ຊາວຄຣິສຕຽນ ຖືກໄລ່ ອອກບ້ານ

ສຸພັດຕາ
2021.09.30
ຊາວຄຣິສຕຽນ ຖືກໄລ່ ອອກບ້ານ ຊາວຄຣິສຕຽນ ແຂວງຫລວງນໍ້າທາ ທີ່ຖືກມ້າງເຮືອນ ແລະໄລ່ອອກ ຈາກບ້ານ
ນັກຂ່າວ ພົລເມືອງ

ເມື່ອເດືອນເມສາ ປີ 2021 ທີ່ຜ່ານມານີ້ ໄດ້ເກີດເຫດການ ຊາວຄຣິສຕຽນລາວ ຊົນເຜົ່າອາຂ່າ 10 ຄອບຄົວ ມີຈໍານວນທັງໝົດ 27 ຄົນ ຢູ່ເມືອງຄັນ, ເມືອງລອງ ແລະ ບ້ານນໍ້າຢາງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຖືກນາຍບ້ານ ແລະຊາວບ້ານ ອີິກກຸ່ມນຶ່ງ ພາກັນມ້າງເຮືອນ ແລະໄລ່ພວກເຂົາເຈົ້າອອກຈາກບ້ານ ຍ້ອນສາເຫດ ບໍ່ຍອມປະລະ ເຊື່ອຖື ສາສນາຄຣິສຕຽນ ເຮັດໃຫ້ປັດຈຸບັນ ພວກເຂົາເຈົ້າຕ້ອງອອກມາ ເຊົ່າຫ້ອງແຖວຢູ່ ພາຍໃນເມືອງຫຼວງນໍ້າທາ, ດັ່ງຜູ້ຕາງໜ້າເຄືອຂ່າຍ ຊາວຄຣິສຕຽນລາວ ຢູ່ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 29 ກັນຍານີ້ວ່າ:

ທໍາມາ ຫາກິນຄື ແນວອື່ນ ບໍ່ໄດ້ເລີຍ ມີແຕ່ວ່າ ເພາະວ່າເຫດຜົນ ກໍຄືວ່າ ເຂົາກໍບໍ່ຮູ້ວ່າ ຈະໄປຮັບຈ້າງຢູ່ໃສ ນຶ່ງກໍ ຊ່ວງໂຄວິດ-19, ສອງມາ ກໍເວົ້າ ພາສາລາວບໍ່ໄດ້ແລ້ວ ຫັ້ນນ່າ ມັນເປັນອຸປສັກ ຖ້າເປັນກຸ່ມທໍາອິດ ກຸ່ມຕິນດອຍ ກຸ່ມທໍາອິດ ເຂົາກໍຍັງສາມາດທີ່ ຈະກັບໄປທໍາມາ ຫາກິນຕາມພູ ຕາມປ່າ ໄປຫາປາດຢາງພາຣາ ປະມານນີ້ແຫຼະ ເຂົາກໍຍັງເຮັດໄດ້ຢູ່ ບາງບຸກຄົນ ບາງຄອບຄົວ.”

ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ເຄືອຂ່າຍ ຄຣິສຕຽນລາວ ຢູ່ນະຄອນຫຼວງວຽງຈັນ ເຄີຍທວງຖາມ ຄວາມຄືບໜ້າໄປຍັງ ກະຊວງພາຍໃນ ກ່ຽວກັບແນວທາງ ໃນການໃຫ້ ການຊ່ອຍເຫຼືອ ຊາວຄຣິສຕຽນລາວດັ່ງກ່າວ ຢູ່ແຂວງຫຼວງນໍ້າທາ ແຕ່ມາຮອດປັດຈຸບັນ ທາງໜ່ວຍງານ ດັ່ງກ່າວ ກໍບໍ່ໄດ້ ປະສານງານມາຍັງເຄືອຂ່າຍ ຄຣິສຕຽນລາວ ແລະຍັງບໍ່ໄດ້ ໃຫ້ຄວາມຊ່ອຍເຫຼືອ ແນວໃດເທື່ອ.

ສໍາລັບເຫດການ ຊາວຄຣິສຕຽນລາວ ໃນຫຼາຍເມືອງ ແລະຫຼາຍແຂວງ ບໍ່ໄດ້ຮັບ ຄວາມຍຸຕິທັມ ໃນການເລືອກເຊື່ອຖື ສາສນາຄຣິສຕຽນ ແລະມັກຖືກອໍານາດ ການປົກຄອງບ້ານ ແລະຊາວບ້ານ ຢູ່ບ້ານດຽວກັນ ລົບກວນ ການໃຊ້ຊີວິດ ປະຈໍາວັນ ໃຊ້ຄໍາເວົ້າທ້າທາຍ ມ້າງເຮືອນ ແລະ ໄລ່ອອກຈາກບ້ານ ນັ້ນຊາວ ຄຣິສຕຽນລາວ ທີ່ຮູ້ຂ່າວດັ່ງກ່າວ ກໍຢາກຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຄວາມເປັນທັມແກ່ຊາວ ຄຣິສຕຽນ ທີ່ຖືກຂົ່ມເຫັງ ຈາກອໍານາດການ ປົກຄອງທ້ອງຖິ່ນ, ດັ່ງເຈົ້າໜ້າທີ່ ເຄືອຂ່າຍ ຊາວຄຣິສຕຽນລາວ ຢູ່ທາງພາກເໜືອ ຂອງລາວ ທ່ານນຶ່ງ ກ່າວວ່າ:

