ຄຣິສຕຽນລາວຍັງຖືກ ຂົ່ມຂູ່

ມະນີຈັນ
2020.10.21
F-Christians-LP ສ່ວນນຶ່ງຂອງ ຊາວລາວ ຊົນເຜົ່າອາຄາ 03 ຄອບຄົວ ທີ່ຖືກຂັບໄລ່ ອອກຈາກໝູ່ບ້ານ ແລ້ວພາກັນມາປຸກຕູບ ຢູ່ຊົ່ວຄາວ
ຮູບຈາກ : ນັກຂ່າວພົລເມືອງ

ປັດຈຸບັນ ຍັງມີຊາວຄຣິສຕຽນລາວ ໂດຍສະເພາະຢູ່ທ້ອງຖິ່ນ ຂອງແຂວງຕ່າງໆ ຖືກຂົ່ມຂູ່, ຖືກໄລ່ອອກຈາກບ້ານເຮືອນ ແລະຖືກຈັບກຸມ ຄຸມຂັງ ເຖິງແມ່ນວ່າຈະມີ ຣັຖທັມນູນ ຄຸ້ມຄອງກິຈກັມ ທາງສາສນາ ຕ່າງໆ ກໍຕາມ.

ນອກຈາກ ຣັຖທັມນູນ ທີ່ຮັບປະກັນສິດເສຣີພາບ ຂອງພົລເມືອງລາວ ໃນການເຊື່ອຖື ຫຼືບໍ່ເຊື່ອຖືສາສນາແລ້ວ ກໍຍັງມີດໍາຣັຖເລກທີ 315 ວ່າດ້ວຍການຄຸ້ມຄອງກິຈກັມ ຂອງສາສນາຕ່າງໆ ໃນລາວ ແລະ ລ່າສຸດນີ້ ຄືເມື່ອວັນທີ 19 ທັນວາ 2019 ກໍມີທັມນູນ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວສາສນາຄຣິສຕຽນ ຂອງ ສູນລວມຄຣິສຕະຈັກ ຂ່າວປະເສີດແຫ່ງປະເທດລາວ Evangelical Church ທີ່ ອະນຸຍາດ ໃຫ້ຊາວລາວຄຣິສຕຽນ ດໍາເນີນກິຈກັມ ທາງສາສນາ ຮວມທັງສວດພາວະນາ ໄດ້ໃນທົ່ວປະເທດ ທີ່ຖືກຮັບຮອງ ແລະລົງນາມ ໂດຍກະຊວງ ພາຍໃນ.

ແຕ່ກໍປາກົດວ່າ ຂ່າວການຈໍາແນກທາງສາສນາ ໂດຍສະເພາະສາສນາຄຣິສຕຽນ ຍັງມີຢູ່ຕໍ່ມາ. ຍົກຕົວຢ່າງ ຊາວຄຣິສຕຽນລາວ 2 ຄອບຄົວ ທັງໝົດ 7 ຄົນ ຢູ່ບ້ານປະສິງ-ບ້ານກາງ ເມືອງຕະໂອ້ຍ ແຂວງ ສາລະວັນ ຖືກໄລ່ອອກຈາກບ້ານ ໃນວັນທີ 10 ຕຸລາ ນີ້ຍ້ອນບໍ່ຍອມປະລະ ຄວາມເຊື່ອສາສນາຄຣິສຕຽນ ຈົນໄດ້ໄປອາສັຍ ຢູ່ຕູບນ້ອຍ ໃນປ່າຫ່າງໄກຈາກ ເຮືອນ.

ແລະ ຊາວຄຣິສຕຽນລາວ 4 ຄົນ ທີ່ໄປຮ່ວມງານສົບ ລູກຊາຍຂອງຄອບຄົວ ຊາວຄຣິສຕຽນຢູ່ບ້ານພູຊາດ ເມືອງຄູນຄໍາ ແຂວງຄໍາມ່ວນ ກໍຖືກ ຈັບມາແຕ່ມື້ວັນທີ 3 ກໍຣະກະດາ ຍ້ອນພຽງແຕ່ເຈົ້າໜ້າທີ່ ສົງສັຍວ່າ ຈະຈັດພິທີແບບບໍ່ສອດຄ່ອງ ກັບຮີດຄອງປະເພນີລາວ ທີ່ເຄີຍ ເຮັດມາ.

