ກອງປະຊຸມປະເທດລຸ່ມ ແມ່ນໍ້າຂອງ

ສິດນີ
2018.04.06
F-GMS ກອງປະຊຸມ ປະເທດ ອະນຸພູມີພາກ ລຸ່ມແມ່ນ້ຳຂອງ ຫລື GMS ທີ່ ກຸງຮ່າໂນຍ ປະເທດວຽດນາມ ວັນທີ 29-31 ມິນາ 2018
Screen captured: vovworld.vn

ກອງປະຊຸມສຸດຍອດ ຂອງປະເທດສະມາຊິກ ອະນຸພູມີພາກລຸ່ມແມ່ນ້ຳຂອງ ຫລື GMS ຄັ້ງທີ 6 ທີ່ຈັດຂຶ້ນ ຢູ່ກຸງຮ່າໂນຍ ປະເທດວຽດນາມ ຣະຫວ່າງວັນທີ 29-31 ເດືອນມິນາ ຜ່ານມາ ໂດຍການເປັນເຈົ້າພາບ ຮ່ວມຣະຫວ່າງ ທະນາຄານພັທນາເອເຊັຽ ແລະວຽດນາມ ເຂົ້າຮ່ວມ ໃນກອງປະຊຸມດັ່ງກ່າວ ກໍມີຕົວແທນຈາກ 6 ປະເທດສະມາຊິກ ອັນໄດ້ແກ່ ສປປລາວ ກຳພູຊາ ໄທ ພະມ້າ ຈີນ ແລະປະເທດເຈົ້າພາບ ຄື; ວຽດນາມ ຮ່ວມດ້ວຍ ຕົວແທນຈາກອົງການ ຕ່າງຊາດກວ່າ 200 ຄົນ.

ຈຸດປະສົງຂອງກອງປະຊຸມເທຶ່ອນີ້ ແມ່ນເພຶ່ອທົບທວນຄວາມຄືບຫນ້າ ໃນແຜນການຈາກກອງປະຊຸມ ຄັ້ງກ່ອນ ແລະວາງແຜນໃນອະນາຄົດ ໃນນັ້ນຮ່ວມດ້ວຍ ແຜນການກົນໄກຄວາມຮ່ວມມື ທາງດ້ານການຄົມມະນາຄົມ, ການທ່ອງທ່ຽວ ການກະເສດ ແລະສະພາບແວດລ້ອມ ນອກຈາກນັ້ນ ກອງປະຊຸມ ຍັງໄດ້ຣາຍງານກ່ຽວກັບ ຄວາມຄືບຫນ້າໃນຣະຍະ 25 ປີ ຜ່ານມາຫລັງຈາກເວທີດັ່ງກ່າວ ຖືກຕັ້ງຂຶ້ນໃນປີ 1992.

ໃນກອງປະຊຸມເທຶ່ອນີ້ ໄດ້ປຶກສາຫາລືກັນໃນຫລາຍບັນຫາ ທີ່ຮ່ວມດ້ວຍການເຊຶ່ອມຕໍ່ ໃນຂົງເຂດ ທີ່ຫລາຍປະເທດ ຕ້ອງການຢາກໃຫ້ມີ ການຍົກຣະດັບໃຫ້ສູງຂຶ້ນ. ຕົວແທນຈາກວຽດນາມ ປະເທດເຈົ້າພາບ ກໍໄດ້ກ່າວຂອບໃຈ ປະເທດສະມາຊິກ ໃນ ຄວາມຮ່ວມື ໃນຣະຍະທີ່ ຜ່ານມາ ແລະຕົວແທນຈາກປະເທດສະມາຊິກ ກໍສະແດງຄວາມຍິນດີ ໃນການເປັນເຈົ້າພາບ ຂອງປະເທດວຽດນາມ ເທື່ອນີ້.

