ມ.ສນາມໄຊ ເລື່ອນເວລາ ເປີດ ໂຮງຮຽນ
2018.08.07

ໂຮງຮຽນໃນ 6 ໝູ່ບ້ານ ທີ່ໄດ້ຮັບຜົລກະທົບ ຈາກເຫດພັຍພິບັດ ນໍ້າຖ້ວມຢູ່ ເມືອງສະໜາມໄຊ ແຂວງອັດຕະປື ຕ້ອງເລື່ອນການເປີດ ພາກຮຽນ ສົກປີ 2018-19 ອອກໄປແບບບໍ່ມີກຳນົດ ເນື່ອງຈາກໂຮງຮຽນ ໄດ້ຮັບຜົລເສັຍຫາຍຫລາຍ ແລະ ຍັງບໍ່ໄດ້ຮັບ ການຟື້ນຟູ ບໍ່ສາມາດເຂົ້າໄປຈັດຕັ້ງການຮຽນການສອນ ໄດ້ທັນສໍາລັບ ວັນທີ 01 ກັນຍາ ທີ່ຈະມາເຖິງນີ້, ດັ່ງຫົວໜ້າຜແນກສຶກສາທິການ ແຂວງ ອັດຕະປື ກ່າວວ່າ:
"ສຳລັບບ່ອນຖືກຜົລກະທົບ ບໍ່ໄດ້ເປີດທັນການຢູ່ໃນ 6 ໝູ່ບ້ານໂຕນີ້ມັນຖືກອີ່ຫລີຫັ້ນ ກໍມີແຕ່ 6 ແຫ່ງເນາະ ທີ່ຖືກຜົລກະທົບ ທີ່ວ່າ ພວກເຮົາບໍ່ສາມາດ ຈັດຕັ້ງການຮຽນການສອນໄດ້ ກໍ່ຍັງບໍ່ທັນຮູ້ ວັນເວລາເປີດເດືອນໃດ ຈະທັນຕາມກຳນົດ ຫລືບໍ່ນີ້ກໍເບິ່ງ ຕາມສະພາບ ຕົວຈິງ ໃນການຟື້ນຟູຕໍ່ໄປ ແຕ່ວ່ານອກເໜືອຈາກ 6 ບ້ານຫັ້ນ ບ່ອນທີ່ບໍ່ຖືກຜົລກະທົບ ກໍ່ສາມາດຈັດການຮຽນການສອນໄດ້."
ທ່ານກ່າວຕື່ມວ່າ ໃນ 6 ບ້ານນັ້ນມີ 2 ບ້ານ ທີ່ໄດ້ຮັບຜົລກະທົບຫລາຍຕ້ອງໃຊ້ເວລາຟື້ນຟູ ຫລາຍກວ່າໂຮງຮຽນອື່ນຄື ບ້ານຫີນເລົ່າ ແລະທ່າຫີນຈັນ ສ່ວນຈຳນວນນັກຮຽນ ທີ່ຖືກຜົລກະທົບນີ້ ຍັງບໍ່ສາມາດສັງລວມໄດ້ ຣະອຽດວ່າມີຈັກຄົນ ແລະຄູມີຈັກຄົນ ເພາະຜ່ານມາ ເຈົ້າໜ້າທີ່ພາກສະໜາມ ຍັງບໍ່ໃຫ້ເຂົ້າພື້ນທີ່ ແຕ່ໃນໄວໆນີ້ ຈະໄດ້ລົງເກັບກຳຂໍ້ມູນ ນັກຮຽນ ສັງລວມຈຳນວນ ຜູ້ຖືກຜົລກະທົບຕົວຈິງ.
