຕອນນຶ່ງວ່າ:
ຍານາງວ່າ: “ເພາະວ່າຫຼັງຈາກ ເຊປຽນ-ເຊນ້ຳນ້ອຍ ແຕກນີ້ ມັນມີການເຮັດວຽກ ຫຼາຍອັນ ເຣື້ອງການພຍາຍາມ ເຄື່ອນໄຫວກັບໂຕຣະຄອນ ຕ່າງໆ ບໍຣິສັດ ແລະ ອົງກອນຕ່າງໆ. ມີການສເນີຮຽກຮ້ອງໄປ ທາງອົງກອນ OECD ອີ່ຫຍັງແບບນີ້. Lao Dam Investment Monitor ກໍເປັນສ່ວນນຶ່ງ ຂອງການເຄື່ອນໄຫວ. ຄືໝູ່ເພື່ອນທີ່ຈະຖແລງດ້ວຍກັນໃນວັນທີ 23 ສ່ວນນຶ່ງກໍເປັນສມາຊິກຂອງ LDIM ຢູ່ແລ້ວ, ບວກກັບ ທາງເກົາຫຼີດ້ວຍ. ເພາະສະນັ້ນ, ຄັ້ງນີ້ເປັນການເວົ້າແບບ ເປັນປຶກແຜ່ນ ແຫ່ງຄວາມສາມັກຄີ ເພື່ອໃຫ້ເຫັນຢ່າງຈະແຈ້ງ ໃນແງ່ຕ່າງໆ.”
ໃນຂນະດຽວກັນ ເຄືອຂ່າຍອົງການຈັດຕັ້ງພາກປະຊາສັງຄົມ ໃນປະເທສເກົາຫຼີໃຕ້ ຮ່ວມກັບອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບຣັຖບານຈາກ ຕ່າງປະເທສ ກໍຈະຈັດພິທີຖແລງຂ່າວ ທີ່ນະຄອນຫຼວງໂຊລ ຫຼືຢູ່ຕໍ່ໜ້າ ສຳນັກງານໃຫຍ່ບໍຣິສັດ SK E&C ໃນມື້ດຽວກັນ ເພື່ອສະທ້ອນໃນ ສາທາຣນະຊົນ ໄດ້ຮັບຮູ້ເຖິງສະຖານະການຫຼ້າສຸດ ຂອງເຫຕການເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ໃນລາວ ເພື່ອຮຽກຮ້ອງໃຫ້ ບັນຫາ ດັ່ງກ່າວ ຖືກນຳໄປສູ່ຂະບວນການ ໃນການແກ້ໄຂທີ່ດີຂຶ້ນ.
ດັ່ງຜູ້ຕາງໜ້າເຄືອຂ່າຍອົງການຈັດຕັ້ງ ພາກປະຊາສັງຄົມ ໃນປະເທສເກົາຫຼີໃຕ້ ນາງນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ກໍຣະກະດາ ຕອນນຶ່ງວ່າ:
ຍານາງວ່າ: “ພວກເຮົາຈະຈັດພິທີຖແລງຂ່າວ ແລະ ມີການເຄື່ອນໄຫວຕ່າງໆ ເພື່ອໃຫ້ຜູ້ຄົນໄດ້ຮັບຮູ້ເຖິງ ສະຖານະການໃນປະຈຸບັນ ທີ່ເກີດຂຶ້ນໃນເຂດ ເຂື່ອນແຕກ ຮ່ວມກັບຫຼາຍອົງການຈັດຕັ້ງ ທີ່ບໍ່ກັບຣັຖບານ ທີ່ຢູ່ບາງກອກ, ປະເທສໄທ ຮວມທັງອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ທີ່ມີສຳນັກງານຢູ່ສະຫະຣັຖອາເມຣິກາ ນຳດ້ວຍ.”
ເກືອບ 1 ປີເຕັມ ພາຍຫຼັງທີ່ສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສນາມໄຊ ແຂວງອັຕປື ເຄືອຂ່າຍອົງການຈັດຕັ້ງ ພາກປະຊາສັງຄົມ ແລະອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ຫຼາຍອົງການ ກໍຍັງບໍ່ລົດລະທວງຖາມໃຫ້ ພາກສ່ວນກ່ຽວຂ້ອງ ຫາວິທີແກ້ໄຂ ຊີວິຕການເປັນຢູ່ ຂອງຊາວບ້ານ ທີ່ຕົກເປັນເຫຍື່ອຂອງເຫຕການ ດັ່ງກ່າວໃຫ້ດີຂຶ້ນ.
ພ້ອມທັງຮຽກຮ້ອງໃຫ້ຜູ້ມີສ່ວນໄດ້ສ່ວນເສັຽ ໃນການສ້າງເຂື່ອນ ແລະລົງທຶນດ້ານເຂື່ອນໄຟຟ້າ ພລັງງານນ້ຳຕົກໃນລາວ ມີມາຕການທີ່ດີກວ່າ ນີ້ເພື່ອຮັບປະກັນວ່າ ປວັຕສາຕຈະບໍ່ຖືກຊ້ຳຮອຍ.