ອົງການໂຮມລາວ ເພື່ອ ສັນຕິພາບ ແລະ ປະຊາທິປະໄຕ

ມະນີຈັນ
2019.09.23
F-Crown-king ອົງສະເດັດ ເຈົ້າຟ້າຊາຍ ສຸລິວົງສວ່າງ ຊົງກ່າວ ພຣະຣາຊສານປາສັຍ ໃຫ້ກຽດ ເປີດກອງປະຊຸມ ຫລວງຄັ້ງທີ 3
RFA

ວັນທີ 22 ກັນຍາ ນີ້ເປັນມື້ທີ 2 ຂອງກອງປະຊຸມຫລວງ ຄັ້ງທີ 3 ທີ່ອົງການ MOU ຊຶ່ງປະກອບດ້ວຍ 11 ອົງການຈັດຕັ້ງໄດ້ເວົ້າເຖິງ ຜົນງານ ທີ່ໄດ້ປະຕິບັດ ໃນນຶ່ງປີຜ່ານມາ, ໄດ້ປະກາດການປ່ຽນຊື່ ອົງການ MOU ເປັນອົງການ ໂຮມລາວ ເພື່ອ ສັນຕິພາບ ແລະ ປະຊາທີປະໄຕ, ໄດ້ປະກາດຜົນຂອງການເລືອກຕັ້ງ ເຈົ້າຄໍາຫລວງ ໜໍ່ຄໍາ ເປັນເລຂາທິການເອກ ອົງການ ໂຮມລາວ ເພື່ອ ສັນຕິພາບ ແລະ ປະຊາທີປະໄຕ, ໄດ້ພິຈາຣະນາ ຄົ້ນຄວ້າ ແລະຮັບຮອງເອົາຫລາຍບັນຫາ ກ່ຽວກັບ ການຈັດຕັ້ງ ແລະ ນະໂຍບາຍຕ່າງໆ.

ກອງປະຊຸມຫລວງຄັ້ງທີ 3 ຂອງອົງການ MOU ຖືກຈັດຂຶ້ນເປັນເວລາ 3 ມື້ ຄືແຕ່ມື້ວັນທີ 21 ຫາວັນທີ 23 ກັນຍາ ທີ່ເມືອງ ແຊງໂພລ ຣັຖມິນນີໂຊຕາ ສະຫະຣັຖ ອາເມຣິກາ ຊຶ່ງມື້ທໍາອິດ ເປັນມື້ຮັບຕ້ອນອົງສະເດັດເຈົ້າຟ້າຊາຍ ສຸລິວົງສວ່າງ ອົງຣາຊທາຍາດ ຜູ້ສໍາເຣັດ ຣາຊການ ຕາງໜ້າພຣະເນດພຣະກັນ ຂອງ ພຣະບາດສົມເດັດພຣະເຈົ້າມະຫາຊີວິດ ແລະ ງານຣາຕຣີສະໂມສອນ.

ໃນພິທີເປີດກອງປະຊຸມ ອົງສະເດັດເຈົ້າຟ້າຊາຍ ສຸລິວົງສວ່າງ ຊົງກ່າວພຣະຣາຊສານປາສັຍ ໃຫ້ກຽດເປີດກອງປະຊຸມຫລວງ ຄັ້ງທີ 3 ຊຶ່ງມີເນື້ອໃນຕອນ ນຶ່ງວ່າ:

"ໃນນາມອົງສໍາເຣັດຣາຊການແຜ່ນດິນ, ຕາງພະເນັດພະກັນພະເຈົ້າມະຫາຊີວິດລາວ, ຂ້າພະເຈົ້າ ຂໍເປີດກອງປະຊຸມແຕ່ດຽວນີ້ໄປ, ຂໍໃຫ້ ກອງປະຊຸມ ຂອງພວກທ່ານຈົ່ງດໍາເນີນໄປດ້ວຍດີ ແລະໄດ້ຜົລສໍາເຣັດຕາມຄາດໝາຍ."

ໃນພິທີເປີດກອງປະຊຸມ ທ່ານ ນາຍພົນ ສຸດໃຈ ວົງສວັນ ທີ່ປຶກສາພິເສດ ຂອງ ອົງການ MOU ກ່າວທູນເຊີນ ອົງສະເດັດເຈົ້າຟ້າຊາຍ ສຸລິວົງສວ່າງ ຊົງກ່າວເປິດກອງປະຊຸມຫລວງ ຄັ້ງທີ 3 ຂອງ ອົງການ MOU ດັ່ງມີເນື້ອໃນຕອນນຶ່ງວ່າ:

"ກ່ອນອື່ນ ພວກຂ້າພະເຈົ້າຊາວລາວຢູ່ຕ່າງປະເທດ ອົພຍົບຢູ່ທຸກມູມໂລກນີ້ ຂໍສະແດງຄວາມຂອບພະເດດພະຄຸນ ທີ່ວ່າອົງສະເດັດໄດ້ ເສັຽສຣະ ເວລາອັນມີຄ່າ ມາຮ່ວມເປີດກອງປະຊຸມ ທີ່ວ່າຊາວລາວທຸກທົ່ວໜ້າ ຢູ່ຕ່າງປະເທດນີ້ ມາທ້ອນໂຮມກັນ ມາຈັດຕັ້ງຂຶ້ນ ເປັນ MOU."

ຊຶ່ງເບື້ອງຕົ້ນ ໃນນາມເຈົ້າພາບກອງປະຊຸມ ທ່ານ ວ່າງ ຈົງ ປະທານສະພາໂຮມລາວ ເພື່ຶອສັນຕິພາບ ເສຣີພາບ ແລະ ຟຶ້ນຟູຊາດ ກ່າວ ຕ້ອນຮັບຣາຊທາຍາດ ແລະພຣະຊາຍາ ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

"ພວກຂ້າພະເຈົ້າທັງຫລາຍ ພ້ອມປະຊາຊົນລາວ ທຸກເຜົ່າພັນ ທີ່ຢູ່ນອກປະເທດ ຍັງມີຄວາມຊື່ສັດ ກະຕັນຍູກະຕະເວທີ ຈົງຮັກພັກດີ ຕໍ່ ຣາຊວົງລາວ ແລະຣາຊສໍານັກລ້ານຊ້າງຮົ່ມຂາວຕລອດ ມາຢ່າງບໍ່ມີການປ່ຽນແປງ. ຂໍໃຫ້ອົງຣາຊທາຍາດ ແລະ ພະຊາຍາ ຈົ່ງທອດ ພະເນດເມຕາກະຣຸນາ ຮັບເອົາຄວາມພັກດີ ຂອງພວກຂ້າພະບາດ ທັງຫຼາຍ ມານະໂອກາດອັນດີງາມ ຄັ້ງນີ້ດ້ວຍ."

ມື້ວັນທີ 23 ກັນຍາ 2019 ຊຶ່ງເປັນມື້ປິດກອງປະຊຸມ ແມ່ນຈະດໍາເນີນການສຶກສາ ຄົ້ວຄວ້າທໍາມະນູນ, ຣະບຽບພາຍໃນ ແລະເອກກະສານ ອື່ນໆ ຮວມທັງແຜນ ການການເມືອງ ແລະຖແລງການຮ່ວມ ທີ່ກອງປະຊຸມຈະຮັບຮອງເອົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.