ສຳລັບນັກຮຽນທີ່ຖືກຜົລກະທົບ ຈະຕ້ອງເບິ່ງຕົວຈິງວ່າ ຖ້າໂຮງຮຽນຍັງບໍ່ມີ ຂະເຈົ້າຈະສາມາດຮຽນ ຢູ່ບ່ອນອື່ນໄດ້ຫລືບໍ່ ສ່ວນເດັກກ່ຳພ້າ ກ່ຳພອຍ ປະຈຸບັນທາງການ ກຽມສ້າງເຮືອນຊົ່ວຄາວໃຫ້ຂະເຈົ້າ ແລະຈະໃຫ້ເຂົ້າຮຽນຢູ່ໂຮງຮຽນ ຊົນເຜົ່າຂອງແຂວງ ດັ່ງທ່ານກ່າວຕື່ມວ່າ:
"ສຳລັບນັກຮຽນທີ່ຖືກຜົລກະທົບນີ້ ພວກເຮົາຈະຈັດຕັ້ງເບິ່ງວ່າ ຂະເຈົ້າມີຄວາມສາມາດຮຽນ ຢູ່ບ່ອນອື່ນບໍ່ ກໍເອົາໄປຮຽນບ່ອນອື່ນນຳ ຖ້າບໍ່ມີຄວາມສາມາດ ພວກເຮົາຈະຈັດຕັ້ງໃຫ້ຮຽນ ກັບທີ່ນັ້ນເລີຍ ຕາມຄວາມສາມາດຂອງເຂົາເຈົ້າ ພວກເຮົາກໍ່ແຜນ ໄວ້ແລ້ວຖ້າວ່າ ພໍ່ແມ່ບໍ່ຍັງເນາະ ເປັນລູກກ່ຳພ້າກ່ຳພອຍ ຄາດວ່າຈະມີໂຊນນຶ່ງ ຂອງແຂວງ ພວກເຮົາຈະຈັດເຂົ້າເປັນ ຢູ່ໃນໂຮງຮຽນຊົນເຜົ່າ ຂອງແຂວງ ເພື່ອວ່າແກ້ໄຂຈະໄປແນວນັ້ນເນາະ."
ທ່ານກ່າວຕື່ມວ່າ ຖ້າຟື້ນຟູຍັງຊັກຊ້າ ແລະ ບໍ່ສາມາດໂຍກຍ້າຍນັກຮຽນເຂົ້າຮຽນບ່ອນໃໝ່ ໄດ້ທັງໝົດ ຈະສົ່ງຜົລຕໍ່ການຈັດຕັ້ງ ຫລັກສູດ ການຮຽນການສອນ ເພາະວ່າຫລັກສູດນຶ່ງ ຮຽນ 8 ເດືອນ ເປັນຂໍ້ຫຍຸ້ງຍາກຢູ່ ເພາະຕ້ອງໄດ້ຊອກຫາຈຸດ ທີ່ສຳຄັນ ທີ່ສຸດໃນບົດຮຽນ ແລະຕ້ອງໄດ້ເບິ່ງບົດຮຽນໃດ ສຳຄັນຫລືບົດໃດ ຕ້ອງຫຍໍ້ເຂົ້າ ເພື່ອສອນໃຫ້ຂະເຈົ້າເຂົ້າໃຈ ແລະ ຮຽນທັນກັບນັກຮຽນຜູ້ອື່ນ.
ທັງນີ້ໂຮງຮຽນ 5 ແຫ່ງ ຢູ່ເມືອງສະໜາມໄຊ ເປັນສູນຮອງຮັບຜູ້ປະສົບພັຍຊົ່ວຄາວ ເຊິິ່ງຮອງຮັບຄົນຫລາຍກ່ວາ 5000 ຄົນ ທີ່ຖືກນໍ້າຖ້ວມ ບ້ານເຮືອນເສັຍຫາຍ ໃນເທື່ອທຳອິດ ໂຮງຮຽນມີ 2 ແຫ່ງ ທີ່ເປັນສູນຮອງຮັບ ແຕ່ຈຳນວນຜູ້ປະສົບພັຍ ຫລາຍ ແລະ ພື້ນທີ່ແອອັດ ເຮັດໃຫ້ຊ່ຽງຕໍ່ການຣະບາດ ຂອງພຍາດຕ່າງໆ ຈື່ງເພີ່ມສູນຮອງຮັບ ໃນໂຮງຮຽນເປັນ 5 ແຫ່ງ ໃນປະຈຸບັນ.