ຜູ້ນໍາພັກ-ຣັຖລາວໄວ້ອາລັຍແກ່ ຜູ້ເຄາະຮ້າຍ

ມະນີຈັນ
2014.05.18
F-leaders ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ສປປ ລາວ ທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຣີ ລາວ ພ້ອມດ້ວຍ ຄະນະຜູ້ນໍາ ຣະດັບສູງ ຫລາຍໆທ່ານ ທໍາພິທີ ໄວ້ອາລັຍ ແກ່ ດວງວິນຍານ ຂອງຜູ້ນໍາ ທີ່ ລ່ວງລັບໄປ ຢູ່ ແຂວງຊຽງຂວາງ.
Citizen Journalist

 

ປະທານ ປະເທດ ທ່ານ ຈູມມະລີ ໄຊຍະສອນ, ນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ແລະ ເຈົ້າໜ້າທີ່ ຂັ້ນສູງ ຄົນອື່ນໆ ຂອງລາວ ທໍາພິທີ ວາງ ພວງມາລາ ໄວ້ອາໄລ ເຖິງບັນດາ ຜູ້ນໍາ ທີ່ ໄດ້ ເສັຽຊີວິດ ໄປ ໃນ ອຸບັດຕິເຫດ ເຮືອບິນ ອານ 74 ທີເຄ 300 ຂອງ ກອງທັບ ອາກາດ ລາວ ຕົກ ເມື່ອຕອນ ເຊົ້າ ວັນເສົາ ທີ 17 2014 ເວລາ ປະມານ 7 ໂມງ. ຕາມຣາຍງານ ຂ່າວ ຂອງ ທາງການລາວ. ພິທີ ວາງ ພວງມາລາ ມີຂຶ້ນ ຢູ່ ຫລາຍບ່ອນ ກ່ອນໜ້າ ພິທີ ເຜົາສົບ ຢ່າງເປັນ ທາງການ. ໃນພິທີ ໄວ້ອາລັຍ ນັ້ນ ມີຄະນະ ຜູ້ແທນ ຈາກ ພາກສ່ວນ ພັກ ແລະ ຣັຖບານ 37 ຄະນະ ເຂົ້າຮ່ວມ.

ບັນດາ ຜູ້ນໍາ ຄົນສໍາຄັນ ທີ່ຢູ່ໃນ ເຮືອບິນ ທີ່ ຈະເດີນທາງ ໄປຮ່ວມ ສລອງວັນ ໄຊຊະນະ ທາງ ຍຸທສາດ ຂອງ ກອງພັນທີ 2 ໃນປາງ ສົງຄາມ ອິນດູຈີນ ພາຍຫລັງ ຜ່າ ວົງລ້ອມ ຂອງ ຝ່າຍ ກົງກັນຂ້າມ ຢູ່ເຂດ ທົ່ງ ໄຫຫີນ ເມື່ອວັນທີ 18 ພຶສພາ ປີ 1959 ຄົບຮອບ 55 ປີ. ໃນນັ້ນ ຜູ້ເສັຽ ຊີວິດ ມີພົລໂທ ດວງໃຈ ພິຈິດ ກັມມະການ ກົມການເມືອງ ສູນກາງພັກ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດ, ທ່ານ ທອງບັນ ແສງອາພອນ ເລຂາທິການ ສູນກາງພັກ ຣັຖມົນຕຣີ ກະຊວງ ປ້ອງກັນ ຄວາມສງົບ, ທ່ານ ສຸກັນ ມະຫາລາດ ເລຂາທິການ ສູນກາງພັກ ເຈົ້າຄອງ ນະຄອນ ຫລວງ ວຽງຈັນ ແລະ ທ່ານ ເຈືອງ ສົມບຸນຂັນ ເລຂາທິການ ສູນກາງພັກ ຫົວໜ້າ ຄະນະ ໂຄສະນາ ອົບຮົມ ສູນກາງພັກ. ຄະນະ ຮັບຜິດຊອບ ຈັດພິທີ ຊາປະນະກິຈ ສົບ ສໍາລັບ ບັນດາ ຜູ້ນໍາ ທີ່ ໄດ້ເສັຽ ຊີວິດ ໃນ ອຸບັດຕິເຫດ ຄັ້ງນີ້ ໄດ້ຈັດ ພິທີ ໄວ້ອາລັຍ ໃນ ວັນທີ 18 ພຶສພາ.

ພິທີ ຊາປະນະກິຈ ສົບ ສໍາລັບ ພົນໂທ ດວງໃຈ ກໍານົດ ມີຂຶ້ນ ໃນວັນທີ 19 ພຶສພາ 2014 ທີ່ ເດີ່ນ ພຣະທາດຫລວງ ໃນເວລາ 13 ໂມງ. ແລະ ສໍາລັບ ຜູ້ນໍາ ອື່ນໆ ທີ່ ເສັຽຊີວິດ ກໍຈັດຂຶ້ນ ໃນວັນທີ 19 ພຶສພາ ໃນເວລາ ດຽວກັນ ຄື ທ່ານ ທອງບັນ ແລະ ທ່ານ ສຸກັນ ຢູ່ວັດ ເທບນິມິດ ທາດຝຸ່ນ ແລະທ່ານ ເຈືອງ ຢູ່ວັດ ຕານມີໄຊ ທີ່ຢູ່ໃກ້ ບ້ານພັກ ຂອງ ທ່ານ ຄື ບ້ານຄໍາຮຸ່ງ ເມືອງ ໄຊທານີ ໃນວັນ ແລະ ເວລາ ດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.