ດາວທຽມສື່ສານຂອງ ລາວ-ຈີນ
2015.11.05
ຣັຖບານ ສປປ ລາວ ຈັດຕັ້ງ ບໍຣິສັດ ຮ່ວມທຶນ ກັບ ບໍຣິສັດ ຈີນ ເພື່ອ ຄວາມສະດວກ ໃນການ ບໍຣິຫານ ດາວທຽມ ທີ່ ມີຊື່ວ່າ Lao Sat-1 ໜ່ວຍ ທຳອິດ ຮ່ວມກັນ. ບໍຣິສັດ ຮ່ວມ ທີ່ວ່ານີ້ ຣັຖບາລ ລາວ ຖືຮຸ້ນ 45% ແລະ ສາມ ບໍຣິສັດ ຈີນ ຖືຮຸ້ນ 55%, ໃນນັ້ນ ບໍຣິສັດ China Asia-Pacific Mobile Telecommunications Satellite 35%, ບໍຣິສັດ Space Star Technology 15% ແລະ ບໍຣິສັດ Asia-Pacific Satellite Technology ຖື ຮຸ້ນ 5%. ດາວທຽມ ໜ່ວຍນີ້ ຈະຖືກໃຊ້ ສຳລັບ ການ ສື່ສານ ໂທຣະຄົມ ມະນາຄົມ ເປັນຫຼັກ. ດັ່ງ ເຈົ້າໜ້າທີ່ ໂຄງການ ດາວທຽມ ລາວ ເວົ້າ ໃນຕອນນຶ່ງ ວ່າ:
"ດາວທຽມ ສື່ສານ ດາວທຽມ ໂທຣະຄົມ ມະນາຄົມ ນັ້ນແຫຼະ ຄ້າຍໆກັບ ໄທ ຄົມ ນັ້ນແຫຼະ, ເອີ ມັນເວົ້າເຣຶ່ອງ ວິທຍຸ ໂທຣະພາບ".
ດາວທຽມ Lao Sat-1 ຈະຖືກໃຊ້ ສຳລັບ ວຽກງານ ຂອງ ຣັຖ, ໃຫ້ ເຊົ່າ ຊ່ອງ ດາວທຽມ ສຳລັບ ການ ສື່ສານ ໂທຣະຄົມ ມະນາຄົມ ຮວມທັງ ວິທຍຸ, ໂທຣະທັດ, ອິນເຕິເນັດ ແລະ ອື່ນໆ ຊຶ່ງ ຈະມີຜົລ ປໂຍດ ເພື່ອການ ພັທນາ ເສຖກິດ ສັງຄົມ.
ໂຄງການ ດາວທຽມ ໜ່ວຍນີ້ ໄດ້ ເລີ້ມຕົ້ນ ມາແຕ່ ປີ 2008 ແລະ ຣັຖບາລ ສປປລາວ ໄດ້ລົງນາມ ໃນ ຂໍ້ຕົກລົງ ກູ້ຢືມເງິນ ສ້າງ ຈາກ ທະນາຄານ ຂາອອກ-ຂາເຂົ້າ ຂອງຈີນ ຈຳນວນ 259 ລ້ານ ໂດລາ ສະຫະຣັຖ ໃນ ວັນທີ 11 ກໍຣະກະດາ ແລະ ຈະຖືກສົ່ງ ຂຶ້ນສູ່ ວົງໂຄຈອນ ຈາກ ປະເທສ ຈີນ ໃນ ວັນທີ 21 ພຶສຈິກາ 2015 ແລະ ຈະໄປຈຶ້ງ ຢູ່ຊື່ກັບ ປະເທສ ລາວ ເພື່ອ ເປັນການ ສລອງວັນ ສ້າງຕັ້ງ ສປປລາວ ທີ 2 ທັນວາ ຄົບຮອບ 40 ປີ.