ສື່ສັງຄົມອອນລາຍຍັງບໍ່ມີ ທົ່ວເຖິງ
2015.10.06
ອົງການ ຈັດຕັ້ງ ທາງ ສັງຄົມ ໃນລາວ ຍັງຂາດ ພາຫະນະ ທີ່ ພຽບພ້ອມ ໃນການ ໃຊ້ ສື່ສັງຄົມ ອອນລາຍ ເພື່ອ ໂຄສະນາ ຂຍາຍ ວຽກງານ ຂອງ ອົງການ, ແຕ່ໃນ ອະນາຄົດ ມີແນວໂນ້ມ ວ່າ ຈະມີການ ໃຊ້ ເພີ້ມຂຶ້ນ. ດັ່ງ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງ ສັງຄົມ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ຕອນນີ້ ຍັງບໍ່ທັນ ມີຫຼາຍເທື່ອ ຂະເຈົ້າ ຈະກະແຈກ ກະຈາຍກັນ ຫຼາຍກວ່າ ສ່ວນໃຫຍ່, ຖ້າ ເປັນ local NPA ທີ່ບໍ່ມີ Budget ໃນການ Communication ກໍ ຈະໃຊ້ ເຟສບຸກ ເປັນທາງອອກ ໃນການ ໂຄສະນາ".
ເຈົ້າໜ້າທີ່ ທ່ານ ນີ້ ກ່າວ ອີກວ່າ ສາເຫດ ທີ່ ອົງການ ຈັດຕັ້ງ ທາງສັງຄົມ ບໍ່ໄດ້ໃຊ້ ເຟສບຸກ ກໍຍ້ອນວ່າ ບາງ ຫົວໜ້າ ອົງການ ຈັດຕັ້ງ ທາງສັງຄົມ ຍັງບໍ່ໄດ້ ບໍ່ຮຽນຮູ້ ເຣື້ອງ ໃຊ້ on line social media. ຂໍ້ມູນ ທີ່ ເຜີຍແຜ່ ຢູ່ໃນ ເຟສບຸກ ສ່ວນຫຼາຍ ເປັນຂໍ້ມູນ ກ່ຽວກັບ ອົງການ ແລະ ກິຈກັມ ກ່ຽວກັບ ອົງການ ໃຫ້ ເປັນ ທີ່ຮູ້ຈັກ ແລະ ເປັນການ ປຸກຣະດົມ ຈິດສໍານຶກ ແຕ່ ຈະບໍ່ເຜີຍແຜ່ ປະເດັນ ທີ່ ມີການ ຖົກຖຽງ ກັນ, ຈຶ່ງບໍ່ມີ ຜູ້ໃດ ສະແດງ ຄວາມຄິດເຫັນ ທີ່ບໍ່ ເໝາະສົມ. ດັ່ງ ເຈົ້າໜ້າທີ່ ກ່າວອີກວ່າ:
"ມັນຈະເວົ້າເຖີງ ເລື້ອງ ການກັ່ນຕອງ ຂໍ້ມູນ ຄື ປະຊາຊົນ ຖ້າ ເຫັນຫຍັງ ແລ້ວ ຢ່າເຊື່ອເລີຍ ຕົວນີ້ ບາງຕົວ ກໍມີຜົນດີ ບາງຕົວ ກໍມີ ຜົນເສັຽ ສິ່ງ ທີ່ຄວນຕ້ອງ ຊ່ວຍກັນ ເບິ່ງ ຕຼົງນີ້ ຢູ່ລາວ ໃຫ້ ຂໍ້ເທັດຈິງ ໃຫ້ Education ເຮື້ອງ ການໃຊ້ Social Media ໄປໃນທາງ ທີ່ ດີຂຶ້ນ.
ເຖິງຢ່າງໃດ ກໍຕາມ ແນວໂນ້ມ ການນໍາໃຊ້ ເຟສບຸກ ຢູ່ ປະເທດລາວ ກໍເລີ້ມ ແຜ່ຫຼາຍ ໃນບັນດາ ກຸ່ມວັຍໜຸ່ມ ແລະ ວັັຍກາງຄົນ.