ກ່ຽວກັບການຈັບຊາວຄຣິສຕຽນ 4 ຄົນທີ່ວ່ານັ້ນ ເຈົ້າໜ້າທີ່ບ້ານພູຊາດໄດ້ຊີ້ແຈງຕໍ່ RFA ໃນມື້ວັນທີ 10 ຕຸລາ ນີ້ວ່າຍ້ອນເຫັນວ່າພວກກ່ຽວ ມາເຄື່ອນໄຫວ ໂຄສະນາປັ່ນປ່ວນ ສ້າງຄວາມແບ່ງແຍກໃນຊຸມຊົນ ກະກຽມກິຈກັມງານສົບ ທີ່ຜິດຕໍ່ຮີດຄອງປະເພນີ ທີ່ເຄີຍປະຕິບັດມາ ແຕ່ດຶກດໍາບັນ:

”ເຣື່ອງການເສັຍຊີວິດ ເຮົາກະມີການຮ່ວມສິນກິນທານນໍ ເອົາຄູບາເຂົ້າໄປໃຫ້ບຸນໃຫ້ທານ ຢູ່ເຮືອນຢູ່ຊານຫັ້ນນະ ແຕ່ວ່າຂະເຈົ້າກະຢາກມີ ກິຈກັມ ກະຜິດຕໍ່ຮີດຕໍ່ຄອງ ຫັ້ນແຫລະ ແບບກະກຽມທີ່ວ່າ ລັກສນະ ສິເຮັດແນວໃດ ໄທເຮົາກະບໍ່ຮູ້ດອກ ແຕ່ວ່າສັງເກດວິທີການກຽມ ຂອງຂະເຈົ້າ ມັນຜິດຕໍ່ຮີດຕໍ່ຄອງ ຕໍ່ຣະບຽບ ເຫັນມັນຜິດແປກ ປລາດນໍ ໄທເຮົາກະເລີຍໄດ້ສະກັດກັ້ນໄວ້ກ່ອນ ເພື່ອບໍ່ໃຫ້ມັນເກີດຫັ້ນແຫຼະ.”

ອີງຕາມຄໍາເຫັນຂອງຫົວໜ້າ ອົງການອັຍການປະຊາຊົນເຂດ 1 ແຂວງຄໍາມ່ວນ ວັນທີ 30 ກໍຣະກະດາ 2020, ແລະ ອີງຕາມບົດຣາຍງານ ສລຸບຂອງເຈົ້າໜ້າທີ່ ໃນວັນທີ 7 ກໍຣະກະດາ ຜ່ານມານີ້, ພວກກ່ຽວ ທັງ 4 ຄົນ ໄດ້ຖືກຫາວ່າ ແບ່ງແຍກຄວາມສາມັກຄີ. ແລະໄດ້ສົ່ງສໍາ ນວນຄະດີ ພ້ອມດ້ວຍຜູ້ຕ້ອງຫາ ຂຶ້ນໄປໃຫ້ ປກສ ແຂວງຄໍາມ່ວນແລ້ວ.

ແລະເວລາກໍລ່ວງເລີຍມາໄດ້ 3 ເດືອນປາຍແລ້ວແຕ່ຊາວຄຣິສຕຽນ ທັງ 4 ຍັງຖືກຂັງຄຸກຢູ່ບ້ານຄໍາຂີ້ໄກ່ ເມືອງທ່າແຂກ ຢູ່, ທາງຕໍາຣວດ ປກສ ແຂວງ ຍັງບໍ່ທັນສົ່ງຄະດີ ນັ້ນໄປໃຫ້ອົງການອັຍການ ແຂວງ ຄໍາມ່ວນ ເທື່ອ ເຖິງແມ່ນວ່າການ ສືບສວນ-ສອບສວນ ຈະໄດ້ແລ້ວໆ ກໍຕາມ, ອີງຕາມຄໍາເວົ້າຂອງຜູ້ເປັນເມັຍ ທີ່ໄດ້ໄປຢ້ຽມຜົວ ຢູ່ໃນຄຸກຄັ້ງທີ 2 ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ຕຸລາ ນີ້ວ່າ:

