ສະພາແຫ່ງຊາດຍັງຕ້ອງ ຮັບຮອງ ມື້ເລືອກຕັ້ງ
2020.11.19

ສະພາແຫ່ງຊາດ ສປປລາວ ຍັງບໍ່ທັນຮັບຮອງວ່າ ມື້ເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ 2 ຈະມີຂຶ້ນ ໃນມື້ວັນທີ 21 ກຸມພາ 2021 ຕາມທີ່ສື່ສັງຄົມ ອອນລາຍ ໃນລາວ ໄດ້ສເນີຂ່າວໃນມຶ້ວັນທີ 17 ພຶສຈິກາ ນີ້ ໂດຍອີງໃສ່ຣັຖດໍາຣັຖ ຂອງ ປະທານປະເທດ ສະບັບ ລົງວັນທີ 20 ຕຸລາ 2020, ຕ້ອງໄດ້ລໍໄປຈົນກວ່າ ວ່າຈະມີການຖແລງຂ່າວອອກ ເປັນທາງການ ດັ່ງທີ່ເຈົ້າໜ້າທີ່ສະພາແຫ່ງຊາດ ທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ພຶສຈິກາ ນີ້ວ່າ:
“ຕ້ອງຖ້າຟັງຖແລງຂ່າວເດີ ເຈົ້າ. ຟັງຈາກຖແລງຂ່າວເທົ່ານັ້ນ ຂ່າວອື່ນບໍ່ຮັບປະກັນ. ຖ້າມີການຖແລງຂ່າວ ຈາກຫ້ອງການເຮົາ ແລ້ວຈຶ່ງ ແມ່ນມື້ແທ້ ນະເຈົ້າ, ແລະເຮົາກະບໍ່ສາມາດໃຫ້ຂໍ້ມູລໄດ້.”
ສໍາລັບຣາຍລະອຽດ ຕ່າງໆ ເປັນຕົ້ນວ່າ ສະມາຊິກສະພາ ແຕ່ລະຂັ້ນຊຸດ ຈະມານີ້ ຈະເພິ່ມຈໍານວນຂຶ້ນຈາກຊຸດປັດຈຸບັນເທົ່າໃດ, ຈໍານວນ ສະມາຊິກສະພາເພດຍິງ ຈະເພິ່ມຂຶ້ນຈັກ ເປີເຊັນ, ການເລືອກຕັ້ງ ຄັ້ງໃໝ່ນີ້ ຈະໃຊ້ງົບປະມານເທົ່າໃດ ແລະຈະເປີດຮັບການສມັກ ຂອງ ຜູ້ສມັກຮັບເລືອກຕັ້ງ ເມື່ອໃດນັ້ນ ທ່ານຍັງບໍ່ສາມາດ ໃຫ້ຄໍາເຫັນໄດ້.
ເວົ້າເຖິງການເລືອກຕັ້ງສະມາຊິກສະພາ ຢູ່ຫລາຍແຂວງຂອງລາວ ເປັນຕົ້ນແຂວງຜົ້ງສາລີ ຫ້ອງການສະພາແຫ່ງຊາດ ແລະສະພາປະຊາຊົນ ຂັ້ນແຂວງ ຍັງບໍ່ທັນໄດ້ກະກຽມເທື່ອ, ລໍຖ້າໄປຈົນກວ່າທາງ ສະພາແຫ່ງຊາດ ຈະມີແຈ້ງການອອກມາ, ອີງຕາມຄໍາເວົ້າຂອງສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແຂວງຜົ້ງສາລີ ຜູ້ຂໍສງວນຊື່ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້:
“ຍັງ ຍັງບໍ່ໄດ້ຈະແຈ້ງ ບໍ່ໄດ້ກຽມຫຍັງເທື່ອ ມີແຕ່ລໍຖ້າສະພາແຫ່ງຊາດ ພຸ້ນແຫລະສົ່ງມາ ຍັງບໍ່ຮູ້ ຍັງຖ້າຄໍາແນະນໍາ ຂອງ ສະພາແຫ່ງຊາດ.”
