ອົງການລາວເສຣີ ສລຸບ ຜົນງານ

ມະນີຈັນ
2017.05.22
f-free ທ່ານ ພອນໄຊ ວໍລະຣາດ ຜູ້ຕາງໜ້າ ອົງການ ເສຣີລາວ
RFA

ອົງການ ລາວເສຣີ Free Laos Campaign ອັນມີທ່ານ ໂຈ ຣັດຕະນະຄົມ ເປັນປະທານ ໄດ້ຈັດກອງປະຊຸມຂຶ້ນ ທີ່ ເມືອງ Irving ຣັຖ Texas ສະຫະຣັຖ ອະເມຣິກາ ໃນວັນທີ 20 ພຶສພາ 2017. ກອງປະຊຸມໄດ້ສະຫລຸບ ຣາຍງານກ່ຽວກັບ ການປະຕິບັດ ວຽກງານຂອງຕົນ ໃນນຶ່ງປີຜ່ານມາ ໃນການຕໍ່ສູ້ ກູ້ຊາດ ເພື່ອເອກກະຣາດ, ອຳນາດອະທິປະຕັຍ, ເພື່ອສິດທິມະນຸດ ແລະປະຊາທິປະໄຕ ຂອງປະຊາຊົນລາວ ໄດ້ປຶກສາຫາລື ຫລາຍບັນຫາ ຮວມທັງການ ປັບປຸງ ທັມມະນູນ ຂອງອົງການ, ວາງ ນະໂຍບາຍ ການເມືອງ, ການພົວພັນ ຕ່າງປະເທດ, ຍຸທສາດ ສ້າງເສຖກິດ ແລະໄດ້ມີການ ອົບຮົມ ທິສດີການຕໍ່ສູ້ ແບບສັນຕິວິທີ ເພື່ອສົ່ງເສີມ ຄວາມກ້າວຫນ້າ ຂອງການ ປະຕິບັດງານ ໃນ ການພັກດັນ ໃຫ້ມີການປ່ຽນແປງ ຣະບອບການປົກຄອງ ຢູ່ປະເທສລາວ ຈາກ ຣະບອບ ຜະເດັດການ ໄປສູ່ ປະຊາທິປະໄຕ ອັນແທ້ຈິງ.

ທ່ານ ພອນໄຊ ວໍລະຣາດ ຕາງໜ້າອົງການ ເສຣີລາວ ແລະ ທັມມະສະພາ ຈາກຣັຖ Connecticut ໃຫ້ສໍາພາດ ວິທຍຸ ເອເຊັຽເສຣີ ໃນ ມື້ວັນທີ 21 ພຶສພາ ນີ້ກ່ຽວກັບ ຜູ້ທີ່ເຂົ້າຮ່ວມ ກອງປະຊຸມ ນັ້ນວ່າ:

"ແລະກໍມີປະຊາຊົນ ພີ່ນ້ອງໃກ້ຄຽງນີ້ ຄືຣັຖ Oklahoma ບໍ່ ຢູ່ຣັຖ Texas ນີ້ເຂົ້າມາຮ່ວມ ເປັນຈໍານວນ ທັງໝົດ 60 ປາຍຄົນ 64-65 ຄົນ".

ພ້ອມກັນນັ້ນ ທ່ານ ພອນໄຊ ວໍລະຣາດ ກໍໄດ້ກ່າວເຖິງ ຄວາມຮູ້ສຶກຂອງຕົນ ແລະຜູ້ເຂົ້າຮ່ວມ ກອງປະຊຸມນັ້ນວ່າ ມີຄວາມພໍໃຈຫຼາຍ ເປັນ ຕົ້ນແມ່ນໄດ້ ສຶກສາອົບຮົມ ວິທີການຕໍ່ສູ້ ແບບໃໝ່ ຢ່າງສັນຕິວິທີ ເພື່ອເຮັດໃຫ້ ປະເທສລາວ ມີການປ່ຽນແປງ ຈາກຣະບອບ ປົກຄອງ ແບບຜະເດັດການ ໄປສູ່ ປະຊາທິປະໄຕ:

"ຫລາຍຄົນຊາບຊຶ້ງໃຈ ເພາະວ່າໄດ້ສັມພັດ ວຽກງານອັນນີ້ແລ້ວ ກໍເຫັນວ່າຄຸນຄ່າ ຂອງການສຶກສາ ເລົ່າຮຽນນີ້ ມັນເປັນຄຸນຄ່າ ອັນດີທີ່ສຸດ ຕົວຜູ້ຂ້າເອງ ກໍຄິດວ່າ ມັນເປັນຫົນທາງ ດີເດັ່ນ ລະໂຕນີ້ນະ ຮູ້ສຶກວ່າ ເຈົ້າໜ້າທີ່ ບ້ານເມືອງ ເຂົາແນະນໍາ ໃຫ້ໄທເຮົາ ຮູ້ຈັກວ່າ ການຕໍ່ສູ້ ດ້ວຍສັນຕິວິທີ ກັບຜະເດັດການ ຕ່າງໆນີ້ມັນ ເປັນຫົນທາງອັນດີ ໂດຍບໍ່ມີການ ຂ້າຟັງລັນແທງ ກັນນີ້ນະ".

ຄນະຈັດຕັ້ງກອງປະຊຸມ ຂອງອົງການລາວເສຣີ Free Laos Campaign ທີ່ເມືອງ Irving ຣັຖ Texas ໃນມື້ວັນທີ 20 ພຶສພາ 2017 ອັນມີທ່ານ James Keojampa ເປັນປະທານ ແລະບັນດາຜູ້ເຂົ້າຮ່ວມ ກອງປະຊຸມ ເວົ້າວ່າກອງປະຊຸມຄັ້ງນີ້ ກໍຄືຄັ້ງ ທີ່ຜ່ານມາ ດຳເນີນ ໄປດ້ວຍການໄດ້ຮັບຜົລ ເປັນຢ່າງດີ ເພື່ອຜົລປໂຍດ ຂອງຄວາມເປັນເອກກະຣາດ ແລະອະທິປະຕັຍ ຂອງຊາດ ແລະປະຊາທິປະຕັຍ ຂອງ ປະຊາຊົນລາວ ທັງມວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.