ອຸບັດຕິເຫດຕາມຖນົນ ຢູ່ລາວ ເພີ້ມຂຶ້ນ
2018.04.13
ຫນັງສືພິມເສຖກິດ ສປປລາວ ຣາຍງານວ່າປັດຈຸບັນ ສະພາບການສັນຈອນໃນທົ່ວປະເທດ ເຫັນວ່າມີຄວາມສັບສົນ ແລະບໍ່ຄ່ອງໂຕ ຍ້ອນ ຖນົນຫົນທາງເປ່ເພ ແລະການຈາຣະຈອນຕິດຂັດ ໃນຫຼາຍເຂດ ແລະບັນຫາ ຍວດຍານພາຫະນະພາຍໃນປະເທດ ກໍເພີ້ມຂຶ້ນເລື້ອຍໆ ຂາດ ການຄວບຄຸມຖນົນກໍບໍ່ຂຍາຍແລະບໍ່ປູຢາງໃຫ້ດີ; ໃນແຕ່ລະເດືອນຣົດຍົນແລະຣົດຈັກ ຈະເພີ່ມຂຶ້ນປະມານ 10 ພັນ ຫາ 11 ພັນຄັນ.
ສະນັ້ນຈຶ່ງເຮັດໃຫ້ເທສບານຕົວເມືອງໃຫຍ່ໆ ໃນເວລາໄປການ-ເລີກການ ແລະວັນພັກສໍາຄັນຂອງຊາດ ການສັນຈອນ ຈຶ່ງແອອັດ ບວກກັບ ຜູ້ຂັບຂີ່ບໍ່ເຄົາຣົບກົດຈະຣາຈອນ ເປັນຕົ້ນດື່ມສິ່ງມຶນເມົາແລ້ວຂັບຂີ່ ຂັບໄວເກີນກໍານົດ ລ່ວງປ້າຍຫ້າມ ລ່ວງຜ່ານໄຟແດງ, ຈອດຣົດຊະຊາຍ, ຂັບຣົດບໍ່ຖືກເສັ້ນ ຈະຣາຈອນແລະອື່ນໆ ຈຶ່ງເກີດອຸບັດຕິເຫດຕາມມາ ເປັນເນື່ອງນິດ; ເມື່ອເດືອນກຸມພາ 2018 ເດືອນດຽວ, ທົ່ວປະເທດມີ ອຸບັດຕິເຫດ ເກີດຂຶ້ນ 593 ຄັ້ງ ແລະມີຄົນເສັຽຊີວິດທັງໝົດ 107 ຄົນ.
ແຂວງທີ່ມີຄົນເສັຽຊີວິດຫລາຍກວ່າຫມູ່ ແມ່ນນະຄອນຫລວງວຽງຈັນ. ດັ່ງຊາວນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ:
"ສ່ວນໃຫຍ່ມັນຈະເກີດອຸປຕິເຫດຢູ່ໃນເມືອງ ຜູ້ຂັບຂີ່ ບໍ່ມີ່ເຈົ້າຫນ້າທີ່ ມັນກໍຝ່າຝຶນກົດຈາຣະຈອນໂລດ ມີຫລືບໍ່ມີໄຟສັນຍານ ມັນກໍແຊງໄປ ໂລດ ອັນນີ້ມັນແມ່ນການຊົມໃຊ້ ຍ້ອນຄົນກິນມັນມືນເມົາແລ້ວມັນປມາດ ໂດຍສະເພາະເຫລົ້າເບັຽ ມັນພາໃຫ້ເກີດ ອຸບັດເຫດໂລດແລ້ວໂທດ ALCOHOL ນີ້ມັນພາໃຫ້ເກີດອຸບັດຕິເຫດ."
ອິງຕາມການສະຫຼຸບສະຖິຕິ ອຸບັດຕິເຫດທົ່ວປະເທດ ປະຈໍາເດືອນກຸມພາ ປີ 2018 ຂອງກົມຕໍາຣວດ ຈະລາຈອນແຫ່ງຊາດ ຣະບຸວ່າ: ໃນ ເດືອນກຸມພາ ຜ່ານມາ, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 593 ຄັ້ງ ຍານພາຫະນະເປ່ເພທັງໝົດ 1,049 ຄັນ ເປເພເລັກໜ້ອຍ 419 ຄັນ, ເສັຽຫາຍສົມຄວນ 609 ຄັນ, ໃຊ້ການບໍ່ໄດ້ 30 ຄັນ; ຄົນໄດ້ຮັບບາດເຈັບທັງໝົດ 850 ຄົນ, ບາດເຈັບເລັກໜ້ອຍ 363 ຄົນ, ບາດເຈັບພໍສົມຄວນ 367 ຄົນ, ເຈັບສາຫັດ 120 ຄົນ ແລະ ເສັຽຊີວິດ 107 ຄົນ.
