ກຸ່ມຄຣິສຕຽນຮຽກຮ້ອງ ສິດທິ ທາງສາສນາ

ໄຊຍາ
2020.03.06
F-Christians-LP ສ່ວນນຶ່ງຂອງ ຊາວລາວ ຊົນເຜົ່າອາຄາ 03 ຄອບຄົວ ທີ່ຖືກຂັບໄລ່ ອອກຈາກໝູ່ບ້ານ ແລ້ວພາກັນມາປຸກຕູບ ຢູ່ຊົ່ວຄາວ
ຮູບຈາກ : ນັກຂ່າວພົລເມືອງ

ຄົນລາວຊົນເຜົ່າທີ່ນັບຖືສາສນາ ຄຣິສຕຽນ ທາງພາກເໜືອ ຖືກກີດຂວາງຈາກຄົນທ້ອງຖິ່ນ ຫລື ການນໍາຂອງທ້ອງຖິ່ນ ເຊັ່ນບໍ່ອະນຸມັດໃຫ້ ປະກອບພິທີກັມ ຫຼືຈັດງານສລອງວັນຄຣິສມັດ ແລະ ສ້າງໂບດໃນຊຸມຊົນຂອງຕົນເອງ ນອກຈາກນີ້ຍັງຖືກ ຕູ່ຫາວ່າໃຊ້ສາສນາ ຄຣິສຕຽນ ບັງໜ້າຫວັງມ້າງເພທຳລາຍ ປະເທດລາວ ຈົນເປັນສາເຫດເຮັດໃຫ້ຊາວຄຣິສຕຽນ ຊົນເຜົ່າຖືກຈັບຫລາຍຄັ້ງ. ດັ່ງຜູ້ນຳຊາວຄຣິສຕຽນ ພາກເໜືອ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 03 ມິນາ ວ່າ; ຜ່ານມາພວກເຮົານັບຖື ກໍຢູ່ໃນໃຈ ເວລາຈັດພິທີສລອງ ກໍຖືກກີດຂວາງຈາກ ການຈັດຕັ້ງ ແລະຄົນທ້ອງຖິ່ນ.

"ຄຣິສມັສ ແຕ່ລະປີກາມີບັນຫາ ຊ່ວງເທສການຄຣິສມັສ ເຂົາກາບໍ່ອຳນວຍຄວາມສະດວກ ການຈັດຄຣິສມັສ, ຕໍ່ພວກເຮົາກາທ້າທາຍຕລອດ ຢູ່ບາງຄັ້ງ ພີ່ນ້ອງທີ່ເຄີຍໄປຮ່ວມຄຣິສມັສ ທີ່ເຈົ້າໜ້າທີ່ພາຍປືນພາຍຫຍັງໄປຂູ່ ເຊີນປະຊຸມມາຫລາຍເທື່ອເນາະ."

ຜູ້ນຳຄຣິສຕຽນ ພາກເໜືອກ່າວຕື່ມວ່າ ບັນຫາທີ່ຊາວຄຣິສຕຽນ ຊົນເຜົ່າຖືກກີດຂວາງ ບໍ່ແມ່ນຫາກໍ່ເກີດ ມັນເປັນບັນຫາມາເກືອບ 20 ປີ ແລ້ວທີ່ທາງການ ແລະ ຄົນທ້ອງຖິ່ນພຍາຍາມ ຄຸກຄາມຊາວຄຣິສຕຽນມາຕລອດ ເພາະສະນັ້ນມັນເຖິງເວລາແລ້ວ ທີ່ພວກເຮົາຕ້ອງການ ໃຫ້ແກ້ໄຂ ບັນຫາດັ່ງກ່າວ ໃຫ້ຊາວຄຣິສຕຽນຊົນເຜົ່າພາກເໜືອ ໄດ້ນັບຖືສາສນາຢ່າງເສຣີຄືກັນກັບສາສນາອື່ນໆ ທີ່ໄດ້ຣະບຸໃນກົດໝາຍ ຂອງລາວ:

"ໂດຍທີ່ເຫັນເທົ່າທຸກວັນນີ້ເນາະ ກໍບໍ່ສາມາດທີ່ຈະແກ້ໄຂພາຍໃນເນື່ອງຈາກວ່າ ຂ້າພະເຈົ້າກາຕໍ່ລອງກັນຫລາຍຄັ້ງຫລາຍຄາວ ຢູ່ເນາະ ແຕ່ວ່າໃນເວທີປະຊຸມກາເວົ້າດີໆງ່າຍໆ ເນາະແຕ່ຫລັງປະຊຸມກາຄືເກົ່າ. ເປັນແບບນີ້ມາໂດຍຕລອດ ສະນັ້ນກາເລີຍມີ ຂໍ້ຄິດວ່າຖ້າມັນ ນັນເຖິງຫູ ຫລາຍຄົນ ຈະມີຫລາຍຄຳຄິດເຫັນທີ່ຈະຊ່ອຍພວກເຮົາ ໃນເທື່ອນີ້ໄດ້ໃຊ້ສິດເຕັມທີ່ ຫັ້ນນ່າ."