“ກໍຢາກ ໃຫ້ທາງການ ໃຫ້ຄວາມຍຸຕິທັມ ກ່ຽວກັບການ ເຊື່ອຖືນີ້ແຫຼະ ບໍ່ຢາກໃຫ້ເປັນແບບນີ້ ເພາະວ່າເປັນແບບນີ້ ມັນກໍບໍ່ມີ ຄວາມສງົບ ຜູ້ທີ່ຢາກເຊື່ອຖື ເພິ່ນກະຢາກເຊື່ອຖື ແທ້ໆ ຫັ້ນນ່າ ແຕ່ວ່າກໍມີການລົບກວນຈາກຂັ້ນເທິງຢູ່ ບາງຄົນກໍຢ້ານ ອໍານາດການປົກຄອງ ຫັ້ນນ່າ ເພິ່ນກໍລາອອກ ຈາກຄວາມເຊື່ອ ກໍມີຫັ້ນນ່າ.”

ກ່ອນໜ້ານີ້ ຄືເມື່ອເດືອນກຸມພາ ປີ 2020 ກໍເກີດເຫດການ ຊາວຄຣິສຕຽນລາວ 3 ຄອບຄົວ ມີຈໍານວນທັງໝົດ 14 ຄົນ ຢູ່ບ້ານຕີນດອຍ ເມືອງລອງ ແຂວງຫຼວງນໍ້າທາ ທີ່ຖືກນາຍບ້ານ ແລະຊາວບ້ານ ບາງກຸ່ມ ມ້າງເຮືອນ ແລະໄລ່ອອກຈາກບ້ານ ຕັ້ງແຕ່ເດືອນກຸມພາ ປີ 2020 ຍ້ອນພວກເຂົາເຈົ້າ ປະລະຄວາມເຊື່ອຖືຜີ ແລ້ວຫັນໄປເຊື່ອຖື ສາສນາຄຣິສຕຽນນັ້ນ ມາຮອດປັດຈຸບັນ ກໍຍັງບໍ່ໄດ້ຮັບການ ແກ້ໄຂຈາກພາກສ່ວນ ທີ່ກ່ຽວຂ້ອງ ເທື່ອ ແລະປັດຈຸບັນ ພວກເຂົາເຈົ້າ ໄດ້ປຸກຕູບນ້ອຍຢູ່ ຊົ່ວຄາວ ໃກ້ກັບເຮືອນຂອງພີ່ນ້ອງ, ດັ່ງເຈົ້າໜ້າທີ່ ຫ້ອງການ ແນວລາວສ້າງຊາດ ເມືອງລອງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ທາງເມືອງ ກໍບໍ່ທັນຮູ້ເທື່ອເນາະ ຜ່ານມາປີກາຍ ກໍໄດ້ເຮັດວຽກນໍາຢູ່ ແຕ່ມາປີ 2021 ນີ້ ບໍ່ໄດ້ເຮັດວຽກນໍາ ພວກເຂົາເຈົ້ານີ້ ກໍຊາວບ້ານຍັງບໍ່ ຢາກຮັບເຂົາເຈົ້າຊິນ່າ ເພາະວ່າເຂົາເຈົ້ານິ່ ບໍ່ປະຕິບັດຕາມລະບຽບຂອງບ້ານ ແນວທາງເມືອງ ກໍລະດົມແລ້ວ ລະດົມໃຫ້ທາງບ້ານ ເຮົານີ້ ຮັບເອົາ 3 ຄອບຄົວນີ້ ແຕ່ວ່າທາງບ້ານ ເຂົາຊິບໍ່ຮັບເນາະ ຊາວບ້ານປະຊາຊົນ ບໍ່ຮັບຫັ້ນນ່າ.”

ໃນຂນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ຫ້ອງວ່າການ ປົກຄອງເມືອງລອງ ແລະຫ້ອງວ່າການປົກຄອງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເພື່ອສອບຖາມກ່ຽວກັບ ແນວທາງໃນການ ໃຫ້ຄວາມຊ່ອຍເຫຼືອ ຊາວຄຣິສຕຽນລາວ ທັງ 3 ກຸ່ມ ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ສັມພາດ.

