ຕ້ານໂຄວິດປິດເມືອງ ອຸບັດເຫດ ກໍຍັງມີ

ໄຊຍາ
2020.04.29
F-Accident ໂຕຢ່າງ ອຸບັດຕິເຫດ ຕາມທ້ອງຖນົນ ໃນ ນະຄອນຫຼວງວຽງຈັນ
RFA

ປັດຈຸບັນທາງການລາວຍັງປະກາດ ໃຫ້ປະຊາຊົນກັກໂຕຢູ່ເຮືອນ ໄປຈົນເຖີງເດືອນພືສພາ ຈາກນັ້ນຈະປົດລ໋ອກໃຫ້ເຂົ້າສູ່ພາວະປົກກະຕິ ອີງຕາມເງື່ອນໄຂທີ່ເໝາະສົມ. ທີ່ຜ່ານມາ ໃນໄລຍະການກັກໂຕ ທາງການ ໄດ້ຣາຍງານວ່າ ມີອຸບັດຕິເຫດທາງຖນົນ ເກີດຂຶ້ນເຖິງ 266 ຣາຍ ເສັຍຊີວິດເຖິງ 64 ຄົນ.

ກ່ຽວກັບເຣື່ອງດັ່ງກ່າວ ປະຊາຊົນໄດ້ໃຫ້ຄວາມເຫັນຕໍ່ນັກຂ່າວ RFA ວ່າ ກໍບໍ່ເຂົ້າໃຈຄືກັນ ທັງທີ່ວ່າທາງການ ໃຊ້ມາຕການຄວບຄຸມແຕ່ ເປັນຫຍັງຈຶ່ງເກີດອຸບັດຕິເຫດຕາມຖນົນ ຊໍ້າບໍ່ໜໍາຍັງມີຜູ້ເສັຍຊີວິດເປັນ ຈຳນວນຫລາຍອີກ.

"ຕອນໂຄວິດເພິ່ນສັ່ງໃຫ້ຢູ່ບ້ານຢູ່ເຮືອນ ຄື ໄຊເສດຖາ ກາຢູ່ແຕ່ໄຊເສດຖາ ຈັນທະບູລີ ກາຢູ່ຈັນທະບູລີ ກາຊິໄປຫາກັນກາມີໜັງແສ້ໜັງສື ຕາມເພິ່ນເວົ້າແຕ່ ວັນທີ 01-19 ຂນາດໃຫ້ຢູ່ບ່ອນໃຜບ່ອນມັນ ປະຕິບັດ ຕາມນະໂຍບາຍເລກທີ 06 ເພື່ອໃຫ້ຕ້ານໂຄວິດ ກາຍັງມີອຸບັດ ຕິເຫດຫຼາຍ ພວກມີອຸບັດຕິເຫດເລື້ອຍໆ ເປັນຫຍັງຈັ່ງມີ ເພາະວ່າເຣື່ອງນີ້ມັນເຫັນຢູ່ຄູ່ມື້ ເວົ້າໄປມື້ອື່ນກາເກີດອີກມື້ຮືກາເກີດອີກ ເປັນຍ້ອນ ອິຫຍັງ ຈຶ່ງວ່າເຣື່ອງອຸບັດຕິເຫດ ມັນຈຶ່ງຜານຊີວິດຮ້າຍກວ່າສມັຍສົ່ງຄາມ."

ໃນຂນະທີ່ກໍຣະນີການເກີດອຸບັດຕິເຫດຂຶ້ນ ຫລາຍຄົນຂ້ອງໃຈວ່າເປັນຫຍັງມັນຈຶ່ງເກີດ ໃນຍາມຄວບຄຸມສະຖານະການ ພ້ອມທັງຍັງພົບວ່າມີ ຜູ້ເສັຍຊີວິດຖ້າທຽບເປັນສັດສ່ວນ ໃນໄລຍະຄວບຄຸມຖືວ່າຫລາຍ. ດັ່ງ ທ່ານ ພັນໂທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຈະຣາຈອນ ກະຊວງປ້ອງກັນຄວາມສງົບ ທີ່ປະຈຳໜ່ວຍສະເພາະກິດ ພຍາດໂຄວິດ-19 ໄດ້ຖແລງຂ່າວຕໍ່ສື່ມວນຊົນ ຕໍ່ການປະຕິບັດໜ້າທີ່ຂອງໜ່ວຍ
ງານຄຸ້ມຄອງ ຈະຣາຈອນ ໃນວັນທີ 22  ເມສາ ວ່າ: ກ່ອນອອກຄຳສັ່ງ ແລະ ພາຍຫລັງອອກຄຳສັ່ງເລກທີ 06 ໂດຍສະເພາະໃນໄລຍະ ປີໃໝ່ ເຖິງຈະບໍ່ມີການສລອງ ແລະ ມີມາຕການຄວບຄຸມ ແຕ່ກໍຍັງມີ ອຸບັດຕິເຫດ ເກີດຂຶ້ນທັງໝົດ 266 ຣາຍ ສົ່ງຜົລໃຫ້ມີຜູ້ເສັຽຊີວິດ 64 ຄົນ.