“ພວກຂະນ້ອຍໄປຢາມເພ່ີນ ເພີ່ນກະໃຫ້ພົບ ໄປທິດ ວ່າງຢ່ານີ້ຫັ້ນ ຂະນ້ອຍຖາມວ່າເປັນແນວໃດ ເພິ່ນສືບສວນສອບສວນແລ້ວໆບໍ ເອີ ແລ້ວໆວ່າຊັ້ນ ຍັງບໍ່ທັນຕັດສິນ ແລ້ວໆສອບສວນຫັ້ນ”

ເພື່ອຂໍຮູ້ຂໍ້ມູລເພີ່ມຕື່ມ ທາງ RFA ໄດ້ຕິດຕໍ່ໄປຫາກົມສາສນາ ຂອງສູນກາງແນວລາວສ້າງຊາດ ທີ່ນະຄອນຫລວງວຽງຈັນ, ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ທ່ານນຶ່ງ ວ່າ ທາງກົມສາສນາ ຍັງບໍ່ຮູ້ເຣື່ອງ ແຕ່ຈະຕິດຕາມ ແລະ ສົມທົບກັບທາງແຂວງ, ກັບທາງສູນຄຣິສຕະຈັກ ຂ່າວ ປະເສີດ ເພື່ອໃຫ້ຄວາມເປັນທັມ ແກ່ພວກກ່ຽວ:

“ບາງບ່ອນ ຂະເຈົ້າກະປະຕິບັດໄດ້ດີ ເຣື່ອງສິດທິມະນຸດ ແຕ່ບາງບ່ອນກະຍັງໄປລົບກວນກັນຢູ່ ບໍ່ໄດ້ເຄົາຣົບສິດ ຂອງບຸກຄົນກໍມີຕົວຢ່າງ ຄືວັດຕ່າງໆ ບາງວັດບາງຫຍັງໄປ ທີ່ມີປາກົດການ ອອກເຟສບໍ ຫລືອີ່ຫຍັງຕ່າງໆ ກະແມ່ນຍ້ອນ ຄວາມບໍ່ເຂົ້າໃຈ ຂອງອໍານາດການ ປົກຄອງ ຈັ່ງເຮັດໃຫ້ມີການ ກະທົບຕໍ່ທາງສາສນາ ບໍ່ເຂົ້າໃຈວັທນະທັມ ຮີດຄອງປະເພນີ ຍ້ອນຣະດັບຂອງ ປກສ ຣະດັບຂອງເຈົ້າໜ້າທີ່ ຈໍານວນນຶ່ງເທົ່ານັ້ນ ຫັ້ນນະ.”

ແລະວ່າ ໄທເຮົາກໍພຍາຍາມເຜີຍແພ່ ແກ້ໄຂແຕ່ລະບ່ອນໄປ. ແຕ່ເຖິງຢ່າງໃດກໍຕາມ ຜູ້ປົກປ້ອງສິດທາງກົດໝາຍໃຫ້ ຊາວຄຣິສຕຽນ 4 ຄົນ ທີ່ ຖືກກ່າວຫາວ່າ ແບ່ງແຍກຄວາມສາມັກຄີ ໄດ້ສເນີໃນມື້ວັນທີ 7 ສິງຫາ 2020 ໃຫ້ຫົວໜ້າອົງການ ອັຍການ ປະຊາຊົນ ແຂວງຄໍາມ່ວນ ກວດກາເຣື່ອງການກັກຕົວ ພົລເມືອງລາວ 4 ຄົນ ທີ່ບ້ານພູຊາດ ເມືອງຄູນຄໍາ ຊຶ່ງເຣື່ອງການຈັບຕົວນີ້ ປກສ ເມືອງຄູນຄໍາ ກໍຮັບຮູ້.

