ສິດທິຂອງແມ່ຍິງໃນລາວ

ມະນີຈັນ
2015.08.28
F-Lao-woman ສິດທິຂອງແມ່ຍິງໃນລາວ
Citizen Journalist

ປັຈຈຸບັນ ອົງການ ຈັດຕັ້ງ ຕ່າງໆ ໃນລາວ ມີ ຄວາມຕື່ນຕົວ, ເຣື່ອງ ສິດທິ ແມ່ຍິງ ຫຼາຍຂຶ້ນ ກວ່າແຕ່ກ່ອນ, ແຕ່ກໍຍັງ ບໍ່ມີ ອົງການ ຈັດຕັ້ງ ທີ່ບໍ່ຂຶ້ນ ກັບ ຣັຖບານ ສະເພາະ ທີ່ ເຮັດ ໃນວຽກງານ ນີ້, ແລະ ກໍຍັງ ບໍ່ມີ ໂຄງການ ສົ່ງເສີມ ສິດທິ ແມ່ຍິງ, ເຂົ້າໄປເຖິງ ເຂດ ຊົນນະບົດ ຫ່າງໄກ. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ສະຫະ ປະຊາຊາດ ເພື່ອ ແມ່ຍິງ UN Women ຕໍ່ ເອເຊັຽ ເສຣີ ໃນ ວັນທີ 27 ສິງຫາ 2015:

"ອົງການ ຂອງ ສະພາ ແມ່ຍິງ ເພິ່ນ ກໍມີ ບົດບາດ ຮ່ວມກັບ ອົງການ UN NGO CSO ຕ່າງໆ, ເພື່ອວ່າ ສ້າງ ຈິດສໍານຶກ ຫລື ເຜີຍແຜ່ ສິດທິ ຂອງ ແມ່ຍິງ ແຕ່ວ່າ ກໍຍັງບໍ່ ທົ່ວເຖິງ ໃນ ຣະດັບ ປະເທດ, ດັ່ງ ຊົນເຜົ່າ ຫລື ພື້ນທີ່ ຫ່າງໄກ ກໍ ຍັງບໍ່ມີ ໂຄງການ ເຂົ້າໄປເຖິງ, ໂດຍສະເພາະ ແມ່ຍິງ ທີ່ວ່າ ມີ ຄວາມສ່ຽງຕໍ່ ການ ຄ້າມະນຸດ ມີຄວາມ ສ່ຽງຕໍ່ ຄວາມ ຮຸນແຮງ ຫລື ການ ເຄື່ອນຍ້າຍ ແຮງງານ".

ໃນ ປັຈຈຸບັນ ບັນຫາ ກໍຄືວ່າ, ຍັງຂາດ ງົບປະມານ ໃນການ ປະຊາສັມພັນ ແລະ ໃຫ້ ຄວາມຮູ້ ເຣື່ອງ ສິດທິ ຂອງ ແມ່ຍິງ ໃຫ້ແກ່ ຊາວບ້ານ ໃນ ຊົນນະບົດ ແລະ ໃນ ພື້ນທີ່ ຫ່າງໄກ.

ທ່ານກ່າວ ຕໍ່ໄປວ່າ ແມ່ຍິງ ທີ່ ຖືກ ຣະເມີດ ສິດທິ ຂອງຕົນ ລຸກຂຶ້ນ ມາຕໍ່ສູ້ ໃນ ຂັ້ນສານ ຫຼາຍຂຶ້ນ, ເຊັ່ນການ ຄະດີ ຢ່າຮ້າງ, ຄະດີ ທີ່ດິນ, ແລະ ກໍມີ ໜ່ວຍງານ ຫລື ຕົວແທນ ທີ່ ເຂົ້າມາຊ່ວຍ ປົກປ້ອງ ສິດທິ ແມ່ຍິງ, ແຕ່ກໍຍັງ ບໍ່ມີຕົວເລກ ແນ່ນອນວ່າ ແມ່ຍິງລາວ, ຖືກ ຣະເມີດສິດ ເຣຶ່ອງ ໃດ ຫຼາຍທີ່ສຸດ ຂນະທີ່ ການ ຟ້ອງຮ້ອງ ຂອງ ແມ່ຍິງລາວ ໃນບາງ ຄະດີ ໂດຍສະເພາະ ຄະດີ ຢ່າຮ້າງ ຍັງເປັນທີ່ ຖົກຖຽງ ກັນ ວ່າ, ເໝາະສົມ ຫລື ບໍ່. ທ່ານ ກ່າວວ່າ:

"ເຮົາເຫັນວ່າ ໃນຂແນງ ຍຸຕິທັມ ມີຄະດີ ທີ່ວ່າ ແມ່ຍິງ ຂໍຢ່າຮ້າງ ກັບຜົວ, ຂະເຈົ້າຮູ້ ສິດທິ ຂອງ ເຂົາເຈົ້າ, ແຕ່ວ່າມັນ ກໍເບິ່ງເປັນ 2 ດ້ານ ມັນອາຈເປັນ ສິ່ງທີ່ດີ ທີ່ ແມ່ຍິງ ລຸກຂຶ້ນມາ ຫລື ມັນອາດ ເປັນດາບ ສອງຄົມ ໃຫ້ເກີດ ບັນຫາ ທາງດ້ານ ຄອບຄົວ ຂຶ້ນມາ".

ສິດທິ ຂອງ ແມ່ຍິງ ໃນລາວ ໄດ້ຮັບການ ພັທນາ ຫຼາຍຂຶ້ນ ແຕ່ກໍເປັນ ໄປແບບ ຊ້າຊ້າ ແລະ ໄດ້ ດໍາເນີນການ ຕາມ ຄໍາແນະນໍາ ຂອງ ຄນະ ກັມມະການ CEDAW ນັບຕັ້ງແຕ່ ຣັຖບານ ລາວ ໄດ້ ລົງນາມ ໃນ ອະນຸ ສັນຍາ ມາ, ຊຶ່ງ ທາງ ຄນະ ກັມມະການ CEDAW ສເນີແນະ ໃຫ້ ນໍາເຣື່ອງ ການຂົ່ມຂືນ ຣະຫວ່າງ ຄູ່ສົມຣົດ ເຂົ້າໄປ ກຳນົດໄວ້ ຢູ່ ໃນກົດໝາຍ ເພື່ອ ປົກປ້ອງ ສິດທິ ແມ່ຍິງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.