"ວັນທີ 19-31 ເດືອນສາມໄລຍະນີ້ໝາຍຄວາມວ່າພວກເຣົາ ຢາກເອົາມາທຽບໄລຍະ ທີ່ມີຄຳສັ່ງອຸບັດຕິເຫດ ເກີດຂຶ້ນທັງໝົດດ 116 ຣາຍ ມີຄົນເສັຍຊີວິດຢູ່ 28 ຄົນ. ໄລຍະທີສອງ ວັນທີ 01-10 ຄຳສັ່ງເລກທີ 06 ອອກແລ້ວອຸບັດຕິເຫດ ເກີດຂື້ນ 62 ຣາຍ ມີຄົນເສັຍຊີວິດ 14 ຄົນ. ໄລຍະທີສາມ ຊ່ວງ ວັນທີ 11-17 ແມ່ນຊ່ວງປີໃໝ່ ມີອຸບັດຕິເຫດເກີດຂື້ນ 88 ຣາຍ ມີຜູ້ເສັຍຊີວິດຢູ່ 22 ຄົນ. ສັງລວມແລ້ວ ໄລຍະ 19 ເດືອນ 03 ຫາ ວັນທີ 17 ເດືອນ 04 ອຸບັດຕິເຫດເກີດຂື້ນ 266 ຣາຍ ມີຄົນເສັຍຊີວິດຢູ່ 64 ຄົນ."

ທ່ານໄດ້ກ່າວຕື່ມວ່າ ແຕ່ວັນທີ 01-21 ເດືອນເມສາ ສະເພາະເຮົາສະກັດກັ້ນພຍາດໂຄວິດ ອຸບັດຕິເຫດເກີດຂຶ້ນ 196 ຣາຍ ເສັຍຊີວິດຢູ່ 39 ຄົນ ສະເພາະນະຄອນຫລວງເກີດ 26 ຣາຍ ເສັຍຊີວິດ 08 ຄົນ.

ສ່ວນສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ໃນໄລຍະໂຄວິດ-19 ນັ້ນ ຜູ້ທີ່ໄດ້ຮັບອະນຸຍາດ ອອກໄປວຽກສ່ວນໂຕ ຈຳນວນນຶ່ງຂັບຂີ່ ບໍ່ປະຕິບັດ ກົດຣະບຽບຈະຣາຈອນ ຂັບຂີ່ຣົດໄວ, ດື່ມສິ່ງມຶນເມົາ, ຊິງບໍ່ຮັບປະກັນ ແລະບໍ່ປ່ອຍສິດໃນທາງອອກທາງນ້ອຍ ຫາທາງໃຫຍ່.

ໃນສ່ວນຂອງການຈະຣາຈອນ ປົກກະຕິໃນລາວ ແຕ່ລະປີອຸບັດຕິເຫດມີສະຖິຕິເພີ່ມຂຶ້ນຕາມການຢັ້ງຢືນຂອງເຈົ້າໜ້າທີ່ ອອກມາຣາຍງານ ບັນຫາ ສ່ວນໃຫຍ່ຍັງເປັນການດື່ມສິ່ງມຶນເມົາແລ້ວຂັບຣົດ.

ໃນຂນະທີ່ປີ 2019 ຜ່ານມາກົມຕຳຣວດຈະຣາຈອນ ໄດ້ຣາຍງານສະຖິຕິອຸບັດຕິເຫດ ທົ່ວປະເທດ ເກີດຂຶ້ນທັງໝົດ 6,616 ຣາຍ ມີຜູ້ເສັຽ ຊີວິດທັງໝົດ 1.134 ຄົນ ບາດເຈັບ 10,644 ຄົນ ຮວມຄວາມ ເສັຍຫາຍ 101 ຕື້ປາຍກີບ.

ໃນນັ້ນນະຄອນຫຼວງວຽງຈັນ ອຸບັດຕິເຫດເກີດຂຶ້ນຫຼາຍກວ່າໝູ່ 1,250 ຣາຍເສັຍຊີວິດ 235 ຄົນບາດເຈັບ 1,800 ປາຍຄົນ ຮວມມູນຄ່າ ເສັຍຫາຍ 15 ຕື້ກີບ. ປັດຈຸບັນໄດ້ດຳເນີນຄະດີໄປແລ້ວ 579 ກໍຣະນີ ແລະ ໄດ້ສົ່ງຕໍ່ໄປດຳເນີນຄະດີທີ່ອັຍການ 589 ກໍຣະນີ.

ສລຸບສາເຫດທີ່ພາໃຫ້ເກີດອຸບັດຕິບັດເຫດ ຫລາຍກວ່າໝູ່ແມ່ນບໍ່ມີໃບຂັບຂີ່ 3.218 ຣາຍ, ດື່ມສິ່ງມຶນເມົາ 1,662 ຣາຍ, ອາຍຸບໍ່ເຖິງ 864 ຣາຍ. ໃນນັ້ນແຍກເປັນກຸ່ມຄົນທີ່ເກີດອຸບັດຕິເຫດ ປະຊາຊົນທົ່ວໄປ 5,760 ຣາຍ, ກຳມະກອນ 3,021 ຣາຍ, ນັກຮຽນ 2,682 ຣາຍ, ພະນັກງານ 1,590 ຣາຍ, ທະຫານ 549 ຣາຍ, ຕຳຣວດ 284 ຣາຍ ແລະ ຊາວຕ່າງປະເທດ 719 ຣາຍ.