ແຕ່ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຕໍາຣວດ ຜແນກສືບສວນ-ສອບສວນ ກອງບັນຊາການຕໍາຣວດ ປກສ ແຂວງຄໍາມ່ວນ ໃນມື້ວັນທີ 10 ຕຸລານີ້, ປາກົດວ່າ ຍັງບໍ່ທັນເຫັນຄະດີນີ້:

“ກວດກາເບິ່ງກ່ອນ ມັນສິມີບໍນໍາພວກເຮົາ ດໍາເນີນຄະດີຢູ່ນີ້ ເບິ່ງຄືວ່າບໍ່ເຫັນນະ ຕາມຕາຕະລາງຄະດີ ດໍາເນີນຄະດີ ເບິ່ງສິກວດກາເບິ່ງກ່ອນ ມັນໆເປັນແນວໃດ ມັນມີນໍາໄທເຮົາບໍເດີ”

ເມື່ອໄດ້ຄໍາຕອບຄືແນວນັ້ນ RFA ຈຶ່ງໄດ້ຕິດຕໍ່ໄປຫາຫ້ອງວ່າການປົກຄອງແຂວງ ຄໍາມ່ວນ ແຕ່ກໍບໍ່ໄດ້ຮັບຄໍາຕອບ.

ອີງຕາມຄໍາເວົ້າຂອງຜູ້ ປົກປ້ອງສິດທາງກົດໝາຍ ຕໍ່ RFA, ເມື່ອ 4 ຄົນ ທີ່ເປັນຫົວໜ້າຄອບຄົວ ຖືກຈັບໄປແລ້ວ ທາງຄອບຄົວໄດ້ຮັບ ຄວາມຫຍຸ້ງຍາກ ໃນການທໍາມາຫາກິນ ແຕ່ລະມື້. ຍິ່ງໄປກວ່ານັ້ນຍັງເຮັດ ໃຫ້ ລູກເມັຍຂອງພວກເຂົາເຈົ້າ ຫຍຸ້ງຍາກ ໃນການວິ້ງເຕັ້ນສູ້ ຄະດີເພື່ອຂໍຄວາມເປັນທໍາ ໃຫ້ແກ່ຜູ້ເປັນຜົວ ຂອງຕົນນໍາດ້ວຍ.

ກົດໝາຍວ່າດ້ວຍການ ດໍາເນີນຄະດີອາຍາ ປີ 2017 ມາຕຣາ 111 ກໍານົດເອົາໄວ້ວ່າ ເວລາກັກຂັງພາງ ເພື່ອດໍາເນີນການ ສືບສວນ -ສອບສວນ ບໍ່ໃຫ້ເກີນ 2 ເດືອນ ສໍາລັບການກະທໍາຜິດ ໃນສະຖານ ໂທສະນຸ ໂທດ ແລະບໍ່ໃຫ້ເກີນ 3 ເດືອນ ສໍາລັບການກະທໍາຜິດ ໃນສະຖານຄະຣຸໂທດ ນັບແຕ່ວັນອອກຄໍາສັ່ງກັກພາງ ເປັນຕົ້ນໄປ.

ຖ້າຫາກວ່າ ມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ ດໍາເນີນການສືບສວນ-ສອບສວນ ຫົວໜ້າອົງການອັຍການ ຈະຕໍ່ກໍານົດເວລາການກັກຂັງພາງ ໄດ້ ອີກເທື່ອລະ 2 ເດືອນ ແຕ່ທັງໝົດບໍ່ໃຫ້ເກີນ 6 ເດືອນສໍາລັບ ການກະທໍາຜິດ ໃນສະຖານໂທສານຸໂທດ; ສໍາລັບການກະທໍາຜິດ ໃນສະຖານ ຄະຣຸໂທດນັ້ນ ສາມາດຕໍ່ໄດ້ເທື່ອລະ 3 ເດືອນ ແຕ່ທັງໝົດບໍ່ໃຫ້ເກີນ 1 ປີ.

