ຜູ້ສ້າງເຂື່ອນຂາດຄວາມຮັບ ຜິດຊອບ
2016.04.28
ບໍຣິສັດ ມາເລເຊັຽ ຂາດຄວາມ ຮັບຜິດຊອບ ຕໍ່ ຜົນກະທົບ ທີ່ຈະເກີດຂື້ນ ຈາກເຂື່ອນ ດອນສະໂຮງ ຕໍ່ ປະຊາຊົນ ທ້ອງຖິ່ນ. ໃນປີ 2014 ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຫລື NGOs ແລະ ອົງການ ຈັດຕັ້ງ ປະຊາຊົນ ທ້ອງຖິ່ນ ຕາມລຳ ແມ່ນ້ຳຂອງ ຮຽກຮ້ອງ ໃຫ້ ຄນະກັມມາ -ທິການ ສິດທິ ມະນຸດ ມາເລເຊັຽ ສຶກສາ ສຳຣວດ ຜົນກະທົບ ຂ້າມຊາດ ຈາກ ເຂື່ອນ ດອນສະໂຮງ ຂອງລາວ.
ເມື່ອອາທິດ ທີ່ແລ້ວ ຄນະ ກັມມາທິການ ດັ່ງກ່າວ ຖແລງວ່າ ທາງຄນະ ກັມມາທິການ ບໍ່ສາມາດ ບໍ່ມີສິດ ແລະ ໜ້າທີ່ ທີ່ຈະສຶກສາ ສຳຣວດ ເຖິງ ຜົນກະທົບ ຂ້າມຊາດ ຕາມຄຳ ຮຽກຮ້ອງ ນັ້ນໄດ້; ແຕ່ຂໍສເນີ ຄຳແນະນຳ ດັ່ງນີ້:
1.ໃຫ້ ຣັຖບານ ຂອງ ມາເລເຊັຽ ຕິດຕາມເບິ່ງວ່າ ບໍຣິສັດ ມາເລເຊັຽ ທີ່ໄປລົງທຶນ ຢູ່ ປະເທດອື່ນ ນັ້ນ ໄດ້ນັບຖື ສິດທິ ມະນຸດ ຂອງ ປະຊາຊົນ ທ້ອງຖິ່ນ ຫຼືບໍ່.
2.ບໍຣິສັດ Mega First ຂອງ ມາເລເຊັຽ ທີ່ກຳລັງ ສ້າງເຂື່ອນ ດອນສະໂຮງ ຢູ່ພາກໃຕ້ ຂອງລາວ ໃນ ປັດຈຸບັນ ນີ້ ຕ້ອງເຄົາຣົບ ນັບຖື ສິດທິ ຂອງ ປະຊາຊົນ ທີ່ ຈະໄດ້ຮັບ ຜົນກະທົບ ນັ້ນນຳ ແລະ ໃຫ້ ປະຕິບັດ ຕາມ ກົດຣະບຽບ ກ່ຽວກັບ ການລົງທຶນ ຂອງ ສະຫະປະຊາຊາດ ຢ່າງ ເຂັ້ມງວດ.
ອົງການ NGOs ແລະ ອົງການ ຈັດຕັ້ງ ປະຊາຊົນ ທ້ອງຖິ່ນ ເຫັນວ່າ ບໍຣິສັດ Mega First ບໍໄດ້ ສຶກສາ ສຳຣວດ ເຖິງ ຜົນກະທົບ ຈາກ ເຂື່ອນ ດອນສະໂຮງ ທີ່ ຈະເກີດຂື້ນ ຕໍ່ ປະຊາຊົນ ໃນປະເທດ ທາງພາກລຸ່ມ ຂອງ ເຂື່ອນ ນັ້ນເລີຍ. ອີກຢ່າງນຶ່ງ ກ່ອນຈະ ສ້າງ ເຂື່ອນ ບໍຣິສັດ ມາເລເຊັຽ ກໍບໍ່ໄດ້ ປຶກສາຫາລື ກັບ ປະຊາຊົນ ທ້ອງຖິ່ນ ໃນ ກຳພູຊາ ແລະ ວຽດນາມ ເລີຍ. ອົງການ ເຫລົ່ານີ້ ເສັຽໃຈ ທີ່ ຄນະ ກັມມາທິການ ສິດທິ ມະນຸດ ບໍ່ຍອມ ສຶກສາ ສຳຣວດ, ແຕ່ ອົງການ NGOs ຍັງຈະຕໍ່ສູ້ ຢູ່ຕໍ່ໄປ.