ໃນຂນະດຽວກັນ ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງເວົ້າວ່າ ທາງຫ້ອງການປົກຄອງເມືອງ ຕ່າງໆ ມີແຜນປຸກລະດົມ ໃຫ້ປະຊາຊົນໃນເມືອງ ຂອງຕົນ ໃຊ້ສິດປ່ອນບັດເລືອກຕັ້ງ ແລະວ່າ ທາງພັກ-ຣັຖບໍ່ໄດ້ເລືອກ ເອົາຜູ້ສມັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ດັ່ງທີ່ຫລາຍຄົນເຂົ້າໃຈຜິດ ແລະຄະແນນນັ້ນກໍແມ່ນ ຄະແນນແທ້:
“ເລືອກຕັ້ງຫັ້ນ ໄທເຮົາກະໄດ້ກະກຽມ ປຸກລະດົມໃຫ້ບັນດາ ປະຊາຊົນ ມາໃຊ້ສິດຢູ່ໃນ ໃຫ້ມັນໄດ້ 100 ສ່ວນຮ້ອຍ ຫັ້ນແຫລະ. ຖ້າເຮັດວຽກ ງານການເມືອງແນວຄິດ ຂະເຈົ້າກະຕ້ອງແມ່ນໃຊ້ສິດໃຊ້ສຽງ ແທ້ໆ. ເຣື່ອງຄະແນນກໍແມ່ນ ຄະແນນແທ້ໆບໍ່ແມ່ນວ່າພັກ-ຣັຖ ເຮົາເປັນຜູ້ເຮັດ ເອງ ບໍ່ແມ່ນດອກ.”
ທ່ານກ່າວຕື່ມວ່າ ການເລືອກຕັ້ງສະມາຊິກສະພາ ທີ່ຈະມີຂຶ້ນໃນຕົ້ນປີໜ້ານີ້ ຍັງບໍ່ສາມາດຄາດໄດ້ວ່າ ສະມາຊິກສະພາ ແຕ່ລະຂັ້ນ ຈະເພິ່ມ ຈໍານວນຈາກຊຸດເກົ່າ ຫລາຍປານໃດ ແລະ ຜູ້ສມັກຮັບເລືອກຕັ້ງ ຈະເລິ່ມລົງໂຄສະນາ ຫາສຽງໄດ້ເມື່ອໃດ ແຕ່ກໍຄິດວ່າ ຈະບໍ່ປ່ຽນແປງໄປ ຈາກການເລືອກຕັ້ງ ຄັ້ງກ່ອນໆທີ່ຜ່ານມາ.
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ບ້ານທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າວ່າ ພາຍຫລັງຮູ້ຂ່າວວ່າ ຈະມີການເລືອກຕັ້ງສະມາຊິກສະພາ ຢ່າງແນ່ນອນ ໃນຕົ້ນປີໜ້າ ທາງອໍານາດ ການປົກຄອງບ້ານ ກໍຮິບໂຮມ ຣາຍຊື່ຂອງຊາວບ້ານ ທີ່ມີອາຍຸເຖິງເກນປ່ອນບັດ ເລືອກຕັ້ງ ເພື່ອສົ່ງໃຫ້ທາງເມືອງ:
“ເພິ່ນຍັງເອົາຂໍ້ມູລ ໃຫ້ບ້ານສົ່ງເອກສານຜູ້ມີອາຍຸ 18 ປີຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງຫັ້ນ ສົ່ງໃຫ້ເພິ່ນກ່ອນ ເພິ່ນວ່າຊັ້ນ ແຕ່ກະຍັງບໍ່ ທັນເປັນທາງການ ຈັກມື້ເດືອນໃດແຫ້ຫັ້ນນະ.”