ສ່ວນເຫດການຊາວຄຣິສຕຽນ ຢູ່ບ້ານຕີນດອຍເມືອງລອງ ແຂວງຫລວງນໍ້າທາ 03 ຄອບຄົວ ຖືກນາຍບ້ານ ແລະ ປະຊາຊົນໃນບ້ານມ້າງ ເຮືອນ ແລະຂັບໄລ່ພວກເຂົາອອກຈາກບ້ານໄປ ຢູ່ບ່ອນໃໝ່ຍ້ອນພວກເຂົາບໍ່ຖືຜີື ເຊິ່ງເປັນກໍຣະນີທີ່ເຫັນໄດ້ຈະແຈ້ງ ວ່າ ຊາວຄຣິສຕຽນ ຊົນເຜົ່າຖືກຄຸກຄາມ.

ຕໍ່ບັນຫານີ້ ເຈົ້າໜ້າທີ່ໄດ້ຣາຍງານວ່າ ຍັງບໍ່ສາມາດໄກ່ເກັ່ຽກັນໄດ້ ເນື່ອງຈາກ 03 ຄອບຄົວ ຕ້ອງການຍ້າຍກັບຄືນມາ ຢູ່ບ່ອນເກົ່າ ແຕ່ ຊາວບ້ານເຂດນັ້ນບໍ່ໃຫ້ກັບມາ ຈຶ່ງໄດ້ປຸກຕູບຢູ່ຫ່າງຈາກບ້ານເດີມ 4 ກິໂລແມັດ.

"ສອງຝ່າຍນີ້ຍັງແກ້ກັນບໍ່ເຂົ້າກັນເທື່ອເດີ້ ບໍ່ສາມາດລົງລອຍກັນໄດ້ ທາງຊາວບ້ານຜູ້ຖືຜີນີ້ ບໍ່ຢາກໃຫ້ຢູ່ແຫຼະ ທາງເມືອງກໍໄດ້ຂໍນໍ ຮ້ອງຂໍ ນະໂຍບາຍ ຕໍ່ສາມຄອບຄົວນີ້ ຍັງຈະໃຫ້ບ້ານເຂົານະໂຍບາຍ ອົດທົນສາໃຫ້ເຂົາຢູ່ຕໍ່."

ນອກຈາກແຂວງຫລວງນໍ້າທາ ຍັງມີ ຊາວຄຣິສຕຽນ ເມືອງໄຊ ແຂວງອຸດົມໄຊ ກໍເຄີຍຖືກ ປກສ ແຂວງ ກັກໂຕ ແລະ ກ່າວຕັກເຕືອນ ພ້ອມດ້ວຍເຮັດບົດບັນທຶກ ໃຫ້ຊາວຄຣິສຕຽນເຊົານັບຖື ແລະໂຄສະນາປຸກຣະດົມ ຂົນຂວາຍໃຫ້ຊາວບ້ານຫັນມາ ນັບຖືສາສນາຄຣິສຄຽນ.

ສຳລັບສິດທິການນັບຖືສາສນາຢູ່ລາວ ຍັງຖືກຣະເມີດ ເມື່ອປີ 2018 ຜ່ານມາ ຄະນະກັມມາທິການ ວ່າດ້ວຍສິດເສຣີພາບ ໃນນັບຖືສາສນາ ໄດ້ຈັດໃຫ້ປະເທດລາວ ຢູ່ໃນກຸ່ມ Tier 2 ເຊິ່ງເປັນກຸ່ມຍັງຣະເມີດສິດເສຣີພາບ ໃນການນັບຖືສາສນາຢ່າງແຮງ. ໃນຂນະທີ່ ຕົວແທນຂອງ ຄະນະກັມມາທິການ ກໍ່ສເນີໃຫ້ຣັຖບານລາວ ເປີດໂອກາດ ໃຫ້ປະຊາຊົນມີສິດໃນການນັບຖືສາສນາຫລາຍຂຶ້ນ ແລະຄະນະກັມມາທິການ ເຊື່ອວ່າການເປີດກວ້າງ ຈະຊ່ອຍຊຸກຍູ້ໃຫ້ເສຖກິດຂອງລາວ ຂຍາຍໂຕ ແລະຊ່ອຍໃຫ້ມີ ປະຊາທິປະຕັຍໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.