ຜ່ານມາການແກ້ໄຂບັນຫາ ສະພາບການເກີດອຸບັດຕິເຫດຍັງບໍ່ໄດ້ຜົລ ຄນະກຳມະການແຫ່ງຊາດ ດ້ານຄວາມປອດພັຍທາງຫຼວງ ໄດ້ເປີດ ເຜີຍຕໍ່ RFA ວ່າ: ຈາກການເກັບກຳສະຖິຕິໂຕຈິງ ນັບແຕ່ປີ 2014-2018 ມີຜູ້ເສັຍຈາກອຸບັດຕິເຫດ ປີລະ 1,000 ຄົນ ຖ້າທຽບໃສ່ ປະຊາກອນແມ່ນ 15 ຄົນ ຕໍ່ປະຊາກອນ 1 ແສນຄົນ ໃນນີ້ແມ່ນໄວໜຸ່ມເປັນສ່ວນຫລາຍ.

ທ່ານໄດ້ຣະບຸຕື່ມວ່າ ການເສັຍຊີວິດຈາກອຸບັດຕິເຫດຕາມທ້ອງຖນົນ 1,000 ຄົນ ຕໍ່ປີເປັນໂຕເລກທີ່ຍອມຮັບບໍ່ໄດ້ ເຊິ່ງມາຈາກສາເຫດ ເປັນຕົ້ນຣະບົບກົດໝາຍ ແລະກົດຣະບຽບຍັງບໍ່ທັນ ເຂັ້ມແຂງພໍບໍ່ວ່າຈະ ເປັນເຣື່ອງໃບອະນຸຍາດຂັບຂີ່ ຄວາມປອດພັຍຂອງຍານພາຫະນະ, ການລົງທຶນຄວາມປອດພັຍ ທາງຫລວງ ຍັງບໍ່ພຽງພໍ, ກອງທຶນທາງຍັງມີຈຳກັດ. ການດື່ມສິ່ງມຶນເມົາ, ການບໍ່ໃສ່ໝວກກັນກະທົບ ສິ່ງເຫລົ່ານີ້ນຳໄປເຖິງການເສັຍຊີວິດ ທຸກອຸບັດຕິເຫດທີ່ເກີດຂື້ນ.

ນອກຈາກນີ້ການອອກແບບ ແລະການຄຸ້ມຄອງເສັ້ນທາງ ຍັງໃຊ້ວິທີດັ່ງເດີມ ຍັງບໍ່ແນ່ໃສ່ຄວາມປອດພັຍ ໂດຍເສັ້ນທາງທີ່ຖືກ ອອກແບບ ແລະ ສ້າງມາບໍ່ມີການປ້ອງກັນ ຄວາມປອດພັຍ, ຍານພາຫະ ກໍຍັງຖືກ ປະປ່ອຍໃຫ້ຂັບຂີ່ ດ້ວຍຄວາມໄວສູງ ຕາມເສັ້ນທາງໃນໂຕເມືອງ ທີ່ມີຄວາມສັບສົນ, ການກວດສອບດ້ານຄວາມປອດພັຍ ດ້ານຂອງເສັ້ນທາງ ທີ່ກຳນົດໄວ້ໃນກົດໝາຍ ແຕ່ບໍ່ຖືກບັງຄັບໃຊ້.

ເຖິງຈະມີສະພາບການກັກໂຕແຕ່ ກໍບໍ່ຊ່ອຍຫຍັງໄດ້ດີຂຶ້ນ ເນື່ອງຈາກໂຄງສ້າງທັງໝົດ ທີ່ອຳນວຍໃຫ້ການ ສັນຈອນດ້ ວຍຄວາມປອດພັຍ ຍັງບໍ່ມີປະສິດຕິພາບ ເຖິງຈະເກີດວິກິດການໃດ ອຸບັດຕິເຫດ ກໍຍັງຄົງ ເກີດຂຶ້ນດັ່ງເຊັ່ນເມື່ອທ້າຍເດືອນ ເມາສາ ມີອຸບັດຕິເຫດເກີດຂຶ້ນ ຢ່າງຮຸນແຮງຫລາຍແຫ່ງ, ຂີ່ຣົດຕຳເຮືອນຄົນຢູ່ ແຄມທາງ, ຣົດຕົກຂົວ, ຂີ່ຣົດຕຳກັນໜ້າຕໍ່ໜ້າບັນຫານີ້ ທ່ານ ເນັ້ນວ່າກໍຄວນໃຊ້ໂຄງສ້າງ ຂອງ ມາຕການຕ້ານໂຄວິດ-19 ມາເປັນແບບຢ່າງ ກໍຄືປະຕິບັດຄຳສັ່ງນາຍົກ ຢ່າງເຂັ້ມງວດ ອຸບັດຕິເຫດຈຶ່ງຈະຫລຸດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.