ໃນໄລຍະທີ່ຜ່ານມາ ອໍານາດການປົກຄອງ ທ້ອງຖິ່ນ ມັກລົບກວນຊີວິດ ຄວາມເປັນຢູ່ ຂອງຊາວຄຣິສຕຽນລາວ ຍ້ອນພວກເຂົາເຈົ້າ ເຫັນວ່າ ສາສນາຄຣິສ ເປັນສາສນາທີ່ຕໍ່ຕ້ານ ແລະບໍ່ຫວັງດີ ກັບຣັຖບານລາວ ໂດຍຊາວລາວ ທີ່ຫັນມານັບຖື ສາສນາຄຣິສ ສ່ວນຫຼາຍ ເປັນຄົນຊົນເຜົ່າ ຢູ່ທາງພາກເໜືອ ຂອງປະເທດລາວ, ດັ່ງທ່ານ ຟິລ ໂຣເບີດຊັ້ນ ຮອງຜູ້ອໍານວຍການ ອົງການສິດທິມະນຸດ (Human Rights Watch) ປະຈໍາພາກພື້ນ ເອເຊັຽປາຊິຟິກ ກ່າວວ່າ:

“ຫຼາຍພໍສົມຄວນ ແລ້ວກໍຍັງມີຫຼາຍ ກໍຣະນີ ທີ່ຍັງບໍ່ໄດ້ຖືກນໍາ ສເນີອອກມາ ເຮົາກໍເລີຍຍັງບໍ່ຮູ້ ລາຍຣະອຽດເປັນແນວໃດ ແລ້ວຈໍານວນຄົນ ທີ່ຖືກລະເມີດສິດທິ ແນວນີ້ແທ້ໆ ເປັນຈໍານວນເທົ່າໃດ ເຮົາກໍບໍ່ຮູ້ ທາງການລາວ ກໍຍັງປິດຢູ່ເນາະ ຕ້ອງເວົ້າຕົງໆ ຍ້ອນມັນບໍ່ຈະແຈ້ງ ໃນສິ່ງທີ່ເກີດຂຶ້ນ.”

ທ່ານກ່າວຕື່ມວ່າ ສໍາລັບແນວທາງ ໃນການແກ້ໄຂບັນຫາ ດັ່ງກ່າວ ຄວນເຣີ່ມຈາກ ປະຊາຊົນທົ່ວໄປ ຫຼືອົງການພັທນາເອກຊົນ ພາຍໃນປະເທດ ຊ່ອຍກັນຮິບໂຮມ ແລະ ນໍາສເນີຂໍ້ມູນ ກ່ຽວກັບການລະເມີດສິດທິ ໃນການເຊື່ອຖື ສາສນາ ຂອງຊາວຄຣິສຕຽນລາວ ໃນຂນະດຽວກັນ ປະເທດຕ່າງໆ ທົ່ວໂລກ ກໍຄວນທີ່ຈະສະແດງໂຕວ່າ ໄດ້ຮັບຮູ້ກ່ຽວກັບ ການລະເມີດສິດທິ ຂອງຣັຖບານລາວ ທີ່ມີຕໍ່ຊາວຄຣິສຕຽນລາວ ແລະຮຽກຮ້ອງໃຫ້ ເຈົ້າໜ້າທີ່ລາວ ຢຸດການກະທໍາດັ່ງກ່າວ.

ອີງຕາມ ມາຕຣາ 43 ແລະ ມາຕຣາ 9 ຂອງຣັຖທັມມະນູນ ຂອງລາວ ຣະບຸວ່າ ພົລເມືອງລາວ ມີສິດເສຣີພາບ ໃນການເຊື່ອ ສາສນາ ຫຼືບໍ່ເຊື່ອຖື ສາສນາ ທີ່ບໍ່ຂັດແຍ່ງກັບກົດໝາຍ ໂດຍຣັຖກໍເຄົາຣົບ ແລະປົກປ້ອງ ການເຄື່ອນໄຫວ ອັນຖືກກົດໝາຍ ຂອງພຸທສາສະນິກະຊົນ ແລະສາສະນິກະຊົນອື່ນໆ ຮວມເຖິງ ຫ້າມບໍ່ໃຫ້ເຮັດ ການກະທໍາໃດໆ ທີ່ເປັນການແບ່ງແຍກ ສາສນາ ຫຼືສ້າງຄວາມແຕກແຍກ ໃນສັງຄົມ.

ແລະອີງ ຕາມຂໍ້ມູນ ຂອງສູນກາງ ຄຣິສຕະຈັກ ຂ່າວປະເສີດ ຣະບຸວ່າ ປັດຈຸບັນ ພາຍໃນແຂວງຫຼວງນໍ້າທາ ມີຊາວຄຣິສຕຽນລາວ ປະມານ 2,100 ຄົນ ເຊິ່ງການເຊື່ອຖື ຂອງສາສນາ ຂອງຊາວຄຣິສຕຽນລາວ ແມ່ນເປັນໄປ ແບບລຽບງ່າຍ ແລະຖືກຈໍາກັດສິດທິຫຼາຍຢ່າງ ຮວມທັງບໍ່ໄດ້ ຈັດພິທີໃຫຍ່ ແລະຢູ່ໃນຂອບເຂດທີ່ຈໍາກັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.