ອຸບັດຕິເຫດດັ່ງກ່າວທີ່ເກີດຂຶ້ນກັບພະນັກງານຣັດ 142 ຄົນ, ທະຫານ 40 ຄົນ, ຕໍາຣວດ 18 ຄົນ, ປະຊາຊົນ 412 ຄົນ, ກໍາມະກອນ 354 ຄົນ, ນັກຮຽນ 224 ຄົນ ແລະ ຕ່າງປະເທດ 82 ຄົນ; ໃນນັ້ນ, ມີຜູ້ລະເມີດກົດ ລະບຽບຈະຣາຈອນ ໂດຍການດື່ມ ສິ່ງມຶນເມົາແລ້ວ ຂັບຣົດ ທັງໝົດ 105 ຄົນ, ຂັບຣົດອາຍຸບໍ່ເຖິງກະສຽນ 55 ຄົນ, ບໍ່ມີໃບຂັບຂີ່ 256 ຄົນ ແລະອື່ນໆ 156 ຄົນ, ອຸບັດຕິເຫດດັ່ງກ່າວທີ່ເກີດຂຶ້ນ ສ້າງ ຄວາມເສັຽຫາຍເປັນເງິນ 8.468 ຕື້ກີບ.
ແຂວງທີ່ມີອຸບັດຕິເຫດເກີດຂຶ້ນ ແລະເສັຽຊີວິດຫຼາຍກວ່າໝູ່ໄດ້ແກ່ ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 134 ຄັ້ງ, ມີຜູ້ເສັຽຊີວິດ ທັງໝົດ 17 ຄົນ, ແຂວງຈໍາປາສັກ ມີອຸບັດຕິເຫດເກີດຂຶ້ນ 124 ຄັ້ງ, ມີຜູ້ເສັຽຊີວິດ 15 ຄົນ, ແຂວງສວັນນະເຂດ ມີອຸບັດຕິເຫດເກີດຂຶ້ນ 55 ຄັ້ງ, ມີຜູ້ເສັຽຊີວິດ 12 ຄົນ ແຂວງ ຫຼວງພຣະບາງ ມີອຸບັດຕິເຫດເກີດຂຶ້ນ 51 ຄັ້ງ, ມີຜູ້ເສັຽຊີວິດ 11 ຄົນ, ແຂວງບໍລິຄໍາໄຊ ມີອຸບັດ ຕິເຫດເກີດຂຶ້ນ 27 ຄັ້ງ ມີຜູ້ເສັຽຊີວິດ 9 ຄົນ ແລະ ແຂວງອື່ນໆອີກຈໍານວນໜຶ່ງ; ສ່ວນແຂວງ ທີ່ບໍ່ມີຜູ້ເສັຽຊີວິດ ແມ່ນແຂວງໄຊສົມບູນ ອຸບັດຕິເຫດເກີດຂຶ້ນ 2 ຄັ້ງ ແລະ ແຂວງຜົ້ງສາລີ ອຸບັດຕິເຫດເກີດຂຶ້ນ 6 ຄັ້ງ.
ຫນັງສືພິມເສຖກິດ ສປປລາວ ຣາຍງານຕໍ່ໄປວ່າ ບັນຫາອຸບັດຕິເຫດຕາມທ້ອງຖນົນ ສ່ວນໃຫຍ່ເກີດຈາກ:
1- ຖນົນຫົນທາງເປ່ເພ ຂາດປ້າຍແລະຂາດການບຳຣຸງຮັກສາ ຈາກທາງການຖນົນບາງແຫ່ງກໍຄົດໂງ້ ຜ່ານພູສູງຊັນ ແລະບາງແຫ່ງບໍ່ມີ ປ້າຍສັນຍານ ແລະບໍ່ມີການເຕືອນພັຍ ເປັນຕົ້ນ ຖນົນຈາກນະຄອນຫຼວງວຽງຈັນ ໄປຫຼວງພຣະບາງຣະຫວ່າງ ເມືອງກາສີ ຫາເມືອງນານ ແລະຫລາຍເສັ້ນທາງພາກເຫນືອ ມີອຸບັດຕິເຫດເກີດຂື້ນຕລອດ ທາງການກໍບໍ່ເອົາຫົວຊາ.