ກ່ຽວກັບຕົວຢ່າງ 2 ກໍຣະນີ ທີ່ວ່ານັ້ນ ທາງຄະນະກັມການ ສະຫະຣັຖ ອາເມຣິກາ ກ່ຽວກັບເສຣີພາບ ທາງສາສນາ ສາກົລ ຫລື USCIRF ໄດ້ໃຫ້ຄໍາເຫັນ ຕໍ່ RFA ຜ່ານທາງອີແມວ ໃນມື້ວັນທີ 16 ຕຸລານີ້ວ່າ: ຄືດັ່ງທີ່ພວກເຮົາໄດ້ຣະບຸ ຢູ່ໃນຣາຍງານລ່າສຸດ ກ່ຽວກັບລາວ ເມື່ອ ເດືອນພຶສພາ 2020, ຣັຖບານລາວ ໄດ້ມີຄວາມກ້າວໜ້າ ໃນການປະຕິບັດເສຣີພາບ ທາງດ້ານສາສນາໃ ນຫລາຍປີຫລັງມານີ້

ໂດຍສະເພາະຢ່າງຍິ່ງ ແມ່ນຜ່ານດໍາຣັຖ ວ່າດ້ວຍການ ຄຸ້ມຄອງແລະປົກປ້ອງ ການເຄື່ອນໃຫວຕ່າງໆ ທາງສາສນາປີ 2016 ຄືດໍາຣັຖ ເລກທີ 315. ແຕ່ເຖິງຢ່າງໃດກໍຕາມ USCIRF ກໍມີຫລາຍຂໍ້ສົງສັຍ ຮວມທັງວ່າດໍາຣັຖ ເລກທີ 315 ຍັງບໍ່ພຽງພໍໃນການຍົກຣະດັບ ການປົກປ້ອງສິດເສຣີພາບ ທາງສາສນາ ແລະ ຄວາມເຊື່ອຖືສາສນາ ໃຫ້ໄດ້ມາຕຖານສາກົລ.

USCIRF ຣະບຸອີກວ່າ ມີຊ່ອງຫວ່າງກວ້າງ ໃນການປະຕິບັດກົດໝາຍ ຣະຫວ່າງຣັຖບານ ແລະອໍານາດການປົກຄອງທ້ອງຖິ່ນ. ມີການຣະເມີດ ເສຣີພາບ ທາງສາສນາຢ່າງຮ້າຍແຮງ ຄືດັ່ງ 2 ກໍຣະນີນັ້ນ ຊຶ່ງສ່ວນຫລາຍ ແມ່ນເກີດຂຶ້ນ ໃນຣະດັບທ້ອງຖິ່ນ.

ສາສນາພຸດ ຖືກປະຕິບັດໂດຍທົ່ວໄປ ຄຽງຄູ່ກັບປະເພນີ ເຊື່ອຖືຜີ ຂອງຊົນເຜົ່າຊຶ່ງ ເປັນອົງປະກອບ ທີ່ມີເອກລັກ ທາງວັທນະທັມ ສໍາລັບ ຫລາຍໆຄົນ ໃນປະເທດລາວ ເຖິງແມ່ນວ່າຣັຖບານ ພາຍໃຕ້ການ ນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ບໍ່ຖືສາສນາມາເປັນຫລາຍ ທົສວັດ ແລ້ວກໍຕາມ.