ຜົລຂອງກອງປະຊຸມທີ່ໃຊ້ເວລາ 3 ວັນເທຶ່ອນີ້ ກໍແມ່ນວ່າ ບັນດາປະເທດສະມາຊິກ ຮ່ວມກັບ ທະນາຄານພັທນາເອເຊັຽ ໄດ້ຕົກລົງກັນ ເຫັນພ້ອມ ໃນການເພິ້ມງົບປະມານໃນລົງທຶນ ເພື່ອຍົກຣະດັບ ການເຊື່ອມຕໍ່ໃນຂົງເຂດ ໃຫ້ຫລາຍຂຶ້ນ ດ້ວຍເງິນລົງທຶນ ກວ່າ 66 ຕື້ໂດລາ ໃນຣະຍະ 5 ປີຂ້າງຫນ້າ ໃນຈຳນວນ 227 ໂຄງການ ສ່ວນໃຫຍ່ແມ່ນໂຄງການ ສ້າງໂຄງຮ່າງພື້ນຖານ ການຄົມມະນາຄົມ ເປັນຕົ້ນ ຖນົນຫົນທາງ ຂົວ ທ່າເຮືອ ສນາມບິນ ທາງຣົດໄຟຄວາມໄວສຸງ ແລະຖນົນສາຍດ່ວນ ໃນຫຼາຍປະເທດ ໃນຈຳນວນເງິນ 7 ຕື້ໂດລາ ແມ່ນມາຈາກທະນາຄານ ພັທນາເອເຊັຽ ສ່ວນເຫລືອແມ່ນມາຈາກປະເທດ ສະມາຊິກ 6 ປະເທດ.

ສຳລັບ ສປປລາວ ມີ 31 ໂຄງການ ໃນມູນຄ່າປະມານ 1 ຫມື່ນ 8 ພັນ ລ້ານໂດລາ ຈີນ ມີ 6 ໂຄງການ ໃນມູນຄ່າ 1 ຫມື່ນ 5 ພັນລ້ານໂດລາ ໄທ ມີ 16 ໂຄງການໃນມູນຄ່າ 7 ພັນ 7 ຮ້ອຍລ້ານໂດລາ ວຽດນາມ ມີ 13 ໂຄງການ ໃນມູນຄ່າ 6 ພັນ 300 ລ້ານໂດລາ ແລະ ພະມ້າ ມີ 16 ໂຄງການໃນມູນຄ່າ 3 ພັນ 350 ລ້ານໂດລາ. ໂຄງການສ່ວນໃຫຍ່ ແມ່ນສ້າງໂຄງຮ່າງພື້ນຖານ ການຄົມມະນາຄົມ ແລະຂົນສົ່ງ ເພື່ອການເຊື່ອມຕໍ່.

ນອກຈາກຄວາມຮ່ວມມືທາງດ້ານການເຊື່ອມຕໍ່ ຫລື connectivity ແລ້ວ ກອງປະຊຸມຍັງໄດ້ ຮຽກຮ້ອງປະເທດສະມາຊິກ ໃຫ້ເພິ້ມ ຄວາມຮ່ວມມື ໃນການແຂ່ງຂັນຫລື competitive ແລະ ການເຂົ້າຮ່ວມຂອງຊຸມຊົນຫລື community involvement ໃນຂົງເຂດ ໃຫ້ຫລາຍຂຶ້ນ ນຳອີກ ໃນແຜນການ ໃນທົສວັດຕໍ່ໄປ.

ສຳລັບ ສປປລາວ ແລ້ວ ນາຍົກຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລິດ ຊຶ່ງ ຜູ້ນຳພາຕົວແທນຈາກ ສປປລາວ ກໍໄດ້ຮຽກຮ້ອງ ໃຫ້ ຍົກຣະດັບ ການເຊື່ອມຕໍ່ ແລະການພັທນາແບບຍືນຍົງ ໃນຂົງເຂດໃຫ້ຫລາຍຂຶ້ນ. ໃນຄຳປາສັຍຕໍ່ກອງປະຊຸມ ໃນມື້ວັນເສົາ ທ່ານ ທອງລຸນ ເວົ້າວ່າ ສປປລາວ ຕັ້ງຢູ່ໃນໃຈກາງຂອງປະເທດ ສະມາຊິກ ແລະກໍເຫມາະສົມ ໃນການເປັນສູນກາງ ການເຊື່ອມຕໍ່ໃນຂົງເຂດ, ທ່ານໄດ້ ຮຽກຮ້ອງ ໃຫ້ມີການຊ່ອຍເຫລືອ ຊຶ່ງກັນແລະກັນ ຣະຫວ່າງປະເທດສະມາຊິກ ໃນການລົງທຶນ ການພັທນາ ແລະຍົກຣະດັບໂຄງຮ່າງ ພຶ້ນຖານ ປະເພດຕ່າງໆ ໃນນັ້ນຮ່ວມດ້ວຍການພັທນາ ຊັພຍາກອນມະນຸດ.