2- ການຈາຣະຈອນເຂດໃນເມືອງກໍບໍ່ເປັນຣະບຽບ ຍາດກັນໄປຖນົນສາມແຍກຫລືສີ່ແຍກ ບາງແຫ່ງບໍ່ມີຮອດໄຟສັນຍານ ການຈາຣະຈອນ ຖ້າມີກໍບໍ່ສັນຍານ ຫລືບໍ່ເຮັດວຽກ ຣົດຈັກແລະຣົດໃຫຍ່ ກໍຍາດກັນໄປຫລືແຊງຫນ້າກັນ ຈົນເກີດອຸບັດຕິເຫດ
3- ຣົດບັນທຸກຂນາດໃຫຍ່ ຍັງອະນຸຍາດໃຫ້ແລ່ນເຂົ້າໃນເມືອງຢູ່ ຊຶ່ງການເຂົ້າໄປໃນເຂດໃນເມືອງ ຂອງຣົດຊນິດນີ້ ແຮ່ງພາໃຫ້ເກີດການ ແອອັດເພີ້ມຂຶ້ນ ສຳລັບການຈາຣະຈອນ ໃນເຂດຕົວເມືອງ ແລະຍວນຍານພາຫະນະທັງຫຼາຍ ກໍບໍ່ມີການໃຫ້ສັນຍານ ໃນເວລາລ້ຽວ ໄປຊ້າຍໄປຂົວ.
4- ເຈົ້າຫນ້າທີ່ຈາຣະຈອນ ກໍບໍ່ພຽງພໍໃນການຄວບຄຸມ ການຈາຣະຈອນໃນຖນົນ ທີ່ບໍ່ມີໄຟສັນຍານຫລືວ່າ ໄຟສັນຍານຕາຍ.
5- ຖນົນຫລາຍສາຍໃນຍາມກາງຄືນ ບໍ່ມີຮອດໄຟ ໃນການຈາຣະຈອນ ເຮັດໃຫ້ຣົດບາງຄັນ ບໍ່ເຫັນຮຸ່ງ ຈຶ່ງຕຳກັນສ່ວນໃຫຍ່ ຈະເປັນຣົດ ໃຫຍ່ກັບຣົດຈັກ ຊື່ງຣົດຈັກສ່ວນຫລາຍ ຈະບໍ່ເປັນຣະບຽບຢາກໄປທາງໃດກໍໄປ ຢາກລ້ຽວກໍລ້ຽວ ຫລືແຊງຂ້າງຣົດໃຫຍ່
6- ຣົດສ່ວນຫລາຍບໍ່ມີປະກັນພັຍ ຫລືຄົນຂັບຂີ່ກໍບໍ່ມີໃບຂັບຂີ່ ຮ່ວມທັງໃບທະບຽນຫມົດອາຍຸ ກໍສາມາດຂີ່ໄດ້.
ຄວາມຫຍຸ້ງຍາກສັບສົນໃນການໃຊ້ຣົດໃຊ້ຖນົນໃນລາວ ໂດຍສະເພາະໃນຍາມມາການແລະເລີກການ ເຮັດໃຫ້ເກີດອຸບັດຕິເຫດ ຫລາຍຂຶ້ນ ຖນົນຫລາຍສາຍໃນເຂດ ນະຄອນຫລວງວຽງຈັນ ຣົດຕິດເປັນເວລາຫລາຍຊົ່ວໂມງ ຍ້ອນຂາດການບໍຣິຫານ ຈັດການບັນຫາຈາຣະຈອນ ໃນລາວ ແລະຂາດທາງສາຍດ່ວນ ທີ່ທາງການລາວຄວນສ້າງເພື່ອຫລຸດຜ່ອນ ບັນຫາການຈາຣະຈອນຕິດຂັດໃນຊ່ວງ ເວລາທີ່ຈຳເປັນໄດ້; ດັ່ງທີ່ຫລາຍປະເທດເຂົາມີກັນ.
ກະຊວງໂຍທາທິການແລະຂົນສົ່ງ ເປີດເຜີຍວ່າເຫດການ ຝົນຕົກນ້ຳຖ້ວມຫຼາຍແຂວງ ໃນປີນີ້ ເຮັດໃຫ້ ຖນົນຫົນທາງ ແລະຂົວຫຼາຍບ່ອນ ໃນລາວ ເພພັງເຮັດໃຫ້ ການເດີນທາງລຳບາກ ແລະຍັງເປັນສາເຫດ ເຮັດໃຫ້ເກີດອຸບັດຕິເຫດ ນຳອີກ. ດັ່ງເຈົ້າຫນ້າທີ່ ໂຍທາທິການ ແລະຂົນສົ່ງເວົ້າວ່າ:
"ຖ້ວມແລ້ວ ກໍເຮັດໃຫ້ ທາງຂາດ ທາງເພ ມີຫລາຍຈຸດ ແຫລະມັນເພ ກໍມີບ່ອນມັນຂາດ ປະຊາຊົນ ເຂົາກໍພາກັນຢ້ານ ຫາກມັນຍັງຊື່ມ ໃນພື້ນທາງ ທີ່ແນວຣົດ ເຂົາຫລາຍເຂົາແລ່ນ".
