ກົດໝາຍ ສປປລາວ

ມະນີຈັນ
2016.06.10
F-Justice ກະຊວງ ຍຸຕິທັມ ແຫ່ງ ສປປ ລາວ
LPDR

ກົດໝາຍລາວ ອະນຸຍາດ ໃຫ້ ຜູ້ຕ້ອງຫາ ສາມາດ ສູ້ຄະດີ ເຣື່ອງການຈັບ ທີ່ ບໍ່ຖືກຕ້ອງ ຕາມກົດໝາຍ ໃນສານໄດ້ ເຊັ່ນ: ບໍ່ມີ ໝາຍຈັບ ຈາກສານ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ສານ ນະຄອນຫຼວງ ວຽງຈັນ ຕໍ່ RFA ໃນວັນທີ 9 ມີຖຸນາ ນີ້:

"ຖ້າວ່າຈັບໂດຍ ບໍ່ຮູ້ສາເຫດ ແບບວ່າ ຈັບ ໂດຍບໍ່ມີ ແມ່ນ ຄໍາສັ່ງຈັບ ອັນຫຍັງ ຫັ້ນນະ ເຮົາກໍ ຄັດຄ້ານໄດ້ ເຮົາກໍໃຫ້ ທະນາຍ ຄວາມ ເຮົາສູ້ໄດ້ ແຕ່ ສ່ວນຫລາຍ ຈະມີ ຄໍາສັ່ງ ຈັບ ຫລາຍກວ່າ ຈະມີ ເອກສານ".

ທ່ານເວົ້າຕື່ມວ່າ ໃນຄະດີ ທີ່ມີໂທດ ຮ້າຍແຮງ ຫລື ຄະດີ ທີ່ກ່ຽວກັບ ຣັຖ ຜູ້ຕ້ອງຫາ ຈໍາເປັນຕ້ອງມີ ທະນາຍຄວາມ ໃນການ ຕໍ່ສູ້ຄະດີ. ຫາກຜູ້ຕ້ອງຫາ ບໍ່ສາມາດຫາ ທະນາຍຄວາມ ໄດ້ ສານຈະຈັດຫາ ທະນາຍຄວາມ ໃຫ້.

ໃນກໍຣະນີ ຄົນງານລາວ 3 ຄົນ, ທ້າວສົມພອນ ນາງຫລອດຄໍາ ແລະ ທ້າວສຸການ ຊຶ່ງຖືກຈັບ ໃນທ້າຍເດືອນ ກຸມພ 2016 ໂດຍທີ່ ທາງການລາວ ບໍ່ເປີດເຜີຍ ສະຖານທີ່ ຄຸມຂັງ ຕໍ່ຄອບຄົວ ຂອງທັງ 3 ຄົນ ນັ້ນ, ຍັງບໍ່ມີ ເຈົ້າໜ້າທີ່ ສານ ນະຄອນຫຼວງ ວຽງຈັນ ໃຫ້ ຄວາມເຫັນໄດ້.

ເມື່ອວັນທີ 6 ມີຖຸນານີ້ ສະຫະພັນ ສາກົລ ເພື່ອ ສິດທິມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ ໄດ້ອອກ ຖແລງການ ຮຽກຮ້ອງ ໃຫ້ ທາງການ ສປປລາວ ປ່ອຍຕົວ ຜູ້ຕ້ອງຫາ ທັງ 3 ຄົນ ໂດຍດ່ວນ ແລະ ບໍ່ມີເງື່ອນໄຂ ຍ້ອນທັງ 3 ຄົນ ຖືກຈັບກຸມ ໂດຍບໍ່ມີ ການສືບສວນ ສອບສວນ ແລະ ຖືກກັກຂັງ ແບບບໍ່ມີໃຜ ສາມາດ ຕິດຕໍ່ໄດ້ ຊຶ່ງ ການຈັບນັ້ນ ກໍບໍ່ສອດຄ່ອງ ກັບຫລັກ ການ ສາກົລ.

ແລະ ກ່ອນໜ້ານັ້ນ ຄື ເມື່ອວັນທີ 22 ພຶສພາ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ກໍໄດ້ ທັກທ້ວງ ທາງການລາວ ທີ່ ຈັບ 3 ຄົນ ດັ່ງກ່າວ ທີ່ ບໍ່ມີ ຄວາມຜິດຫຍັງ ແລະ ທວງໃຫ້ ປ່ອຍຕົວ ຢ່າງຮີບດ່ວນ ໂດຍ ບໍ່ມີ ເງື່ອນໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.