ດັ່ງທ່ານກ່າວໃນທີ່ປະຊຸມ ໃນຕອນນຶ່ງວ່າ ສປປລາວ ຕັ້ງຢູ່ໃນໃຈກາງ ຂອງບັນດາປະເທດ ອະນຸພູມີພາກລຸ່ມແມ່ນ້ຳຂອງ ຊຶ່ງເຫມາະສົມ ໃນການເປັນສູນກາງ ການເຊຶ່ອມຕໍ່ໃນຂົງເຂດທ່ານຍັງບອກອີກວ່າ; ສປປລາວ ໄດ້ເຮັດວຽກກັບຫລາຍປະເທດ ໃນການຍົກຣະດັບ ຄວາມຮ່ວມມືໃນການເຊຶ່ອມຕໍ່ ໃນຂົງເຂດເປັນຕົ້ນ ຮ່ວມພັທນາທ່າເຮືອ ວັງອານກັບວຽດນາມ ໃນເຂດພາກກາງ ຂອງແຂວງຮ່າຕີນ ທີ່ຈະເປັນເສັ້ນທາງຂົນສົ່ງ ສິນຄ້າທາງທະເລ ຂອງລາວ;

ໃນອະນາຄົດ ລາວຍັງມີແຜນການຈະສ້າງ ເສັ້ນທາງສາຍດ່ວນ ຫລື high way ເຊື່ອມຕໍ່ນະຄອນຫລວງວຽງຈັນ ກັບ ກຸງຮ່າໂນຍ ແລະໂຄງການ ຣົດໄຟຄວາມໄວສູງ ລາວ-ຈີນ ຈາກນະຄອນຫລວງວຽງຈັນ ຫາ ຊາຍແດນຈີນ ທີ່ຈະສຳເຣັດໃນປີ 2021 ແລະ ໃນຫລາຍໂຄງການ ຄວາມຮ່ວມມືການເຊຶ່ອມຕໍ່ ກັບປະເທດສະມາຊິກ.

ບັນດາປະເທດສະມາຊິກ 6 ປະເທດ ກໍໄດ້ອອກຄວາມເຫັນ ເປັນສຽງດຽວກັນວ່າ ການພັທນາໃນປະເທດ ອະນຸພູມີພາກ ລຸ່ມແມ່ນ້ຳຂອງ ໃນຣະຍະ ສອງທົສວັດເຄິ່ງຜ່ານມາ ຫລັງຈາກຖືກກໍ່ຕັ້ງ ມີຄວາມຄືບຫນ້າດີ. ເຮັດໃຫ້ບາງປະເທດໃນຂົງເຂດ ຫລຸດພົ້ນຈາກ ການເປັນ ຖານະປະເທດ ດ້ອຍພັທນາ ກາຍເປັນປະເທດ ທີ່ມີລາຍໄດ້ປານກາງ ໄດ້ດັ່ງໄທ ວຽດນາມ ແລະ ຈີນຢູນານ ຊຶ່ງການກ່າວອ້າງດັ່ງກ່າວ ແມ່ນຖືກບັນທຶກລົງໃນ ຖແລງການຮ່ວມຂອງກອງປະຊຸມເທື່ອນີ້.

ຖແລງການຮ່ວມຣະບຸວ່າ ຍ້ອນແຜນການພັທນາ ອະນຸພູມີພາກລຸ່ມແມ່ນ້ຳຂອງໃນຣະຍະ 25 ປີ ຜ່ານມາ ເຮັດໃຫ້ການເຕີບໂຕທາງດ້ານ ເສຖກິດ ໃນຂົງເຂດໂດຍສເລັ່ຽເພິ້ມຂຶ້ນປະມານ 6.3% ຕໍ່ປີ ລາຍໄດ້ຕໍ່ຫົວຄົນໂດຍສເລັ່ຽເພິ້ມຂຶ້ນ 5% ແລະການຄ້າເພິ້ມຂຶ້ນ 90 ເທົ່າ.