ພ້ອມດຽວກັນນີ້ USCIRF ຍັງຮຽກຮ້ອງໃຫ້ຣັຖບານ ດໍາເນີນການຫລາຍຂຶ້ນ ເພື່ອຮັບປະກັນວ່າ ສິດທິຂອງຊຸມຊົນ ສ່ວນໜ້ອຍ ໃນການ ເຊື່ອຖືໄດ້ຮັບການປົກປ້ອງ ໃນຣະດັບແຂວງ ແລະທ້ອງຖິ່ນ, ແລະໃຫ້ ຣັຖບານ ສືບສວນ-ສອບສວນເຣື່ອງການຂັບໄລ່ ແລະຈັບກຸມ ຊາວຄຣິສຕຽນລາວ ທັງຢູ່ແຂວງສາລະວັນ ແລະຄໍາມ່ວນ ນໍາດ້ວຍ.

ຕໍ່ຄໍາຖາມທີ່ວ່າ ດ້ວຍເຫດໃດ ເຈົ້າໜ້າທີ່ຈຶ່ງຍັງປາບປາມ ຊາວຄຣິສຕຽນລາວຢູ່ ທັ້ງໆທີ່ມີທັມນູນ ວ່າດ້ວຍການຈັດ ຕັ້ງ ແລະການເຄື່ອນໄຫວ ສາສນາຄຣິສຕຽນ ຂອງສູນລວມຄຣິສຕະຈັກ ຂ່າວປະເສີດແຫ່ງ ປະເທດລາວແລ້ວ USCIRF ຊີ້ແຈງວ່າ:

"ຣັຖບານລາວໄດ້ເປີດກວ້າງ ສາຍພົວພັນທາງສາສນາ ຢ່າງເປັນທາງການ ແລະ ບໍ່ເປັນທາງການກັບຊຸມຊົນ ທີ່ມີລັກສນະໄປໃນທາງບວກ ແລະ ມີຜົລ ຊຶ່ງສິ່ງນັ້ນ ຄວນໄດ້ຮັບການ ຍ້ອງຍໍ, ແລະ ສິ່ງສໍາຄັນ ເຊັ່ນດຽວກັນ ກໍຄືວ່າ ຄວາມສັມພັນເຫລົ່ານັ້ນ ຈະສົ່ງຜົລໃຫ້ເກີີດ ພື້ນຖານສໍາລັບ ການປະຕິບັດ ກົດໝາຍ ທີ່ຈະປົກປ້ອງ ຊຸມຊົນ ໃນການເຊື່ອຖື ໃນປັດຈຸບັນ ແລະໃນອະນາຄົດ. ຍົກຕົວຢ່າງ ທັມນູນ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວສາສນາ ຄຣິສຕຽນ ທີ່ເປັນຕົວແບບ ຂອງຄວາມສັມພັນ ທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ຣະຫວ່າງ ຣັຖບານແລະ ບັນດາຜູ້ນໍາສາສນາ."

ທາງການແຂວງແລະທ້ອງຖິ່ນ ມັກຈະບໍ່ຮູ້ກ່ຽວກັບການພັທນາກົດໝາຍ ຢູ່ນະຄອນຫຼວງວຽງຈັນ ຮວມທັງດໍາຣັຖເລກທີ 315 ແລະທັມນູນ ວ່າດ້ວຍການຈັດຕັ້ງແລະການ ເຄື່ອນໄຫວສາສນາຄຣິສຕຽນ ຂອງສູນລວມຄຣິສຕະຈັກ ຂ່າວປະເສີດ ແຫ່ງປະເທດລາວ. ແລະວ່າ ການປະຕິບັດກົດໝາຍ ຢູ່ເຂດຊົນນະບົດ ຍັງເປັນໄປຢ່າງຊ້າໆ. USCIRF ຮຽກຮ້ອງໃຫ້ຣັຖບານ ພະຍາຍາມຫລາຍຂຶ້ນ ໃນການຍັບຍັ້ງ ແລະ ຄວບຄຸມ ການຣະເມີດຣະບຽບກົດໝາຍ ຂອງອໍານາດການປົກຄອງ ທ້ອງຖິ່ນ ເພື່ອຮັບປະກັນວ່າ ສິດເສຣີພາບ ໃນການເຊື່ອຖື ຂອງທຸກຊຸມຊົນ ໄດ້ຮັບການປົກປ້ອງ ໃນທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.