ແລະຊາວນະຄອນຫລວງວຽງຈັນ ນາງນຶ່ງກໍເວົ້າວ່າ ຕົນຮູ້ສຶກດີໃຈ ທີ່ຈະມີໂອກາດໄປໃຊ້ສິດປ່ອນບັດເລືອກຕັ້ງ ແລະຄາດວ່າທັງຜູ້ສມັກ ຮັບເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ ແລະສະພາ ປະຊາຊົນ ຂັ້ນແຂວງ ຊຸດໃໝ່ນີ້ ຈະມີຜູ້ ສມັກໜ້າໃໝ່ໆຫລາຍຄົນ:
“ກະດີໃຈຫັ້ນແຫລະເນາະ ບ້ານເມືອງເຮົາກະຢາກເຮັດໃຫ້ມັນຖືກ ເພາະວ່າ 5 ປີ ໃດ໋ເພິ່ນເລືອກຕັ້ງ ເທື່ອນຶ່ງ. ເພິ່ນກະມີການປ່ຽນແປງເນາະ. ບາງຄົນກະເມິດອາຍຸ ກະສຽນແລ້ວເດ໋ເນາະ ເພິ່ນກະຈະໄດ້ບໍານານ ມັນກະມີຫລາຍຄົນເດ໋ເນາະ ເພິ່ນກະເອົາຈໍາກັດ ບໍ່ແມ່ນວ່າສິເອົາທົ່ວໄປ ຫັ້ນນະ.”
ກ່ອນໜ້ານີ້ ເມື່ອວັນທີ 30 ຕຸລາ 2020 ທາງການລາວອອກຂ່າວ ກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຣະດັບຊາດ ໂດຍແມ່ນ ຍານາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດລາວ ປະທານສະພາແຫ່ງຊາດ ເປັນປະທານ ແລະ ອະນຸກໍາມະການ ຂອງເລຂານຸການ ຂອງ ຄະນະກໍາມະການເລືອກຕັ້ງ 5 ອະນຸ ກໍາມະການ ເພື່ອການເລືອກຕັ້ງ ສະມາຊິກສະພາ ຊຸດ ຕໍ່ໄປ.
ເວົ້າເຖິງຈໍານວນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ມາດຕຣາ 11 ຂອງກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກໍານົດວ່າ ພົລເມືອງ 50 ພັນ ຄົນໃດ ໃຫ້ມີສະມາຊິກ ສະພາ ແຫ່ງຊາດ 1 ຄົນ. ແຂວງ ທີ່ມີພົລເມືອງ 250 ພັນ ຄົນລົງມາ ໃຫ້ມີສະມາຊິກສະພາແຫ່ງຊາດ 5 ຄົນ. ແລະ ແຂວງທີ່ມີພົລເມືອງ ເກີນກວ່ານັ້ນ ໃຫ້ເພີ່ມ ສະມາຊິກ ສະພາແຫ່ງຊາດ 1 ຄົນ ຕໍ່ພົລເມືອງ 50 ພັນຄົນ ແຕ່ສູງສຸດ ບໍ່ໃຫ້ເກີນ 19 ຄົນ. ສໍາລັບສະມາຊິກ ສະພາປະຊາຊົນ ຂັ້ນແຂວງ, ພົລເມືອງ 50 ພັນຄົນໃດ ໃຫ້ມີສະມາຊິກ 1 ຄົນ ແຕ່ ບໍ່ໃຫ້ຫລຸດ 15 ຄົນ; ເມືອງ, ເທສບານ, ນະຄອນ ທີ່ມີພົລເມືອງ 150 ພັນຄົນລົງມາ ໃຫ້ມີສະມາຊິກ 3 ຄົນ. ຖ້າມີຈໍານວນພົລເມືອງ ເກີນກວ່າ 150 ພັນຄົນ ໃຫ້ເພີ່ມ ສະມາຊິກ 1 ຄົນ ຕໍ່ພົລເມືອງ 50 ພັນຄົນ.
ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ຄືຊຸດປັດຈຸບັນ ນີ້ມີ 149 ຄົນ ຄືເພິ່ມຂຶ້ນຈາກ ຊຸດທີ 7 ຈໍານວນ 17 ຄົນ ແລະ ສະມາຊິກສະພາ ປະຊາຊົນ ຂັ້ນແຂວງ ຊຸດທີ 1 ນີ້ມີ 360 ຄົນ.