ສາກົນຮຽກຮ້ອງໃຫ້ປ່ອຍ ອະເມຣິກັນ 3 ຄົນ
2019.04.18
ຄນະກັມມາທິການ ສະຫະຣັດ ເພື່ອສິດເສຣີພາບ ໃນການນັບຖືສາສນາ ຮຽກຮ້ອງໃຫ້ ຣັຖບານລາວ ຍຸຕິ ຮາວີຣົບກວນຊາວຄຣິສຕຽນ ແລະ ຜູ້ນັບຖືສາສນາອື່ນໆ ໂດຍສະເພາະ ໃຫ້ສົ່ງໜັງສືຜ່ານແດນ ຄືນໃຫ້ແກ່ ຊາວອະເມຣິກັນ ທັງສາມຄົນ, ຊຶ່ງປັດຈຸບັນ ຍັງຖືກກັກໂຕຢູ່ ໃນສປປລາວ ໃຫ້ພວກເຂົາສາມາດ ເດີນທາງອອກຈາກ ປະເທດລາວ ໄດ້.
ຍານາງ ຄຣິສຕີນາ ອາເຣັຽກາ (Kristina Arriaga), ຮອງປະທານ ຄນະກັມມາທິການສະຫະຣັດ ເພື່ອສິດເສຣີພາບໃນການນັບຖືສາສນານີ້, ຊີ້ິ້ແຈງທາງອີແມວລ໌ ຕອບຄຳຖາມ ຂອງນັກຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ່ 17 ເດືອນເມສາ ປີ 2019 ນີ້ ຕື່ມວ່າ ກົດໝາຍ ແລະ ນະໂຍບາຍ ຂອງ ຣັຖບານລາວ ທີ່ ຄຸ້ມຄອງການນັບຖືສາສນາ ມີລັກສນະ ໃຊ້ສິດອາດຍະສິດ ຫລາຍເກີນໄປ ໂດຍທີ່ ບໍ່ຈຳເປັນ, ປະກອບດ້ວຍ ຄຳເວົ້າ ທີ່ກວ້າງ ແລະ ຜິວເຜີນ ແລະ ກໍເລືອກປະຕິບັດ.
ນອກຈາກນີ້ ທ່ານ ທັດ ເນັດໂທເທິນ (Todd Nettleton), ໂຄສົກອົງການຄຣິສຕຽນ ສຽງຂອງຜູ້ທີ່ເສັຽສະຣະ (the Voice of the Martyrs) ຢູ່ ສະຫະຣັດອະເມຣິກາ ເຊັ່ນກັນ ກໍຊື້ ແຈງ ໃນມື້ດຽວກັນນີ້ວ່າ ຣັຖບານລາວ ຍັງຄວບຄຸມການເຜີຍແຜ່ ເອກກະສານສາສນາຄຣິສຕຽນ. ພຣະຄຳພີ ບໍ່ມີຂາຍ ໃນຮ້ານຂາຍປື້ມ ແລະກໍບໍ່ມີໃຫ້ເຫັນ ໃນສາທາຣະນະ. ປະຊາຊົນລາວ ສາມາດ ໄດ້ຮັບພຣະຄຳພີ ຈາກໂບດ ທີ່ຢູ່ພາຍໃຕ້ ການຄຸມຄອງ ຂອງຣັຖບານ ເທົ່ານັ້ນ. ສະນັ້ນ ການທີ່ຊາວອະເມຣິກັນ ໄປແຈກຢາຍ ເອກກະສານຄຣິສຕຽນແບບນັ້ນ ແນ່ນອນ ເຈົ້າໜ້າທີ່ ທາງການລາວ ຕ້ອງຕິດຕາມເບິ່ງ ຢ່າງໃກ້ຊິດ.
ທ່ານ ເນັດໂທເຕິນ ຊີ້ແຈງຕື່ມວ່າ ການປາບາມຊາວຄຣິສຕຽນ ຢູ່ລາວ ມີຫລາຍໃນຂັ້ນບ້ານ. ຖ້າມີຊາວບ້ານຄົນໃດຄົນນຶ່ງ ປ່ຽນໄປນັບຖື ສາສນາ ຄຣິສຕຽນ, ຊາວບ້ານອື່ນໆ ກໍຈະເວົ້າວ່າ ພວກເຮົາ ບໍ່ຢາກໃຫ້ມີ ຄຣິສຕຽນ ຢູ່ໃນບ້ານນີ້. ສະນັ້ນ ຖ້າຊາວບ້ານຜູ້ນີ້ ຢາກເປັນຄຣິສຕຽນ ແທ້ໆ ກໍຕ້ອງໜີອອກຈາກບ້ານ.
ສ່ວນອົງການຄຣິສຕຽນ ອີກອົງການນຶ່ງ ຢູ່ສະຫະຣັດອະເມຣິກາ ທີ່ມີຊື່ວ່າ ອົງການເປັນຫ່ວງຊາວຄຣິສຕຽນ ຢູ່ໃນໂລກ (International Christian Concern) ກໍໍຮຽກຮ້ອງໃຫ້ ທາງການລາວປ່ອຍ ຕົວຊາວຄຣິສຕຽນ ອະເມຣິກັນ ທັງສາມຄົນດັ່ງກ່າວ ພ້ອມທັງຊື້ແຈງວ່າ ຊາວອະເມຣິກັນ ເຫລົ່ານັ້ນ ເປັນພຽງແຕ່ ອາສາສມັກຄຣິສຕຽນ ເຂົ້າໄປປະເທດລາວ ກໍເພາະພວກເຂົາຮັກ ປະຊາຊົນລາວ ແລະ ພວກເຂົາ ບໍ່ໄດ້ ເຮັດຫຍັງຜິດ ເຖິງຂັ້ນຕ້ອງຖືກກັກໂຕ.