ທ່ານເວົ້າຕື່ມວ່າ ການທີ່ທາງປູຢາງ ຫລືຊີເມນ ຖືກນ້ຳອັ່ງເປັນເວລາດົນນານ ເຮັດໃຫ້ທາງມີອາຍຸ ການໃຊ້ງານສັ້ນລົງ ກວ່າປົກກະຕິ ເມື່ອມີຣົຖບັນທຸກຫນັກ ແລ່ນຜ່ານ ກໍເຮັດໃຫ້ ເກີດເປັນຂຸມ ເປັນບວກ ຊຶ່ງຂຸມແລະບວກ ເຫລົ່ານັ້ນເປັນສາເຫດ ຂອງ ອຸບັດຕິເຫດ ໂດຍສະເພາະ ໃນຍາມກາງຄືນ.
ຂໍ້ມູນຈາກກະຊວງໂຍທາທິການແລະຂົນສົ່ງ ຣະບຸວ່ານັບແຕ່ເດືອນ ມົກກະຣາ ປີ 2017 ຮອດປັດຈຸບັນ ໃນທົ່ວປະເທດ ມີອຸບັດຕິເຫດ ຈາກການຂັບຂີ່ ຍວດຍານພາຫານະກວ່າ 3000 ຄັ້ງ ສາເຫດຫລັກເກີດຈາກ ທາງເປັນຂຸມເປັນບວກ ແລະບໍ່ມີໄຟ ເຍືອງທາງ.
ປະຊາຊົນຢາກຮຽກຮ້ອງ ໃຫ້ຣັຖບານແກ້ໄຂບັນຫາ ດັ່ງກ່າວຢ່າງຮີບດ່ວນ ເພື່ອຄວາມປອດພັຍ ໃນການເດີນທາງ ໄປທໍາມາຫາລ້ຽງຊີພ ໃນຊີວິດປະຈໍາວັນ.
ຣັຖບານລາວຕ້ອງໃຊ້ງົບປະມານ ຢ່າງຫຼວງຫຼາຍ ເພື່ອສ້ອມແປງຖນົນຫົນທາງທີ່ເປ່ເພ ຍ້ອນຣົດຂົນສົ່ງບັນທຸກສິນຄ້າ ທີ່ໜັກເກີນກໍານົດ. ເມື່ອທ້າຍປີກາຍ ຣັຖບານກໍ່ສ້ອມແປງທາງຫຼວງ ຫລາຍສາຍດ້ວຍງົບປະມານ 319 ຕື້ກີບ ເພາະຖນົນມີຣົດບັນທຸກ ສິນຄ້າທັງພາຍໃນ ແລະຕ່າງປະເທດ ບັນທຸກນໍ້າໜັກເກີນກໍານົດ ແລ່ນຜ່ານໄປມາທຸກມື້. ເຈົ້າຫນ້າທີ່ທ່ານນຶ່ງເວົ້າວ່າ:
"ແມ່ນແຫຼະ ເພິ່ນແປງຮຽບຮ້ອຍແລ້ວ ເພາະວ່າເມື່ອກ່ອນມັນເປ່ເພເນາະ ເພິ່ນເຄີຍເຮັດຊິງໃໝ່ປ່ຽນຊິງໃໝ່ ແຕ່ກໍ່ຍັງຢູ່ຈຸດເກົ່າ ມາດຕະຖານ ຂອງໂຕເກົ່າ."
ປັດຈຸບັນທາງການລາວ ໄດ້ກຳນົດຣະບຽບຫຼັກການຄຸ້ມຄອງນໍ້າໜັກຣົດ ເພື່ອກຳນົດບໍ່ໃຫ້ຣົດຂົນສົ່ງ ໃສ່ນໍ້າໜັກຫຼາຍເກີນໄປ; ເຊັ່ນຣົດບັນທຸກ 4 ລໍ້ ຫ້າມເກີນ 9.5 ໂຕນ, ຣົດ 6 ລໍ້ຫ້າມເກີນ 15 ໂຕນ, ຣົດ 10 ລໍ້ຫ້າມເກີນ 25 ໂຕນ, ຣົດ 12 ລໍ້ຫ້າມເກີນ 30 ໂຕນ, ຣົດ 14 ລໍ້ ຫ້າມເກີນ 35 ໂຕນ, ຣົດ 18 ລໍ້ຫ້າມເກີນ 45 ໂຕນ ແລະສູງສຸດບໍ່ເກີນ 50,5 ໂຕນ.
ແຕ່ເທົ່າເຖິງປັດຈຸບັນ ຍັງມີຜູ້ຂັບຣົດບັນທຸກຫນັກຫລາຍຄົນ ຣະເມີດຂໍ້ຫ້າມດັ່ງກ່າວນີ້ຢູ່.