ເຂື່ອນ ຈະບໍ່ຊົດເຊີຍ ຊາວບ້ານ
2018.09.26
ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ປະທານຄນະກັມມະການ ແກ້ໄຂພັຍພິບັດຣະດັບຊາດ ໄດ້ຊີ້ແຈງວ່າບັນດາເຂື່ອນ ທີ່ ປ່ອຍນໍ້າອອກຈາກເຂື່ອນ ຈະບໍ່ທົດແທນ ຄວາມເສັຍຫາຍໃຫ້ແກ່ປະຊາຊົນ ທີ່ອາສັຍຢູ່ເຂດລຸ່ມເຂື່ອນ ໂດຍກົງ ເນື່ອງຈາກການປ່ອຍນໍ້າ ອອກຈາກເຂື່ອນແມ່ນ ການຮັກສາຣະດັບ ແລະປ້ອງກັນບໍ່ໃຫ້ເຂື່ອນແຕກ. ປີນີ້ມີຝົນຕົກຫລາຍ ເຮັດໃຫ້ສາຍນໍ້າຕ່າງໆ ມີປະຣິມານນໍ້າ ເພີ່ມຂຶ້ນ ເຂື່ອນບໍ່ສາມາດເກັບນໍ້າໄວ້ ເຊີ່ງເກີນເຂດບັນຈຸ ຂອງເຂື່ອນ ຈຶ່ງຈຳເປັນຕ້ອງໄດ້ ປ່ອຍນໍ້າອອກ. ດ່ັງ ທ່ານໄດ້ກ່າວຕໍ່ ສື່ມວນຊົນ ພາຍໃນເມື່ອ ວັນທີ 21 ກັນຍາ ຜ່ານມາວ່າ:
"ການປ່ອຍນໍ້າຈາກເຂື່ອນນໍ້າງື່ມ ໃນບັນດາເຂື່ອນອື່ນໆ ໃນເມື່ອມັນຍື່ງຖ້ວມລະ ຈະມີການທົດແທນຫລືບໍ່ ອັນນີ້ພວກເຮົາ ກາຄາດຄະເນ ວ່າຈະບໍ່ໄດ້ມີການທົດແທນ ເນື່ອງຈາກວ່າການປ່ອຍດັ່ງກ່າວນີ້ ກາແມ່ນມັນຕ້ອງຮັບປະກັນ ໃນຄວາມປອດພັຍ ຖ້າເຂື່ອນແຕກມັນຊິ ຮ້າຍແຮງກວ່າ ນໍ້າຍື່ງນີ້ເນາະ ອັນນີ້ການປ່ອຍກາຍ້ອນວ່າ ປະຣິມານຝົນຕົກຫລາຍ ມັນຈຳເປັນຕ້ອງໄດ້ປ່ອຍ ນອກຈາກນໍ້າງື່ມແລ້ວ ມັນຍັງມີນໍ້າງື່ມ 2 ນໍ້າງຽບ ສາຍນໍ້າຕ່າງໆ ໄຫລເຂົ້າໃນອ່າງ."
ທ່ານກ່າວຕື່ມວ່າ ຍ້ອນປະຣິມານນໍ້າຝົນຫລາຍ ບາງເທື່ອການຄາດຄະເນ ການຮັກສານໍ້າກ່ອນຝົນຕົກຫັ້ນ ອາດຈະຫລາຍແດ່ໂຕນີ້ ແມ່ນມີ ຄວາມຫຍຸ້ງຍາກ ແຕ່ແນວໃດກໍ່ຕາມ ຜູ້ພັທນາເຂົາກາຈະນໍາໃຊ້ເງິນ ໄດ້ຈາກການຂາຍໄຟ ເພື່ອມາປະກອບສ່ວນ ໃຫ້ຣັຖບານໂດຍສະເພາະ ການຊື້ແນວພັນພືດ ແນວພັນສັດຕ່າງໆ ເພື່ອຈະສນອງໃຫ້ແກ່ປະຊາຊົນ.
ນອກຈາກນີ້ ຣັຖບານວາງມາດຕະການເຂັ້ມງວດ ໃຫ້ຜູ້ພັທນາເຂື່ອນ ຕ້ອງມີຣະບົບເຕືອນພັຍລ່ວງໜ້າ ທີ່ທັນສະໄໝໃຫ້ກັບປະຊາຊົນ ທີ່ ຢູ່ລຸ່ມເຂື່ອນ ມີຄວາມສ່ຽງຕໍ່ນໍ້າຖ້ວມ ເພື່ອໃຫ້ປະຊາຊົນກຽມພ້ອມຮັບມື ໄດ້ຢ່າງທັນການ ແລະ ໃຫ້ມີຜົລກະທົບຕໍ່ ປະຊາຊົນໜ້ອຍທີ່ສຸດ.
ສລຸບຜົນເສັຍຫາຍ ສຳລັບປະຊາຊົນ ທີ່ຢູ່ລຸ່ມເຂື່ອນ ທີ່ໄດ້ຮັບຜົລກະທົບ ຈາກການປ່ອຍນໍ້າ ຈາກເຂື່ອນນໍ້າງື່ມ ລວມມີ ແຂວງວຽງຈັນ ມີ 4 ເມືອງ, 26 ບ້ານ, 2.837 ຄອບຄົວ ຮວມ 7.452 ຄົນ ແລະ ນະຄອນຫລວງວຽງຈັນ ມີ 6 ເມືອງ, 128 ບ້ານ, 7.595 ຄອບຄົວ ຮວມ 37.009 ຄົນ.