ໂຄງການພັທນາອະນຸພູມີພາກລຸ່ມແມ່ນ້ຳຂອງ ໄດ້ລົງທຶນໃນໂຄງການຕ່າງໆ ກວ່າ 21 ຕື້ໂດລາເລິ້ມແຕ່ຖືກສ້າງຕັ້ງຂຶ້ນມາ ໃນປີ 1992 ໃນຂແນງການຕ່າງໆ ເປັນຕົ້ນການຄົມມະນາຄົມ ການທ່ອງທ່ຽວ ສາທາຣະນະສຸກ ການພັທນາເຂດໃນເມືອງ ສະພາບແວດລ້ອມ ຊັພຍາກອນມະນຸດ ການກະເສດແລະພລັງງານ.

ທຸກຝ່າຍຮ່ວມມືກັນດ້ວຍເຫດຜົລ ຄວາມເຊຶ່ອຫມັ້ນ ການເຄົາຣົບຊຶ່ງກັນແລະກັນ ແລະ ຜົລປະໂຫຍດຮ່ວມກັນ ຫລື WIN-WIN ນັ້ນເອງ. ກອງປະຊຸມ ຄັ້ງທີ 7 ຄັ້ງຊີ່ມາ ແມ່ນຈັດຂຶ້ນຢູ່ ກຳພູຊາ ໃນປີ 2021.

ນັກວິເຄາະເວົ້າວ່າ ກອງປະຊຸມ ອະນຸພູມີພາກລຸ່ມແມ່ນ້ຳຂອງ ເປັນກອງປະຊຸມທີ່ດີແລະໃຫ້ຜົລປະໂຫຍດແກ່ຫລາຍປະເທດ ສະມາຊິກ ໃນການພັທນາເສຖກິດແລະສັງຄົມ ໃນປະເທດດັ່ງກ່າວ ນອກຈາກຈະຍົກຣະດັບ ທາງດ້ານເສຖກິດແລ້ວຍັງຈະ ຍົກຣະດັບສະຖຽນຣະພາບ ແລະ ຄວາມຫມັ້ນຄົງ ໃນຂົງເຂດນຳອີກ ແຕ່ບັນຫາທີ່ຈະພົບເຫັນ ທີ່ບໍ່ຖືກຍົກຂຶ້ນມາ ໂອ້ລົມກັນໃນກອງປະຊຸມ ກໍແມ່ນວ່າ ການໃຊ້ນ້ຳຮ່ວມກັນ.

ການສ້າງເຂື່ອນໃສ່ແມ່ນ້ຳຂອງ ແລະລໍານ້ຳສາຂາ ແລະຜົລກະທົບຂ້າມແດນ ຈາກໂຄງການພັທນາ ຈາກປະເທດຕົ້ນນ້ຳ ທີ່ປະເທດໃຕ້ນ້ຳ ເປັນຫ່ວງ ບັນຫາດັ່ງກ່າວ ບໍ່ຖືກຍົກຂຶ້ນມາໂອ້ລົມກັນ ໃນກອງປະຊຸມ ແລະເງິນລົງທຶນ ທີ່ກ່າວມາຂ້າງເທິງນັ້ນ ສ່ວນໃຫຍ່ເປັນເງິນກູ້ ຈະເຮັດໃຫ້ປະເທດ ທີ່ທຸກຍາກ ແລະປະເທດສະມາຊິກ ຕິດຫນີ້ເພິ້ມຂຶ້ນ ໃນໂຄງການ ທີ່ບໍ່ຈຳເປັນ ເພຶ່ອການເຊຶ່ອມຕໍ່ ກັບປະເທດເພື່ອນບ້ານ ເປັນຕົ້ນທີ່ລາວ ກໍແມ່ນການສ້າງ ຖນົນຫລວງ highway ຈາກວຽງຈັນ ຫາ ຮ່າໂນ້ຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.